ເປີດຕົວ “ມຸມກາເຟຫວຽດນາມ” ຢູ່ຄະນະຜູ້ແທນຫວຽດນາມປະຈຳສະຫະປະຊາຊາດ

19:35 | 20/11/2026

ຍສໝ - ວັນທີ 18/11, ທີ່ New York (ສະຫະລັດອາເມລິກາ), ຄະນະຜູ້ແທນຖາວອນຫວຽດນາມປະຈຳສະຫະປະຊາຊາດ ໄດ້ປະສານງານກັບກຸ່ມບໍລິສັດ Trung Nguyên Legend ຈັດໂຄງການແລກປ່ຽນວັດທະນະທຳ “ກາເຟຫວຽດນາມໜຶ່ງຈອກ – ກາເຟ, ວັດທະນະທຳ ແລະ ການເຊື່ອມໂຍງ”. ງານດັ່ງກ່າວໄດ້ແນະນຳເອກະລັກຂອງວັດທະນະທຳກາເຟຫວຽດນາມໃຫ້ແກ່ໝູ່ເພື່ອນນານາຊາດ, ພ້ອມທັງເປັນຂີດໝາຍການເປີດຕົວ “ມຸມກາເຟຫວຽດນາມ” ຢູ່ສຳນັກງານຄະນະຜູ້ແທນ.

ຍ້ອງຍໍ 30 ພອນສະຫວັນໜຸ່ມ ພ້ອມທັງເປີດໂອກາດເພີ່ມເຕີມໃນການຄົ້ນຄວ້າວິທະຍາສາດ ຫວຽດນາມ - ໂຣມານີ ລົງນາມ 2 ຂໍ້ຕົກລົງຮ່ວມມືດ້ານອຸດສາຫະກຳ ແລະ ການຝຶກອົບຮົມ

ໂຄງການດັ່ງກ່າວຈັດຂຶ້ນເພື່ອຂານຮັບວັນວັດທະນະທຳຫວຽດນາມ (24/11), ໂດຍມີບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຖາວອນຂອງຫຼາຍປະເທດປະຈຳສະຫະປະຊາຊາດ (ສປຊ), ພ້ອມດ້ວຍຕົວແທນຈາກວົງການວິຊາການ, ສື່ມວນຊົນ, ວິສາຫະກິດ ແລະ ໝູ່ເພື່ອນນານາຊາດຂອງຫວຽດນາມຢູ່ New York ເຂົ້າຮ່ວມ.

ກ່າວຄຳປາໄສໃນງານ, ທ່ານ ໂດ໊ ຮຸ່ງ ຫວຽດ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຖາວອນຫວຽດນາມປະຈຳ ສປຊ, ໄດ້ແນະນຳປະຫວັດການກຳເນີດ, ການພັດທະນາ ແລະ ເອກະລັກຂອງວັດທະນະທຳກາເຟຫວຽດນາມ, ພ້ອມທັງເນັ້ນໜັກບົດບາດຂອງວັດທະນະທຳໃນການເຊື່ອມໂຍງ ແລະ ສົ່ງເສີມຄວາມເຂົ້າໃຈລະຫວ່າງບັນດາປະເທດ ແລະ ຊົນຊາດ.

ເປີດຕົວ “ມຸມກາເຟຫວຽດນາມ” ຢູ່ຄະນະຜູ້ແທນຫວຽດນາມປະຈຳສະຫະປະຊາຊາດ
ທ່ານ ໂດ໊ ຮຸ່ງ ຫວຽດ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຖາວອນຫວຽດນາມປະຈຳສະຫະປະຊາຊາດ, ແນະນຳວັດທະນະທຳກາເຟຫວຽດນາມໃຫ້ແກ່ໝູ່ເພື່ອນນານາຊາດ.

ຕາມທ່ານເອກອັກຄະລັດຖະທູດແລ້ວ, ຈາກພືດຊະນິດໜຶ່ງທີ່ຖືກນຳເຂົ້າມາປູກຢູ່ຫວຽດນາມເມື່ອເກືອບ 170 ປີກ່ອນ, ກາເຟໄດ້ກາຍເປັນໜຶ່ງໃນບັນດາສິນຄ້າກະສິກຳສົ່ງອອກຕົ້ນຕໍ, ທີ່ມີຮ່ອງຮອຍວັດທະນະທຳ ແລະ ຄວາມຄິດສ້າງສັນຂອງຊາວຫວຽດນາມ.

ໂດຍສະເພາະ, ເມັດກາເຟ Robusta ທີ່ມີຄວາມທົນທານ, ສາມາດປັບຕົວເຂົ້າກັບສະພາບທຳມະຊາດທີ່ຮຸນແຮງ ກໍສະທ້ອນໃຫ້ເຫັນບາງສ່ວນຂອງຈິດໃຈອົດທົນ, ເດັດດ່ຽວ, ສ້າງສັນ ແລະ ບໍ່ຢຸດຢັ້ງໃນການກ້າວຂຶ້ນຂອງຊາວຫວຽດນາມ.

ທ່ານເອກອັກຄະລັດຖະທູດ ໂດ໊ ຮຸ່ງ ຫວຽດ ໃຫ້ຮູ້ວ່າ ໂຄງການນີ້ຍັງເປັນການຂານຮັບຂໍ້ລິເລີ່ມ “ທົດສະວັດສາກົນແຫ່ງວັດທະນະທຳເພື່ອການພັດທະນາທີ່ຍືນຍົງ 2027-2036” ທີ່ຫວຽດນາມເປັນຜູ້ລິເລີ່ມ ແລະ ໄດ້ຮັບການຮັບຮອງຈາກສະມັດຊາໃຫຍ່ ສປຊ ໃນເດືອນ 9/2026.

ຈຸດເດັ່ນຂອງງານແມ່ນກິດຈະກຳສຳຜັດປະສົບການ “ສະມາທິກາເຟ” ພາຍໃຕ້ການແນະນຳຂອງບັນດາຊ່ຽວຊານຈາກ Trung Nguyên Legend. ບັນດາແຂກຮັບເຊີນໄດ້ຮຽນຮູ້ໂດຍກົງກ່ຽວກັບວິທີຊົງກາເຟດ້ວຍຕົວກອງແບບດັ້ງເດີມ, ຝຶກປະຕິບັດທ່າທາງຜ່ອນຄາຍ, ລິ້ມລອງກາເຟໃນບັນຍາກາດທີ່ສະຫງົບງຽບ ແລະ ແລກປ່ຽນກ່ຽວກັບເອກະລັກຂອງວັດທະນະທຳກາເຟໃນແຕ່ລະປະເທດ.

ໃນໂອກາດນີ້, ຄະນະຜູ້ແທນຖາວອນຫວຽດນາມປະຈຳ ສປຊ ໄດ້ເປີດຕົວ “ມຸມກາເຟຫວຽດນາມ” ຢູ່ສຳນັກງານຄະນະຜູ້ແທນຢ່າງເປັນທາງການ. ຄາດວ່າພື້ນທີ່ແຫ່ງນີ້ຈະກາຍເປັນສະຖານທີ່ແລກປ່ຽນ, ແນະນຳວັດທະນະທຳກາເຟຫວຽດນາມ ແລະ ເຊື່ອມໂຍງຄະນະຜູ້ແທນກັບບັນດາຄູ່ຮ່ວມມື ແລະ ໝູ່ເພື່ອນນານາຊາດ.

ບັນດາຫ້ອງຮຽນສືບສານອາຊີບຕ່ຳຜ້າ ແລະ ປັກແສ່ວຢູ່ເມືອງມຸນ ບັນດາຫ້ອງຮຽນສືບສານອາຊີບຕ່ຳຜ້າ ແລະ ປັກແສ່ວຢູ່ເມືອງມຸນ
ຍສໝ - ນັບແຕ່ກາງເດືອນພະຈິກ 2026, ໄດ້ມີການຈັດຫ້ອງຮຽນຖ່າຍທອດອາຊີບຕ່ຳຜ້າພື້ນເມືອງ ແລະ ປັກແສ່ວເຄື່ອງນຸ່ງຫົ່ມປະເພນີ 2 ຫ້ອງ ຢູ່ບ້ານຫ້ວຍລ໋ອງ ແລະ ຫ້ວຍກ໋າຍ, ຕາແສງເມືອງມຸນ (ແຂວງດ້ຽນບຽນ), ໂດຍແຕ່ລະຫ້ອງມີຜູ້ຮຽນ 20 ຄົນ. ຜ່ານແຕ່ລະຂັ້ນຕອນການຂຶງເສັ້ນດ້າຍ ແລະ ການປັກເຂັມ, ບັນດາແມ່ຍິງຊົນເຜົ່າໄທ ແລະ ມົ້ງ ກຳລັງຮ່ວມກັນຮັກສາອາຊີບດັ້ງເດີມທີ່ກຳລັງປະເຊີນກັບຄວາມສ່ຽງຈະສູນຫາຍ.
ສອງສະມາຄົມມິດຕະພາບຫວຽດນາມ - ບຣາຊິນ ກະກຽມຂໍ້ຕົກລົງການຮ່ວມມືໄລຍະ 5 ປີ ສອງສະມາຄົມມິດຕະພາບຫວຽດນາມ - ບຣາຊິນ ກະກຽມຂໍ້ຕົກລົງການຮ່ວມມືໄລຍະ 5 ປີ
ຍສໝ - ສະມາຄົມມິດຕະພາບ ແລະ ການຮ່ວມມືຫວຽດນາມ - ບຣາຊິນ ແລະ ສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ (ABRAVIET) ໄດ້ເຫັນດີຮ່ວມກັນຈັດຕັ້ງຄະນະເຮັດວຽກ ເພື່ອກະກຽມລົງນາມໃນບົດບັນທຶກຄວາມເຂົ້າໃຈດ້ານການຮ່ວມມືສຳລັບ 5 ປີຕໍ່ໜ້າ. ທັງສອງຝ່າຍຍັງມຸ່ງໄປສູ່ການເຊື່ອມໂຍງບັນດາທ້ອງຖິ່ນຜະລິດກາເຟ, ວິສາຫະກິດ ແລະ ຂະຫຍາຍການແລກປ່ຽນລະຫວ່າງປະຊາຊົນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ