ຫວຽດນາມລະດົມຊຸມຊົນນັກສ້າງສັນເຂົ້າຮ່ວມໂຄສະນາທ່ອງທ່ຽວ ໄລຍະ 2027-2030

10:33 | 26/11/2026

ຍສໝ - ວັນທີ 25/11, ຢູ່ຮ່າໂນ້ຍ, ກົມທ່ອງທ່ຽວແຫ່ງຊາດຫວຽດນາມ ແລະ Unilever ຫວຽດນາມ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ໄລຍະ 2027-2030, ໂດຍສຸມໃສ່ການໂຄສະນາສະຖານທີ່ທ່ອງທ່ຽວຜ່ານແພລດຟອມດິຈິຕອນ, ຊຸກຍູ້ປະຊາຊົນເຂົ້າຮ່ວມແນະນຳການທ່ອງທ່ຽວ ແລະ ປະຕິບັດບັນດາຂໍ້ລິເລີ່ມການທ່ອງທ່ຽວສີຂຽວທີ່ມີຄວາມຮັບຜິດຊອບ.

ປັນຍາຊົນຫວຽດນາມຢູ່ອົດສະຕຣາລີ ເຊື່ອມໂຍງການຄົ້ນຄວ້າກະສິກຳກັບການຜະລິດ ອາຫານຫວຽດນາມເຊື່ອມສານຊາວຫວຽດນາມໃນຕ່າງປະເທດ ແລະ ເພື່ອນມິດສາກົນຢູ່ອາຟຣິກາໃຕ້

ຂໍ້ຕົກລົງການຮ່ວມມືລະຫວ່າງກົມທ່ອງທ່ຽວແຫ່ງຊາດຫວຽດນາມ ແລະ ບໍລິສັດຈຳກັດສາກົນ Unilever ຫວຽດນາມ ມຸ່ງເນັ້ນການປະສົມປະສານຈຸດແຂງຂອງອົງການຄຸ້ມຄອງລັດ ກັບຄວາມສາມາດດ້ານການສື່ສານ, ການສ້າງສັນ ແລະ ການເຊື່ອມໂຍງຊຸມຊົນຂອງວິສາຫະກິດ. ຜ່ານນັ້ນ, ສອງຝ່າຍປາຖະໜາແນະນຳຄຸນຄ່າອັນໂດດເດັ່ນດ້ານທຳມະຊາດ, ວັດທະນະທຳ ແລະ ຜູ້ຄົນຫວຽດນາມ ໃຫ້ແກ່ສາທາລະນະຊົນພາຍໃນປະເທດ ແລະ ສາກົນ.

ໃນ 10 ເດືອນຕົ້ນປີ 2026, ຫວຽດນາມໄດ້ຕ້ອນຮັບນັກທ່ອງທ່ຽວສາກົນປະມານ 19,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 13,8% ທຽບໃສ່ໄລຍະດຽວກັນຂອງປີ 2025. ຄຽງຄູ່ກັບຈຳນວນນັກທ່ອງທ່ຽວທີ່ເພີ່ມຂຶ້ນ, ຂະແໜງທ່ອງທ່ຽວຍັງວາງອອກຂໍ້ຮຽກຮ້ອງໃນການຍົກສູງຄຸນນະພາບປະສົບການຂອງນັກທ່ອງທ່ຽວ, ຄວາມສາມາດແຂ່ງຂັນຂອງສະຖານທີ່ທ່ອງທ່ຽວ ແລະ ການອະນຸລັກບັນດາຄຸນຄ່າທາງວັດທະນະທຳ ແລະ ທຳມະຊາດ.

ກ່າວຄຳເຫັນໃນພິທີລົງນາມ, ທ່ານ ຫງວຽນ ຈຸ່ງ ແຄັ໊ງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດຫວຽດນາມ ໄດ້ເນັ້ນໜັກວ່າ ເປົ້າໝາຍຂອງການໂຄສະນາບໍ່ພຽງແຕ່ເຮັດໃຫ້ໂລກຮູ້ຈັກຫວຽດນາມເທົ່ານັ້ນ, ແຕ່ຍັງສ້າງແຮງບັນດານໃຈໃຫ້ນັກທ່ອງທ່ຽວເລືອກຫວຽດນາມ, ໄດ້ຮັບປະສົບການທີ່ດີງາມ, ຢາກກັບມາອີກ ແລະ ສືບຕໍ່ແນະນຳພາບພົດຂອງປະເທດ.

ຕາມທ່ານ ຫງວຽນ ຈຸ່ງ ແຄັ໊ງ ແລ້ວ, ການຮ່ວມມືລະຫວ່າງກົມທ່ອງທ່ຽວແຫ່ງຊາດຫວຽດນາມ ແລະ Unilever ຫວຽດນາມ ຄາດວ່າຈະສ້າງຮູບແບບການຮ່ວມມືພາກລັດ - ເອກະຊົນທີ່ມີປະສິດທິຜົນ, ປະກອບສ່ວນໃນກິດຈະກຳສົ່ງເສີມ, ໂຄສະນາການທ່ອງທ່ຽວ ແລະ ພັດທະນາເສດຖະກິດ - ສັງຄົມ.

ຫວຽດນາມລະດົມຊຸມຊົນນັກສ້າງສັນເຂົ້າຮ່ວມໂຄສະນາທ່ອງທ່ຽວ ໄລຍະ 2027-2030
ຜູ້ຕາງໜ້າກົມທ່ອງທ່ຽວແຫ່ງຊາດຫວຽດນາມ ແລະ ບໍລິສັດຈຳກັດສາກົນ Unilever ຫວຽດນາມ ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການສົ່ງເສີມ ແລະ ພັດທະນາການທ່ອງທ່ຽວ ໄລຍະ 2027-2030.

ຊຸກຍູ້ປະຊາຊົນໃຫ້ກາຍເປັນຜູ້ໂຄສະນາການທ່ອງທ່ຽວ

ໜຶ່ງໃນຈຸດສຸມຂອງຂໍ້ຕົກລົງແມ່ນການປະສານງານສ້າງ ແລະ ດຳເນີນບັນດາຂະບວນການສື່ສານເພື່ອແນະນຳສະຖານທີ່ທ່ອງທ່ຽວ, ວັດທະນະທຳ ແລະ ຜູ້ຄົນຫວຽດນາມ ຜ່ານບັນດາຮູບແບບສ້າງສັນທີ່ສອດຄ່ອງກັບທ່າອ່ຽງການສື່ສານທັນສະໄໝ.

ສອງຝ່າຍຄາດວ່າຈະລະດົມການເຂົ້າຮ່ວມຂອງບັນດາອົງການສື່ມວນຊົນ, ແພລດຟອມສື່ສານ, ຄູ່ຮ່ວມມືພາຍໃນ ແລະ ຕ່າງປະເທດ, ສິລະປິນ, ຜູ້ມີອິດທິພົນໃນເຄືອຂ່າຍສັງຄົມ ແລະ ຊຸມຊົນນັກສ້າງສັນເນື້ອຫາ ເພື່ອໂຄສະນາການທ່ອງທ່ຽວຫວຽດນາມ.

ພ້ອມກັນນັ້ນ, ຈະມີການຈັດບັນດາການປະກວດ ແລະ ລາຍການສ້າງສັນເນື້ອຫາກ່ຽວກັບການທ່ອງທ່ຽວ ເພື່ອຊຸກຍູ້ປະຊາຊົນ ແລະ ນັກທ່ອງທ່ຽວໃຫ້ເປັນຝ່າຍລິເລີ່ມແບ່ງປັນປະສົບການ, ແນະນຳບັນດາດິນແດນ, ເອກະລັກວັດທະນະທຳ ແລະ ຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກຜ່ານແພລດຟອມດິຈິຕອນ.

ກິດຈະກຳໂຄສະນາຍັງຈະໄດ້ຮັບການສອດແຊກເຂົ້າໃນບັນດາເຫດການວັດທະນະທຳ, ງານບຸນທ້ອງຖິ່ນ ແລະ ລາຍການສົ່ງເສີມການທ່ອງທ່ຽວຈຸດສຸມ.

ກ່າວແບ່ງປັນໃນພິທີລົງນາມ, ທ່ານ ມາຍ ຫງອກ ເຍິນ, ຜູ້ອຳນວຍການຂະແໜງຜະລິດຕະພັນດູແລຮ່າງກາຍ ແລະ ລະງັບກິ່ນກາຍ ຂອງ Unilever ຫວຽດນາມ ໃຫ້ຮູ້ວ່າ ວິສາຫະກິດປາຖະໜາໃຫ້ຊາວໜຸ່ມແຕ່ລະຄົນບໍ່ພຽງແຕ່ຄົ້ນພົບຄວາມງົດງາມຂອງຫວຽດນາມເທົ່ານັ້ນ, ແຕ່ຍັງກາຍເປັນຜູ້ເລົ່າເລື່ອງ, ຮັກສາ ແລະ ແນະນຳບັນດາຄຸນຄ່າເຫຼົ່ານັ້ນ.

ຕາມທ່ານແລ້ວ, ການຮ່ວມມືຂອງກົມທ່ອງທ່ຽວແຫ່ງຊາດຫວຽດນາມ ຈະສ້າງເງື່ອນໄຂໃຫ້ຫັນພະລັງການເຜີຍແຜ່ຂອງຍີ່ຫໍ້ ແລະ ຊຸມຊົນ ໃຫ້ກາຍເປັນການປະກອບສ່ວນອັນເປັນຮູບປະທຳຕໍ່ຂະແໜງທ່ອງທ່ຽວ.

ກ່ອນໜ້ານັ້ນ, ໃນໄລຍະ 2024-2026, ຍີ່ຫໍ້ Lifebuoy ຂອງ Unilever ໄດ້ດຳເນີນການເດີນທາງ “Loi choi đi muôn nơi”, ດຶງດູດຍອດເຂົ້າຊົມເນື້ອຫາກ່ຽວກັບທຳມະຊາດ, ວັດທະນະທຳ ແລະ ຜູ້ຄົນຫວຽດນາມຫຼາຍກວ່າ 300 ລ້ານເທື່ອ, ໂດຍມີນັກສ້າງສັນເນື້ອຫາ ແລະ ຄູ່ຮ່ວມມືສື່ສານຫຼາຍກວ່າ 2.000 ລາຍເຂົ້າຮ່ວມ.

ໃນນັ້ນ, ລາຍການ Checkin-holic ທີ່ຮ່ວມມືກັບ TikTok ມີຍອດເຂົ້າຊົມຫຼາຍກວ່າ 50 ລ້ານເທື່ອ ແລະ ຍອດປະຕິສຳພັນ 8 ລ້ານເທື່ອ.

ຄຽງຄູ່ກັບກິດຈະກຳອອນລາຍ, Lifebuoy ຍັງໄດ້ຈັດກິດຈະກຳຕັ້ງແຄ້ມພັກຜ່ອນແບບສະດວກສະບາຍ (glamping) 5 ຄັ້ງ ແລະ ລາຍການລົດດົນຕີເຄື່ອນທີ່ຜ່ານຫຼາຍແຂວງ, ນະຄອນ ຈາກພາກເໜືອຫາພາກໃຕ້, ສ້າງໂອກາດໃຫ້ຊາວໜຸ່ມໄດ້ຄົ້ນພົບບັນດາສະຖານທີ່ທ່ອງທ່ຽວໂດຍກົງ.

ເຊື່ອມໂຍງການໂຄສະນາສະຖານທີ່ທ່ອງທ່ຽວກັບການທ່ອງທ່ຽວສີຂຽວ

ນອກຈາກການສື່ສານ ແລະ ການເຊື່ອມໂຍງຊຸມຊົນແລ້ວ, ຂໍ້ຕົກລົງການຮ່ວມມື ໄລຍະ 2027-2030 ຍັງໃຫ້ຄວາມສຳຄັນຕໍ່ການພັດທະນາການທ່ອງທ່ຽວສີຂຽວ ແລະ ມີຄວາມຮັບຜິດຊອບ.

ໂດຍສະເພາະ, ສອງຝ່າຍຈະປະສານງານຈັດບັນດາລາຍການຍົກສູງຈິດສຳນຶກໃຫ້ປະຊາຊົນ, ວິສາຫະກິດ ແລະ ນັກທ່ອງທ່ຽວ ກ່ຽວກັບການປົກປ້ອງສິ່ງແວດລ້ອມ ແລະ ການຮັກສາວັດທະນະທຳທ້ອງຖິ່ນໃນກິດຈະກຳທ່ອງທ່ຽວ.

ບັນດາເນື້ອໃນທີ່ຄາດວ່າຈະປະຕິບັດ ລວມມີ ຂະບວນການຊຸກຍູ້ໃຫ້ຫຼຸດຜ່ອນຂີ້ເຫຍື້ອພລາສຕິກ, ແນະນຳ ແລະ ພັດທະນາຮູບແບບເສດຖະກິດໝູນວຽນຢູ່ບາງສະຖານທີ່ທ່ອງທ່ຽວທ້ອງຖິ່ນ.

ບັນດາກິດຈະກຳຈະໄດ້ຮັບການສ້າງຂຶ້ນບົນພື້ນຖານການປະສົມປະສານຄວາມຊ່ຽວຊານ ແລະ ເຄືອຂ່າຍສົ່ງເສີມການທ່ອງທ່ຽວຂອງກົມທ່ອງທ່ຽວແຫ່ງຊາດຫວຽດນາມ ກັບຄວາມສາມາດດ້ານການສື່ສານ ແລະ ການເຊື່ອມໂຍງຜູ້ບໍລິໂພກຂອງ Unilever, ພ້ອມທັງຄຳນຶງເຖິງຈຸດແຂງ ແລະ ບັນດາບຸລິມະສິດການພັດທະນາສະເພາະຂອງແຕ່ລະທ້ອງຖິ່ນ.

ດ້ວຍໄລຍະເວລາດຳເນີນທຸລະກິດຢູ່ຫວຽດນາມຫຼາຍກວ່າ 30 ປີ, Unilever ໄດ້ກຳນົດທິດທາງສືບຕໍ່ສົ່ງເສີມແຫຼ່ງຊັບພະຍາກອນຂອງວິສາຫະກິດ ແລະ ບັນດາຍີ່ຫໍ້ ໃນບັນດາລາຍການທີ່ເຊື່ອມໂຍງກັບບຸລິມະສິດການພັດທະນາເສດຖະກິດ - ສັງຄົມ.

ຜ່ານຂໍ້ຕົກລົງດັ່ງກ່າວ, ກົມທ່ອງທ່ຽວແຫ່ງຊາດຫວຽດນາມ ແລະ Unilever ຫວຽດນາມ ມຸ່ງເນັ້ນຂະຫຍາຍການເຂົ້າຮ່ວມຂອງຊຸມຊົນໃນການໂຄສະນາການທ່ອງທ່ຽວ, ຍົກສູງຄວາມດຶງດູດຂອງບັນດາເຫດການວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມທັງຊຸກຍູ້ບັນດາການກະທຳທີ່ເປັນຮູບປະທຳ ເພື່ອປົກປ້ອງສິ່ງແວດລ້ອມ ແລະ ຮັກສາເອກະລັກວັດທະນະທຳຢູ່ບັນດາສະຖານທີ່ທ່ອງທ່ຽວ.

ຍົກສູງຄວາມສາມາດດ້ານສາທາລະນະສຸກໃຫ້ແກ່ເມືອງວັງວຽງ ຈາກໂຄງການມິດຕະພາບ ຫວຽດນາມ - ລາວ ຍົກສູງຄວາມສາມາດດ້ານສາທາລະນະສຸກໃຫ້ແກ່ເມືອງວັງວຽງ ຈາກໂຄງການມິດຕະພາບ ຫວຽດນາມ - ລາວ
ຍສໝ - ດ້ວຍຂະໜາດ 43 ຕຽງນອນ ພ້ອມດ້ວຍລະບົບຫ້ອງຜ່າຕັດ ແລະ ບັນດາພະແນກວິຊາສະເພາະທີ່ຄົບຊຸດ, ໂຄງການຂະຫຍາຍໂຮງໝໍເມືອງວັງວຽງ ໂດຍພັກ, ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ ໄດ້ເປີດນຳໃຊ້ ແລະ ມອບ-ຮັບຢ່າງເປັນທາງການ ຢູ່ແຂວງວຽງຈັນ (ລາວ).
ເຜີຍແຜ່ສີສັນພິເສດ ແລະ ພາສາຫວຽດນາມ ຜ່ານບັນດາການເຄື່ອນໄຫວຊຸມຊົນທົ່ວໂລກ ເຜີຍແຜ່ສີສັນພິເສດ ແລະ ພາສາຫວຽດນາມ ຜ່ານບັນດາການເຄື່ອນໄຫວຊຸມຊົນທົ່ວໂລກ
ຍສໝ - ເພື່ອຕອບສະໜອງສັບປະດາວັດທະນະທຳ - ມະຫາສາມັກຄີທົ່ວປວງຊົນທັງຊາດ ປີ 2026, ບັນດາອົງການຕາງໜ້າການທູດ ພ້ອມດ້ວຍປະຊາຄົມຊາວຫວຽດນາມ ຢູ່ຫຼາຍປະເທດ ໄດ້ຈັດຕັ້ງບັນດາການເຄື່ອນໄຫວທີ່ຫຼາກຫຼາຍ ເພື່ອອະນຸລັກຮັກສາພາສາຫວຽດນາມ, ແລກປ່ຽນສິລະປະ ແລະ ເຊື່ອມຕໍ່ການຄ້າ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ