ຫວຽດນາມລົງນາມ 2 ຂໍ້ຕົກລົງຮ່ວມມືດ້ານມາດຕະຖານ Halal ຢູ່ຕວກກີ

10:38 | 26/11/2026

ຍສໝ - ແຕ່ວັນທີ 24-25/11, ຢູ່ນະຄອນອິສຕັນບູລ (ຕວກກີ), ຄະນະຜູ້ແທນຫວຽດນາມ ນຳໂດຍທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ Halal ໂລກ ຄັ້ງທີ 12, ສະເໜີ 5 ທິດທາງການຮ່ວມມື ແລະ ເປັນສັກຂີພິຍານໃນພິທີລົງນາມບັນດາຂໍ້ຕົກລົງດ້ານມາດຕະຖານ ແລະ ການຮັບຮອງ Halal, ສ້າງເງື່ອນໄຂໃຫ້ສິນຄ້າຫວຽດນາມເຂົ້າເຖິງຕະຫຼາດສາກົນ.

ຊຸກຍູ້ການແລກປ່ຽນລະຫວ່າງປະຊາຊົນ ຫວຽດນາມ - ຕວກກີ ຫວຽດນາມ - ຕວກກີ ມຸ່ງໄປສູ່ການຍົກລະດັບສາຍພົວພັນເປັນຄູ່ຮ່ວມຍຸດທະສາດ

ກອງປະຊຸມສຸດຍອດ Halal ໂລກ ຄັ້ງທີ 12 ໄດ້ຈັດຂຶ້ນພາຍໃຕ້ການອຸປະຖຳຂອງປະທານປະເທດຕວກກີ, ດ້ວຍຫົວຂໍ້ “ເສດຖະກິດ Halal ທີ່ຍືນຍົງ: ຂຈັດຄວາມສູນເສຍ, ຊຸກຍູ້ການເຕີບໂຕ”.

ເຫດການດັ່ງກ່າວໄດ້ຮວບຮວມຜູ້ຕາງໜ້າບັນດາອົງການລັດຖະບານ, ອົງການສາກົນ, ຜູ້ຊ່ຽວຊານ, ນັກວິທະຍາສາດ ແລະ ວິສາຫະກິດຈາກຫຼາຍປະເທດ, ໂດຍສຸມໃສ່ປຶກສາຫາລືກ່ຽວກັບການພັດທະນາເສດຖະກິດ Halal ທີ່ຍືນຍົງ, ນະວັດຕະກຳ ແລະ ການເຊື່ອມໂຍງຕ່ອງໂສ້ຄຸນຄ່າທົ່ວໂລກ.

ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບທ່າອ່ຽງຕະຫຼາດ, ການປະສານມາດຕະຖານ ແລະ ລະບົບການຮັບຮອງ Halal ໃຫ້ສອດຄ່ອງກັນ, ການແກ້ໄຂອຸປະສັກທາງການຄ້າຂ້າມຊາຍແດນ, ພ້ອມທັງຊອກຫາໂອກາດຮ່ວມມືດ້ານການລົງທຶນ, ການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາຕະຫຼາດ.

ຫວຽດນາມລົງນາມ 2 ຂໍ້ຕົກລົງຮ່ວມມືດ້ານມາດຕະຖານ Halal ຢູ່ຕວກກີ
ທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີ ພ້ອມດ້ວຍບັນດາຜູ້ແທນ ຮ່ວມກັນຕັດແຖບຜ້າເປີດກອງປະຊຸມ ແລະ ງານວາງສະແດງ.

ຫວຽດນາມສະເໜີ 5 ທິດທາງການຮ່ວມມືດ້ານ Halal

ກ່າວຄຳເຫັນໃນພິທີເປີດ, ທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ຕີລາຄາສູງບົດບາດຂອງກອງປະຊຸມສຸດຍອດ Halal ໂລກ ໃນການເຊື່ອມໂຍງ, ການສົນທະນາດ້ານນະໂຍບາຍ ແລະ ການຮ່ວມມືສາກົນ, ມຸ່ງສູ່ການພັດທະນາເສດຖະກິດ Halal ທີ່ຍືນຍົງ, ກວມລວມ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ຕາມທ່ານນາງຮອງລັດຖະມົນຕີແລ້ວ, ການພັດທະນາຢ່າງວ່ອງໄວຂອງຕະຫຼາດ Halal ທົ່ວໂລກ ກຳລັງເປີດໂອກາດໃຫ້ແກ່ບັນດາປະເທດທີ່ມີຈຸດແຂງດ້ານວັດຖຸດິບ, ການຜະລິດ, ການປຸງແຕ່ງ ແລະ ການເຊື່ອມໂຍງການຄ້າສາກົນ.

ຫວຽດນາມມີຫຼາຍເງື່ອນໄຂທີ່ເອື້ອອຳນວຍໃຫ້ເຂົ້າຮ່ວມຕະຫຼາດດັ່ງກ່າວຢ່າງເລິກເຊິ່ງຍິ່ງຂຶ້ນ, ນັບແຕ່ຄວາມສາມາດດ້ານການຜະລິດ ແລະ ການປຸງແຕ່ງທີ່ກຳລັງພັດທະນາ, ທີ່ຕັ້ງທາງພູມສາດເສດຖະກິດ ຈົນເຖິງເຄືອຂ່າຍສາຍພົວພັນດ້ານເສດຖະກິດ ແລະ ການຄ້າທີ່ກວ້າງຂວາງ ພ້ອມກັບສະພາບແວດລ້ອມທາງການເມືອງ ແລະ ສັງຄົມທີ່ມີສະຖຽນລະພາບ.

ຫວຽດນາມກຳນົດໃຫ້ການພັດທະນາຂະແໜງ Halal ເປັນທິດທາງສຳຄັນເພື່ອຫຼາກຫຼາຍຕະຫຼາດສົ່ງອອກ, ດຶງດູດການລົງທຶນ ແລະ ສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການເຕີບໂຕ.

ບົນພື້ນຖານດັ່ງກ່າວ, ທ່ານນາງ ຫງວຽນ ມິງ ຮັ່ງ ໄດ້ສະເໜີ 5 ທິດທາງການຮ່ວມມືຈຸດສຸມ, ປະກອບມີ ການປະສານມາດຕະຖານ ແລະ ລະບົບການຮັບຮອງ Halal ໃຫ້ສອດຄ່ອງກັນ; ການເຊື່ອມໂຍງການຄ້າ, ການລົງທຶນ ແລະ ຍົກສູງຖານະຂອງວິສາຫະກິດໃນຕ່ອງໂສ້ຄຸນຄ່າ; ການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນ; ການພັດທະນາເສດຖະກິດ Halal ຫຼາຍຂະແໜງ ຕາມທິດທາງສີຂຽວ, ໝູນວຽນ ແລະ ຍືນຍົງ; ແລະ ການພັດທະນາຊັບພະຍາກອນມະນຸດດ້ານ Halal.

ທ່ານນາງຮອງລັດຖະມົນຕີຢືນຢັນວ່າ ຫວຽດນາມປາຖະໜາຮ່ວມມືຢ່າງເປັນຮູບປະທຳກັບຕວກກີ, ບັນດາປະເທດສະມາຊິກອົງການຮ່ວມມືອິດສະລາມ (OIC) ແລະ ຄູ່ຮ່ວມມືສາກົນ ບົນພື້ນຖານຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ຫວຽດນາມສະເໜີໃຫ້ບັນດາປະເທດ ແລະ ຄູ່ຮ່ວມມືຊ່ວຍເຫຼືອພັດທະນາລະບົບນິເວດ Halal, ສ້າງເງື່ອນໄຂໃຫ້ວິສາຫະກິດຫວຽດນາມເຂົ້າຮ່ວມຕ່ອງໂສ້ຄຸນຄ່າທົ່ວໂລກຢ່າງເລິກເຊິ່ງຍິ່ງຂຶ້ນ, ພ້ອມທັງຍິນດີຕ້ອນຮັບບັນດາວິສາຫະກິດສາກົນເຂົ້າມາລົງທຶນ ແລະ ດຳເນີນບັນດາໂຄງການ Halal ຢູ່ຫວຽດນາມ.

ລົງນາມຂໍ້ຕົກລົງຊ່ວຍໃຫ້ສິນຄ້າຫວຽດນາມເຂົ້າເຖິງຕະຫຼາດ Halal

ໃນຂອບເຂດກອງປະຊຸມ, ທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີ; ທ່ານ Omer Bolat, ລັດຖະມົນຕີການຄ້າຕວກກີ ພ້ອມດ້ວຍບັນດາເຈົ້າໜ້າທີ່ຂັ້ນສູງ ໄດ້ເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ລະຫວ່າງຄະນະກຳມະການແຫ່ງຊາດດ້ານມາດຕະຖານ, ການວັດແທກ ແລະ ຄຸນນະພາບ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ) ກັບສະຖາບັນມາດຕະຖານ ແລະ ການວັດແທກຂອງບັນດາປະເທດອິດສະລາມ (SMIIC) ແລະ ອົງການຮັບຮອງ Halal ຕວກກີ (HAK).

ບັນດາຂໍ້ຕົກລົງດັ່ງກ່າວສ້າງພື້ນຖານໃຫ້ແກ່ການຮ່ວມມືດ້ານມາດຕະຖານ, ການວັດແທກ ແລະ ການປະເມີນຄວາມສອດຄ່ອງ, ມຸ່ງສູ່ການປະສານມາດຕະຖານໃຫ້ສອດຄ່ອງກັນ ແລະ ການຮັບຮູ້ຜົນການຮັບຮອງ Halal ເຊິ່ງກັນ ແລະ ກັນ, ຜ່ານນັ້ນສ້າງຄວາມສະດວກໃຫ້ສິນຄ້າຫວຽດນາມເຂົ້າເຖິງບັນດາຕະຫຼາດອິດສະລາມ.

ນອກຂອບເຂດກອງປະຊຸມ, ທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີ ໄດ້ໄປຢ້ຽມຊົມບັນດາຮ້ານວາງສະແດງຂອງວິສາຫະກິດຫວຽດນາມ ໃນງານວາງສະແດງ Halal OIC Istanbul, ພ້ອມທັງຮັບຮູ້ຄວາມພະຍາຍາມໃນການແນະນຳຜະລິດຕະພັນ ແລະ ຍີ່ຫໍ້ຫວຽດນາມໃຫ້ແກ່ລູກຄ້າ ແລະ ຄູ່ຮ່ວມມືສາກົນ.

ທ່ານນາງຮອງລັດຖະມົນຕີໄດ້ຊຸກຍູ້ໃຫ້ບັນດາວິສາຫະກິດສືບຕໍ່ຍົກສູງຄຸນນະພາບຜະລິດຕະພັນ, ຕອບສະໜອງມາດຕະຖານ Halal ສາກົນ, ເຊື່ອມໂຍງກັບຜູ້ນຳເຂົ້າ ແລະ ຊອກຫາໂອກາດນຳສິນຄ້າຫວຽດນາມເຂົ້າສູ່ຕະຫຼາດ Halal ທົ່ວໂລກ.

ກ່ອນໜ້ານັ້ນ, ໃນເວທີປາໄສການຄ້າ ແລະ ການລົງທຶນ ຫວຽດນາມ - ຕວກກີ, ທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີ ໄດ້ເນັ້ນໜັກວ່າ ທ່າແຮງການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດຍັງມີຫຼາຍ. ຫວຽດນາມຍິນດີຕ້ອນຮັບ ແລະ ສ້າງເງື່ອນໄຂອັນສະດວກໃຫ້ວິສາຫະກິດຕວກກີເຂົ້າມາລົງທຶນ ແລະ ດຳເນີນທຸລະກິດ, ພ້ອມທັງຊຸກຍູ້ໃຫ້ວິສາຫະກິດສອງປະເທດຂຸດຄົ້ນບັນດາຈຸດແຂງທີ່ສາມາດເສີມຊ່ວຍກັນໄດ້.

ໃນການຢ້ຽມຢາມຄັ້ງນີ້, ທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີ ຍັງໄດ້ພົບປະເຮັດວຽກກັບທ່ານ Davut Gul, ຜູ້ວ່າການນະຄອນອິສຕັນບູລ ແລະ ທ່ານ Mustafa Tuzcu, ຮອງລັດຖະມົນຕີການຄ້າຕວກກີ.

ໃນບັນດາການພົບປະ, ທ່ານນາງຮອງລັດຖະມົນຕີໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ປັບປຸງຂອບການຮ່ວມມືສອງຝ່າຍໃຫ້ສົມບູນ, ສ້າງຄວາມສະດວກໃຫ້ສິນຄ້າຂອງແຕ່ລະຝ່າຍເຂົ້າເຖິງຕະຫຼາດຂອງກັນ ແລະ ກັນ ແລະ ສະເໜີໃຫ້ຕວກກີຮັບຮອງສະຖານະເສດຖະກິດຕະຫຼາດໃຫ້ແກ່ຫວຽດນາມໂດຍໄວ.

ທ່ານຜູ້ວ່າການນະຄອນອິສຕັນບູລ ແລະ ທ່ານຮອງລັດຖະມົນຕີການຄ້າຕວກກີ ໄດ້ຕີລາຄາສູງທ່າແຮງການຮ່ວມມືກັບຫວຽດນາມ, ພ້ອມທັງສະແດງຄວາມປາຖະໜາໃນການເຊື່ອມໂຍງບັນດາທ້ອງຖິ່ນ, ອົງການ ແລະ ວິສາຫະກິດຂອງສອງປະເທດ.

ສອງຝ່າຍເຫັນດີມອບໝາຍໃຫ້ບັນດາອົງການທີ່ກ່ຽວຂ້ອງສຶກສາຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງສາຍພົວພັນເມືອງແຮກສ່ຽວລະຫວ່າງນະຄອນອິສຕັນບູລ ແລະ ບັນດາທ້ອງຖິ່ນຂອງຫວຽດນາມ.

ການນຳຝ່າຍຕວກກີຍັງໄດ້ສະແດງຄວາມພ້ອມໃນການສະໜັບສະໜູນການແລກປ່ຽນຂໍ້ມູນ, ສົ່ງເສີມການຮ່ວມມື, ເຊື່ອມໂຍງວິສາຫະກິດ ແລະ ການແລກປ່ຽນລະຫວ່າງນະຄອນອິສຕັນບູລ, ຕວກກີ ກັບຫວຽດນາມ, ໂດຍສະເພາະໃນບັນດາຂົງເຂດການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ.

​ເອກ​ອັກຄະ​ລັດຖະທູດ ຕວກກີ ເຂົ້າຢ້ຽມຂ່ຳນັບທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ເອກ​ອັກຄະ​ລັດຖະທູດ ຕວກກີ ເຂົ້າຢ້ຽມຂ່ຳນັບທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ
ຍສໝ - ຕອນ​ບ່າຍ​ວັນ​ທີ 7 ມັງກອນ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ຟ່ານແອງເຊີນ ​ໄດ້ມີການຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ ຕວກກີ ປະຈຳ ຫວຽດນາມ, ທ່ານ Korhan Kemik.
ວິສາຫະກິດປ້ອງກັນຊາດ ຕວກກີ ປາດຖະໜາຢາກຂະຫຍາຍການຮ່ວມມືກັບ ຫວຽດນາມ ວິສາຫະກິດປ້ອງກັນຊາດ ຕວກກີ ປາດຖະໜາຢາກຂະຫຍາຍການຮ່ວມມືກັບ ຫວຽດນາມ
ຍສມ - ຜູ້ນຳກຸ່ມບໍລິສັດ MKE ແລະ Aselsan ຂອງ ຕວກກີ ປາດຖະໜາຢາກຂະຫຍາຍການຮ່ວມມືກັບບັນດາວິສາຫະກິດປ້ອງກັນຊາດ ຫວຽດນາມ ໃນຂົງເຂດທີ່ມີທ່າແຮງ ແລະ ມີລັກສະນະຍຸດທະສາດໃນຕໍ່ໜ້າ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ