| APEC 2027 ສ້າງໂອກາດຍົກສູງຄວາມສາມາດຂອງພະນັກງານດ້ານການເຊື່ອມເຂົ້າກັບສາກົນຂອງຫວຽດນາມ IMF ປາຖະໜາເຂົ້າຮ່ວມບັນດາກິດຈະກຳ APEC 2027 |
ໃນປີ 2027, ຫວຽດນາມຈະເປັນເຈົ້າພາບເວທີປາໄສການຮ່ວມມືທາງເສດຖະກິດອາຊີ - ປາຊີຟິກ (APEC) ເປັນຄັ້ງທີສາມ. ນີ້ແມ່ນໂອກາດໃຫ້ຫວຽດນາມສົ່ງເສີມປະສົບການໃນການເຊື່ອມໂຍງເສດຖະກິດສາກົນ, ຊຸກຍູ້ການຮ່ວມມືລະຫວ່າງບັນດາເສດຖະກິດທີ່ມີລະດັບການພັດທະນາ ແລະ ບຸລິມະສິດແຕກຕ່າງກັນ.
ໃນສະພາບການທີ່ວິສາຫະກິດກຳລັງຊອກຫາວິທີຫຼາກຫຼາຍແຫຼ່ງສະໜອງ ແລະ ຕະຫຼາດ, ສອງທິດທາງການຮ່ວມມືທີ່ໄດ້ຮັບການປະເມີນວ່າສາມາດສ້າງຄວາມເຫັນດີຮ່ວມກັນໄດ້ ແມ່ນການແລກປ່ຽນເອກະສານອີເລັກໂຕຣນິກ ແລະ ການເຊື່ອມໂຍງຜູ້ສະໜອງກັບເຄືອຂ່າຍການຜະລິດ ແລະ ຈຳໜ່າຍໃນພາກພື້ນ.
ຈາກການເປັນເຈົ້າພາບສອງຄັ້ງກ່ອນ, ຫວຽດນາມໄດ້ສະສົມປະສົບການໃນການນຳເອົາບັນດາບຸລິມະສິດຮ່ວມຂອງ APEC ເຂົ້າສູ່ແຜນງານປະຕິບັດງານທີ່ເປັນຮູບປະທຳ.
ໃນກອງປະຊຸມ APEC ປີ 2006 ຢູ່ຮ່າໂນ້ຍ, ບັນດາເສດຖະກິດສະມາຊິກໄດ້ຮັບຮອງແຜນການປະຕິບັດເປົ້າໝາຍການອຳນວຍຄວາມສະດວກດ້ານການຄ້າ, ດ້ວຍບັນດາມາດຕະການ ແລະ ໄລຍະເວລາປະຕິບັດທີ່ຊັດເຈນ. ມາຮອດປີ 2017, ຢູ່ດ່ານັງ, ແຜນງານການຮ່ວມມືໄດ້ຂະຫຍາຍໄປສູ່ການພັດທະນາທີ່ກວມລວມທຸກພາກສ່ວນ ແລະ ການຝຶກອົບຮົມຊັບພະຍາກອນມະນຸດໃນຍຸກດິຈິຕອນ.
ຕາມທ່ານນາງ Julie Nguyen, ຫົວໜ້າຂໍ້ລິເລີ່ມ Canada - ASEAN ຂອງສູນຄົ້ນຄວ້າອາຊີ, ມະຫາວິທະຍາໄລ York (Canada), ບັນດາການປະກອບສ່ວນຂອງຫວຽດນາມໃນການອຳນວຍຄວາມສະດວກດ້ານທຸລະກິດ ແລະ ການສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ກາງ ສະແດງໃຫ້ເຫັນເຖິງຄວາມສາມາດໃນການຊຸກຍູ້ການເຈລະຈາລະຫວ່າງບັນດາເສດຖະກິດທີ່ມີລະດັບການພັດທະນາແຕກຕ່າງກັນ.
ທ່ານນາງ Christine Nakamura, ຮອງປະທານຮັບຜິດຊອບຫ້ອງການພາກກາງ Canada ຂອງມູນນິທິອາຊີ - ປາຊີຟິກ Canada, ເຫັນວ່າ ຫວຽດນາມສາມາດນຳໃຊ້ປະສົບການຈາກການເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP) ເພື່ອຊຸກຍູ້ການຮ່ວມມືໃນ APEC.
ທ່ານນາງ Christine Nakamura ໄດ້ລະບຸສາມຂົງເຂດທີ່ຫວຽດນາມສາມາດສືບຕໍ່ປະກອບສ່ວນ ຄື ການຄ້າດິຈິຕອນ, ການປະຕິຮູບໂຄງສ້າງ ແລະ ການຍົກສູງຄວາມສາມາດຮັບມືຂອງຕ່ອງໂສ້ສະໜອງ.
ຕາມທ່ານນາງ, ຫົວຂໍ້ APEC 2027 ກ່ຽວກັບການເຊື່ອມໂຍງ, ການສ້າງບັນດາເສດຖະກິດທີ່ກວມລວມທຸກພາກສ່ວນ ແລະ ມີຄວາມສາມາດຮັບມື ຈະສ້າງເງື່ອນໄຂໃຫ້ບັນດາສະມາຊິກຊອກຫາຈຸດຮ່ວມ ໃນສະພາບການທີ່ເສດຖະກິດໂລກມີການແບ່ງແຍກເປັນສ່ວນໆນັບມື້ນັບຫຼາຍຂຶ້ນ.
![]() |
| ແຂວງອານຢາງ ກຳລັງດຳເນີນການກໍ່ສ້າງ ແລະ ຍົກລະດັບບັນດາໂຄງການສຳຄັນຫຼາຍແຫ່ງ ເພື່ອຮັບໃຊ້ສັບປະດາກອງປະຊຸມຂັ້ນສູງ APEC 2027 ຢູ່ເຂດພິເສດຝູກວກ. ໃນພາບ: ພາບຈຳລອງໂຄງການສູນລວມອະເນກປະສົງ APEC. |
ສົ່ງເສີມປະສົບການຈາກ CPTPP ແລະ RCEP
ປັດຈຸບັນ, ຫວຽດນາມແມ່ນໜຶ່ງໃນເຈັດເສດຖະກິດ APEC ທີ່ເຂົ້າຮ່ວມທັງ CPTPP ແລະ RCEP, ຄຽງຄູ່ກັບ Australia, Brunei, ຍີ່ປຸ່ນ, Malaysia, New Zealand ແລະ Singapore.
ໃນຂະນະດຽວກັນ, ບາງເສດຖະກິດ APEC ເຂົ້າຮ່ວມພຽງແຕ່ໜຶ່ງໃນສອງສັນຍາ, ເຊັ່ນ Canada ເປັນສະມາຊິກ CPTPP, ຈີນ ແລະ ເກົາຫຼີໃຕ້ ເຂົ້າຮ່ວມ RCEP, ສ່ວນສະຫະລັດອາເມລິກາບໍ່ໄດ້ເຂົ້າຮ່ວມທັງສອງກອບການຮ່ວມມືນີ້.
ດ້ວຍລັກສະນະການດຳເນີນງານບົນຫຼັກການເຫັນດີຮ່ວມກັນ ແລະ ການຮ່ວມມືໂດຍສະໝັກໃຈ, APEC ສ້າງເງື່ອນໄຂໃຫ້ບັນດາເສດຖະກິດແບ່ງປັນປະສົບການໃນການປະຕິບັດບັນດາສັນຍາການຄ້າ, ເຖິງແມ່ນວ່າບໍ່ໄດ້ເຂົ້າຮ່ວມກອບການຮ່ວມມືດຽວກັນກໍຕາມ.
ທ່ານນາງ Julie Nguyen ປະເມີນວ່າ ການພົວພັນທາງເສດຖະກິດທີ່ເປີດກວ້າງກັບຄູ່ຮ່ວມມືໃຫຍ່ຫຼາຍຝ່າຍ, ພ້ອມກັບປະສົບການໃນການເຂົ້າຮ່ວມບັນດາກົນໄກຮ່ວມມືລະດັບພາກພື້ນ, ຊ່ວຍໃຫ້ຫວຽດນາມມີເງື່ອນໄຂເພີ່ມເຕີມໃນການຊຸກຍູ້ການເຈລະຈາ ແລະ ຊອກຫາຜົນປະໂຫຍດຮ່ວມລະຫວ່າງບັນດາສະມາຊິກ.
ຂົງເຂດໜຶ່ງທີ່ສາມາດດຳເນີນການຮ່ວມມືຢ່າງເປັນຮູບປະທຳໄດ້ແມ່ນການຄ້າດິຈິຕອນ, ໂດຍເລີ່ມຈາກການຫຼຸດຄວາມສັບຊ້ອນຂອງຂັ້ນຕອນ ແລະ ຫຼຸດຜ່ອນສະພາບທີ່ວິສາຫະກິດຕ້ອງແຈ້ງຂໍ້ມູນດຽວກັນຫຼາຍຄັ້ງ.
ປັດຈຸບັນ, ຄວາມແຕກຕ່າງດ້ານແບບຟອມ ແລະ ຮູບແບບຂໍ້ມູນລະຫວ່າງລະບົບພາສີຂອງບັນດາເສດຖະກິດ ເຮັດໃຫ້ວິສາຫະກິດອາດຕ້ອງແຈ້ງຂໍ້ມູນຫຼາຍຄັ້ງສຳລັບສິນຄ້າຊຸດດຽວກັນ, ເຖິງແມ່ນວ່າຂໍ້ມູນສ່ວນໃຫຍ່ໄດ້ຖືກສະໜອງໄປກ່ອນແລ້ວກໍຕາມ.
ເພື່ອແກ້ໄຂບັນຫານີ້, ບັນດາເສດຖະກິດທີ່ມີຄວາມຕ້ອງການຮ່ວມມືສາມາດເລີ່ມຈາກການປຽບທຽບບັນດາລາຍການຂໍ້ມູນທີ່ຕ້ອງແຈ້ງ, ແບ່ງປັນວິທີການຢັ້ງຢືນເອກະສານອີເລັກໂຕຣນິກ ແລະ ທົດລອງແລກປ່ຽນເອກະສານປະເພດໃດໜຶ່ງໂດຍສະເພາະ.
ແນວໃດກໍຕາມ, ການນຳໃຊ້ເຕັກໂນໂລຊີຕ້ອງດຳເນີນຄຽງຄູ່ກັບການປະຕິຮູບຂັ້ນຕອນບໍລິຫານ. ບັນດາອົງການຄຸ້ມຄອງຈຳເປັນຕ້ອງສ້າງຂະບວນການຮັບ, ກວດກາ ແລະ ຮັບຮອງເອກະສານທີ່ເໝາະສົມ, ຮັບປະກັນໃຫ້ຂໍ້ມູນທີ່ໄດ້ແຈ້ງແລ້ວສາມາດນຳໄປໃຊ້ໃນຂັ້ນຕອນຕໍ່ໄປໄດ້.
ປະສິດທິຜົນຂອງບັນດາແຜນງານທົດລອງສາມາດປະເມີນໄດ້ຜ່ານບັນດາຕົວຊີ້ວັດທີ່ເປັນຮູບປະທຳ ເຊັ່ນ ໄລຍະເວລາດຳເນີນການເອກະສານ ແລະ ຈຳນວນຄັ້ງທີ່ວິສາຫະກິດຕ້ອງແຈ້ງຂໍ້ມູນຄືນໃໝ່.
ເຊື່ອມໂຍງວິສາຫະກິດເຂົ້າສູ່ຕ່ອງໂສ້ສະໜອງ
ນອກຈາກການຄ້າດິຈິຕອນແລ້ວ, ການເຊື່ອມໂຍງຕ່ອງໂສ້ສະໜອງຍັງຖືກມອງວ່າເປັນຂົງເຂດທີ່ຫວຽດນາມສາມາດປະກອບສ່ວນຢ່າງເປັນຮູບປະທຳໃນ APEC 2027.
ຕາມທ່ານນາງ Julie Nguyen, ຫວຽດນາມສາມາດນຳໃຊ້ທີ່ຕັ້ງຂອງຕົນໃນເຄືອຂ່າຍການຜະລິດອາຊີ ເພື່ອເຊື່ອມໂຍງບັນດາຜູ້ສະໜອງ, ຜູ້ຜະລິດ ແລະ ຕະຫຼາດບໍລິໂພກ.
ໃນລະດັບວິສາຫະກິດ, ການຫຼາກຫຼາຍແຫຼ່ງສະໜອງບໍ່ແມ່ນພຽງແຕ່ການຊອກຫາຄູ່ຮ່ວມມືເພີ່ມເຕີມເທົ່ານັ້ນ. ຝ່າຍຜູ້ຊື້ຈຳເປັນຕ້ອງມີຂໍ້ມູນທີ່ຊັດເຈນກ່ຽວກັບຄວາມສາມາດຕອບສະໜອງມາດຕະຖານດ້ານເຕັກນິກ, ປະລິມານການຜະລິດ ແລະ ກຳນົດເວລາສົ່ງມອບສິນຄ້າຂອງຜູ້ສະໜອງແຕ່ລະລາຍ.
ໃນທາງກັບກັນ, ບັນດາວິສາຫະກິດຂະໜາດນ້ອຍທີ່ຕ້ອງການເຂົ້າຮ່ວມຕ່ອງໂສ້ສະໜອງ ຕ້ອງເຂົ້າໃຈຢ່າງຈະແຈ້ງເຖິງຂໍ້ກຳນົດຂອງລູກຄ້າກ່ຽວກັບຄຸນນະພາບຜະລິດຕະພັນ, ການກວດສອບທີ່ມາຂອງສິນຄ້າ ແລະ ຄວາມສາມາດດ້ານການຜະລິດ.
ນີ້ແມ່ນບັນດາເນື້ອໃນທີ່ສະມາຄົມຂະແໜງສິນຄ້າ ແລະ ແຜນງານສະໜັບສະໜູນວິສາຫະກິດສາມາດເຂົ້າຮ່ວມແກ້ໄຂໄດ້, ນັບແຕ່ການສະໜອງຂໍ້ມູນກ່ຽວກັບຄວາມຕ້ອງການຊື້ສິນຄ້າ ຈົນເຖິງການແນະນຳວິສາຫະກິດໃຫ້ກະກຽມເອກະສານສະແດງຄວາມສາມາດເພື່ອຕອບສະໜອງຂໍ້ກຳນົດຂອງຄູ່ຮ່ວມມື.
ການຮ່ວມມືດ້ານການຄ້າດິຈິຕອນ ແລະ ການເຊື່ອມໂຍງຜູ້ສະໜອງຍັງສາມາດສະໜັບສະໜູນເຊິ່ງກັນ ແລະ ກັນ. ໃນຂະນະທີ່ບັນດາແຜນງານເຊື່ອມໂຍງຕາມຂະແໜງການຊ່ວຍໃຫ້ວິສາຫະກິດຊອກຫາຄູ່ຮ່ວມມືທີ່ເໝາະສົມໄດ້, ການແລກປ່ຽນເອກະສານອີເລັກໂຕຣນິກທີ່ສະດວກຂຶ້ນກໍຈະປະກອບສ່ວນຫຼຸດຜ່ອນຂັ້ນຕອນເມື່ອບັນດາຝ່າຍດຳເນີນທຸລະກຳ.
ໃນ APEC 2027 ຢູ່ຝູກວກ, ຫວຽດນາມສາມາດນຳໃຊ້ປະສົບການປະສານງານຈາກການເປັນເຈົ້າພາບສອງຄັ້ງຢູ່ຮ່າໂນ້ຍ ແລະ ດ່ານັງ ເພື່ອເຊື່ອມໂຍງບັນດາເສດຖະກິດທີ່ມີຄວາມພ້ອມເຂົ້າຮ່ວມແຜນງານທົດລອງ.
ໂຄງການທົດລອງແລກປ່ຽນເອກະສານອີເລັກໂຕຣນິກ ຫຼື ແຜນງານເຊື່ອມໂຍງຜູ້ສະໜອງຕາມຂະແໜງການ ສາມາດສ້າງພື້ນຖານທາງພາກປະຕິບັດໃຫ້ບັນດາເສດຖະກິດອື່ນສຶກສາ ແລະ ຂະຫຍາຍການເຂົ້າຮ່ວມ.
ຕາມບັນດາຊ່ຽວຊານ, ປະສິດທິຜົນຂອງບົດບາດເຊື່ອມໂຍງຂອງຫວຽດນາມໃນ APEC 2027 ຈຳເປັນຕ້ອງສະແດງອອກຜ່ານຜົນປະໂຫຍດທີ່ເປັນຮູບປະທຳຕໍ່ວິສາຫະກິດ ເຊັ່ນ ການຫຼຸດຈຳນວນຄັ້ງຂອງການແຈ້ງຂໍ້ມູນ, ການຫຼຸດໄລຍະເວລາດຳເນີນການເອກະສານ ແລະ ການຂະຫຍາຍຄວາມສາມາດໃນການຊອກຫາຜູ້ສະໜອງທີ່ຕອບສະໜອງຂໍ້ກຳນົດ.
ຍສໝ - ໃນກອງປະຊຸມລັດຖະມົນຕີການເງິນ APEC ຄັ້ງທີ 33 ທີ່ຈັດຂຶ້ນແຕ່ວັນທີ 20-21/10 ຢູ່ຮົງກົງ (ຈີນ), ຫວຽດນາມໄດ້ຮັບບົດບາດເປັນປະທານຂະບວນການລັດຖະມົນຕີການເງິນ APEC ປີ 2027 ຢ່າງເປັນທາງການ, ພ້ອມທັງສະເໜີ 4 ຫົວຂໍ້ບູລິມະສິດດ້ານການຮ່ວມມື ແລະ ໄດ້ຮັບຄວາມເຫັນດີຢ່າງສູງຈາກບັນດາເສດຖະກິດສະມາຊິກ. |
ຍສໝ - ໃນສະພາບການທີ່ເສດຖະກິດໂລກນັບມື້ນັບໄດ້ຮັບຜົນກະທົບຈາກການແຂ່ງຂັນດ້ານເຕັກໂນໂລຊີ, ມາດຕະການປົກປ້ອງຕະຫຼາດ ແລະ ຄວາມຕ້ອງການຮັບປະກັນຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງ, ເວທີຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ກຳລັງຢືນຢູ່ຕໍ່ໜ້າຄວາມຈຳເປັນໃນການປັບປ່ຽນແນວທາງຈາກການຊຸກຍູ້ການຄ້າເສລີ ໄປສູ່ການເພີ່ມທະວີຄວາມສາມາດເພິ່ງພາຕົນເອງ. ການເປັນເຈົ້າພາບ APEC 2027 ໄດ້ສ້າງໂອກາດໃຫ້ຫວຽດນາມສົ່ງເສີມບົດບາດການເຊື່ອມໂຍງ, ຍົກສູງຖານະຂອງຕົນໃນບັນດາຕ່ອງໂສ້ການສະໜອງຂອງພາກພື້ນ ແລະ ໂລກ. |
ມິງດຶກ
