ສິນຄ້າຫວຽດນາມຊອກຫາໂອກາດເຂົ້າສູ່ຕະຫຼາດບຸນກາຣີ

14:11 | 18/11/2026

ຍສໝ - ແຕ່ວັນທີ 11-14 ພະຈິກ, ສະຖານທູດຫວຽດນາມ ແລະ ຫ້ອງການການຄ້າຫວຽດນາມປະຈຳບຸນກາຣີ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າສາກົນ Interfood & Drink 2026 ຢູ່ນະຄອນຫຼວງ Sofia, ແນະນຳບັນດາຜະລິດຕະພັນອາຫານ ແລະ ເຄື່ອງດື່ມຂອງຫວຽດນາມໃຫ້ແກ່ບັນດາຜູ້ນຳເຂົ້າ ແລະ ຜູ້ຈັດຈຳໜ່າຍ, ເພື່ອມຸ່ງໄປສູ່ການຂະຫຍາຍຕະຫຼາດຢູ່ບຸນກາຣີ ແລະ ພາກພື້ນເອີຣົບຕາເວັນອອກສຽງໃຕ້.

ຫວຽດນາມ - ບຸນກາຣີ ຂະຫຍາຍການຮ່ວມມືກະສິກຳຢ່າງເປັນຮູບປະທຳ ເຊື່ອມໂຍງວິສາຫະກິດ, ຊຸກຍູ້ການຮ່ວມມືຫວຽດນາມ - ບຸນກາຣີ

ງານວາງສະແດງດັ່ງກ່າວຈັດຂຶ້ນຢູ່ສູນວາງສະແດງ Inter Expo Center, ໂດຍມີວິສາຫະກິດ ແລະ ຍີ່ຫໍ້ສາກົນຈຳນວນຫຼວງຫຼາຍເຂົ້າຮ່ວມ.

ໃນງານດັ່ງກ່າວ, ສະຖານທູດຫວຽດນາມໄດ້ປະສານສົມທົບກັບຫ້ອງການການຄ້າຫວຽດນາມປະຈຳບຸນກາຣີ ຈັດຕັ້ງ 2 ຮ້ານວາງສະແດງ ເພື່ອແນະນຳບັນດາຜະລິດຕະພັນທີ່ເປັນເອກະລັກຂອງຫວຽດນາມ ເຊັ່ນ ກາເຟ, ຊາ, ນ້ຳໝາກໄມ້, ຂະໜົມພື້ນເມືອງ ແລະ ອາຫານເສີມເພື່ອສຸຂະພາບທີ່ມີແຫຼ່ງກຳເນີດຈາກທຳມະຊາດ.

ສິນຄ້າຫວຽດນາມຊອກຫາໂອກາດເຂົ້າສູ່ຕະຫຼາດບຸນກາຣີ
ທ່ານ Christo Polendakov, ຮອງລັດຖະມົນຕີການຕ່າງປະເທດບຸນກາຣີ ຢ້ຽມຊົມຮ້ານວາງສະແດງຂອງຫວຽດນາມພາຍໃນງານວາງສະແດງສິນຄ້າ.

ບັນດາຮ້ານວາງສະແດງໄດ້ສ້າງໂອກາດໃຫ້ຜະລິດຕະພັນຫວຽດນາມເຂົ້າເຖິງຜູ້ມາຢ້ຽມຊົມ, ວິສາຫະກິດນຳເຂົ້າ ແລະ ບັນດາຜູ້ຈັດຈຳໜ່າຍສາກົນ, ຜ່ານນັ້ນຊອກຫາຄູ່ຮ່ວມມື ແລະ ຂະຫຍາຍໂອກາດນຳສິນຄ້າເຂົ້າສູ່ຕະຫຼາດບຸນກາຣີ.

ໃນຂອບເຂດງານວາງສະແດງ, ທ່ານ Christo Polendakov, ຮອງລັດຖະມົນຕີການຕ່າງປະເທດບຸນກາຣີ ແລະ ທ່ານ Krum Nedelkov, ຮອງລັດຖະມົນຕີກະສິກຳ ແລະ ອາຫານບຸນກາຣີ ພ້ອມດ້ວຍຄະນະຜູ້ແທນ ໄດ້ມາຢ້ຽມຊົມຮ້ານວາງສະແດງຂອງຫວຽດນາມ.

ທ່ານຮອງລັດຖະມົນຕີທັງສອງໄດ້ຕີລາຄາສູງຕໍ່ຄວາມຫຼາກຫຼາຍຂອງບັນດາຜະລິດຕະພັນທີ່ນຳມາແນະນຳ, ນັບແຕ່ກາເຟ, ຊາ, ນ້ຳໝາກໄມ້ ໄປຈົນເຖິງຂະໜົມພື້ນເມືອງ ແລະ ອາຫານເສີມເພື່ອສຸຂະພາບທີ່ມີແຫຼ່ງກຳເນີດຈາກທຳມະຊາດ. ພ້ອມກັນນັ້ນ, ທ່ານທັງສອງຍັງຮັບຮູ້ເຖິງຄວາມໝາຍຂອງກິດຈະກຳນີ້ ໃນການເຊື່ອມຕໍ່ສິນຄ້າຫວຽດນາມກັບບັນດາວິສາຫະກິດນຳເຂົ້າ ແລະ ຈັດຈຳໜ່າຍຢູ່ບຸນກາຣີ.

Interfood & Drink 2026 ແມ່ນການຈັດງານຄັ້ງທີ 25. ງານນີ້ຈັດຂຶ້ນພ້ອມກັບ 4 ງານວາງສະແດງສະເພາະຂະແໜງ ກ່ຽວກັບຊີ້ນ, ນົມ, ເຂົ້າຈີ່ ແລະ ຂະໜົມອົບ, ເຫຼົ້າແວງ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ.

ຕາມຄະນະຈັດງານ, ກຸ່ມງານວາງສະແດງປີນີ້ໄດ້ດຶງດູດຫຼາຍກວ່າ 560 ຫົວໜ່ວຍຈາກ 21 ປະເທດເຂົ້າຮ່ວມໂດຍກົງ, ມີຫຼາຍກວ່າ 900 ຍີ່ຫໍ້ຖືກນຳມາແນະນຳຢູ່ 5 ຫ້ອງວາງສະແດງ.

ບັນດາກິດຈະກຳແນະນຳ, ວາງສະແດງ ແລະ ໃຫ້ທົດລອງຊິມຜະລິດຕະພັນ ໄດ້ສ້າງເງື່ອນໄຂໃຫ້ວິສາຫະກິດພົບປະລູກຄ້າ, ຕິດຕໍ່ໂດຍກົງກັບບັນດາຜູ້ນຳເຂົ້າ ແລະ ຜູ້ຈັດຈຳໜ່າຍ, ເພື່ອຊອກຫາໂອກາດຮ່ວມມືທາງທຸລະກິດ.

ນີ້ແມ່ນປີທີສອງຕິດຕໍ່ກັນທີ່ສະຖານທູດຫວຽດນາມໄດ້ເຂົ້າຮ່ວມກິດຈະກຳໂຄສະນາຜະລິດຕະພັນຢູ່ງານ Interfood & Drink.

ການຮັກສາການມີໜ້າຢູ່ໃນງານດັ່ງກ່າວ ແມ່ນສ່ວນໜຶ່ງຂອງບັນດາກິດຈະກຳສົ່ງເສີມການຄ້າຂອງສະຖານທູດ ແລະ ຫ້ອງການການຄ້າຫວຽດນາມປະຈຳບຸນກາຣີ, ແນໃສ່ຊອກຫາຄູ່ຮ່ວມມື, ຂະຫຍາຍໂອກາດນຳສິນຄ້າຫວຽດນາມເຂົ້າສູ່ລະບົບຈັດຈຳໜ່າຍຢູ່ບຸນກາຣີ ແລະ ພາກພື້ນເອີຣົບຕາເວັນອອກສຽງໃຕ້, ປະກອບສ່ວນຫັນການຮ່ວມມືດ້ານເສດຖະກິດໃຫ້ເປັນຮູບປະທຳ ໃນຂອບເຂດຄວາມສຳພັນຄູ່ຮ່ວມຍຸດທະສາດຫວຽດນາມ - ບຸນກາຣີ.

ຫວຽດນາມ - ບູນກາຣີ ເພີ່ມທະວີການຮ່ວມມືດ້ານກົດໝາຍ ແລະ ຕຸລາການ ຫວຽດນາມ - ບູນກາຣີ ເພີ່ມທະວີການຮ່ວມມືດ້ານກົດໝາຍ ແລະ ຕຸລາການ
ຍສໝ - ທ່ານນາງ ຫງວຽນ ທິ ມິງ ຫງວຽດ, ເອກອັກຄະລັດຖະທູດຫວຽດນາມ ປະຈຳບູນກາຣີ ໄດ້ພົບປະ ແລະ ເຮັດວຽກກັບທ່ານ Nikolay Naydenov, ລັດຖະມົນຕີກະຊວງຕຸລາການບູນກາຣີ ເພື່ອປຶກສາຫາລືມາດຕະການຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຕຸລາການລະຫວ່າງສອງປະເທດໃນໄລຍະໃໝ່.
ຫວຽດນາມ – ບູນກາຣີ ຂະຫຍາຍການຮ່ວມມືດ້ານການຄົ້ນຄວ້າການແພດ ແລະ ເພສັດຊະກຳ ຫວຽດນາມ – ບູນກາຣີ ຂະຫຍາຍການຮ່ວມມືດ້ານການຄົ້ນຄວ້າການແພດ ແລະ ເພສັດຊະກຳ
ຍສໝ - ທັງສອງຝ່າຍໄດ້ຕົກລົງຊຸກຍູ້ການຮ່ວມມືດ້ານການຝຶກອົບຮົມ, ການແລກປ່ຽນຄູ-ອາຈານ ແລະ ນັກສຶກສາ, ການຄົ້ນຄວ້າຮ່ວມກັນ, ພ້ອມທັງພັດທະນາບັນດາໂຄງການຮ່ວມມືໃນຂົງເຂດເພສັດຊະກຳ.

ດວງດີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ