ປັນຍາຊົນຫວຽດນາມຢູ່ອົດສະຕຣາລີ ເຊື່ອມໂຍງການຄົ້ນຄວ້າກະສິກຳກັບການຜະລິດ

09:18 | 26/11/2026

ຍສໝ - ວັນທີ 24/11, ຢູ່ມະຫາວິທະຍາໄລ Murdoch, ລັດອົດສະຕຣາລີຕາເວັນຕົກ, ບັນດານັກວິທະຍາສາດ, ຜູ້ຊ່ຽວຊານ ແລະ ວິສາຫະກິດຫວຽດນາມ - ອົດສະຕຣາລີ ໄດ້ເຂົ້າຮ່ວມກອງສຳມະນາກ່ຽວກັບນະວັດຕະກຳດ້ານກະສິກຳ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ, ໂດຍສຸມໃສ່ຊອກຫາໂອກາດຮ່ວມມືດ້ານການຄົ້ນຄວ້າ, ການຖ່າຍທອດເຕັກໂນໂລຊີ ແລະ ນຳຜົນການຄົ້ນຄວ້າທາງວິທະຍາສາດເຂົ້າສູ່ການຜະລິດຕົວຈິງ.

ຫວຽດນາມ - ອົດສະຕຣາລີ ຂະຫຍາຍການຮ່ວມມືດ້ານປ້ອງກັນຊາດ ອົດສະຕຣາລີຈັດສັນເງິນ 98,3 ລ້ານ AUD ເພື່ອຊ່ວຍເຫຼືອການພັດທະນາຫວຽດນາມ ໃນປີ 2026-2027

ກອງສຳມະນາເຊື່ອມໂຍງອົດສະຕຣາລີ - ຫວຽດນາມ 2026 ພາຍໃຕ້ຫົວຂໍ້ “ນະວັດຕະກຳດ້ານກະສິກຳ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ” ໄດ້ຈັດຂຶ້ນໂດຍການປະສານງານລະຫວ່າງສະມາຄົມປັນຍາຊົນ ແລະ ຜູ້ຊ່ຽວຊານຫວຽດນາມ - ອົດສະຕຣາລີ (VASEA), ສາຂາ VASEA ປະຈຳລັດອົດສະຕຣາລີຕາເວັນຕົກ, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Perth ແລະ ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ສັງກັດສະຖານທູດຫວຽດນາມປະຈຳອົດສະຕຣາລີ.

ລາຍການໄດ້ຮວບຮວມບັນດານັກວິທະຍາສາດ, ຜູ້ຊ່ຽວຊານ, ຜູ້ຕາງໜ້າອົງການຄຸ້ມຄອງ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດຂອງສອງປະເທດ ເພື່ອແລກປ່ຽນຄວາມຮູ້, ເຊື່ອມໂຍງບັນດາແຫຼ່ງຊັບພະຍາກອນການຄົ້ນຄວ້າ ແລະ ຊອກຫາວິທີແກ້ໄຂໃນການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີເຂົ້າໃນຂົງເຂດກະສິກຳ, ວິທະຍາສາດດ້ານອາຫານ ແລະ ການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.

ປັນຍາຊົນຫວຽດນາມຢູ່ອົດສະຕຣາລີ ເຊື່ອມໂຍງການຄົ້ນຄວ້າກະສິກຳກັບການຜະລິດ
ທ່ານ ຟ້າມ ຫາຍ ແອັງ, ກົງສຸນໃຫຍ່ຫວຽດນາມປະຈຳ Perth ກ່າວຄຳເຫັນໃນກອງສຳມະນາ. (ພາບ: ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Perth)

ຫັນຜົນການຄົ້ນຄວ້າທາງວິທະຍາສາດເປັນຜະລິດຕະພັນຮັບໃຊ້ຊາວກະສິກອນ

ກ່າວຄຳເຫັນໃນພິທີເປີດ, ທ່ານ ຟ້າມ ຫາຍ ແອັງ, ກົງສຸນໃຫຍ່ຫວຽດນາມປະຈຳ Perth ໄດ້ເນັ້ນໜັກວ່າ ການຢ້ຽມຢາມລະດັບລັດຂອງທ່ານ ໂຕ ເລິມ, ເລຂາໃຫຍ່ພັກ, ປະທານປະເທດ ຢູ່ອົດສະຕຣາລີ ໃນເດືອນ 8/2026 ໄດ້ສ້າງຂອບການຮ່ວມມືເພີ່ມຕື່ມລະຫວ່າງສອງປະເທດ.

ໃນການຢ້ຽມຢາມດັ່ງກ່າວ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງຍິ່ງຂຶ້ນ, ລົງນາມໃນບົດບັນທຶກຄວາມເຂົ້າໃຈສະບັບໃໝ່ວ່າດ້ວຍການຮ່ວມມືດ້ານກະສິກຳ ແລະ ຮັບຮອງຍຸດທະສາດການຮ່ວມມືຄົ້ນຄວ້າກັບສູນອົດສະຕຣາລີເພື່ອການຄົ້ນຄວ້າກະສິກຳສາກົນ ໄລຍະ 2026-2035.

ບົນພື້ນຖານບັນດາຂໍ້ຕົກລົງທີ່ບັນລຸໄດ້, ທ່ານ ຟ້າມ ຫາຍ ແອັງ, ກົງສຸນໃຫຍ່ ໄດ້ສະເໜີໃຫ້ບັນດາຝ່າຍສຸມໃສ່ຫັນບັນດາຂອບການຮ່ວມມືໃຫ້ກາຍເປັນໂຄງການ, ຜະລິດຕະພັນ ແລະ ຜົນປະໂຫຍດທີ່ເປັນຮູບປະທຳສຳລັບຊາວກະສິກອນ ແລະ ຜູ້ບໍລິໂພກ.

ຕາມທ່ານ ຟ້າມ ຫາຍ ແອັງ ແລ້ວ, ຫວຽດນາມ ແລະ ລັດອົດສະຕຣາລີຕາເວັນຕົກ ມີຈຸດແຂງຫຼາຍດ້ານທີ່ສາມາດເສີມຊ່ວຍກັນໃນການພັດທະນາເສດຖະກິດ, ຂະນະດຽວກັນກໍປະເຊີນກັບບັນດາສິ່ງທ້າທາຍຮ່ວມກັນກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ. ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຈະມີບົດບາດສຳຄັນໃນການຊອກຫາວິທີແກ້ໄຂບັນດາບັນຫາເຫຼົ່ານີ້.

ໂດຍກ່າວເຖິງບັນດານະໂຍບາຍຂອງຫວຽດນາມກ່ຽວກັບວຽກງານຊາວຫວຽດນາມໃນຕ່າງປະເທດ ແລະ ການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ທ່ານກົງສຸນໃຫຍ່ໄດ້ປະເມີນວ່າ ບັນດານັກວິທະຍາສາດຂອງ VASEA ເປັນຂົວເຊື່ອມໂຍງຄວາມຮູ້ລະຫວ່າງສອງປະເທດ, ພ້ອມທັງຢືນຢັນວ່າ ສະຖານກົງສຸນໃຫຍ່ພ້ອມສະໜັບສະໜູນບັນດາກິດຈະກຳເຊື່ອມໂຍງການຮ່ວມມື.

ກ່າວຄຳເຫັນໃນກອງສຳມະນາ, ທ່ານ Sam Oakden, ຜູ້ອຳນວຍການບໍລິຫານ ສັງກັດກະຊວງອຸດສາຫະກຳຂັ້ນຕົ້ນ ແລະ ການພັດທະນາພາກພື້ນຂອງລັດອົດສະຕຣາລີຕາເວັນຕົກ ເຫັນວ່າ ການຄົ້ນຄວ້າ ແລະ ນະວັດຕະກຳ ເປັນປັດໄຈສຳຄັນໃນການສ້າງລະບົບສະບຽງອາຫານທີ່ຍືນຍົງ.

ຕາມທ່ານ Sam Oakden ແລ້ວ, ອົດສະຕຣາລີ ແລະ ຫວຽດນາມ ມີຫຼາຍຈຸດຄ້າຍຄື ແລະ ຈຸດແຂງທີ່ສາມາດເສີມຊ່ວຍກັນໄດ້. ບັນດາຂໍ້ລິເລີ່ມເຊື່ອມໂຍງເຊັ່ນກອງສຳມະນາຄັ້ງນີ້ ສ້າງເງື່ອນໄຂໃຫ້ນັກວິທະຍາສາດ, ວິສາຫະກິດ ແລະ ອົງການຄຸ້ມຄອງ ໄດ້ແລກປ່ຽນແນວຄວາມຄິດ ແລະ ສ້າງຕັ້ງບັນດາໂຄງການຮ່ວມມືໄລຍະຍາວ.

ປອ. ເຈິ່ນ ດ່າວ ແອັງ ທຽນ, ປະທານຮ່ວມສາຂາ VASEA ປະຈຳລັດອົດສະຕຣາລີຕາເວັນຕົກ ໃຫ້ຮູ້ວ່າ ກອງສຳມະນາມຸ່ງເນັ້ນການເຊື່ອມໂຍງຊຸມຊົນນັກຄົ້ນຄວ້າ, ວິສາຫະກິດ ແລະ ອົງການຄຸ້ມຄອງຂອງສອງປະເທດ, ສົ່ງເສີມຈຸດແຂງຂອງແຕ່ລະຝ່າຍໃນການແກ້ໄຂບັນດາສິ່ງທ້າທາຍດ້ານກະສິກຳ, ການປ່ຽນແປງດິນຟ້າອາກາດ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ.

ຕາມ ປອ. ເຈິ່ນ ດ່າວ ແອັງ ທຽນ ແລ້ວ, ຜົນສຳເລັດຂອງກອງສຳມະນາຄວນສະແດງອອກຜ່ານບັນດາໂຄງການຄົ້ນຄວ້າຮ່ວມ, ສາຍພົວພັນການຮ່ວມມືທີ່ຍືນຍົງ ແລະ ຄຸນຄ່າຕົວຈິງທີ່ນຳມາໃຫ້ຊາວກະສິກອນ ແລະ ວິສາຫະກິດ, ແທນທີ່ຈະຢຸດຢູ່ພຽງແຕ່ຈຳນວນຜູ້ແທນ ຫຼື ບົດລາຍງານທາງວິທະຍາສາດ.

ເຊື່ອມໂຍງນັກວິທະຍາສາດ, ມະຫາວິທະຍາໄລ ແລະ ວິສາຫະກິດ

ລາຍການວິທະຍາສາດຂອງກອງສຳມະນາໄດ້ຈັດເປັນ 4 ພາກສ່ວນວິຊາການ, ໂດຍສຸມໃສ່ຂົງເຂດວິຊາກະສິກຳສາດ, ກະສິກຳທີ່ຍືນຍົງ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ; ເຕັກໂນໂລຊີຊີວະພາບພືດ, ວິທະຍາສາດດ້ານຈີໂນມ ແລະ ຊີວະວິທະຍາສັງເຄາະ; ວິທະຍາສາດດ້ານອາຫານ, ໂພຊະນາການ ແລະ ເຕັກໂນໂລຊີເກີດໃໝ່; ການຖ່າຍທອດຜົນການຄົ້ນຄວ້າ, ທຸລະກິດກະສິກຳ ແລະ ນະໂຍບາຍກະສິກຳ.

ກອງສຳມະນາມີບົດລາຍງານທາງວິທະຍາສາດ 12 ບົດ ຈາກບັນດານັກຄົ້ນຄວ້າທີ່ເຂົ້າຮ່ວມ ແລະ ວິທະຍາກອນຮັບເຊີນ 13 ທ່ານ ເຊິ່ງເປັນສາດສະດາຈານ ແລະ ຜູ້ຊ່ຽວຊານຈາກມະຫາວິທະຍາໄລ Curtin, ມະຫາວິທະຍາໄລ Murdoch, ມະຫາວິທະຍາໄລອົດສະຕຣາລີຕາເວັນຕົກ, ກະຊວງອຸດສາຫະກຳຂັ້ນຕົ້ນ ແລະ ການພັດທະນາພາກພື້ນຂອງລັດອົດສະຕຣາລີຕາເວັນຕົກ, ມະຫາວິທະຍາໄລເປີດນະຄອນໂຮ່ຈີມິນ ແລະ ສະຖາບັນກະສິກຳຫວຽດນາມ.

ຄຽງຄູ່ກັບບັນດາພາກສ່ວນແລກປ່ຽນວິຊາການ, ລາຍການຍັງໄດ້ຈັດກິດຈະກຳເຊື່ອມໂຍງວິສາຫະກິດ ແລະ ງານວາງສະແດງໂປສເຕີວິທະຍາສາດ 15 ແຜ່ນ. ຢູ່ທີ່ນີ້, ບັນດານັກຄົ້ນຄວ້າໄດ້ນຳສະເໜີຜົນການຄົ້ນຄວ້າ, ແລກປ່ຽນໂດຍກົງກັບວິສາຫະກິດກ່ຽວກັບຄວາມສາມາດໃນການນຳໃຊ້ເຕັກໂນໂລຊີ, ການຖ່າຍທອດຄວາມຮູ້ ແລະ ການພັດທະນາຜະລິດຕະພັນ.

ໜຶ່ງໃນເນື້ອໃນທີ່ໜ້າສົນໃຈແມ່ນການສົນທະນາພາຍໃຕ້ຫົວຂໍ້ “ສ້າງສາຍພົວພັນຄູ່ຮ່ວມມືອົດສະຕຣາລີ - ຫວຽດນາມ ເພື່ອນະວັດຕະກຳດ້ານກະສິກຳ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ”, ໂດຍມີ ຮສ. ເຢືອງ ທິ ຮົ່ງ ລຽນ ຈາກມະຫາວິທະຍາໄລ Curtin, ຫົວໜ້າຄະນະ ESG ແລະ ການພັດທະນາທີ່ຍືນຍົງ, ສະມາຊິກຄະນະບໍລິຫານ VASEA ເປັນຜູ້ດຳເນີນການສົນທະນາ.

ວິທະຍາກອນ 5 ທ່ານ ຈາກມະຫາວິທະຍາໄລ Murdoch, ມະຫາວິທະຍາໄລ Curtin, ມະຫາວິທະຍາໄລອົດສະຕຣາລີຕາເວັນຕົກ ແລະ ມະຫາວິທະຍາໄລເປີດນະຄອນໂຮ່ຈີມິນ ໄດ້ຮ່ວມກັນແລກປ່ຽນກ່ຽວກັບບັນດາວິທີແກ້ໄຂເພື່ອນຳຜົນການຄົ້ນຄວ້າຈາກຫ້ອງທົດລອງເຂົ້າສູ່ການຜະລິດ ແລະ ຊີວິດຕົວຈິງ.

ບັນດາເນື້ອໃນການສົນທະນາໄດ້ສຸມໃສ່ການຮ່ວມມືຄົ້ນຄວ້າ, ການຖ່າຍທອດເຕັກໂນໂລຊີ, ການຝຶກອົບຮົມຊັບພະຍາກອນມະນຸດ ແລະ ການສ້າງກົນໄກເຊື່ອມໂຍງລະຫວ່າງມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ກັບວິສາຫະກິດ.

ຜ່ານກອງສຳມະນາ, VASEA ສືບຕໍ່ສົ່ງເສີມບົດບາດໃນການເຊື່ອມໂຍງຊຸມຊົນປັນຍາຊົນ, ຜູ້ຊ່ຽວຊານ ແລະ ນັກຄົ້ນຄວ້າຫວຽດນາມຢູ່ອົດສະຕຣາລີ ກັບບັນດາຄູ່ຮ່ວມມືພາຍໃນປະເທດ, ສ້າງໂອກາດໃນການແບ່ງປັນຄວາມຮູ້ວິຊາການ, ສ້າງບັນດາທິດທາງການຄົ້ນຄວ້າຮ່ວມ ແລະ ນຳຜົນສຳເລັດທາງວິທະຍາສາດເຂົ້າສູ່ການປະຕິບັດຕົວຈິງ.

ສະມາຄົມປັນຍາຊົນ ແລະ ຜູ້ຊ່ຽວຊານຫວຽດນາມ - ອົດສະຕຣາລີ ສ້າງຕັ້ງຂຶ້ນໃນປີ 2023, ມີຄະນະບໍລິຫານປະກອບດ້ວຍສະມາຊິກ 8 ທ່ານ ທີ່ດຳເນີນກິດຈະກຳຢູ່ຫຼາຍລັດທົ່ວອົດສະຕຣາລີ. ສະເພາະສາຂາລັດອົດສະຕຣາລີຕາເວັນຕົກ ມີປະທານຮ່ວມ 2 ທ່ານ ແລະ ຮອງປະທານ 2 ທ່ານ, ໂດຍສຸມໃສ່ເຊື່ອມໂຍງຊຸມຊົນປັນຍາຊົນ ແລະ ຜູ້ຊ່ຽວຊານ, ພ້ອມທັງສະໜັບສະໜູນບັນດາກິດຈະກຳການຮ່ວມມືລະຫວ່າງລັດອົດສະຕຣາລີຕາເວັນຕົກ ແລະ ຫວຽດນາມ.

ຊຸດເສື້ອຍາວຫວຽດນາມປາກົດຕົວຕາມຖະໜົນໃນນະຄອນຊິດນີ, ອົດສະຕຣາລີ ຊຸດເສື້ອຍາວຫວຽດນາມປາກົດຕົວຕາມຖະໜົນໃນນະຄອນຊິດນີ, ອົດສະຕຣາລີ
ຍສໝ - ວັນທີ 17/10, ຊາວຫວຽດນາມຫຼາຍກວ່າ 20 ຄົນ ຈາກຫຼາຍຮຸ່ນອາຍຸ ໄດ້ເຂົ້າຮ່ວມຂະບວນແຫ່ຊຸດເສື້ອຍາວຢູ່ເຂດ Bankstown, ນະຄອນຊິດນີ (ອົດສະຕຣາລີ), ພາຍໃນຂອບງານບຸນ Viet Soul 3, ປະກອບສ່ວນແນະນຳວັດທະນະທຳຫວຽດນາມໃຫ້ແກ່ປະຊາຊົນທ້ອງຖິ່ນ.
ອາຫານຮ່າໂນ້ຍຜ່ານມຸມມອງຂອງສື່ມວນຊົນອົດສະຕຣາລີ ອາຫານຮ່າໂນ້ຍຜ່ານມຸມມອງຂອງສື່ມວນຊົນອົດສະຕຣາລີ
ຍສໝ - ຕາມໜັງສືພິມ The Sydney Morning Herald (ອົດສະຕຣາລີ), ຮ່າໂນ້ຍແມ່ນຈຸດໝາຍປາຍທາງທີ່ດຶງດູດໃຈສຳລັບນັກທ່ອງທ່ຽວທີ່ມັກຄົ້ນຫາອາຫານການກິນ. ນັບແຕ່ອາຫານຕາມທ້ອງຖະໜົນທີ່ຄຸ້ນເຄີຍ, ວັດທະນະທຳກາເຟ ຈົນເຖິງປະສົບການດ້ານອາຫານການກິນສະໄໝໃໝ່, ນະຄອນຫຼວງແຫ່ງນີ້ໄດ້ມອບໂອກາດຫຼາຍຢ່າງໃຫ້ນັກທ່ອງທ່ຽວໄດ້ຮຽນຮູ້ຊີວິດການເປັນຢູ່ ແລະ ເອກະລັກທາງວັດທະນະທຳຂອງຫວຽດນາມ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ