46 ປະເທດເຂົ້າຮ່ວມງານມະຫະກຳວັດທະນະທຳອາຫານສາກົນ ປີ 2026

20:47 | 23/11/2026

ຍສໝ - ຕອນເຊົ້າວັນທີ 22/11, ຢູ່ຮ່າໂນ້ຍ, ງານມະຫະກຳວັດທະນະທຳອາຫານສາກົນ ຄັ້ງທີ 14 ໄດ້ໄຂຂຶ້ນໂດຍມີເກືອບ 100 ຮ້ານວາງສະແດງຈາກ 46 ປະເທດ, ແນະນຳເອກະລັກອັນໂດດເດັ່ນຂອງອາຫານຫວຽດນາມ ແລະ ອາຫານໂລກ. ໃນຂອບເຂດງານດັ່ງກ່າວ, ຄະນະຈັດງານໄດ້ມອບເງິນ 1 ຕື້ດົງ ເພື່ອຊ່ວຍເຫຼືອ 5 ທ້ອງຖິ່ນ, ເຜີຍແຜ່ຈິດໃຈແຫ່ງການແບ່ງປັນຜ່ານກິດຈະກຳແລກປ່ຽນວັດທະນະທຳ.

ຫວຽດນາມ - ສ.ເກົາຫຼີ ຊອກຫາໂອກາດຮ່ວມຜະລິດ ແລະ ຈັດຈຳໜ່າຍຮູບເງົາໃນຕະຫຼາດສາກົນ ອາຫານຫວຽດນາມເຊື່ອມໂຍງມິດສະຫາຍສາກົນຢູ່ເວເນຊູເອລາ

ງານມະຫະກຳດັ່ງກ່າວແມ່ນກະຊວງການຕ່າງປະເທດເປັນເຈົ້າພາບຈັດຂຶ້ນຢູ່ເຂດຄະນະທູຕານຸທູດ ຫວ້ານຟຸກ, ຮ່າໂນ້ຍ, ພາຍໃຕ້ຫົວຂໍ້ “Beyond Flavors – ເໜືອກວ່າລົດຊາດ”. ງານດຳເນີນໄປໃນສອງວັນ ຄື 21-22/11, ກ່ອນວັນວັດທະນະທຳຫວຽດນາມ (24/11), ໂດຍມີການເຂົ້າຮ່ວມຂອງບັນດາອົງການ, ການຈັດຕັ້ງ, ວິສາຫະກິດ ແລະ ຫົວໜ່ວຍຈາກ 11 ແຂວງ, ນະຄອນຂອງຫວຽດນາມ.

ເຂົ້າຮ່ວມພິທີເປີດມີທ່ານນາງ ໂງ ເຟືອງ ລີ, ພັນລະຍາຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່ພັກ, ປະທານປະເທດ; ທ່ານ ເລ ຮວ່າຍ ຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັນລະຍາ ທ່ານນາງ ເລ ຫງວຽດ ແອັງ; ທ່ານນາງ ເລ ທິ ຖຸຍ, ກຳມະການສູນກາງພັກ, ຮອງປະທານຄະນະກຳມະການສູນກາງແນວໂຮມປິຕຸພູມຫວຽດນາມ, ປະທານສະຫະພັນແມ່ຍິງຫວຽດນາມ.

ພ້ອມກັນນັ້ນ ຍັງມີຜູ້ຕາງໜ້າຄະນະນຳບັນດາອົງການສູນກາງ ແລະ ທ້ອງຖິ່ນ; ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າສຳນັກງານຜູ້ຕາງໜ້າການທູດ, ອົງການສາກົນ, ບັນດາພັນລະຍາ, ສາມີ ແລະ ມິດສະຫາຍສາກົນຈຳນວນຫຼວງຫຼາຍເຂົ້າຮ່ວມ.

46 ປະເທດເຂົ້າຮ່ວມງານມະຫະກຳວັດທະນະທຳອາຫານສາກົນ ປີ 2026
ທ່ານນາງ ໂງ ເຟືອງ ລີ, ພັນລະຍາຂອງທ່ານ ໂຕ ເລິມ, ທ່ານ ເລ ຮວ່າຍ ຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍບັນດາຜູ້ແທນ ເຂົ້າຮ່ວມກິດຈະກຳບໍລິຈາກເງິນເພື່ອການກຸສົນ ໃນງານມະຫະກຳວັດທະນະທຳອາຫານສາກົນ ຄັ້ງທີ 14.

ເຊື່ອມໂຍງບັນດາວັດທະນະທຳຜ່ານອາຫານ

ກ່າວຄຳເຫັນໃນພິທີເປີດ, ທ່ານ ເລ ຮວ່າຍ ຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ເນັ້ນໜັກວ່າ ອາຫານແມ່ນຈຸດເລີ່ມຕົ້ນຂອງການພົບປະ, ຊ່ວຍໃຫ້ຜູ້ຄົນໄດ້ຮຽນຮູ້ກ່ຽວກັບມູນເຊື້ອ, ຮີດຄອງປະເພນີ ແລະ ວິຖີຊີວິດຂອງແຕ່ລະຊົນຊາດ. ຜ່ານປະສົບການເຫຼົ່ານັ້ນ, ຄວາມເຂົ້າໃຈ ແລະ ຄວາມຮູ້ສຶກທີ່ດີຕໍ່ກັນລະຫວ່າງຜູ້ຄົນຈາກວັດທະນະທຳທີ່ແຕກຕ່າງກັນຈຶ່ງໄດ້ກໍ່ຕົວ ແລະ ຖືກບຳລຸງສ້າງຂຶ້ນ.

ຕາມທ່ານລັດຖະມົນຕີແລ້ວ, ນີ້ກໍແມ່ນຈິດໃຈຂອງຫົວຂໍ້ “Beyond Flavors – ເໜືອກວ່າລົດຊາດ” ທີ່ງານມະຫະກຳໄດ້ເລືອກໃນປີ 2026.

ທ່ານ ເລ ຮວ່າຍ ຈຸງ ສະແດງຄວາມປາຖະໜາຢາກໃຫ້ມິດສະຫາຍສາກົນສືບຕໍ່ມີປະສົບການໃໝ່ໆ ກ່ຽວກັບຫວຽດນາມ ຜ່ານການເດີນທາງ, ການພົບປະ, ອາຫານ ແລະ ເອກະລັກທາງວັດທະນະທຳຂອງແຕ່ລະພາກພື້ນ.

ທ່ານຢືນຢັນວ່າ ກະຊວງການຕ່າງປະເທດຈະສືບຕໍ່ສ້າງໂອກາດໃຫ້ຫຼາຍຂຶ້ນ ເພື່ອໃຫ້ຄະນະທູຕານຸທູດໄດ້ແລກປ່ຽນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນຫວຽດນາມ.

ໃນໂອກາດນີ້, ທ່ານລັດຖະມົນຕີໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານນາງ ໂງ ເຟືອງ ລີ ທີ່ໄດ້ເອົາໃຈໃສ່, ຮ່ວມເຄຽງຂ້າງກັບງານມະຫະກຳ ແລະ ປະກອບຄຳເຫັນຫຼາຍປະການນັບແຕ່ຂະບວນການກະກຽມ, ໂດຍສະເພາະຕໍ່ບັນດາກິດຈະກຳການທູດວັດທະນະທຳ.

ທ່ານລັດຖະມົນຕີຍັງກ່າວຂອບໃຈບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າສຳນັກງານຜູ້ຕາງໜ້າການທູດ, ອົງການສາກົນປະຈຳຫວຽດນາມ ພ້ອມດ້ວຍບັນດາພັນລະຍາ, ສາມີ ແລະ ສະມາຊິກຂອງສຳນັກງານຜູ້ຕາງໜ້າ; ບັນດາອົງການ, ການຈັດຕັ້ງພາຍໃນປະເທດ, ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ, ຊ່າງຝີມື, ພໍ່ຄົວ, ນັກສິລະປິນ ແລະ ບັນດາຫົວໜ່ວຍທີ່ໄດ້ປະກອບສ່ວນໃຫ້ແກ່ງານດັ່ງກ່າວ.

ກ່າວຄຳເຫັນໃນພິທີເປີດ, ທ່ານນາງ Jennifer Wicks, ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳຫວຽດນາມ ຕີລາຄາວ່າ ອາຫານແມ່ນພາສາຮ່ວມກັນ, ຊ່ວຍເຊື່ອມໂຍງຜູ້ຄົນ ແລະ ເພີ່ມທະວີຄວາມເຂົ້າໃຈລະຫວ່າງບັນດາວັດທະນະທຳ.

ທ່ານນາງເອກອັກຄະລັດຖະທູດສະແດງຄວາມເຊື່ອໝັ້ນວ່າ ການພົບປະ, ການສົນທະນາ ແລະ ການສຳຜັດປະສົບການພາຍໃນງານມະຫະກຳຈະປະກອບສ່ວນສ້າງສາຍພົວພັນມິດຕະພາບອັນໝັ້ນຄົງລະຫວ່າງບັນດາປະເທດ.

ດ້ວຍ 3 ເຂດຫຼັກ ປະກອບມີ “ພາກພູມໃຈໃນຫວຽດນາມ”, “ລົດຊາດອາຊຽນ” ແລະ “ລົດຊາດໂລກ”, ງານມະຫະກຳໄດ້ແນະນຳອາຫານ, ຜະລິດຕະພັນພື້ນເມືອງ ພ້ອມດ້ວຍເລື່ອງລາວທາງວັດທະນະທຳອັນເປັນເອກະລັກຂອງຫຼາຍປະເທດໃຫ້ແກ່ປະຊາຊົນ.

ພາຍຫຼັງພິທີເປີດ, ທ່ານນາງ ໂງ ເຟືອງ ລີ ພ້ອມດ້ວຍບັນດາຜູ້ແທນໄດ້ຢ້ຽມຊົມເຂດວັດທະນະທຳ ແລະ ອາຫານຂອງຫວຽດນາມ, ອາຊຽນ ແລະ ສາກົນ; ພ້ອມທັງແລກປ່ຽນກັບຜູ້ຕາງໜ້າບັນດາອົງການການທູດ, ທ້ອງຖິ່ນ, ຊ່າງຝີມື ແລະ ຫົວໜ່ວຍທີ່ເຂົ້າຮ່ວມ.

ນອກຈາກກິດຈະກຳແນະນຳ ແລະ ສຳຜັດປະສົບການດ້ານອາຫານແລ້ວ, ໂຄງການຍັງມີການສະແດງສິລະປະ, ສ້າງບັນຍາກາດແລກປ່ຽນລະຫວ່າງປະຊາຊົນຫວຽດນາມ ແລະ ມິດສະຫາຍສາກົນ.

ງານມະຫະກຳຈັດຂຶ້ນກ່ອນວັນວັດທະນະທຳຫວຽດນາມ 24/11 ທີ່ຈັດຂຶ້ນເປັນຄັ້ງທຳອິດໃນຂອບເຂດທົ່ວປະເທດ, ປະກອບສ່ວນປະຕິບັດມະຕິເລກທີ 80-NQ/TW ລົງວັນທີ 7/1/2026 ຂອງກົມການເມືອງ ວ່າດ້ວຍການພັດທະນາວັດທະນະທຳຫວຽດນາມ.

ເຫດການນີ້ຍັງຂານຮັບຈິດໃຈຂອງທົດສະວັດສາກົນວ່າດ້ວຍວັດທະນະທຳເພື່ອການພັດທະນາທີ່ຍືນຍົງ ໄລຍະ 2027-2036 ທີ່ຫວຽດນາມເປັນຜູ້ລິເລີ່ມ ແລະ ໄດ້ຮັບການຮັບຮອງຈາກສະມັດຊາໃຫຍ່ສະຫະປະຊາຊາດໃນເດືອນ 9/2026.

ຜ່ານບັນດາກິດຈະກຳແລກປ່ຽນ, ງານມະຫະກຳໄດ້ແນະນຳເອກະລັກທາງວັດທະນະທຳຫວຽດນາມ, ສ້າງເງື່ອນໄຂໃນການຮັບເອົາສິ່ງດີເດັ່ນຂອງວັດທະນະທຳໂລກ ແລະ ສົ່ງເສີມບົດບາດຂອງວັດທະນະທຳໃນການເຊື່ອມໂຍງຜູ້ຄົນ, ການສົນທະນາ ແລະ ການພັດທະນາທີ່ຍືນຍົງ.

ມອບເງິນ 1 ຕື້ດົງ ເພື່ອຊ່ວຍເຫຼືອ 5 ທ້ອງຖິ່ນ

ນອກຈາກບັນດາກິດຈະກຳແລກປ່ຽນວັດທະນະທຳແລ້ວ, ກິດຈະກຳການກຸສົນຍັງສືບຕໍ່ເປັນເນື້ອໃນສຳຄັນຂອງງານມະຫະກຳວັດທະນະທຳອາຫານສາກົນ.

ໃນພິທີເປີດ, ທ່ານນາງ ໂງ ເຟືອງ ລີ ພ້ອມດ້ວຍບັນດາຜູ້ແທນໄດ້ຂານຮັບກິດຈະກຳລະດົມເງິນບໍລິຈາກ. ຄະນະຈັດງານໄດ້ປະສານງານກັບຄະນະກຳມະການສູນກາງແນວໂຮມປິຕຸພູມຫວຽດນາມ ມອບເງິນ 1 ຕື້ດົງ ເພື່ອຊ່ວຍເຫຼືອ 5 ທ້ອງຖິ່ນ ປະກອບມີ ເຊີນລາ, ຕວຽນກວາງ, ດຽນບຽນ, ຮ່າຕິ້ງ ແລະ ນະຄອນເຫວ້.

ກິດຈະກຳການກຸສົນໄດ້ຮັບການຮັກສາໄວ້ຜ່ານງານມະຫະກຳຫຼາຍຄັ້ງ, ໂດຍມີການເຂົ້າຮ່ວມຂອງຄະນະທູຕານຸທູດ, ບັນດາອົງການ, ການຈັດຕັ້ງ, ວິສາຫະກິດ ແລະ ຊຸມຊົນ.

ໃນປີ 2024, ຈຳນວນເງິນບໍລິຈາກທີ່ຄະນະກຳມະການສູນກາງແນວໂຮມປິຕຸພູມຫວຽດນາມໄດ້ຮັບ ມີມູນຄ່າ 886 ລ້ານດົງ.

ໃນປີ 2025, ງານມະຫະກຳສາມາດລະດົມເງິນໄດ້ຫຼາຍກວ່າ 1,3 ຕື້ດົງ, ໃນນັ້ນ 750 ລ້ານດົງ ໄດ້ມອບໂດຍກົງໃຫ້ແກ່ບັນດາທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ໃນພິທີເປີດ.

ໃນປີ 2026, ກິດຈະກຳການກຸສົນສືບຕໍ່ໄດ້ຮັບການຂານຮັບຈາກຄະນະທູຕານຸທູດ, ບັນດາວິສາຫະກິດທີ່ເຂົ້າຮ່ວມ ແລະ ໃຫ້ການອຸປະຖຳງານມະຫະກຳ, ບັນດາທ້ອງຖິ່ນ ພ້ອມດ້ວຍບັນດາຫົວໜ່ວຍ, ພະນັກງານລັດ, ພະນັກງານວິຊາການ, ຜູ້ອອກແຮງງານຂຶ້ນກັບກະຊວງການຕ່າງປະເທດ ແລະ ປະຊາຊົນທີ່ເຂົ້າຮ່ວມງານ.

ໂດຍສະເພາະ, ບັນດາສຳນັກງານຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດໄດ້ປະກອບສ່ວນຢ່າງຕັ້ງໜ້າ, ພ້ອມທັງລະດົມຂົນຂວາຍຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດໃຫ້ຮ່ວມແຮງຮ່ວມໃຈມຸ່ງສູ່ບ້ານເກີດເມືອງນອນ.

ຈຳນວນເງິນບໍລິຈາກທັງໝົດຈະຖືກໂອນໃຫ້ຄະນະກຳມະການສູນກາງແນວໂຮມປິຕຸພູມຫວຽດນາມ ເພື່ອຊ່ວຍເຫຼືອບັນດາທ້ອງຖິ່ນ, ຜູ້ທີ່ມີສະພາບຄວາມເປັນຢູ່ຫຍຸ້ງຍາກ ແລະ ປະກອບສ່ວນເຂົ້າກອງທຶນ “ເພື່ອຄົນທຸກຍາກ”.

ຜ່ານການຈັດງານມາແລ້ວ 14 ຄັ້ງ, ງານມະຫະກຳວັດທະນະທຳອາຫານສາກົນໄດ້ກາຍເປັນກິດຈະກຳແລກປ່ຽນມິດຕະພາບ ແລະ ການທູດວັດທະນະທຳປະຈຳປີ, ສ້າງໂອກາດໃຫ້ບັນດາສຳນັກງານຜູ້ຕາງໜ້າຕ່າງປະເທດ, ອົງການ, ວິສາຫະກິດ ແລະ ປະຊາຊົນຫວຽດນາມໄດ້ພົບປະ, ຮຽນຮູ້ວັດທະນະທຳ ພ້ອມທັງຮ່ວມກັນເຂົ້າຮ່ວມບັນດາກິດຈະກຳເພື່ອຊຸມຊົນ.

ຈາກບັນດາອາຫານທີ່ມີເອກະລັກສະເພາະຂອງແຕ່ລະປະເທດ ຈົນເຖິງການປະກອບສ່ວນດ້ານການກຸສົນ, ງານມະຫະກຳຍັງສືບຕໍ່ສ້າງພື້ນທີ່ແຫ່ງການເຊື່ອມໂຍງ, ເພີ່ມທະວີຄວາມເຂົ້າໃຈ ແລະ ບຳລຸງສ້າງສາຍພົວພັນມິດຕະພາບລະຫວ່າງປະຊາຊົນຫວຽດນາມກັບມິດສະຫາຍສາກົນ.

ຫວຽດນາມ - ລາວ ແລກປ່ຽນປະສົບການການພັດທະນາ ແລະ ການເຊື່ອມໂຍງສາກົນ ໃນກອງປະຊຸມສຳມະນາທິດສະດີຄັ້ງທີ XIII ຫວຽດນາມ - ລາວ ແລກປ່ຽນປະສົບການການພັດທະນາ ແລະ ການເຊື່ອມໂຍງສາກົນ ໃນກອງປະຊຸມສຳມະນາທິດສະດີຄັ້ງທີ XIII
ຍສໝ​ - ວັນທີ 5 ພະຈິກ ຢູ່ວຽງຈັນ, ສະຫາຍ ຫງວຽນ ຊວນ ຖັ໊ງ, ປະທານສະພາທິດສະດີສູນກາງ ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ວິໄລ ຫຼ້າຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ. ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນດ້ານທິດສະດີ, ແບ່ງປັນປະສົບການການພັດທະນາ ແລະ ຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງພັກ.
ຊາວໜຸ່ມເຊື່ອມໂຍງສາກົນດ້ວຍຄວາມກ້າແກ່ນ ແລະ ການກະທຳ ຊາວໜຸ່ມເຊື່ອມໂຍງສາກົນດ້ວຍຄວາມກ້າແກ່ນ ແລະ ການກະທຳ
ຍສໝ - ວັນທີ 17 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ຈັດການສົນທະນາພາຍໃຕ້ຫົວຂໍ້ “ມະຫາສາມັກຄີໃນຍຸກໃໝ່: ຊາວໜຸ່ມກັບການເຊື່ອມໂຍງສາກົນ” ເພື່ອແລກປ່ຽນບັນດາວິທີແກ້ໄຂໃນການຍົກສູງຄວາມສາມາດເຊື່ອມໂຍງສາກົນຂອງຄົນຮຸ່ນໜຸ່ມ, ສົ່ງເສີມແຫຼ່ງກຳລັງປັນຍາຊົນໜຸ່ມຊາວຫວຽດນາມຢູ່ຕ່າງປະເທດ ແລະ ຊຸກຍູ້ບັນດາກິດຈະກຳຮ່ວມມືທີ່ສອດຄ່ອງກັບຄວາມຕ້ອງການພັດທະນາຂອງປະເທດ.
46 ປະເທດເຂົ້າຮ່ວມງານມະຫະກຳວັດທະນະທຳອາຫານສາກົນ ປີ 2026

ຄຳສີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ