| ເສີມສ້າງຄວາມຮັກແພງພາສາຫວຽດນາມ ພາຍໃນດວງໃຈຂອງຄົນຮຸ່ນໜຸ່ມຊາວຫວຽດນາມຢູ່ຕ່າງປະເທດ | |
| ເປີດຊຸດຮຽນພາສາຫວຽດນາມ ພາກລະດູຮ້ອນ ປີ 2026 ຢູ່ ຣູມານີ |
![]() |
| ທ່ານນາງ ຟ້າມທິຄິມຮວາ, ຮອງຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຄົນຫວຽດນາມຢູ່ຕ່າງປະເທດ ກ່າວຄຳປາໄສ. |
ໃນກິດຈະກຳ, ບັນດາຜູ້ເຂົ້າຮ່ວມໄດ້ແບ່ງເປັນ 6 ທີມ ເພື່ອສະແດງຄວາມສາມາດດ້ານພາສາຫວຽດນາມຜ່ານການຮ້ອງເພງ, ທ່ອງບົດກະວີ, ສະແດງລະຄອນ ແລະ ແບ່ງປັນຄວາມຮູ້ສຶກ ໂດຍມີເນື້ອໃນກ່ຽວກັບວັດທະນະທຳ ແລະ ປະຫວັດສາດຂອງຊາດ. ທ່ານນາງ ຟ້າມ ທິ ຄິມ ຮວາ, ຮອງຫົວໜ້າຄະນະກຳມະການແຫ່ງລັດວ່າດ້ວຍຄົນຫວຽດນາມຢູ່ຕ່າງປະເທດ ເນັ້ນວ່າ ພາສາຫວຽດນາມເປັນຈິດວິນຍານ ແລະ ແກ່ນສຳຄັນຂອງຊາດ, ເປັນສາຍໃຍເຊື່ອມໂຍງລູກຫຼານຫວຽດນາມກັບຮາກເຫງົ້າ. ການຮັກສາ ແລະ ເຜີຍແຜ່ພາສາແມ່ໃນຊຸມຊົນຊາວຫວຽດນາມຢູ່ຕ່າງແດນ ເປັນໜ້າທີ່ທີ່ພັກ ແລະ ລັດໃຫ້ຄວາມສຳຄັນ. ກິດຈະກຳນີ້ຍັງເປັນການຂານຮັບວັນເຊີດຊູພາສາຫວຽດນາມໃນຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ.
ທ້າວ ຫວູ ຕ໋ຽນ ຮຸ່ງ, ຊາວຫວຽດນາມທີ່ອາໄສຢູ່ປະເທດໄທ ແລະ ມັກເດີນທາງກັບຫວຽດນາມພ້ອມພໍ່ແມ່, ແບ່ງປັນວ່າ ຄ້າຍລະດູຮ້ອນຄັ້ງນີ້ໄດ້ນຳມາຊຶ່ງປະສົບການອັນມີຄວາມໝາຍ, ຊ່ວຍໃຫ້ທ້າວໄດ້ພົບປະກັບຊາວໜຸ່ມເຊື້ອສາຍຫວຽດນາມຈາກຫຼາຍປະເທດ, ເພີ່ມພູນຄຳສັບພາສາຫວຽດນາມ ແລະ ຮຽນຮູ້ປະຫວັດສາດ, ວັດທະນະທຳຂອງຊາດໄດ້ຫຼາຍຂຶ້ນ.
ສ່ວນນາງ ຫງວຽນ ຖາວ ລິງ, ຊາວຫວຽດນາມທີ່ອາໄສຢູ່ເຢຍລະມັນ, ໃຫ້ຮູ້ວ່າ ເລື່ອງລາວປະຫວັດສາດ ແລະ ວັດທະນະທຳທີ່ໄດ້ຟັງຈາກພໍ່ແມ່ ໄດ້ປູກຝັງຄວາມປາຖະໜາໃຫ້ນາງຢາກກັບມາສຳຜັດບ້ານເກີດເມືອງນອນດ້ວຍຕົນເອງ. ການເຂົ້າຮ່ວມໂຄງການໄດ້ຊ່ວຍໃຫ້ນາງບັນລຸຄວາມຝັນສ່ວນໜຶ່ງ. ນາງປະທັບໃຈຄວາມງົດງາມຂອງປະເທດ, ຄວາມເປັນມິດຂອງປະຊາຊົນ, ພາກພູມໃຈໃນປະຫວັດສາດ ແລະ ວິລະຊົນຂອງຊາດ, ພ້ອມທັງຫວັງວ່າຈະມີໂອກາດກັບມາເຮັດວຽກຢູ່ຫວຽດນາມ ເພື່ອປະກອບສ່ວນພັດທະນາປະເທດຊາດ.
ຕາມຄະນະຈັດຕັ້ງແລ້ວ, ໂຄງການ “ຄ້າຍລະດູຮ້ອນຫວຽດນາມ 2026” ຈັດຂຶ້ນແຕ່ວັນທີ 12 ຫາ 25 ກໍລະກົດ 2026, ໂດຍບັນດາຜູ້ແທນໄດ້ທັດສະນະສຶກສາຢູ່ຫຼາຍທ້ອງຖິ່ນໃນສາມພາກຂອງຫວຽດນາມ ລວມມີ ຮ່າໂນ້ຍ, ນິງບິ່ງ, ເຫງະອານ, ກວາງຈິ, ເຫວ້, ດານັງ, ຢາລາຍ ແລະ ແຄັງຮວ່າ.
| ສະເຫຼີມສະຫຼອງວັນສ້າງຕັ້ງເຄືອຂ່າຍການສອນພາສາຫວຽດ ແລະ ວັດທະນະທຳຫວຽດນາມທົ່ວໂລກ ຄົບຮອບ 5 ປີ ຍສໝ - ອີງຕາມນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ຝຣັ່ງ, ຄູອາຈານ, ນັກຄົ້ນຄວ້າ, ຜູ້ຕາງໜ້າສະມາຄົມ ແລະ ບັນດາຜູ້ທີ່ມີຄວາມຈິງໃຈ ຕໍກັບວຽກງານການສອນພາສາຫວຽດ ຫຼາຍຮ້ອຍຄົນ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື “ການປົກປັກຮັກສາພາສາຫວຽດ ແລະ ວັດທະນະທຳຫວຽດ ຢູ່ຕ່າງປະເທດ”, ຊຶ່ງໄດ້ຈັດຂຶ້ນໃນວັນທີ 21 ມິຖຸນາ ຢູ່ທີ່ສູນວັດທະນະທຳຫວຽດນາມ ປະຈຳ ຝຣັ່ງ. |
| ແຜ່ຂະຫຍາຍຂະບວນການຮ່ຳຮຽນພາສາຫວຽດນາມ ພາຍໃດຖິ້ມງານພະນັກງານລາວ ຍສໝ - ວັນທີ 17 ມິຖຸນາ, ຢູ່ທີ່ນະຄອນຫຼວງ ວຽງຈັນ (ສປປ ລາວ), ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ປະສານງານຮ່ວມກັບ ພາກສ່ວນພາສາຫວຽດນາມ ສັງກັດສະມາຄົມຄົນຫວຽດນາມ ນະຄອນຫຼວງວຽງຈັນ ຈັດຕັ້ງການແຂ່ງຂັນ “ທູດພາສາຫວຽດນາມໃນອະນາຄົດ” ສະເພາະໃຫ້ແກ່ນັກສຶກສາພາສາຫວຽດນາມ ທີ່ເປັນພະນັກງານຫຼັກແຫຼ່ງມາຈາກບັນດາກະຊວງ, ຄະນະ, ຂະແໜງການ ຂອງລາວ ແລະ ... |
ມີງດຶກ
