| ຫາຍຟ່ອງ ສົ່ງເສີມແຫຼ່ງຊັບພະຍາກອນຈາກຊາວຫວຽດນາມຢູ່ຕ່າງປະເທດ ເພື່ອພັດທະນາບ້ານເກີດເມືອງນອນ ແນະນຳຊາວຫວຽດນາມຢູ່ລາວ ໃຫ້ມອບອາວຸດ ແລະ ວັດຖຸລະເບີດ |
ການແຂ່ງຂັນບານເຕະຊິງຂັນແຊັມແຫ່ງຊາດຂອງຊາວຫວຽດນາມຢູ່ຍີ່ປຸ່ນ - FAVIJA Champions Cup 2026 ຈັດຂຶ້ນໂດຍອົງການແລກປ່ຽນສາກົນຫວຽດນາມ - ຍີ່ປຸ່ນ (FAVIJA), ພາຍໃຕ້ການອຸປະຖຳຂອງສະຖານທູດຫວຽດນາມປະຈຳຍີ່ປຸ່ນ ແລະ ການສະໜັບສະໜູນຈາກອຳນາດການປົກຄອງທ້ອງຖິ່ນ.
![]() |
| ທ່ານ ໂດ໊ ກວາງ ບາ, ປະທານ FAVIJA, ມອບລາງວັນນັກກິລາດີເດັ່ນທີ່ສຸດ. |
ການແຂ່ງຂັນເລີ່ມຂຶ້ນຕັ້ງແຕ່ເດືອນເມສາ 2026, ປະກອບມີ 8 ຮອບແຂ່ງຂັນລະດັບພາກໃນທົ່ວຍີ່ປຸ່ນ, ໂດຍມີປະມານ 180 ທີມ ແລະ ນັກກິລາເກືອບ 3.000 ຄົນເຂົ້າຮ່ວມ. ຫຼັງຈາກແຂ່ງຂັນມາເປັນເວລາກວ່າ 6 ເດືອນ, ທີມທີ່ມີຜົນງານດີເດັ່ນທີ່ສຸດ 24 ທີມ ໄດ້ຮັບສິດເຂົ້າຮ່ວມຮອບຊິງຊະນະເລີດ ຢູ່ສະໜາມບານເຕະຫຍ້າທຽມ Koshido 6 ສະໜາມ, ນະຄອນ Toyota, ແຂວງ Aichi.
ຜົນການແຂ່ງຂັນປາກົດວ່າ FC J-Connect ຄວ້າຕຳແໜ່ງແຊັມ, FC Real Tobama ໄດ້ຮອງແຊັມ; FC T-CONNECT ແລະ FC Thanh Hoá Osaka ຄອງອັນດັບ 3 ຮ່ວມກັນ. ລາງວັນຜູ້ຍິງປະຕູສູງສຸດຕົກເປັນຂອງ Hamamoto Kazuki ຈາກ FC Real Tobama. ນັກກິລາ 2 ຄົນຂອງ FC J-Connect ຄື ໂງ ວັນ ຊາງ ແລະ ເລ ແທງ ໂດນ ໄດ້ຮັບລາງວັນຜູ້ຮັກສາປະຕູດີເດັ່ນທີ່ສຸດ ແລະ ນັກກິລາດີເດັ່ນທີ່ສຸດ ຕາມລຳດັບ.
ພາຍຫຼັງການແຂ່ງຂັນ, Hamamoto Kazuki ໃຫ້ຮູ້ວ່າ ນີ້ເປັນຄັ້ງທີ 4 ທີ່ລາວໄດ້ເຂົ້າຮ່ວມການແຂ່ງຂັນບານເຕະແລກປ່ຽນກັບຊຸມຊົນຊາວຫວຽດນາມ. ລາວປະທັບໃຈກັບຄວາມເປັນມິດ ແລະ ຄວາມເປີດໃຈຂອງຊາວຫວຽດນາມ, ໂດຍສະເພາະມັກອາຫານບັ໋ງມີ່ (ເຂົ້າຈີ່ຫວຽດນາມ) ແລະ ຫວັງວ່າຈະມີໂອກາດໄປທ່ອງທ່ຽວຫວຽດນາມ.
ການແຂ່ງຂັນຄັ້ງນີ້ໄດ້ຮັບການຮ່ວມມືສະໜັບສະໜູນຈາກຫຼາຍວິສາຫະກິດຫວຽດນາມຢູ່ຍີ່ປຸ່ນ. ທ່ານ ຟ້າມ ຕວັນ ແອງ, ຜູ້ຕາງໜ້າຜູ້ອຸປະຖຳ J-Connect, ເນັ້ນໜັກວ່າ ການອຸປະຖຳບໍ່ໄດ້ມີເປົ້າໝາຍພຽງເພື່ອໂຄສະນາຍີ່ຫໍ້ເທົ່ານັ້ນ, ແຕ່ຍັງສະແດງເຖິງຄວາມຮັບຜິດຊອບຕໍ່ສັງຄົມ, ປະກອບສ່ວນສ້າງຊຸມຊົນຊາວຫວຽດນາມທີ່ສາມັກຄີ ແລະ ມີຄວາມໝັ້ນໃຈໃນການເຊື່ອມໂຍງເຂົ້າກັບສັງຄົມ.
![]() |
| ທີມບານເຕະ FC J-Connect ຄວ້າຕຳແໜ່ງແຊັມ FAVIJA Champions Cup 2026. |
ທ່ານນາງ ເຈິ່ນ ທິ ຍື ຮວິ່ງ, ຜູ້ຕາງໜ້າ Digital Wallet, ຫົວໜ່ວຍພັດທະນາແອັບພລິເຄຊັນໂອນເງິນ Smiles, ຢືນຢັນວ່າ ວິສາຫະກິດຈະສືບຕໍ່ຮ່ວມມືສະໜັບສະໜູນບັນດາກິດຈະກຳເຊື່ອມສານຊາວຫວຽດນາມທີ່ຢູ່ໄກບ້ານເກີດ. ຂະນະດຽວກັນ, ທ່ານ ຫງວຽນ ຫືວ ຕິ໊ນ, ຜູ້ອຳນວຍການເຄືອຂ່າຍໂທລະຄົມ T-Connect, ຕີລາຄາສູງຕໍ່ນ້ຳໃຈສາມັກຄີ ແລະ ຄວາມມຸ່ງຫວັງທີ່ຈະກ້າວຂຶ້ນຂອງຊາວຫວຽດນາມຢູ່ຍີ່ປຸ່ນ. ໃນປີນີ້, FC T-Connect ກໍໄດ້ເຂົ້າຮ່ວມແຂ່ງຂັນໂດຍກົງເຊັ່ນດຽວກັນ.
ຕາມທ່ານ ໂດ໊ ກວາງ ບາ, ປະທານ FAVIJA ແລ້ວ, ເປົ້າໝາຍຂອງການແຂ່ງຂັນບໍ່ແມ່ນພຽງແຕ່ຊອກຫາທີມແຊັມເທົ່ານັ້ນ, ແຕ່ຍັງເປັນການສ້າງເວທີກິລາທີ່ດີ, ເຜີຍແຜ່ນ້ຳໃຈຊ່ວຍເຫຼືອເກື້ອກູນກັນ, ສ້າງພາບລັກຂອງຊາວຫວຽດນາມທີ່ມີອາລະຍະທຳ, ສາມັກຄີ, ເຄົາລົບກົດໝາຍ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມຍີ່ປຸ່ນ.
ພິທີຍ້ອງຍໍສັນລະເສີນທີມແຊັມແຫ່ງຊາດຄາດວ່າຈະຈັດຂຶ້ນໃນວັນທີ 29 ພະຈິກ 2026 ຢູ່ Tokyo, ໃນຂອບເຂດງານມະຫາກຳສາມັກຄີອັນຍິ່ງໃຫຍ່ ແລະ ວັນວັດທະນະທຳຫວຽດນາມຢູ່ຍີ່ປຸ່ນ ປີ 2026.
ຍສໝ - ຫວ່າງມໍ່ໆມານີ້, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Frankfurt ໄດ້ປະສານກັບຊຸມຊົນຊາວຫວຽດນາມຢູ່ເຢຍລະມັນ ຈັດບຸນໄຫວ້ພະຈັນ 2026, ດຶງດູດຊາວຫວຽດນາມ ແລະ ເດັກນ້ອຍຫຼາຍກວ່າ 500 ຄົນເຂົ້າຮ່ວມ, ປະກອບສ່ວນເຊື່ອມສາຍສຳພັນພາຍໃນຊຸມຊົນ ແລະ ເຜີຍແຜ່ບັນດາຄຸນຄ່າວັດທະນະທຳດັ້ງເດີມຂອງຫວຽດນາມ. |
ຍສໝ - ທີ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV, ອາຍຸການ 2026–2028 ຂອງສະມາຄົມນັກສຶກສາຫວຽດນາມຢູ່ໂອຕຣິດ, ທ່ານ ຫວູເລໄທຮວ່າງ, ເອກອັກຄະລັດຖະທູດຫວຽດນາມປະຈຳສາທາລະນະລັດໂອຕຣິດ ເນັ້ນໜັກເຖິງບົດບາດຂອງນັກສຶກສາ, ປັນຍາຊົນໜຸ່ມ ໃນການຮັກສາເອກະລັກ, ເຊື່ອມໂຍງຊຸມຊົນ ແລະ ປະກອບສ່ວນໃຫ້ແກ່ປະເທດຊາດ. |
ຄຳສີ

