| Monsoon Wind ເປີດທິດທາງໃໝ່ໃນການເຊື່ອມໂຍງພະລັງງານຫວຽດນາມ - ລາວ ສອງບ້ານຫວຽດນາມ - ລາວ ລົງນາມສ້າງສາຍສຳພັນບ້ານແຮກສ່ຽວ |
ເຂົ້າຮ່ວມກອງປະຊຸມໃຫຍ່ມີທ່ານ ຫງວຽນ ວັນ ຢຸງ, ຫົວໜ້າສະຖານກົງສຸນໃຫຍ່ຫວຽດນາມປະຈຳສະຫວັນນະເຂດ ພ້ອມດ້ວຍຄະນະພະນັກງານສະຖານກົງສຸນໃຫຍ່; ຜູ້ຕາງໜ້າການນຳບັນດາອົງການ, ຄະນະ ແລະ ຂະແໜງການຂອງແຂວງຄຳມ່ວນ ພ້ອມທັງຜູ້ແທນ ແລະ ສະມາຊິກສະມາຄົມຄົນຫວຽດນາມຢູ່ທ້ອງຖິ່ນຈຳນວນຫຼວງຫຼາຍ.
![]() |
| ບັນຍາກາດກອງປະຊຸມໃຫຍ່ຄັ້ງທີ XI ຂອງສະມາຄົມຄົນຫວຽດນາມແຂວງຄຳມ່ວນ, ສະໄໝ 2026-2031. |
ກອງປະຊຸມໃຫຍ່ດຳເນີນໄປໃນສະພາບການທີ່ຫວຽດນາມ ແລະ ລາວ ກຳລັງມຸ່ງໄປສູ່ການສະຫຼອງຄົບຮອບ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 50 ປີແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ ໃນປີ 2027.
ດ້ວຍຄຳຂວັນ “ສືບທອດ, ຍົກສູງຄຸນນະພາບການຈັດຕັ້ງສະມາຄົມ, ສ້າງຊຸມຊົນຄົນຫວຽດນາມທີ່ສາມັກຄີ, ປັບຕົວເຂົ້າກັບສັງຄົມ ແລະ ພັດທະນາ ພາຍໃຕ້ການພົວພັນພິເສດຫວຽດນາມ - ລາວ”, ກອງປະຊຸມໃຫຍ່ໄດ້ສຸມໃສ່ປະເມີນຜົນການດຳເນີນງານສະໄໝ 2022-2026, ກຳນົດທິດທາງ ແລະ ໜ້າທີ່ໃນໄລຍະ 2026-2031 ແລະ ເລືອກຕັ້ງຄະນະບໍລິຫານງານຊຸດທີ XI.
ເອົາໃຈໃສ່ຊີວິດການເປັນຢູ່, ຮັກສາພາສາຫວຽດນາມ
ໃນກອງປະຊຸມໃຫຍ່, ບັນດາຜູ້ແທນໄດ້ຮັບຟັງ ແລະ ປຶກສາຫາລືບົດລາຍງານສະຫຼຸບຜົນການດຳເນີນງານຂອງສະມາຄົມຄົນຫວຽດນາມແຂວງຄຳມ່ວນ ຊຸດທີ X (2022-2026), ປະເມີນບັນດາຜົນສຳເລັດທີ່ບັນລຸໄດ້, ພ້ອມທັງຊີ້ໃຫ້ເຫັນບັນດາຂໍ້ຈຳກັດທີ່ຈຳເປັນຕ້ອງແກ້ໄຂ.
ໃນສະໄໝຜ່ານມາ, ເຖິງແມ່ນວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານກ່ຽວກັບຊີວິດການເປັນຢູ່ ແລະ ແຫຼ່ງຊັບພະຍາກອນ, ສະມາຄົມຍັງຄົງຮັກສາບັນດາກິດຈະກຳເຕົ້າໂຮມ ແລະ ສ້າງຄວາມສາມັກຄີໃນຊຸມຊົນ; ຂົນຂວາຍສະມາຊິກໃຫ້ປະຕິບັດກົດໝາຍລາວ, ປັບຕົວເຂົ້າກັບຊຸມຊົນບັນດາຊົນເຜົ່າຢູ່ທ້ອງຖິ່ນຢ່າງຕັ້ງໜ້າ ແລະ ສ້າງຄວາມໝັ້ນຄົງໃນຊີວິດການເປັນຢູ່.
ບັນດາກິດຈະກຳດ້ານວັດທະນະທຳ, ກິລາ ແລະ ການພົບປະໃນໂອກາດວັນບຸນ, ວັນປີໃໝ່ ໄດ້ຖືກຈັດຂຶ້ນເປັນປະຈຳ, ປະກອບສ່ວນຮັກສາເອກະລັກວັດທະນະທຳຂອງຊາດ, ເພີ່ມທະວີຄວາມຜູກພັນລະຫວ່າງສະມາຊິກ ແລະ ປຸກລະດົມຄວາມຮັກແພງທີ່ມີຕໍ່ບ້ານເກີດເມືອງນອນ ແລະ ປະເທດຊາດ.
ວຽກງານການສຶກສາ ແລະ ການສົ່ງເສີມການຮຽນຮູ້ ຍັງຄົງເປັນໜຶ່ງໃນບັນດາເນື້ອໃນທີ່ສະມາຄົມໃຫ້ຄວາມສົນໃຈເປັນພິເສດ. ໃນສະໄໝນີ້, ໂຮງຮຽນທົ້ງເຍິດ ໄດ້ຮັບການລົງທຶນກໍ່ສ້າງສະຖານທີ່ແຫ່ງໃໝ່ ດ້ວຍງົບປະມານ 25 ຕື້ດົ່ງ ຈາກແຫຼ່ງທຶນສະໜັບສະໜູນຂອງແຂວງກວາງບິ່ງ (ປັດຈຸບັນແມ່ນແຂວງກວາງຈິ), ປະກອບສ່ວນປັບປຸງເງື່ອນໄຂການສອນ ແລະ ການຮຽນໃຫ້ດີຂຶ້ນ.
ນອກຈາກການຮັກສາຂະບວນການສອນ ແລະ ການຮຽນພາສາຫວຽດນາມແລ້ວ, ສະມາຄົມຍັງເອົາໃຈໃສ່ແນະນຳລູກຫຼານໃນຊຸມຊົນໃຫ້ໄປສຶກສາຢູ່ຫວຽດນາມ ຜ່ານບັນດາໂຄງການທຶນການສຶກສາຂອງລັດຖະບານຫວຽດນາມ.
ບັນດາກິດຈະກຳການກຸສົນ, ການຢ້ຽມຢາມຖາມຂ່າວ, ການຊ່ວຍເຫຼືອຄອບຄົວທີ່ມີສະພາບການຫຍຸ້ງຍາກ ແລະ ຜູ້ສູງອາຍຸທີ່ຢູ່ໂດດດ່ຽວ ກໍໄດ້ຖືກດຳເນີນເປັນປະຈຳ, ປະກອບສ່ວນເອົາໃຈໃສ່ຊີວິດການເປັນຢູ່ທັງດ້ານວັດຖຸ ແລະ ຈິດໃຈຂອງພີ່ນ້ອງ.
ພາຍຫຼັງການປຶກສາຫາລື, ກອງປະຊຸມໃຫຍ່ໄດ້ຮັບຮອງກົດລະບຽບຂອງສະມາຄົມ ແລະ ທິດທາງການດຳເນີນງານສະໄໝ 2026-2031, ພ້ອມທັງເລືອກຕັ້ງຄະນະບໍລິຫານງານຊຸດທີ XI. ທ່ານ ຫງວຽນ ວັນ ຮຸ່ງ (ຄຳຮຸ່ງ ວິໄລສັກ) ໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງປະທານສະມາຄົມຄົນຫວຽດນາມແຂວງຄຳມ່ວນ ຊຸດທີ XI, ສະໄໝ 2026-2031.
![]() |
| ທ່ານ ຫງວຽນ ວັນ ຢຸງ, ຫົວໜ້າສະຖານກົງສຸນໃຫຍ່ຫວຽດນາມປະຈຳສະຫວັນນະເຂດ ກ່າວຄຳປາໄສໃນກອງປະຊຸມໃຫຍ່. |
ຍົກສູງປະສິດທິຜົນການດຳເນີນງານຂອງສະມາຄົມ
ກ່າວຄຳປາໄສໃນກອງປະຊຸມໃຫຍ່, ທ່ານ ຫງວຽນ ວັນ ຢຸງ, ຫົວໜ້າສະຖານກົງສຸນໃຫຍ່ຫວຽດນາມປະຈຳສະຫວັນນະເຂດ ໄດ້ຮັບຮູ້ ແລະ ຍ້ອງຍໍບັນດາຄວາມພະຍາຍາມ ແລະ ຜົນສຳເລັດທີ່ສະມາຄົມຄົນຫວຽດນາມແຂວງຄຳມ່ວນບັນລຸໄດ້ໃນສະໄໝຜ່ານມາ.
ທ່ານຫົວໜ້າສະຖານກົງສຸນໃຫຍ່ໄດ້ຕີລາຄາສູງຕໍ່ບົດບາດຂອງສະມາຄົມໃນການເຕົ້າໂຮມ, ສ້າງຄວາມສາມັກຄີໃນຊຸມຊົນ ແລະ ຮັກສາເອກະລັກວັດທະນະທຳຂອງຊາດ. ບັນດາກິດຈະກຳເຫຼົ່ານີ້ໄດ້ປະກອບສ່ວນເສີມສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເຊື່ອມໂຍງທາງຍຸດທະສາດຫວຽດນາມ - ລາວ ເວົ້າລວມ, ການພົວພັນລະຫວ່າງແຂວງຄຳມ່ວນກັບບັນດາທ້ອງຖິ່ນຂອງຫວຽດນາມ ເວົ້າສະເພາະ.
ໃນການກຳນົດທິດທາງສຳລັບສະໄໝໃໝ່, ທ່ານຫົວໜ້າສະຖານກົງສຸນໃຫຍ່ ຫງວຽນ ວັນ ຢຸງ ໄດ້ສະເໜີໃຫ້ຄະນະບໍລິຫານງານຊຸດທີ XI ສືບຕໍ່ເສີມສ້າງອົງການສະມາຄົມ, ເພີ່ມທະວີຄວາມສາມັກຄີ ແລະ ຄວາມເປັນເອກະພາບໃນຊຸມຊົນ; ຂົນຂວາຍພີ່ນ້ອງໃຫ້ປະຕິບັດກົດໝາຍຂອງປະເທດທີ່ຕົນອາໄສຢູ່ໃຫ້ດີ, ປັບຕົວເຂົ້າກັບສັງຄົມຢ່າງຕັ້ງໜ້າ ແລະ ປະກອບສ່ວນເຂົ້າໃນການພັດທະນາຂອງທ້ອງຖິ່ນ.
ພ້ອມກັນນັ້ນ, ສະມາຄົມຈຳເປັນຕ້ອງເອົາໃຈໃສ່ຊ່ວຍເຫຼືອສະມາຊິກໃນການພັດທະນາເສດຖະກິດຄອບຄົວ, ຍົກສູງຊີວິດການເປັນຢູ່ທັງດ້ານວັດຖຸ ແລະ ຈິດໃຈ; ໃຫ້ຄວາມສຳຄັນຕໍ່ການຍົກສູງຄຸນນະພາບການສຶກສາຢູ່ໂຮງຮຽນທົ້ງເຍິດ, ຊຸກຍູ້ຂະບວນການສອນ ແລະ ການຮຽນພາສາຫວຽດນາມ, ໂດຍສະເພາະໃນກຸ່ມຄົນຮຸ່ນໜຸ່ມ.
ທ່ານຫົວໜ້າສະຖານກົງສຸນໃຫຍ່ຍັງໄດ້ສະເໜີໃຫ້ຄະນະບໍລິຫານງານຊຸດທີ XI ຮີບຮ້ອນຫັນມະຕິກອງປະຊຸມໃຫຍ່ໃຫ້ເປັນບັນດາແຜນງານ ແລະ ແຜນການດຳເນີນງານທີ່ເປັນຮູບປະທຳ, ແບ່ງໜ້າທີ່ຢ່າງຈະແຈ້ງ ແລະ ຕິດຕາມ, ປະເມີນຜົນການປະຕິບັດເປັນປະຈຳ.
![]() |
| ບັນດາຜູ້ແທນຖ່າຍຮູບຮ່ວມກັນເປັນທີ່ລະນຶກໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງສະມາຄົມຄົນຫວຽດນາມແຂວງຄຳມ່ວນ. |
ຕາງໜ້າຄະນະບໍລິຫານງານຊຸດທີ XI, ຜູ້ຕາງໜ້າສະມາຄົມໄດ້ສະແດງຄວາມຂອບໃຈຕໍ່ຄວາມໄວ້ວາງໃຈຂອງກອງປະຊຸມໃຫຍ່, ຢືນຢັນຄວາມຕັ້ງໃຈສືບທອດ ແລະ ສົ່ງເສີມບັນດາຜົນສຳເລັດທີ່ບັນລຸໄດ້ໃນສະໄໝກ່ອນ, ພະຍາຍາມປະຕິບັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ສຳເລັດ.
ພ້ອມກັນນັ້ນ, ຄະນະບໍລິຫານງານຊຸດໃໝ່ຍັງໄດ້ຮຽກຮ້ອງໃຫ້ສະມາຊິກທຸກຄົນສືບຕໍ່ສາມັກຄີ, ຮ່ວມແຮງຮ່ວມໃຈກັນສ້າງອົງການສະມາຄົມໃຫ້ນັບມື້ນັບເຂັ້ມແຂງ, ເອົາໃຈໃສ່ດູແລຊຸມຊົນຄົນຫວຽດນາມຢູ່ຄຳມ່ວນໃຫ້ດີຍິ່ງຂຶ້ນ.
ກອງປະຊຸມໃຫຍ່ຄັ້ງທີ XI ໄດ້ເປັນຂີດໝາຍບາດກ້າວພັດທະນາໃໝ່ໃນການດຳເນີນງານຂອງສະມາຄົມຄົນຫວຽດນາມແຂວງຄຳມ່ວນ, ມຸ່ງໄປສູ່ການສ້າງຊຸມຊົນຄົນຫວຽດນາມທີ່ນັບມື້ນັບສາມັກຄີ, ປັບຕົວເຂົ້າກັບສັງຄົມ ແລະ ພັດທະນາ, ສືບຕໍ່ປະກອບສ່ວນເຂົ້າໃນການເສີມສ້າງການພົວພັນມິດຕະພາບພິເສດລະຫວ່າງປະຊາຊົນຫວຽດນາມ ແລະ ລາວ.
ຍສໝ - ວັນທີ 17 ພະຈິກ, ຢູ່ໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງຈຳປາສັກ (ລາວ), ໄດ້ຈັດໂຄງການ “ນ້ອງຮັກພາສາຫວຽດນາມ” ດ້ວຍຫຼາຍກິດຈະກຳຮຽນຮູ້ປະຫວັດສາດ, ວັດທະນະທຳ ແລະ ສະແດງຄວາມສາມາດພິເສດ. ໂຄງການໄດ້ປະກອບສ່ວນຊຸກຍູ້ໃຫ້ນັກຮຽນຮັກສາພາສາຫວຽດນາມ, ລະນຶກເຖິງຮາກເຫງົ້າຂອງຕົນ ແລະ ເສີມສ້າງສາຍພົວພັນມິດຕະພາບພິເສດຫວຽດນາມ - ລາວ. |
ຍສໝ - ວັນທີ 18 ພະຈິກ, ຢູ່ນະຄອນຫຼວງວຽງຈັນ (ລາວ), ສະຖານທູດຫວຽດນາມໄດ້ເຂົ້າຮ່ວມງານລ້ຽງນ້ຳຊາການທູດປີ 2026 ດ້ວຍຫົວຂໍ້ “ສຸດຍອດຄຸນຄ່າວັດທະນະທຳອາຫານຫວຽດນາມ”, ໂດຍໄດ້ແນະນຳບັນດາອາຫານພື້ນເມືອງ, ຜະລິດຕະພັນທີ່ເປັນເອກະລັກ ແລະ ລາຍການສິລະປະປະຈຳຊາດໃຫ້ແກ່ເພື່ອນມິດຊາວລາວ ແລະ ສາກົນ. |
ດວງດີ


