ອາຫານຫວຽດນາມປະກອບສ່ວນໃນງານຕະຫຼາດນັດຄຣິສມາສການກຸສົນຢູ່ສະໂລວາກີ

09:52 | 25/11/2026

ຍສໝ - ວັນທີ 22/11, ສະຖານທູດຫວຽດນາມປະຈຳສະໂລວາກີ ໄດ້ເຂົ້າຮ່ວມງານຕະຫຼາດນັດຄຣິສມາສການກຸສົນ ຄັ້ງທີ 32 ຢູ່ນະຄອນຫຼວງບຣາຕິສລາວາ, ໂດຍໄດ້ແນະນຳອາຫານ ແລະ ຜະລິດຕະພັນຫັດຖະກຳດັ້ງເດີມຂອງຫວຽດນາມ, ພ້ອມທັງຂານຮັບກິດຈະກຳລະດົມທຶນເພື່ອຊ່ວຍເຫຼືອຜູ້ທີ່ມີສະພາບຄວາມເປັນຢູ່ຫຍຸ້ງຍາກໃນປະເທດເຈົ້າພາບ.

ຫວຽດນາມ - ສະໂລວາກີ ສົ່ງເສີມມິດຕະພາບຜ່ານການແລກປ່ຽນປະຊາຊົນ ວັດທະນະທຳຫວຽດນາມເປັ່ງປະກາຍໃນງານວັນອາຊີ 2026 ທີ່ສະໂລວາກີ

ເພື່ອຂານຮັບວັນວັດທະນະທຳຫວຽດນາມ (24/11), ສະຖານທູດຫວຽດນາມປະຈຳສະໂລວາກີ ໄດ້ເຂົ້າຮ່ວມງານຕະຫຼາດນັດຄຣິສມາສການກຸສົນ ທີ່ຈັດຂຶ້ນໂດຍສະມາຄົມແມ່ຍິງສາກົນບຣາຕິສລາວາ (IWCB) ຢູ່ໃຈກາງນະຄອນຫຼວງບຣາຕິສລາວາ.

ພາຍໃຕ້ຫົວຂໍ້ “ຄຣິສມາສທົ່ວໂລກ”, ງານຕະຫຼາດນັດປີນີ້ໄດ້ຮວບຮວມຜູ້ຕາງໜ້າສະຖານທູດຈາກປະມານ 30 ປະເທດ, ພ້ອມດ້ວຍບັນດາໂຮງຮຽນນານາຊາດ ແລະ ອົງການການກຸສົນຂອງສະໂລວາກີ.

ທ່າມກາງບັນຍາກາດຂອງງານບຸນ, ຮ້ານວາງສະແດງຂອງຫວຽດນາມໄດ້ດຶງດູດຜູ້ເຂົ້າຊົມຈຳນວນຫຼວງຫຼາຍດ້ວຍອາຫານທີ່ມີລົດຊາດຂອງບ້ານເກີດເມືອງນອນ ແລະ ຜະລິດຕະພັນຫັດຖະກຳດັ້ງເດີມ. ຜ່ານການສຳຜັດປະສົບການທີ່ໃກ້ຊິດເຫຼົ່ານີ້, ປະຊາຊົນສະໂລວາກີ ແລະ ມິດສະຫາຍສາກົນມີໂອກາດເພີ່ມຕື່ມໃນການຮຽນຮູ້ກ່ຽວກັບປະເທດ, ຜູ້ຄົນ ແລະ ວັດທະນະທຳຫວຽດນາມ.

ອາຫານຫວຽດນາມປະກອບສ່ວນໃນງານຕະຫຼາດນັດຄຣິສມາສການກຸສົນຢູ່ສະໂລວາກີ
ນັກທ່ອງທ່ຽວເຂົ້າຊົມ ແລະ ຊື້ສິນຄ້າຢູ່ຮ້ານວາງສະແດງຂອງຫວຽດນາມ ໃນງານຕະຫຼາດນັດຄຣິສມາສການກຸສົນ ຢູ່ບຣາຕິສລາວາ (ສະໂລວາກີ).

ໃນການແບ່ງປັນຄຳເຫັນຢູ່ງານ, ທ່ານ ຟ້າມ ເຈື່ອງ ຢາງ, ເອກອັກຄະລັດຖະທູດຫວຽດນາມປະຈຳສະໂລວາກີ ໃຫ້ຮູ້ວ່າ ງານຕະຫຼາດນັດແມ່ນໂອກາດໃຫ້ບັນດາສຳນັກງານຜູ້ຕາງໜ້າການທູດໄດ້ແນະນຳເອກະລັກທາງວັດທະນະທຳດັ້ງເດີມ ແລະ ອາຫານພິເສດຂອງແຕ່ລະປະເທດ, ພ້ອມທັງເປັນຂົວເຊື່ອມທີ່ຊ່ວຍໃຫ້ປະຊາຊົນສະໂລວາກີ ແລະ ມິດສະຫາຍສາກົນເຂົ້າໃຈເພີ່ມຕື່ມກ່ຽວກັບວັດທະນະທຳ ແລະ ຜູ້ຄົນຂອງບັນດາຊົນຊາດ.

ຈຸດເດັ່ນຢ່າງໜຶ່ງຂອງງານຕະຫຼາດນັດແມ່ນປຶ້ມ “ໜັງສືຜ່ານແດນ” ທີ່ລະນຶກ ເຊິ່ງໄດ້ແຈກໃຫ້ຜູ້ເຂົ້າຊົມຕັ້ງແຕ່ທາງເຂົ້າ. ເມື່ອແວ່ຢ້ຽມຊົມບັນດາຮ້ານວາງສະແດງ, ນັກທ່ອງທ່ຽວສາມາດສະສົມກາປະທັບຂອງແຕ່ລະປະເທດ, ເກັບຮັກສາຄວາມຊົງຈຳຈາກການສຳຜັດວັດທະນະທຳໃນການເດີນທາງຄົ້ນຫາໂລກຈຳລອງຂະໜາດນ້ອຍຢູ່ບຣາຕິສລາວາ.

ຕາມຄະນະຈັດງານແລ້ວ, ງານຕະຫຼາດນັດຄຣິສມາສການກຸສົນຈັດຂຶ້ນເພື່ອລະດົມທຶນຊ່ວຍເຫຼືອບັນດາກິດຈະກຳການກຸສົນຢູ່ສະໂລວາກີ, ໃນນັ້ນມີບັນດາສະຖານທີ່ດູແລເດັກນ້ອຍ, ຜູ້ສູງອາຍຸ, ຄົນພິການ ແລະ ບັນດາໂຄງການດ້ານສາທາລະນະສຸກ, ການສຶກສາ ແລະ ການຫຼຸດຜ່ອນຄວາມທຸກຍາກ.

ສືບຕໍ່ຮັກສາຫ້ອງຮຽນພາສາຫວຽດນາມຢູ່ບຣາຕິສລາວາມາດົນກວ່າໜຶ່ງທົດສະວັດ

ກ່ອນໜ້ານັ້ນ, ເນື່ອງໃນໂອກາດວັນຄູຫວຽດນາມ (20/11), ທ່ານ ຟ້າມ ເຈື່ອງ ຢາງ, ເອກອັກຄະລັດຖະທູດ ໄດ້ມອບໃບຍ້ອງຍໍຂອງສະຖານທູດຫວຽດນາມໃຫ້ແກ່ບັນດາຄູຍິງທີ່ມີຜົນງານປະກອບສ່ວນຫຼາຍໃນການສິດສອນພາສາຫວຽດນາມ ແລະ ຮັກສາວັດທະນະທຳຂອງຊົນຊາດໃຫ້ແກ່ເດັກນ້ອຍຊາວຫວຽດນາມຫຼາຍຮຸ່ນຢູ່ສະໂລວາກີ.

ກ່າວຄຳເຫັນໃນພິທີ, ທ່ານເອກອັກຄະລັດຖະທູດໄດ້ຮັບຮູ້ ແລະ ຍ້ອງຍໍຄວາມທຸ່ມເທຂອງບັນດາຄູອາຈານ ພ້ອມທັງຄວາມຮ່ວມແຮງຮ່ວມໃຈຂອງບັນດາສະມາຄົມໃນການຮັກສາຫ້ອງຮຽນພາສາຫວຽດນາມໃຫ້ດຳເນີນຕໍ່ໄປ.

ຕາມທ່ານເອກອັກຄະລັດຖະທູດແລ້ວ, ສຳລັບເດັກນ້ອຍທີ່ເກີດ ແລະ ເຕີບໃຫຍ່ໃນສະພາບແວດລ້ອມຫຼາຍວັດທະນະທຳ, ພາສາຫວຽດນາມແມ່ນຂົວເຊື່ອມກັບຄອບຄົວ ແລະ ບ້ານເກີດເມືອງນອນ, ຊ່ວຍໃຫ້ເດັກນ້ອຍເຂົ້າໃຈກ່ຽວກັບຮາກເຫງົ້າຂອງຕົນ, ພ້ອມທັງຮັບເອົາບັນດາຄຸນຄ່າອັນດີງາມຂອງວັດທະນະທຳທັງສອງປະເທດ ຫວຽດນາມ ແລະ ສະໂລວາກີ.

ເມື່ອກ່າວເຖິງໂຄງການຄ້າຍລະດູຮ້ອນຫວຽດນາມ ແລະ ບັນດາຫຼັກສູດຝຶກອົບຮົມການສິດສອນພາສາຫວຽດນາມຂອງຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ, ທ່ານ ຟ້າມ ເຈື່ອງ ຢາງ ໃຫ້ຮູ້ວ່າ ສະຖານທູດມີຄວາມພ້ອມທີ່ຈະຊ່ວຍປະສານເຊື່ອມໂຍງ, ສ້າງໂອກາດເພີ່ມຕື່ມໃຫ້ຄູອາຈານ ແລະ ນັກຮຽນໄດ້ເຂົ້າຮ່ວມບັນດາກິດຈະກຳທີ່ເໝາະສົມ.

ຜູ້ຕາງໜ້າບັນດາສະມາຄົມຊາວຫວຽດນາມຢູ່ສະໂລວາກີ ກໍໄດ້ສະແດງຄວາມຊື່ນຊົມຕໍ່ການປະກອບສ່ວນຂອງບັນດາຄູຍິງ ແລະ ປາຖະໜາໃຫ້ວຽກງານທີ່ມີຄວາມໝາຍນີ້ສືບຕໍ່ໄປຫຼາຍຮຸ່ນຄົນ.

ທ່ານ ຫງວຽນ ກິມ ດັງ, ຮອງປະທານສະມາຄົມຊາວຫວຽດນາມຢູ່ສະໂລວາກີ ໄດ້ຫວນຄືນເຖິງບັນດາໂອກາດບຸນໄຫວ້ພະຈັນປະຈຳປີ, ເມື່ອບັນດາຄູຍິງທັງສິດສອນຢູ່ໃນຫ້ອງຮຽນ ແລະ ເຂົ້າຮ່ວມຈັດກິດຈະກຳຫຼາຍຢ່າງສຳລັບເດັກນ້ອຍ.

ທ່ານ ຫວໍ ເຟືອງ, ຮອງປະທານສະມາຄົມຊາວຫວຽດນາມຢູ່ສະໂລວາກີ, ປະທານສາຂາສະມາຄົມຊາວຫວຽດນາມຢູ່ບຣາຕິສລາວາ ໄດ້ກ່າວຂອບໃຈບັນດາຄູຍິງ, ພ້ອມທັງຕີລາຄາວ່າ ການປະກອບສ່ວນຢ່າງບໍ່ຫຼຸດລະຂອງພວກເພິ່ນໄດ້ປະກອບສ່ວນຍົກລະດັບຖານະບົດບາດຂອງຊຸມຊົນຊາວຫວຽດນາມໃນປະເທດເຈົ້າພາບ.

ທ່ານນາງ ຫງວຽນ ມິງ ແກງ, ປະທານສະມາຄົມແມ່ຍິງຫວຽດນາມຢູ່ສະໂລວາກີ ໄດ້ແບ່ງປັນກ່ຽວກັບໄລຍະເລີ່ມຕົ້ນທີ່ໄດ້ຕິດຕໍ່ກັບບັນດາໂຮງຮຽນຢູ່ບຣາຕິສລາວາ ເພື່ອຊອກຫາໂອກາດການຮຽນຮູ້ເພີ່ມຕື່ມໃຫ້ແກ່ເດັກນ້ອຍ. ທ່ານນາງສະແດງຄວາມຍິນດີທີ່ຄູອາຈານຫຼາຍຮຸ່ນຍັງຄົງສືບຕໍ່ສິດສອນ, ພ້ອມທັງປາຖະໜາໃຫ້ປະສົບການທີ່ໄດ້ສະສົມມາຫຼາຍປີຖືກຖ່າຍທອດໃຫ້ແກ່ຜູ້ສືບທອດ.

ຫ້ອງຮຽນພາສາຫວຽດນາມຢູ່ບຣາຕິສລາວາໄດ້ຮັບການຮັກສາໃຫ້ດຳເນີນໄປຢ່າງສະໝ່ຳສະເໝີມາດົນກວ່າໜຶ່ງທົດສະວັດ, ໂດຍມີການຮ່ວມເຄຽງຂ້າງຂອງສະມາຄົມຊາວຫວຽດນາມຢູ່ສະໂລວາກີ, ສະມາຄົມແມ່ຍິງຫວຽດນາມຢູ່ສະໂລວາກີ, ບັນດາສະມາຄົມຊາວຫວຽດນາມໃນປະເທດເຈົ້າພາບ ແລະ ສະຖານທູດ.

ໃນພິທີ, ບັນດານັກຮຽນຍັງໄດ້ສົ່ງຄຳຂອບໃຈເຖິງຄູອາຈານ ແລະ ບັນດາຜູ້ທີ່ໄດ້ຮ່ວມແຮງຮ່ວມໃຈເພື່ອໃຫ້ພວກເຂົາມີຫ້ອງຮຽນພາສາຫວຽດນາມທຸກອາທິດ, ສືບຕໍ່ຮັກສາພາສາ ແລະ ເອກະລັກວັດທະນະທຳບ້ານເກີດເມືອງນອນຢູ່ທ່າມກາງສັງຄົມສະໂລວາກີ.

ເພີ່ມທະວີການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສປປ.ລາວ ແລະ ສະໂລວາກີ ເພີ່ມທະວີການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສປປ.ລາວ ແລະ ສະໂລວາກີ
ເມື່ອບໍ່ດົນມານີ້ ທີ່ທຳນຽບປະທານາທິບໍດີ, ນະຄອນຫຼວງບຣາຕິດສະລາວາ, ສາທາລະນະລັດ ສະໂລວາກີ, ທ່ານ ສີທົງ ຈິດໂຍທິນ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ທ່ານນາງ ຊູຊານາ ກາປູໂຕວາ - ປະທານາທິບໍດີ ແຫ່ງສາທາລະນະລັດ ສະໂລວາກີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ສະໂລວາກີ.
ຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ສະໂລວາກີ ຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ສະໂລວາກີ
ຍສໝ - ຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານເລມິງຮຶງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທ່ານRobert Fico, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະໂລວາກີ ໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 12 ຫາວັນທີ 14 ເມສາ 2026.

ດວງດີ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ