| ຊຸດເຊື້ອຍາວ ແລະ ອາຫານຫວຽດນາມ ມັດໃຈປະຊາຊົນ ສາທາລະນະລັດ ເຊັກ ຊຸດເຊື້ອຍາວ ຫວຽດນາມ ເຊື່ອມສານມິດຕະພາບຫວຽດນາມ - ລາວ |
ກິດຈະກຳດັ່ງກ່າວຈັດຂຶ້ນໂດຍສະມາຄົມມິດຕະພາບມາເລເຊຍ - ຫວຽດນາມ (MVFA) ປະສານສົມທົບກັບສະພານະຄອນ Kuala Lumpur (DBKL), ໃນຂອບເຂດໂຄງການ “Car Free Morning” (ຕອນເຊົ້າປອດລົດຍົນ) ທີ່ທາງນະຄອນຈັດຂຶ້ນເປັນປະຈຳ.
ນັບແຕ່ເຊົ້າຕູ່, ຊາວຫວຽດນາມຈຳນວນຫຼວງຫຼາຍຢູ່ມາເລເຊຍໄດ້ມາເຕົ້າໂຮມກັນເພື່ອເຂົ້າຮ່ວມໂຄງການ. ໃນຊຸດເຊື້ອຍາວພື້ນເມືອງທີ່ມີສີສັນສົດໃສ, ພ້ອມກັບຖືໝວກຮູບຈວຍຢູ່ໃນມື, ພີ່ນ້ອງຊາວຫວຽດນາມໄດ້ຮ່ວມກັນເດີນຂະບວນຜ່ານບັນດາຖະໜົນໃຈກາງນະຄອນ Kuala Lumpur.
![]() |
| ຊາວຫວຽດນາມຈຳນວນຫຼວງຫຼາຍຢູ່ມາເລເຊຍ ໄດ້ມາເຕົ້າໂຮມກັນແຕ່ເຊົ້າຕູ່ ເພື່ອເຂົ້າຮ່ວມໂຄງການເດີນຂະບວນສະແດງຊຸດເຊື້ອຍາວ. |
ນອກຈາກກິດຈະກຳເດີນຂະບວນແລ້ວ, ໂຄງການຍັງມີບັນດາລາຍການສະແດງສິລະປະ ແລະ ແນະນຳອາຫານ, ເຄື່ອງດື່ມທີ່ເປັນເອກະລັກຂອງຫວຽດນາມ ເຊັ່ນ ແນມຈືນ ແລະ ກາເຟ. ບັນດາກິດຈະກຳເຫຼົ່ານີ້ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນມາເລເຊຍ ແລະ ນັກທ່ອງທ່ຽວສາກົນ, ປະກອບສ່ວນແນະນຳພາບລັກຂອງປະເທດ, ຜູ້ຄົນ ແລະ ເອກະລັກວັດທະນະທຳຫວຽດນາມ.
ຕາມທ່ານນາງ ເຈິ່ນ ທິ ຈາງ, ປະທານສະມາຄົມມິດຕະພາບມາເລເຊຍ - ຫວຽດນາມ, ໂຄງການນີ້ແມ່ນໂອກາດໃຫ້ຊາວຫວຽດນາມທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ມາເລເຊຍ ໄດ້ພົບປະ, ແລກປ່ຽນ, ເພີ່ມທະວີຄວາມຜູກພັນ ແລະ ຮ່ວມກັນຮັກສາບັນດາຄຸນຄ່າວັດທະນະທຳມູນເຊື້ອ. ພ້ອມກັນນັ້ນ, ກິດຈະກຳຍັງປະກອບສ່ວນສ້າງສາຍພົວພັນມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະ ມາເລເຊຍໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ໂດຍເຂົ້າຮ່ວມຂະບວນເດີນສະແດງ, ທ່ານນາງ ທ້ຽນ ຈຸກ, ຊາວຫວຽດນາມທີ່ດຳລົງຊີວິດຢູ່ Kuala Lumpur, ໄດ້ແບ່ງປັນຄວາມຕື້ນຕັນໃຈເມື່ອໄດ້ຮ່ວມກັບພີ່ນ້ອງຮ່ວມຊາດສວມໃສ່ຊຸດເຊື້ອຍາວ, ຮ້ອງເພງຊາດຫວຽດນາມ ແລະ ພົບປະກັບບັນດາລູກຫຼານທີ່ຢູ່ຫ່າງໄກບ້ານເກີດເມືອງນອນ. ທ່ານນາງປາຖະໜາໃຫ້ຊຸມຊົນສືບຕໍ່ຈັດຫຼາຍໂຄງການທີ່ຄ້າຍຄືກັນ ເພື່ອເພີ່ມທະວີຄວາມສາມັກຄີ ແລະ ຄວາມຜູກພັນລະຫວ່າງຊາວຫວຽດນາມຢູ່ຕ່າງແດນໃນມາເລເຊຍ.
ໂຄງການເດີນຂະບວນສະແດງຊຸດເຊື້ອຍາວຫວຽດນາມ ບໍ່ພຽງແຕ່ເຊີດຊູຄວາມງາມຂອງເຄື່ອງນຸ່ງຖືພື້ນເມືອງເທົ່ານັ້ນ, ແຕ່ຍັງສ້າງໂອກາດເຊື່ອມໂຍງຊຸມຊົນ ແລະ ເຜີຍແຜ່ວັດທະນະທຳຫວຽດນາມໄປສູ່ເພື່ອນມິດສາກົນ. ເຫດການນີ້ຍິ່ງມີຄວາມໝາຍເພີ່ມຂຶ້ນ ເມື່ອປີ 2026 ເປັນຂີດໝາຍຄັ້ງທຳອິດທີ່ວັນວັດທະນະທຳຫວຽດນາມ 24 ພະຈິກ ໄດ້ກາຍເປັນວັນບຸນແຫ່ງຊາດຢ່າງເປັນທາງການ.
ຍສໝ - ວັນທີ 16 ພະຈິກ, ຢູ່ Manila (Philippines), ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ Anutin Charnvirakul, ນາຍົກລັດຖະມົນຕີໄທ, ເພື່ອແລກປ່ຽນບັນດາມາດຕະການດຳເນີນການຮ່ວມມືສອງຝ່າຍ, ໂດຍສະເພາະໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ວິທະຍາສາດ - ເຕັກໂນໂລຊີ. |
ຍສໝ - ຕອນບ່າຍວັນທີ 16 ພະຈິກ, ຢູ່ Manila (ຟີລິບປິນ), ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານນາງ Kristalina Georgieva, ຜູ້ອຳນວຍການໃຫຍ່ກອງທຶນການເງິນສາກົນ (IMF). ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະຖານະການເສດຖະກິດໂລກ, ທິດທາງການພັດທະນາຂອງຫວຽດນາມ ແລະ ການຮ່ວມມືໃນໄລຍະຕໍ່ໜ້າ, ໃນນັ້ນລວມມີບັນດາກິດຈະກຳໃນຂອບເຂດປີ APEC 2027 ທີ່ຫວຽດນາມເປັນເຈົ້າພາບ. |
ດວງດີ
