| ດ່ານັງ ສະແດງຄວາມຮູ້ບຸນຄຸນຕໍ່ທະຫານອາສາສະໝັກທີ່ຊ່ວຍເຫຼືອການປະຕິວັດລາວ ນັກຮຽນຈຳປາສັກເຜີຍແຜ່ຄວາມຮັກຕໍ່ພາສາຫວຽດນາມ |
ງານລ້ຽງນ້ຳຊາການທູດປີ 2026 ຈັດຂຶ້ນໂດຍກະຊວງການຕ່າງປະເທດລາວ, ເປັນກິດຈະກຳແລກປ່ຽນປະຈຳປີສຳລັບພະນັກງານການທູດຍິງ, ພະນັກງານວຽກງານການຕ່າງປະເທດຂອງລາວ, ພັນລະຍາຂອງພະນັກງານບັນດາສຳນັກງານຜູ້ຕາງໜ້າການທູດ ແລະ ອົງການສາກົນປະຈຳລາວ.
ໂຄງການມີຈຸດປະສົງເພື່ອເພີ່ມທະວີຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງລາວກັບປະຊາຄົມການທູດ, ພ້ອມທັງສ້າງໂອກາດໃຫ້ບັນດາປະເທດແນະນຳພາບລັກຂອງປະເທດຊາດ, ປະຊາຊົນ ແລະ ເອກະລັກທາງວັດທະນະທຳອັນໂດດເດັ່ນຂອງຕົນ.
![]() |
| ຮ້ານອາຫານຫວຽດນາມໄດ້ແນະນຳ ແລະ ບໍລິການອາຫານພື້ນເມືອງຫຼາຍຢ່າງພາຍໃນງານ. |
ເຂົ້າຮ່ວມງານດັ່ງກ່າວ, ສະຖານທູດຫວຽດນາມໄດ້ຈັດພື້ນທີ່ວາງສະແດງ ແລະ ແນະນຳບັນດາຜະລິດຕະພັນວັດທະນະທຳ ແລະ ອາຫານພື້ນເມືອງ, ຜ່ານນັ້ນໄດ້ໂຄສະນາຄວາມອຸດົມສົມບູນ, ຄວາມປານີດຂອງວັດທະນະທຳອາຫານຫວຽດນາມໃຫ້ແກ່ຜູ້ມາຢ້ຽມຊົມ.
ຢູ່ຮ້ານວາງສະແດງຂອງຫວຽດນາມ, ໄດ້ມີການແນະນຳສິ່ງພິມ, ປຶ້ມ, ໜັງສືພິມ, ຜະລິດຕະພັນສິລະປະ ພ້ອມທັງວັດຖຸດິບ ແລະ ເຄື່ອງປຸງທີ່ເປັນເອກະລັກໃນອາຫານຂອງສາມພາກ ເຊັ່ນ: ຊາ, ກາເຟ, ໝາກຈັນແປດກີບ, ໄຄ, ໝາກແໜ່ງ ແລະ ໝາກພິກໄທ. ນອກຈາກນັ້ນ ຍັງມີສິນຄ້າກະສິກຳ ແລະ ອາຫານຄຸນນະພາບສູງຂອງຫວຽດນາມ.
ພື້ນທີ່ວາງສະແດງໄດ້ຮັບການຈັດຕົກແຕ່ງຢ່າງກົມກຽວ, ປະສົມປະສານກັບບັນດາຮູບພາບປະກອບທີ່ມີຊີວິດຊີວາກ່ຽວກັບວັດຖຸດິບ, ເຄື່ອງປຸງ, ເຄື່ອງປັ້ນດິນເຜົາ ແລະ ເຄື່ອງເຄືອບ ພ້ອມທັງບັນດາອາຫານທີ່ເປັນເອກະລັກຂອງສາມພາກ, ຊ່ວຍໃຫ້ຜູ້ມາຢ້ຽມຊົມໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບຄວາມຫຼາກຫຼາຍຂອງອາຫານຫວຽດນາມ.
ນອກຈາກກິດຈະກຳວາງສະແດງແລ້ວ, ຮ້ານອາຫານຫວຽດນາມຍັງໄດ້ບໍລິການອາຫານພື້ນເມືອງຫຼາຍຢ່າງ ເຊັ່ນ: ຈ໋າໂກມ, ແບັ໋ງໂບດລອກ, ຈ໋າຈີ່ອ, ແບັ໋ງຟູເທ ແລະ ແຈ່ລອງຫຍານ.
ບັນດາອາຫານດັ່ງກ່າວໄດ້ຮັບການກະກຽມ, ປຸງແຕ່ງ ແລະ ແນະນຳໃຫ້ແກ່ຜູ້ມາຢ້ຽມຊົມໂດຍກົງຈາກພັນລະຍາຂອງທ່ານເອກອັກຄະລັດຖະທູດ, ບັນດາພະນັກງານຍິງ ແລະ ພັນລະຍາຂອງພະນັກງານສະຖານທູດ. ຄວາມຊຳນານ, ຄວາມໃສ່ໃຈ ແລະ ນ້ຳໃຈຕ້ອນຮັບແຂກໃນແຕ່ລະຂັ້ນຕອນ ໄດ້ປະກອບສ່ວນນຳມາເຊິ່ງປະສົບການທີ່ໃກ້ຊິດກັບວັດທະນະທຳອາຫານຫວຽດນາມ.
ອາຫານແຕ່ລະຢ່າງບໍ່ພຽງແຕ່ມີລົດຊາດທີ່ເປັນເອກະລັກເທົ່ານັ້ນ, ແຕ່ຍັງສະແດງເຖິງຄວາມປານີດໃນການຄັດເລືອກວັດຖຸດິບ, ການປຸງແຕ່ງ ແລະ ການຈັດວາງອາຫານ, ຊ່ວຍໃຫ້ເພື່ອນມິດຊາວລາວ ແລະ ສາກົນເຂົ້າໃຈເພີ່ມເຕີມກ່ຽວກັບເອກະລັກຂອງອາຫານຫວຽດນາມ.
ນອກຈາກການວາງສະແດງຜະລິດຕະພັນ ແລະ ແນະນຳອາຫານແລ້ວ, ສະຖານທູດຫວຽດນາມຍັງໄດ້ເຂົ້າຮ່ວມໂຄງການສະແດງສິລະປະ ດ້ວຍ 2 ລາຍການທີ່ສະແດງໂດຍນັກຮຽນໂຮງຮຽນສອງພາສາລາວ - ຫວຽດນາມ ຫງວຽນ ຢູ.
ບັນດານັກຮຽນໄດ້ສະແດງຟ້ອນໝວກໃບລານປະກອບເພງ “ຫວຽດນາມ ບ້ານເກີດເມືອງນອນຂອງຂ້ອຍ” ແລະ ຟ້ອນວີປະກອບເພງ “ຫວຽດນາມຮຸ່ງເຮືອງສະຫງ່າງາມ”.
ທັງສອງລາຍການໄດ້ຮັບການຈັດສ້າງຢ່າງປານີດ, ສະແດງໃຫ້ເຫັນບັນດາເອກະລັກຂອງວັດທະນະທຳຫວຽດນາມ ພ້ອມທັງຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ ແລະ ຄວາມພາກພູມໃຈໃນຊາດ. ບັນດາການສະແດງໄດ້ປະກອບສ່ວນສ້າງບັນຍາກາດການແລກປ່ຽນທີ່ມ່ວນຊື່ນ, ອົບອຸ່ນ ແລະ ເຕັມໄປດ້ວຍມິດຕະພາບໃນງານ.
ຮ້ານວາງສະແດງ, ພື້ນທີ່ແນະນຳອາຫານ ແລະ ບັນດາລາຍການສິລະປະຂອງສະຖານທູດຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກຜູ້ມາຢ້ຽມຊົມຈຳນວນຫຼາຍ, ໂດຍສະເພາະບັນດາພັນລະຍາຂອງການນຳລາວ, ຜູ້ຕາງໜ້າບັນດາອົງການການທູດ ແລະ ອົງການສາກົນປະຈຳລາວ.
ບັນດາກິດຈະກຳຂອງສະຖານທູດຫວຽດນາມໄດ້ຮັບການຕີລາຄາສູງຈາກຄະນະຈັດຕັ້ງ ແລະ ບັນດາຜູ້ແທນທີ່ເຂົ້າຮ່ວມ, ສ້າງຄວາມປະທັບໃຈອັນດີງາມກ່ຽວກັບປະເທດຊາດ, ປະຊາຊົນ ແລະ ບັນດາຄຸນຄ່າວັດທະນະທຳອັນໂດດເດັ່ນຂອງຫວຽດນາມ.
ຜ່ານການແນະນຳຜະລິດຕະພັນ, ການແລກປ່ຽນດ້ານອາຫານ ແລະ ການສະແດງສິລະປະ, ສະຖານທູດຫວຽດນາມໄດ້ສືບຕໍ່ໂຄສະນາພາບລັກຂອງປະເທດຊາດ, ປະຊາຊົນ ແລະ ວັດທະນະທຳຫວຽດນາມໃຫ້ແກ່ເພື່ອນມິດຊາວລາວ ແລະ ສາກົນ. ພ້ອມກັນນັ້ນ, ບັນດາກິດຈະກຳຍັງໄດ້ສ້າງເງື່ອນໄຂເພື່ອເພີ່ມທະວີການແລກປ່ຽນ, ຄວາມເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງພະນັກງານການທູດຍິງ, ພັນລະຍາຂອງພະນັກງານບັນດາສຳນັກງານຜູ້ຕາງໜ້າການທູດ ແລະ ອົງການສາກົນປະຈຳລາວ.
ໂດຍສືບຕໍ່ການເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາງານລ້ຽງນ້ຳຊາການທູດຄັ້ງຜ່ານມາ, ໂຄງການປີ 2026 ຍັງເປັນໂອກາດໃຫ້ສະຖານທູດຫວຽດນາມສືບຕໍ່ສົ່ງເສີມບົດບາດຂອງການທູດວັດທະນະທຳໃນການເພີ່ມທະວີການແລກປ່ຽນ, ຄວາມເຂົ້າໃຈ ແລະ ຄວາມໄວ້ວາງໃຈລະຫວ່າງຫວຽດນາມກັບລາວ ແລະ ປະຊາຄົມການທູດຢູ່ວຽງຈັນ.
ບັນດາກິດຈະກຳແລກປ່ຽນດ້ານວັດທະນະທຳ, ສິລະປະ ແລະ ອາຫານໃນງານດັ່ງກ່າວ ຍັງໄດ້ປະກອບສ່ວນເສີມສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດຫວຽດນາມ - ລາວ, ເພື່ອຜົນປະໂຫຍດອັນເປັນຮູບປະທຳຂອງປະຊາຊົນສອງປະເທດ ກໍຄືເພື່ອສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ຍສໝ - ວັນທີ 16 ພະຈິກ, ຢູ່ນະຄອນຫຼວງພະນົມເປັນ (ກຳປູເຈຍ), ໃນຂອບເຂດກອງປະຊຸມສຸດຍອດປະເທດໃຊ້ພາສາຝຣັ່ງ ຄັ້ງທີ 20, ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ໄດ້ຮ່ວມຮັບປະທານອາຫານເຊົ້າ ແລະ ປຶກສາຫາລືວຽກງານກັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດລາວ ແລະ ທ່ານ ຮຸນ ແຊນ, ປະທານພັກປະຊາຊົນກຳປູເຈຍ, ປະທານວຸດທິສະພາກຳປູເຈຍ. ຜູ້ນຳທັງສາມທ່ານໄດ້ແລກປ່ຽນກ່ຽວກັບສາຍພົວພັນການຮ່ວມມືລະຫວ່າງສາມພັກ, ສາມປະເທດ ແລະ ເຫັນດີເປັນເອກະພາບກ່ຽວກັບທິດທາງການປະສານງານໃນໄລຍະຕໍ່ໜ້າ. |
ຍສໝ - ໃນຍຸດທະການ 500 ວັນ ແລະ ຄືນ ເພື່ອຄົ້ນຫາ, ເກັບກູ້ ແລະ ກຳນົດຕົວຕົນຂອງຊາກກະດູກນັກຮົບພລີຊີບ, ແຂວງລາວກາຍ ໄດ້ຄົ້ນພົບຊາກກະດູກ 110 ຊຸດ, ພ້ອມທັງຍູ້ແຮງການເກັບກຳຂໍ້ມູນ ແລະ ການເກັບຕົວຢ່າງ ADN ເພື່ອກຳນົດຕົວຕົນ, ຊ່ວຍໃຫ້ບັນດານັກຮົບພລີຊີບມີໂອກາດໄດ້ກັບຄືນສູ່ຄອບຄົວ ແລະ ບ້ານເກີດ. |
ມິງດຶກ
