ນັກຮຽນຫວຽດນາມ - ລາວ ແລກປ່ຽນດ້ານກິລາ, ວັດທະນະທຳ ແລະ ອາຫານ

23:11 | 15/11/2026

ຍສໝ - ວັນທີ 13 ພະຈິກ, ໂຮງຮຽນສາມັນມິດຕະພາບລາວ - ຫວຽດນາມ ແຂວງສະຫວັນນະເຂດ (ລາວ) ໄດ້ຈັດງານແຂ່ງຂັນກິລາ, ສິລະປະ ແລະ ບຸນອາຫານ ປະຈຳສົກຮຽນ 2026-2027. ໂຄງການດັ່ງກ່າວໄດ້ສ້າງໂອກາດໃຫ້ນັກຮຽນຂອງສອງປະເທດໄດ້ແລກປ່ຽນ, ສຳຜັດປະສົບການ ແລະ ຮຽນຮູ້ບັນດາຄຸນຄ່າວັດທະນະທຳມູນເຊື້ອຂອງຫວຽດນາມ ແລະ ລາວ.

ຫ້ອງວ່າການສະພາແຫ່ງຊາດຫວຽດນາມ - ລາວ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນນັກຮົບພລີຊີບຢູ່ແຂວງເງະອານ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມືທາງຍຸດທະສາດ

ໂຄງການນີ້ຈັດຂຶ້ນເພື່ອຂານຮັບສັບປະດາວັດທະນະທຳ ແລະ ອາຫານຫວຽດນາມ, ໂດຍມີຜູ້ຕາງໜ້າສະຖານກົງສຸນໃຫຍ່ຫວຽດນາມ ປະຈຳສະຫວັນນະເຂດ, ສະມາຄົມຊາວຫວຽດນາມ ປະຈຳສະຫວັນນະເຂດ, ຫ້ອງການສຶກສາ ແລະ ກິລາ ນະຄອນໄກສອນ ພົມວິຫານ, ພ້ອມດ້ວຍຄະນະພະນັກງານ, ຄູອາຈານ ແລະ ນັກຮຽນທັງໝົດຂອງໂຮງຮຽນເຂົ້າຮ່ວມ.

ໃນຂອບເຂດງານແຂ່ງຂັນ, ນັກຮຽນໄດ້ເຂົ້າຮ່ວມການແຂ່ງຂັນກິລາຫຼາຍປະເພດຢ່າງຄຶກຄື້ນ, ພ້ອມທັງສະແດງບັນດາລາຍການສິລະປະທີ່ສະທ້ອນເຖິງເອກະລັກວັດທະນະທຳຂອງຫວຽດນາມ ແລະ ລາວ.

ນັກຮຽນຫວຽດນາມ - ລາວ ແລກປ່ຽນດ້ານກິລາ, ວັດທະນະທຳ ແລະ ອາຫານ
ບັນດານັກຮຽນຮຽນຮູ້ກ່ຽວກັບເອກະລັກອັນໂດດເດັ່ນຂອງວັດທະນະທຳອາຫານພື້ນເມືອງຫວຽດນາມ ແລະ ລາວ.

ບັນດາບົດເພງ ແລະ ທ່າຟ້ອນທີ່ນັກຮຽນເປັນຜູ້ສະແດງເອງ ໄດ້ສ້າງບັນຍາກາດມ່ວນຊື່ນ ແລະ ສາມັກຄີ, ປະກອບສ່ວນເຜີຍແຜ່ຄວາມຮູ້ສຶກມິດຕະພາບລະຫວ່າງສອງຊາດ. ກິດຈະກຳຍັງໄດ້ປຸກລະດົມຄວາມພາກພູມໃຈໃນມູນເຊື້ອວັດທະນະທຳ, ຊຸກຍູ້ໃຫ້ນັກຮຽນທີ່ເປັນລູກຫຼານຊາວຫວຽດນາມຢູ່ຕ່າງປະເທດ ຮັກພາສາຫວຽດນາມຫຼາຍຂຶ້ນ, ຮັກສາພາສາແມ່ ແລະ ລະນຶກເຖິງບ້ານເກີດ ແລະ ຮາກເຫງົ້າຂອງຕົນ.

ອີກໜຶ່ງຈຸດເດັ່ນຂອງໂຄງການແມ່ນບຸນອາຫານ ທີ່ມີຮ້ານວາງສະແດງ 12 ຮ້ານ ຊຶ່ງໄດ້ກະກຽມຢ່າງປານີດ, ເພື່ອແນະນຳບັນດາອາຫານພື້ນເມືອງທີ່ມີລັກສະນະພິເສດຂອງສອງປະເທດ.

ຢູ່ບັນດາຮ້ານອາຫານ, ນັກຮຽນບໍ່ພຽງແຕ່ໄດ້ຊີມອາຫານເທົ່ານັ້ນ, ແຕ່ຍັງໄດ້ເຂົ້າຮ່ວມປຸງແຕ່ງ, ແນະນຳ ແລະ ຮຽນຮູ້ບັນດາຈຸດພິເສດຂອງວັດທະນະທຳອາຫານຫວຽດນາມ ແລະ ລາວ ໂດຍກົງ.

ຜ່ານອາຫານແຕ່ລະເຍື່ອງ, ນັກຮຽນໄດ້ມີໂອກາດຄົ້ນຄວ້າຮຽນຮູ້ເພີ່ມເຕີມກ່ຽວກັບຮີດຄອງປະເພນີ, ຂະນົບທຳນຽມ, ຊີວິດການເປັນຢູ່ ແລະ ບັນດາຄຸນຄ່າວັດທະນະທຳຂອງປະຊາຊົນສອງປະເທດ. ບັນດາກິດຈະກຳພາກປະຕິບັດ ແລະ ການສຳຜັດປະສົບການ ຍັງຊ່ວຍໃຫ້ນັກຮຽນເປີດກວ້າງຄວາມຮູ້, ຝຶກຝົນຄວາມສາມາດດ້ານການສື່ສານ, ທັກສະການເຮັດວຽກເປັນກຸ່ມ ແລະ ສົ່ງເສີມຄວາມຄິດສ້າງສັນ.

ສິ່ງທີ່ໜ້າສົນໃຈແມ່ນ ນັກຮຽນໄດ້ສະແດງຄວາມເປັນເຈົ້າການ ແລະ ຄວາມກະຕືລືລົ້ນໃນການເຂົ້າຮ່ວມແຂ່ງຂັນກິລາ, ສະແດງສິລະປະ, ກະກຽມຮ້ານອາຫານ ແລະ ແລກປ່ຽນວັດທະນະທຳ.

ບັນຍາກາດຂອງງານບຸນເຕັມໄປດ້ວຍຄວາມເປັນກັນເອງ ແລະ ຄວາມມີຊີວິດຊີວາ ດ້ວຍການເຂົ້າຮ່ວມຂອງນັກຮຽນລາວ ແລະ ລູກຫຼານຊາວຫວຽດນາມທີ່ອາໄສຢູ່ທ້ອງຖິ່ນ. ຜ່ານບັນດາກິດຈະກຳຮ່ວມກັນ, ນັກຮຽນໄດ້ມີເງື່ອນໄຂແລກປ່ຽນ, ແບ່ງປັນ ແລະ ຮຽນຮູ້ຊຶ່ງກັນແລະກັນ, ຜ່ານນັ້ນເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງຄົນຮຸ່ນໜຸ່ມຂອງສອງປະເທດ.

ໃນການຕີລາຄາຄວາມໝາຍຂອງໂຄງການ, ທ່ານ ຫງວຽນ ວັນ ຢຸງ, ກົງສຸນໃຫຍ່ຫວຽດນາມ ປະຈຳສະຫວັນນະເຂດ ໃຫ້ຄວາມເຫັນວ່າ ນີ້ແມ່ນກິດຈະກຳທີ່ມີຄວາມໝາຍຕົວຈິງ ເພື່ອເສີມສ້າງຄວາມເຊື່ອມໂຍງລະຫວ່າງບັນດາອົງການສະມາຄົມຊາວຫວຽດນາມ ກັບພີ່ນ້ອງຊາວຫວຽດນາມຢູ່ຕ່າງປະເທດ.

ຕາມທ່ານກົງສຸນໃຫຍ່ແລ້ວ, ໂຄງການນີ້ບໍ່ພຽງແຕ່ສ້າງເວທີກິດຈະກຳທີ່ປອດໃສ ແລະ ມີປະໂຫຍດ, ຊຸກຍູ້ໃຫ້ນັກຮຽນຝຶກຝົນຮ່າງກາຍ ແລະ ເຂົ້າຮ່ວມບັນດາກິດຈະກຳວັດທະນະທຳ, ສິລະປະເທົ່ານັ້ນ, ແຕ່ຍັງປະກອບສ່ວນບຳລຸງສ້າງຄວາມພາກພູມໃຈໃນຊາດ ແລະ ຍົກສູງຈິດສຳນຶກໃນການຮັກສາເອກະລັກວັດທະນະທຳໃຫ້ແກ່ຄົນຮຸ່ນໜຸ່ມອີກດ້ວຍ.

ທ່ານ ຫງວຽນ ວັນ ຢຸງ ຍັງໄດ້ເນັ້ນໜັກວ່າ ງານດັ່ງກ່າວໄດ້ສ້າງເງື່ອນໄຂໃຫ້ນັກຮຽນລາວເຂົ້າໃຈເພີ່ມເຕີມກ່ຽວກັບປະເທດ, ປະຊາຊົນ ແລະ ວັດທະນະທຳຫວຽດນາມ, ພ້ອມທັງປະກອບສ່ວນອະນຸລັກ, ແນະນຳ ແລະ ເຜີຍແຜ່ບັນດາຄຸນຄ່າວັດທະນະທຳມູນເຊື້ອອັນດີງາມຂອງທັງສອງຊາດ.

ຜ່ານງານແຂ່ງຂັນ ແລະ ບຸນອາຫານ, ໂຮງຮຽນສາມັນມິດຕະພາບລາວ - ຫວຽດນາມ ແຂວງສະຫວັນນະເຂດ ໄດ້ສືບຕໍ່ສົ່ງເສີມບົດບາດເປັນຂົວເຊື່ອມຕໍ່ດ້ານວັດທະນະທຳ ແລະ ການສຶກສາ ລະຫວ່າງລູກຫຼານຊາວຫວຽດນາມຢູ່ຕ່າງປະເທດ ແລະ ນັກຮຽນລາວ.

ກິດຈະກຳນີ້ໄດ້ປະກອບສ່ວນສ້າງສະພາບແວດລ້ອມການຮຽນຮູ້ທີ່ເປັນມິດ, ຊຸກຍູ້ການແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມສາມັກຄີລະຫວ່າງນັກຮຽນ, ພ້ອມທັງປູກຝັງຈິດສຳນຶກໃນການໃຫ້ຄວາມເຄົາລົບ, ຮັກສາສາຍພົວພັນມິດຕະພາບມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ.

ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການເຊື່ອມໂຍງສາມລະບົບເສດຖະກິດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການເຊື່ອມໂຍງສາມລະບົບເສດຖະກິດ
ຍສໝ - ວັນທີ 16 ພະຈິກ, ຢູ່ພະນົມເປັນ (ກຳປູເຈຍ), ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ໄດ້ພົບປະກັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດລາວ ແລະ ທ່ານ ຮຸນ ເຊນ, ປະທານພັກປະຊາຊົນກຳປູເຈຍ, ປະທານວຸດທິສະພາກຳປູເຈຍ. ຜູ້ນຳທັງສາມທ່ານໄດ້ແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງສາມພັກ, ສາມປະເທດ ແລະ ເຫັນດີຕໍ່ບັນດາທິດທາງໃນການເພີ່ມທະວີຄວາມສາມັກຄີ, ການເຊື່ອມໂຍງທາງເສດຖະກິດ ແລະ ການປະສານງານເພື່ອຮັບປະກັນວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ.
ຊຸດເຊື້ອຍາວ ຫວຽດນາມ ເຊື່ອມສານມິດຕະພາບຫວຽດນາມ - ລາວ ຊຸດເຊື້ອຍາວ ຫວຽດນາມ ເຊື່ອມສານມິດຕະພາບຫວຽດນາມ - ລາວ
ຍສໝ - ຕອນເຊົ້າວັນທີ 15 ພະຈິກ, ຢູ່ຈະຕຸລັດປະຕູໄຊ, ນະຄອນຫຼວງວຽງຈັນ (ລາວ), ຊາວຫວຽດນາມ ແລະ ຊາວລາວຫຼາຍຮ້ອຍຄົນ ໄດ້ຮ່ວມເຂົ້າໃນໂຄງການ “ຍ່າງຂະບວນດ້ວຍຊຸດອ໋າວຢ່າຍທີ່ປະຕູໄຊ”. ກິດຈະກຳດັ່ງກ່າວໄດ້ປະກອບສ່ວນໂຄສະນາເຜີຍແຜ່ຄວາມງົດງາມຂອງວັດທະນະທຳຫວຽດນາມ, ເພີ່ມທະວີການແລກປ່ຽນລະຫວ່າງປະຊາຊົນ ແລະ ເສີມສ້າງສາຍພົວພັນມິດຕະພາບພິເສດລະຫວ່າງສອງປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ