ຊາວຫວຽດນາມຢູ່ເບລາຣຸດ ຮັກສາພາສາຫວຽດນາມ ແລະ ເຜີຍແຜ່ວັດທະນະທຳຂອງຊາດ

11:16 | 11/11/2026

ຍສໝ - ວັນທີ 9 ພະຈິກ, ຢູ່ນະຄອນຫຼວງມິນສະກ໌ (ເບລາຣຸດ), ສະຖານທູດຫວຽດນາມ ແລະ ສະມາຄົມຊາວຫວຽດນາມຢູ່ເບລາຣຸດ ໄດ້ຈັດພິທີເປີດສົກຮຽນພາສາຫວຽດນາມ 2026-2027, ຄຽງຄູ່ກັບກິດຈະກຳດ້ານວັດທະນະທຳ ແລະ ສິລະປະ ເພື່ອມຸ່ງສູ່ວັນວັດທະນະທຳຫວຽດນາມ (24 ພະຈິກ).

ຫວຽດນາມ - ເບລາຣຸດ ສືບຕໍ່ຮັດແໜ້ນສາຍພົວພັນຄູ່ຮ່ວມມືຍຸດທະສາດ ການທູດປະຊາຊົນປະກອບສ່ວນທະນຸຖະໜອມສາຍພົວພັນ ຫວຽດນາມ - ເບລາຣຸດ

ພິທີດັ່ງກ່າວຈັດຂຶ້ນຢູ່ພະລາຊະວັງເຍົາວະຊົນແຫ່ງຊາດ ນະຄອນມິນສະກ໌, ໂດຍມີທ່ານ ຫງວຽນ ວັນ ຈຸງ, ເອກອັກຄະລັດຖະທູດຫວຽດນາມປະຈຳເບລາຣຸດ, ພະນັກງານສະຖານທູດ, ຄະນະບໍລິຫານງານສະມາຄົມຊາວຫວຽດນາມຢູ່ເບລາຣຸດ, ນັກຮຽນ, ຜູ້ປົກຄອງ ແລະ ເພື່ອນມິດຂອງຫວຽດນາມຈຳນວນຫຼາຍເຂົ້າຮ່ວມ. ນີ້ຍັງເປັນກິດຈະກຳທີ່ມຸ່ງສູ່ການລະນຶກວັນວັດທະນະທຳຫວຽດນາມ 24 ພະຈິກ ເປັນຄັ້ງທຳອິດ.

ຊາວຫວຽດນາມຢູ່ເບລາຣຸດ ຮັກສາພາສາຫວຽດນາມ ແລະ ເຜີຍແຜ່ວັດທະນະທຳຂອງຊາດ
ພິທີເປີດສົກຮຽນ 2026-2027 ຂອງຫ້ອງຮຽນພາສາຫວຽດນາມ ສຳລັບລູກຫຼານຂອງປະຊາຄົມຊາວຫວຽດນາມ.

ກ່າວເປີດພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນ ວັນ ຈຸງ ໄດ້ເນັ້ນໜັກເຖິງຄວາມໝາຍຂອງວັນວັດທະນະທຳຫວຽດນາມຕໍ່ຊາວຫວຽດນາມຢູ່ຕ່າງປະເທດ, ພ້ອມທັງຢືນຢັນວ່າ ພາສາ ແລະ ວັດທະນະທຳມີຄວາມຜູກພັນກັນຢ່າງແໜ້ນແຟ້ນ, ປະກອບເປັນເອກະລັກຂອງຊາດ. ຕາມທ່ານເອກອັກຄະລັດຖະທູດ, ການຮັກສາພາສາແມ່ຢູ່ຫ່າງໄກຈາກປິຕຸພູມກໍແມ່ນການຮັກສາຮາກເຫງົ້າຂອງຕົນ; ການສອນ ແລະ ຮຽນພາສາຫວຽດນາມຊ່ວຍໃຫ້ຄົນຮຸ່ນໜຸ່ມເຂົ້າໃຈ ແລະ ຮັກແພງບັນດາຄຸນຄ່າມູນເຊື້ອ, ພ້ອມທັງນຳວັດທະນະທຳຫວຽດນາມໃຫ້ໃກ້ຊິດກັບປະຊາຊົນເບລາຣຸດ ແລະ ເພື່ອນມິດສາກົນຫຼາຍຂຶ້ນ.

ທ່ານ ເຈືອງ ກົງ ດ້າວ, ປະທານສະມາຄົມຊາວຫວຽດນາມຢູ່ເບລາຣຸດ ໄດ້ສະແດງຄວາມພາກພູມໃຈຕໍ່ຈິດໃຈຮັກການຮຽນຂອງບັນດານັກຮຽນ, ພ້ອມທັງຫວັງວ່າ ນັກຮຽນຈະເປັນເດັກດີ, ຕັ້ງໃຈຮຽນ ແລະ ຮັກສາເອກະລັກຂອງຊາດ. ຜູ້ຕາງໜ້ານັກຮຽນໄດ້ສົ່ງຄຳຂອບໃຈເຖິງບັນດາຜູ້ທີ່ຮ່ວມເດີນທາງ ແລະ ສະໜັບສະໜູນຫ້ອງຮຽນມາໂດຍຕະຫຼອດ; ຄູສອນ ຫງວຽນ ເຟືອງ ຢຸງ ໄດ້ແບ່ງປັນ ແລະ ໃຫ້ກຳລັງໃຈນັກຮຽນກ່ອນເລີ່ມສົກຮຽນໃໝ່.

ໃນໂອກາດນີ້, ຄູ ຫງວຽນ ເຟືອງ ຢຸງ ແລະ ບັນດານັກຮຽນ ໄດ້ຮັບຫຼຽນທີ່ລະນຶກຈາກສະມາຄົມຜູ້ທີ່ຮຽນຈົບຈາກບັນດາມະຫາວິທະຍາໄລຢູ່ເບລາຣຸດ ເນື່ອງຈາກໄດ້ເຂົ້າຮ່ວມຢ່າງຫ້າວຫັນໃນງານ Festival ວັດທະນະທຳຊົນຊາດຫວຽດນາມ ທີ່ສະມາຄົມໄດ້ປະສານສົມທົບຈັດຂຶ້ນ. ໃນງານດັ່ງກ່າວ, ບັນດານັກຮຽນໄດ້ແນະນຳຮູບແຕ້ມພື້ນເມືອງ ດົງໂຮ່ ທີ່ພວກເຂົາແຕ້ມດ້ວຍຕົນເອງ.

ພາຍຫຼັງພິທີເປີດສົກຮຽນ, ບັນດານັກຮຽນ ແລະ ຜູ້ປົກຄອງໄດ້ສະແດງຫຼາຍລາຍການສິລະປະ ເຊັ່ນ: ເຕັ້ນປະກອບເພງ “ສຽງລະຄັງ ແລະ ທຸງຊາດ”, ຮ້ອງເພງ “ຢູ່ໂຮງຮຽນ ອາຈານສອນນ້ອງແບບນັ້ນ”, ຟ້ອນຄັນຮົ່ມ “ໄປໂຮງຮຽນ”, ຮ້ອງເພງ “ສະບາຍດີສົກຮຽນໃໝ່” , ຟ້ອນໝວກ “ສະບາຍດີຫວຽດນາມ” , ອ່ານບົດກະວີ ແລະ ສະແດງຊຸດອ໋າວຢ່າຍ. ລາຍການໄດ້ປິດທ້າຍດ້ວຍການຟ້ອນ “ນ້ອງຝັນໄດ້ພົບລຸງໂຮ່” ໂດຍທີມຂັບຮ້ອງປະສານສຽງ.

ຄຽງຄູ່ກັບບັນດາກິດຈະກຳສິລະປະ, ງານວາງສະແດງຮູບພາບວັດທະນະທຳຫວຽດນາມກໍໄດ້ຖືກນຳສະເໜີຢູ່ນະຄອນມິນສະກ໌, ປະກອບສ່ວນເຜີຍແຜ່ຄຸນຄ່າວັດທະນະທຳຂອງຊາດ ແລະ ຊຸກຍູ້ໃຫ້ຄົນຮຸ່ນໜຸ່ມໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ມີຄວາມຜູກພັນກັບພາສາຫວຽດນາມຫຼາຍຂຶ້ນ.

ສະ​ມາ​ຄົມ​ມິດ​ຕະ​ພາບ ເບລາຣຸດຊີ, WWF-ຫວຽດ​ນາມ ອວຍພອນຫວຽດນາມ ເນື່ອງໃນໂອກາດສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ວັນ​ຊາດ ສະ​ມາ​ຄົມ​ມິດ​ຕະ​ພາບ ເບລາຣຸດຊີ, WWF-ຫວຽດ​ນາມ ອວຍພອນຫວຽດນາມ ເນື່ອງໃນໂອກາດສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ວັນ​ຊາດ
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ, ສະມາຄົມມິດຕະພາບ ແລະ ພົບປະແລກປ່ຽນວັດທະນະທຳກັບຕ່າງປະເທດ ເບລາຣຸດຊີ, ອົງການສາກົນກ່ຽວກັບການອະນຸລັກທຳ​ມະ​ຊາດຢູ່ຫວຽດນາມ (WWF - ຫວຽດນາມ) ​ໄດ້​ສົ່ງ​ຈົດໝາຍ​ຊົມ​ເຊີຍ, ສະ​ແດງ​ຄວາມ​ເຄົາລົບ, ຄວາມ​ພາກພູມ​ໃຈ ​ແລະ ຄຳ​ໝັ້ນ​ສັນຍາ​ພ້ອມ​ກັບ ຫວຽດນາມ ​ໃນ​ເສັ້ນທາງ​ພັດທະນາ​ແບບ​ຍືນ​ຍົງ.
ສະເຫຼີມສະຫຼອງວັນຊາດ ຫວຽດນາມຄົບຮອບ 80 ປີ ຢູ່ນະຄອນຫຼວງ Minsk: ເບລາຣຸດ ແມ່ນເພື່ອນມິດຂອງ ຫວຽດນາມ ຕະຫຼອດໄປ ສະເຫຼີມສະຫຼອງວັນຊາດ ຫວຽດນາມຄົບຮອບ 80 ປີ ຢູ່ນະຄອນຫຼວງ Minsk: ເບລາຣຸດ ແມ່ນເພື່ອນມິດຂອງ ຫວຽດນາມ ຕະຫຼອດໄປ
ຍສໝ - ​ວັນ​ທີ 8 ກັນຍາ, ຢູ່​ສຳນັກງານ​ໃຫຍ່​ສະມາຄົມ​ມິດຕະພາບ ​ແລະ ການ​ພົວພັນ​ດ້ານ​ວັດທະນະທຳ​ ເບ​ລາຣຸດ ກັບບັນດາປະ​ເທດ, ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ຊາດ ຫວຽດນາມ. ພິທີດັ່ງກ່າວຈັດຂຶ້ນໂດຍສະມາຄົມມິດຕະພາບ ສົມທົບກັບສະຖານທູດ.

ດວງດີ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ