ພາສາຫວຽດນາມ - ຂົວຕໍ່ນຳພາຄົນຮຸ່ນໜຸ່ມຊາວຫວຽດນາມຕ່າງດ້າວ ກັບກົກເຄົ້າເຫງົ້າກໍ

ພາສາຫວຽດນາມ - ຂົວຕໍ່ນຳພາຄົນຮຸ່ນໜຸ່ມຊາວຫວຽດນາມຕ່າງດ້າວ ກັບກົກເຄົ້າເຫງົ້າກໍ

ຍສໝ - ຕອນຄ່ຳວັນທີ 17 ກໍລະກົດ, ຢູ່ທີ່ນະຄອນ ເຫວ້, ຊາວໜຸ່ມ ແລະ ນັກສຶກສາຊາວຫວຽດນາມຕ່າງດ້າວ ຫຼາຍກວ່າ 100 ຄົນ ທີ່ມາຈາກ 32 ປະເທດ ແລະ ເຂດແຄ້ນ ໄດ້ເຂົ້າຮ່ວມໂຄງການພົບປະແລກປ່ຽນພາສາຫວຽດນາມ ພາຍໃນຂອບເຂດຄ້າຍພັກແລ້ງຫວຽດນາມ ປະຈຳປີ 2026. ໂຄງການດັ່ງກ່າວໄດ້ປະກອບສ່ວນບຳລຸງສ້າງພາສາຫວຽດນາມ ແລະ ເພີ່ມທະວີຄວາມຜູກພັນຂອງຄົນຮຸ່ນໜຸ່ມຊາວຫວຽດນາມຢູ່ຕ່າງປະເທດ ໃຫ້ເຂົ້າກັບວັດທະນະທຳ, ປະຫວັດສາດ ແລະ ຮາກເຫງົ້າຂອງຊາດ.

ພາສາຫວຽດນາມ - ສະໝໍ - ດຶງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບຄືນຫາ​ກົກເຄົ້າເຫງົ້າກໍ

ພາສາຫວຽດນາມ - ສະໝໍ - ດຶງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບຄືນຫາ​ກົກເຄົ້າເຫງົ້າກໍ

ຍສໝ - ພາສາຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ວິ​ທີ​ການ​ສື່​ສານ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນເຊືອກທີ່ບໍ່ມີຕົນຕົວ​ເຊື່ອມ​ຕໍ່​ບັນດາຊາວຫວຽດນາມ ທີ່​ຢູ່​ຫ່າງ​ໄກ​ຈາກກົກເຄົ້າເຫງົ້າກໍ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຟື້ນ​ຟູ​ຄວາມ​ຊົງ​ຈໍາ, ສີສັນ ແລະ ຄວາມ​ຮັກແພງ​ສໍາ​ລັບ​ບ້ານ​ເກີດ​ເມືອງ​ນອນ​​ໃນ​ໄລ​ຍະ​ການ​ປ່ຽນ​ແປງ​ຂອງ​ຊີ​ວິດ.

ການ​ເດີນ​ທາງກັບຄືນກົກເຄົ້າເຫງົ້າກໍ​ຂອງລຸ້ນ​ໜຸ່ມ​ທີ່ມີເຊຶ້ອຊາດຫວຽດນາມ: ຄົ້ນຫາສີສັນໂດຍຜ່ານພາສາແມ່

ການ​ເດີນ​ທາງກັບຄືນກົກເຄົ້າເຫງົ້າກໍ​ຂອງລຸ້ນ​ໜຸ່ມ​ທີ່ມີເຊຶ້ອຊາດຫວຽດນາມ: ຄົ້ນຫາສີສັນໂດຍຜ່ານພາສາແມ່

ຍສໝ - ທ່ານ Daniel ຫງວຽນຮວ່າຍຕ໋ຽນ ເກີດ ແລະ ເຕີບໃຫຍ່ຢູ່ເມືອງ Cam (California, ອາເມລິກາ) ໃນຄອບຄົວທີ່ມີເຊື້ອຊາດຫວຽດນາມ, ແຕ່ລາວບໍ່ມີໂອກາດຫຼາຍທີ່ຈະພົວພັນກັບພາສາແມ່ຂອງລາວໃນຄາວຍັງນ້ອຍ. ບາດລ້ຽວໄດ້ມາ​ຮອດ​ກັບ Daniel ໃນຕອນທີ່ລາວ​ເຂົ້າ​ຮ່ວມຊຸດຮຽນ​ພາ​ສາ​ຫວຽດ​ນາມ ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ California, San Diego. "ນີ້ແມ່ນການເດີນທາງຊອກຫາ​ກົກເຄົ້າເຫງົ້າກໍ​ຂອງຂ້າພະເຈົ້າໄດ້ເລີ່ມຕົ້ນ", ທ່ານ Daniel ແບ່ງປັນ. ຈາກ​ນັ້ນ​ມາ, ພາສາ​ແມ່ກາຍ​ເປັນ​ກຸນ​ແຈ​ທີ່​ນຳ​ລາວ​ໄປ​ສູ່​ປະສົບ​ການ​ທີ່​ເລິກ​ເຊິ່ງກວ່າ​ໃນ​ການ​ຄົ້ນ​ພົບ​ເອກະລັກ​ຂອງ​ລາວ ​ແລະ ​ເຊື່ອມ​ໂຍງ​ກັບ​ບ້ານ​ເກີດ​ເມືອງ​ນອນ.