ສິລະປິນຫວຽດນາມສະແດງສິລະປະຢູ່ຈຳປາສັກ, ເຊື່ອມສານຊາວຫວຽດນາມໃນຕ່າງປະເທດ ແລະ ປະຊາຊົນລາວ

10:35 | 25/11/2026

ຍສໝ - ຕອນຄ່ຳວັນທີ 22/11, ຢູ່ແຂວງຈຳປາສັກ (ລາວ), ລາຍການສິລະປະ “ຫວຽດນາມ - ລາວ ຮ່ວມສາຍທານແຫ່ງຄວາມຮັກ” ທີ່ສະແດງໂດຍບັນດາສິລະປິນຈາກໂຮງລະຄອນໄວໜຸ່ມຫວຽດນາມ ໄດ້ນຳສະເໜີບັນດາລາຍການສະແດງທີ່ສັນລະເສີນບ້ານເກີດເມືອງນອນ, ປະເທດຊາດ ແລະ ມິດຕະພາບອັນພິເສດລະຫວ່າງປະຊາຊົນສອງປະເທດ.

ນາຍົກລັດຖະມົນຕີລາວ ສະເຫຼີມໄຊ ກົມມະສິດ ຈະຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 27-28/11 ນັກສຶກສາລາວເຂົ້າຮ່ວມພິທີກຳທາງພຸດທະສາສະໜາຕາມປະເພນີຢູ່ນະຄອນດ່ານັງ

ລາຍການດັ່ງກ່າວຈັດຂຶ້ນໂດຍສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ຮ່ວມກັບຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມໃນຕ່າງປະເທດ (ກະຊວງການຕ່າງປະເທດ) ແລະ ພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກ, ເນື່ອງໃນໂອກາດລະນຶກ 51 ປີແຫ່ງວັນຊາດສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ຂານຮັບວັນບຸນມະຫາສາມັກຄີທົ່ວປວງຊົນ (18/11) ແລະ ວັນວັດທະນະທຳຫວຽດນາມ (24/11).

ເຂົ້າຮ່ວມລາຍການມີສະຫາຍ ອາລຸນໄຊ ສຸນນະລາດ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ; ສະຫາຍ ພິມພອນ ພັນດານຸວົງ, ຮອງປະທານຄະນະປົກຄອງແຂວງຈຳປາສັກ; ທ່ານນາງ ຕ້າ ເຟືອງ ຢຸງ, ກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ພ້ອມດ້ວຍຜູ້ຕາງໜ້າບັນດາພະແນກການ ແລະ ອົງການຕ່າງໆ ຂອງແຂວງຈຳປາສັກ.

ສິລະປິນຫວຽດນາມສະແດງສິລະປະຢູ່ຈຳປາສັກ, ເຊື່ອມສານຊາວຫວຽດນາມໃນຕ່າງປະເທດ ແລະ ປະຊາຊົນລາວ
ບັນດາຜູ້ແທນຖ່າຍຮູບລະນຶກໃນລາຍການສິລະປະ “ຫວຽດນາມ - ລາວ ຮ່ວມສາຍທານແຫ່ງຄວາມຮັກ” ຢູ່ແຂວງຈຳປາສັກ (ລາວ).

ລາຍການຍັງມີການເຂົ້າຮ່ວມຂອງພະນັກງານ, ເຈົ້າໜ້າທີ່ສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ແລະ ຄອບຄົວ; ຜູ້ຕາງໜ້າຄະນະບໍລິຫານງານສະມາຄົມຊາວຫວຽດນາມປະຈຳແຂວງຈຳປາສັກ, ສະມາຄົມນັກທຸລະກິດຫວຽດນາມປະຈຳພາກໃຕ້ລາວ ພ້ອມດ້ວຍຊາວຫວຽດນາມໃນຕ່າງປະເທດຈຳນວນຫຼາຍທີ່ກຳລັງດຳລົງຊີວິດ ແລະ ເຮັດວຽກຢູ່ເຂດພາກໃຕ້ຂອງລາວ.

ບັນດາສິລະປິນຈາກໂຮງລະຄອນໄວໜຸ່ມຫວຽດນາມ ໄດ້ນຳສະເໜີບັນດາລາຍການສະແດງທີ່ຈັດສ້າງຢ່າງປານີດ, ດ້ວຍເນື້ອໃນສັນລະເສີນຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ, ຜູ້ຄົນຫວຽດນາມ ແລະ ລາວ, ລວມທັງສາຍພົວພັນອັນແໜ້ນແຟ້ນລະຫວ່າງສອງຊາດ.

ໂດຍສະເພາະ, ລາຍການໄດ້ປິດທ້າຍດ້ວຍການຟ້ອນລຳວົງຕາມປະເພນີຂອງລາວ ແລະ ບົດເພງ “ເຊື່ອມວົງແຂນໃຫຍ່” (Nối vòng tay lớn), ສ້າງບັນຍາກາດທີ່ມ່ວນຊື່ນ ແລະ ໃກ້ຊິດລະຫວ່າງບັນດາຜູ້ແທນ, ສິລະປິນ ແລະ ຜູ້ຊົມ.

ຜ່ານບັນດາລາຍການສິລະປະ, ງານດັ່ງກ່າວໄດ້ແນະນຳຄຸນຄ່າວັດທະນະທຳຫວຽດນາມໃຫ້ແກ່ປະຊາຊົນລາວ, ພ້ອມທັງເຊີດຊູເອກະລັກວັດທະນະທຳ ແລະ ມິດຕະພາບລະຫວ່າງສອງປະເທດ.

ນີ້ຍັງເປັນກິດຈະກຳທີ່ສະແດງເຖິງຄວາມເອົາໃຈໃສ່ຂອງພັກ, ລັດ, ກະຊວງການຕ່າງປະເທດ ແລະ ບັນດາອົງການຕາງໜ້າຫວຽດນາມປະຈຳລາວ ຕໍ່ຊຸມຊົນຊາວຫວຽດນາມຢູ່ເຂດພາກໃຕ້ລາວ, ສ້າງໂອກາດໃຫ້ພີ່ນ້ອງຊາວຫວຽດນາມໄດ້ພົບປະ, ແລກປ່ຽນ ແລະ ຮັກສາສາຍໃຍຄວາມຜູກພັນກັບບ້ານເກີດເມືອງນອນ.

ຫວຽດນາມ - ລາວ ມຸ່ງສູ່ໂຄງການຮ່ວມມືດ້ານກິລາ ໄລຍະ 2026-2030 ຫວຽດນາມ - ລາວ ມຸ່ງສູ່ໂຄງການຮ່ວມມືດ້ານກິລາ ໄລຍະ 2026-2030
ຍສໝ - ວັນທີ 22/11, ຢູ່ນະຄອນໂຮ່ຈີມິນ, ຄະນະນຳຂະແໜງກິລາຫວຽດນາມ ແລະ ລາວ ໄດ້ເຫັນດີຮ່ວມກັນກ່ຽວກັບທິດທາງການສ້າງໂຄງການຮ່ວມມືໄລຍະ 2026-2030, ໂດຍສຸມໃສ່ການຝຶກອົບຮົມນັກກິລາ, ຄູຝຶກ ແລະ ກຳມະການຕັດສິນ, ການພັດທະນາກິລາລະດັບສູງ ແລະ ການແລກປ່ຽນປະສົບການດ້ານການຄຸ້ມຄອງ ແລະ ນຳໃຊ້ສະໜາມ ແລະ ສິ່ງກໍ່ສ້າງດ້ານກິລາ.
50 ຜົນງານຈິດຕະກຳແນະນຳມໍລະດົກວັດທະນະທຳຫວຽດນາມ - ລາວ ຢູ່ວຽງຈັນ 50 ຜົນງານຈິດຕະກຳແນະນຳມໍລະດົກວັດທະນະທຳຫວຽດນາມ - ລາວ ຢູ່ວຽງຈັນ
ຍສໝ - ວັນທີ 23/11, ຢູ່ນະຄອນຫຼວງວຽງຈັນ (ລາວ), ງານວາງສະແດງ “ມໍລະດົກວັດທະນະທຳຫວຽດນາມ ແລະ ລາວ ຜ່ານຜົນງານຈິດຕະກຳ” ໄດ້ໄຂຂຶ້ນໂດຍມີຜົນງານ 50 ຊິ້ນຂອງບັນດາຈິດຕະກອນສອງປະເທດ, ແນະນຳຄວາມງົດງາມຂອງມໍລະດົກ, ເອກະລັກທາງວັດທະນະທຳ ແລະ ຜູ້ຄົນຫວຽດນາມ - ລາວ ໃຫ້ແກ່ປະຊາຊົນ ແລະ ມິດສະຫາຍສາກົນ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ