ປັນຍາຊົນຫວຽດນາມຢູ່ຮົງກາລີ ເຊື່ອມຕໍ່ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີລະຫວ່າງສອງປະເທດ

15:25 | 11/11/2026

ຍສໝ - ທ່ານ ບຸ່ຍ ເລ ຖາຍ, ເອກອັກຄະລັດຖະທູດຫວຽດນາມ ປະຈຳຮົງກາລີ ໄດ້ສະເໜີໃຫ້ສະມາຄົມປັນຍາຊົນຫວຽດນາມຢູ່ຮົງກາລີ ຂະຫຍາຍເຄືອຂ່າຍຜູ້ຊ່ຽວຊານ, ເຊື່ອມຕໍ່ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດຂອງສອງປະເທດ, ມຸ່ງສູ່ບັນດາໂຄງການຄົ້ນຄວ້າ, ການປະຍຸກໃຊ້ ແລະ ການຖ່າຍທອດເຕັກໂນໂລຊີທີ່ເປັນຮູບປະທຳ.

ເຊື່ອມຕໍ່ປັນຍາຊົນຫວຽດນາມກວ່າ 50 ຄົນຢູ່ຍີ່ປຸ່ນ ເພື່ອຊຸກຍູ້ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຊຸກຍູ້ການເຊື່ອມໂຍງແຫຼ່ງກຳລັງປັນຍາຊົນ ຫວຽດນາມ ຢູ່ ຄັນໄຊ ກັບພາຍໃນປະເທດ

ຫວ່າງມໍ່ໆ ມານີ້, ທ່ານ ບຸ່ຍ ເລ ຖາຍ, ເອກອັກຄະລັດຖະທູດຫວຽດນາມ ປະຈຳຮົງກາລີ ໄດ້ມີການພົບປະເຮັດວຽກກັບຄະນະການນຳສະມາຄົມປັນຍາຊົນຫວຽດນາມຢູ່ຮົງກາລີ ເພື່ອຕີລາຄາຜົນການເຄື່ອນໄຫວ ແລະ ແລກປ່ຽນທິດທາງການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນ. ໃນການພົບປະ, ທ່ານ ປອ. ຟຸ່ງ ກິມ ຊານ, ປະທານສະມາຄົມ ໃຫ້ຮູ້ວ່າ ນັບແຕ່ຕົ້ນປີ 2026, ສະມາຄົມໄດ້ຈັດກອງສຳມະນາກ່ຽວກັບການປະຍຸກໃຊ້ປັນຍາປະດິດໃນຂະແໜງຍຸຕິທຳ, ຂະຫຍາຍເຄືອຂ່າຍປັນຍາຊົນຫວຽດນາມຢູ່ເອີຣົບ ແລະ ເຊື່ອມຕໍ່ກັບບັນດາອົງການວິທະຍາສາດ ແລະ ຜູ້ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ. ສະມາຄົມຍັງກຳລັງກະກຽມຈັດກອງສຳມະນາສະເພາະດ້ານການແພດໃນເດືອນພະຈິກ 2026 ແລະ ບັນດາກິດຈະກຳເຊື່ອມຕໍ່ປັນຍາຊົນໃນຕົ້ນປີ 2027.

ປັນຍາຊົນຫວຽດນາມຢູ່ຮົງກາລີ ເຊື່ອມຕໍ່ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີລະຫວ່າງສອງປະເທດ
ພາບລວມບັນຍາກາດການພົບປະເຮັດວຽກລະຫວ່າງທ່ານ ບຸ່ຍ ເລ ຖາຍ, ເອກອັກຄະລັດຖະທູດຫວຽດນາມ ປະຈຳຮົງກາລີ ແລະ ຄະນະການນຳສະມາຄົມປັນຍາຊົນຫວຽດນາມຢູ່ຮົງກາລີ.

ກ່າວຄຳເຫັນໃນການພົບປະເຮັດວຽກ, ທ່ານ ບຸ່ຍ ເລ ຖາຍ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາເນື້ອໃນຫຼັກຂອງມະຕິເລກທີ 23-NQ/TW ລົງວັນທີ 2 ສິງຫາ 2026 ຂອງກົມການເມືອງ ກ່ຽວກັບວຽກງານຄົນຫວຽດນາມຢູ່ຕ່າງປະເທດ ແລະ ມະຕິເລກທີ 57-NQ/TW ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນແຫ່ງຊາດ. ທ່ານເອກອັກຄະລັດຖະທູດໄດ້ເນັ້ນໜັກເຖິງບົດບາດຂອງຖັນແຖວປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ໃນການເຊື່ອມຕໍ່ອົງຄວາມຮູ້, ການຄົ້ນຄວ້າ, ການປະຍຸກໃຊ້ ແລະ ການຖ່າຍທອດເຕັກໂນໂລຊີ. ທ່ານໄດ້ສະເໜີໃຫ້ສະມາຄົມສືບຕໍ່ສົ່ງເສີມບົດບາດເປັນຂົວເຊື່ອມລະຫວ່າງບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດຫວຽດນາມ - ຮົງກາລີ, ໂດຍໃຫ້ບູລິມະສິດແກ່ບັນດາຂົງເຂດທີ່ຮົງກາລີມີຈຸດແຂງ ເຊັ່ນ ການແພດ ແລະ ການຢາ, ເຕັກໂນໂລຊີຊີວະພາບ, ປັນຍາປະດິດ, ກະສິກຳເຕັກໂນໂລຊີສູງ, ເຕັກໂນໂລຊີສິ່ງແວດລ້ອມ, ການຄຸ້ມຄອງຊັບພະຍາກອນນ້ຳ ແລະ ວັດສະດຸໃໝ່.

ທ່ານ ບຸ່ຍ ເລ ຖາຍ ຢືນຢັນວ່າ ສະຖານທູດຈະສືບຕໍ່ຮ່ວມເດີນທາງ, ສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ສະມາຄົມສົ່ງເສີມບົດບາດຂອງຕົນ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ. ບັນດາຜູ້ແທນຍັງໄດ້ແລກປ່ຽນກ່ຽວກັບກົນໄກການເຊື່ອມຕໍ່ຄູ່ຮ່ວມມື, ການລະດົມແຫຼ່ງກຳລັງ ແລະ ຄວາມເປັນໄປໄດ້ໃນການສ້າງບັນດາໂຄງການຄົ້ນຄວ້າ, ການປະຍຸກໃຊ້ ແລະ ການຖ່າຍທອດເຕັກໂນໂລຊີລະຫວ່າງສອງປະເທດໃນໄລຍະຕໍ່ໜ້າ.

ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງແກ້ໄຂໂຈດດ້ານວິທະຍາສາດ - ເຕັກໂນໂລຊີ ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງແກ້ໄຂໂຈດດ້ານວິທະຍາສາດ - ເຕັກໂນໂລຊີ
ຍສໝ - ວັນທີ 10/8/2026, ທີ່ ຮ່າໂນ້ຍ, ຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ ສັງກັດກະຊວງການຕ່າງປະເທດ ໄດ້ຈັດກອງສຳມະນາ “ການສ້າງ ແລະ ພັດທະນາເຄືອຂ່າຍຜູ້ຊ່ຽວຊານ, ປັນຍາຊົນໃນບັນດາຂົງເຂດເຕັກໂນໂລຊີຍຸດທະສາດ”. ທີ່ກອງສຳມະນາ, ບັນດາຜູ້ແທນສະເໜີໃຫ້ສືບຕໍ່ປັບປຸງກົນໄກ, ນະໂຍບາຍໃຫ້ສົມບູນ ເພື່ອສ້າງເງື່ອນໄຂສະດວກຫຼາຍຂຶ້ນໃຫ້ຜູ້ຊ່ຽວຊານ, ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ເຂົ້າຮ່ວມແກ້ໄຂບັນດາໂຈດໃຫຍ່ ແລະ ບັນດາໜ້າທີ່ດ້ານວິທະຍາສາດ - ເຕັກໂນໂລຊີຢູ່ພາຍໃນປະເທດ.
ເຊື່ອມໂຍງຊາວຫວຽດນາມຢູ່ຕ່າງປະເທດ, ສົ່ງເສີມແຫຼ່ງກຳລັງປັນຍາຊົນຫວຽດນາມຢູ່ສິງກະໂປ ເຊື່ອມໂຍງຊາວຫວຽດນາມຢູ່ຕ່າງປະເທດ, ສົ່ງເສີມແຫຼ່ງກຳລັງປັນຍາຊົນຫວຽດນາມຢູ່ສິງກະໂປ
ຍສໝ - ຕອນຄ່ຳວັນທີ 24/8, ທີ່ສິງກະໂປ, ທ່ານ ເຈິ່ນເກີ່ມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ໄດ້ພົບປະກັບພະນັກງານ, ເຈົ້າໜ້າທີ່ສະຖານທູດ ພ້ອມດ້ວຍຊາວຫວຽດນາມ, ຊ່ຽວຊານ ແລະ ປັນຍາຊົນຫວຽດນາມຈຳນວນຫຼາຍ. ທ່ານສະເໜີໃຫ້ສືບຕໍ່ເຊື່ອມໂຍງຊຸມຊົນ, ສົ່ງເສີມແຫຼ່ງກຳລັງດ້ານປັນຍາ ແລະ ເຕັກໂນໂລຊີຂອງຊາວຫວຽດນາມຢູ່ຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດ ແລະ ສາຍພົວພັນ ຫວຽດນາມ - ສິງກະໂປ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ