ປະເທດລາວ ບໍ່ພົບຜູ້ຕິດເຊື້ອ ພະຍາດໂຄວິດ-19

17:19 | 14/10/2020

ໃນວັນທີ 14 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 14 ຕຸລາ 2020, ທົ່ວໂລກມີການລາຍງານ ການລະບາດ ທັງໝົດ 214 (ປະເທດ/ເຂດ), ເຊິ່ງມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 38.312.310 ຄົນ ແລະ ເສຍຊິວິດ 1.089.441 ຄົນ, ກວມເອົາ 2,84% ຂອງຜູ້ຕິດເຊື້ອທັງໝົດ, ປີ່ນປົວຫາຍດີ 28.808.212 ຄົນ, ກວມເອົາ 75,1% ຂອງຜູ້ຕິດ ເຊື້ອທັງໝົດ.  

ປະເທດລາວ ບ ພ ບຜ ຕ ດເຊ ອ ພະຍາດໂຄວ ດ 19 ປະເທດລາວ ພິຈາລະນາເປີດທົວທ່ອງທ່ຽວສາກົນຄືນໃໝ່
ປະເທດລາວ ບ ພ ບຜ ຕ ດເຊ ອ ພະຍາດໂຄວ ດ 19 ປະເທດລາວໄດ້ຮັບເຄື່ອງຊ່ວຍເຫຼືອດ້ານການແພດເພີ່ມເຕີມເພື່ອປ້ອງກັນການລະບາດຂອງ Covid-19

ປັດຈຸບັນ ທົ່ວປະເທດລາວ ມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.478 ຄົນ, ໄດ້ເກັບຕົວຢ່າງມາ ກວດວິ ເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ນອກຈາກນີ້, ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 13 ຕຸລາ 2020 ການຕິດຕາມຜູ້ເດີນທາງ ຈາກຈຸດຜ່ານແດນຕ່າງໆ ໃນທົ່ວປະເທດ ມີຜູ້ເດີນທາງເຂົ້າ ມາທັງໝົດ 1.866 ຄົນ, ທຸກຄົນແມ່ນໄດ້ ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ທີ່ມີອາການ ເປັນໄຂ້ ແລະ ໄດ້ເກັບຕົວຢ່າງ ທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ ຈົນກວ່າຈະຄົບກຳນົດ 14 ວັນ.

ປະເທດລາວ ບ ພ ບຜ ຕ ດເຊ ອ ພະຍາດໂຄວ ດ 19
ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ - ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກປະເທດລາວ. (ພາບ: KPL)

ນອກຈາກນີ້, ບັນຫາສຳຄັນ ແມ່ນສະພາບການລະບາດ ຂອງພະຍາດ COVID-19 ໃນທົ່ວໂລກ ແມ່ນຍັງສືບຕໍ່ມີຜູ້ຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນ ໃນແຕ່ລະວັນ, ຄະນະສະເພາະກິດ ແມ່ນມີຄວາມເປັນຫ່ວງເປັນໄຍ ຕໍ່ສຸຂະພາບຂອງ ປະຊາຊົນເປັນທີ່ສຸດ ການວາງມາດຕະການຕ່າງໆ ອອກມາກໍ່ເພື່ອຫລຸດຜ່ອນ ແລະ ຢັບຢັ້ງ ການລະບາດແຜ່ລາມ ຂອງພະຍາດດັ່ງກ່າວ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນບັນດາເຜົ່າ ຈົ່ງສືບຕໍ່ຮ່ວມມືເປັນເຈົ້າການ ໃນການປະຕິບັດ ບັນດາຂໍ້ແນະນຳຕ່າງໆ ທີ່ໄດ້ວາງອອກຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງ, ປະຕິບັດການດຳລົງຊີວິດປົກກະຕິແບບ ໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເພື່ອໃຫ້ສະພາບການລະບາດ ຂອງພະຍາດ COVID-19 ຜ່ອນຄາຍລົງ ແລະ ຂໍໃຫ້ບັນດາທ່ານຕິດຕາມຂ່າວ ຈາກພາກປົກກະຕິ ຂອງໂທລະພາບ, ວິທະຍຸກະ ຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດ ຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານຍັງສາມາດຕິດຕາມ ໄດ້ຈາກເວັບໄຊ www.covid19.gov.la ແລະ ເຟດບຸກຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ.ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ກ່າວຕື່ມວ່າ: ໃນວັນທີ 13 ຕຸລາ 2020, ໄດ້ເກັບຕົວ ຢ່າງມາ ກວດວິເຄາະທັງໝົດ 205 ຄົນ, ໃນນັ້ນມີແຮງ ງານລາວ ມາແຕ່ໄທ 92 ຕົວຢ່າງ, ແຮງງານໄທ 99 ຕົວຢ່າງ, ແຮງງານຫວຽດນາມ 06 ຄົນ ແລະ ບຸກຄົນທົ່ວໄປທີ່ມີອາການ 08 ຕົວຢ່າງ, ຜົນກວດວິເຄາະ ທັງໝົດແມ່ນບໍ່ພົບເຊື້ອ, ສ່ວນຜູ້ຕິດເຊື້ອນ້ຳເບີ 23 ຍັງຄົງຮັກສາຕົວ ຢູ່ໂຮງໝໍມິດຕະພາບ ແລະ ອາການຍັງຊົງຕົວ. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 13 ຕຸລາ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 58.890 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ.

ປະເທດລາວ ບ ພ ບຜ ຕ ດເຊ ອ ພະຍາດໂຄວ ດ 19 ນັກຮຽນຮູ້ອົດສະຕາລີ: ຫວຽດນາມ ມີນະໂຍບາຍຮັບປະກັນການເຕີບໂຕໄລຍະຍາວ

ຍສໝ​ - ຜູ້ຮອງສາດສະດາຈານ Suiwah Leung ໃຫ້ຮູ້ວ່າ ປະເທດຫວຽດນາມ ມີນະໂຍບາຍທີ່ດີ, ຈະສືບຕໍ່ມີບົດບາດສຳຄັນ ໃນການຮັບປະກັນການເຕີບໂຕຂອງເສດຖະກິດໄລຍະຍາວ ຂອງຫວຽດນາມ ພາຍຫຼັງ COVID-19.

ປະເທດລາວ ບ ພ ບຜ ຕ ດເຊ ອ ພະຍາດໂຄວ ດ 19 ໜັງສືພິມເຢຍລະມັນ ຍ້ອງຍໍຊົມເຊີຍຮູບແບບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ຂອງຫວຽດນາມ

ຍສໝ - ບົດຂຽນກ່າວເຖິງການທົບທວນຄືນວ່າ ເຢຍລະມັນຕ້ອງການ ຖືຫວຽດນາມເປັນປະເທດທີ່ມີປະສິດທິຜົນຂອງຄວາມພະຍາຍາມໃນການແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ເຊິ່ງທີ່ຫວຽດນາມ ໄດ້ກຳຈັດການລະບາດຂອງພະຍາດ ແລະ ມີຜູ້ເສຍຊີວິດພຽງແຕ່ 35 ຄົນ.

ປະເທດລາວ ບ ພ ບຜ ຕ ດເຊ ອ ພະຍາດໂຄວ ດ 19 ສປປ ລາວ ມີຜູ້ຖືກຈຳກັດບໍລິເວນ 2.920 ຄົນ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 12 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າໃຫ້ກອງ ເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ຍັງເປີດຢູ່ທັງໝົດ 42 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.920 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.


.

KPL

ເຫດການ
302 Found

Found

The document has moved here.