ໜັງສືພິມເຢຍລະມັນ ຍ້ອງຍໍຊົມເຊີຍຮູບແບບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ຂອງຫວຽດນາມ

10:28 | 13/10/2020

ຍສໝ - ບົດຂຽນກ່າວເຖິງການທົບທວນຄືນວ່າ ເຢຍລະມັນຕ້ອງການ ຖືຫວຽດນາມເປັນປະເທດທີ່ມີປະສິດທິຜົນຂອງຄວາມພະຍາຍາມໃນການແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ເຊິ່ງທີ່ຫວຽດນາມ ໄດ້ກຳຈັດການລະບາດຂອງພະຍາດ ແລະ ມີຜູ້ເສຍຊີວິດພຽງແຕ່ 35 ຄົນ.

ໜ ງສ ພ ມເຢຍລະມ ນ ຍ ອງຍ ຊ ມເຊ ຍຮ ບແບບການປ ອງກ ນ ແລະ ສະກ ດກ ນການລະບາດຂອງພະຍາດ covid 19 ຂອງຫວຽດນາມ ຫວຽດນາມ: 38 ມື້ແລ້ວ ທີ່ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ
ໜ ງສ ພ ມເຢຍລະມ ນ ຍ ອງຍ ຊ ມເຊ ຍຮ ບແບບການປ ອງກ ນ ແລະ ສະກ ດກ ນການລະບາດຂອງພະຍາດ covid 19 ຂອງຫວຽດນາມ ຫວຽດ​ນາມ​ ​ສາ​ມາດ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ໄດ້​ເປັນ​ຢ່າງ​ດີ

ໜັງສືພິມ Frankfurt (FAZ) ຂອງເຢຍລະມັນ ໃນວັນທີ 9 ຕຸລາ ໄດ້ມີບົດຂຽນກ່ຽວກັບການຕີລາຄາສູງໃນການຕໍ່ສູ້ກັບການລະບາດຂອງພະຍາດລະບົບຫາຍໃຈ COVID-19 ຂອງຫວຽດນາມ, ໂດຍກ່າວວ່າ ຫວຽດນາມຄວນໄດ້ຮັບການພິຈາລະນາເປັນແບບຢ່າງ ໃນການປ້ອງກັນ ແລະ ສະກັດກັ້ນເຊື້ອໄວຣັດ SARS-CoV-2.

ຕາມສຳນັກຂ່າວສານຫວຽດນາມ ປະຈຳເຢຍລະມັນ, ບົດຂຽນດັ່ງກ່າວ ໄດ້ວິເຄາະບັນດາຮູບແບບຕ້ານການລະບາດຂອງບັນດາປະເທດຮັ່ງມີ ກັບ ປະເທດທຸກຍາກ ແລະ ພວມພັດທະນາ, ກໍ່ຄືຄວາມແຕກຕ່າງຂອງລະບົບການເມືອງຂອງບັນດາປະເທດ ກ່ຽວກັບປະສິດທິຜົນໃນການ​ປ້ອງ​ກັນ​ລະ​ບາດຂອງພະຍາດ COVID-19.

ໜ ງສ ພ ມເຢຍລະມ ນ ຍ ອງຍ ຊ ມເຊ ຍຮ ບແບບການປ ອງກ ນ ແລະ ສະກ ດກ ນການລະບາດຂອງພະຍາດ covid 19 ຂອງຫວຽດນາມ
ພາບປະກອບ. (ພາບ: TTXVN)

ເນື້ອໃນບົດຂຽນ ໄດ້ຢັ້ງຢືນວ່າ ເຢຍລະມັນ ຕ້ອງຖືຫວຽດນາມເປັນປະເທດທີ່ມີຄວາມພະຍາຍາມໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ຢ່າງປະສິດທິຜົນ. ໃນຂະນະທີ່ປະເທດເຢຍລະມັນ ມີຜູ້ເສຍຊີວິດເກືອບ 10,000 ຄົນ, ປະເທດຫວຽດນາມ ເຊິ່ງເປັນປະເທດທີ່ມີປະຊາກອນຫຼາຍກວ່າ 100 ລ້ານຄົນ, ແຕ່ມາຮອດປັດຈຸບັນມີຜູ້ເສຍຊີວິດທັງໝົດ 35 ຄົນເທົ່ານັ້ນ.

ບົດຂຽນໄດ້ອ້າງເຖິງການຕີລາຄາ ຂອງບັນດາຜູ້ຊ່ຽວຊານທີ່ກ່າວວ່າ ບັນດາປະເທດທີ່ທຸກຍາກ ແລະ ພວມພັດທະນາ ໄດ້ປະສົບຜົນສຳເລັດໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ຫຼາຍກວ່າປະເທດຮັ່ງມີ, ຄືສະຫະລັດອາເມລິກາ.

ອີງຕາມບົດຂຽນໜຶ່ງຂອງ FAZ ທີ່ອອກໃນມື້ດຽວກັນ ທີ່ກ່າວວ່າ ປະເທດຕ່າງໆ, ເຊັ່ນ: ຫວຽດນາມ, ໄທ ແລະ ສິງກະໂປ ບໍ່ໄດ້ບັນທຶກກໍລະນີໃໝ່​ຕິດ​ເຊື້ອພະຍາດ COVID-19 ໃນຊຸມຊົນ. ບັນດາປະເທດເຫຼົ່ານີ້ ໄດ້ປະສົບຜົນສຳເລັດຢ່າງເບື້ອງຕົ້ນ ດ້ວຍການປິດປະຕູ້ຊາຍແດນ ແລະ ມາດຕະການແຍກອອກຫ່າງທາງສັງຄົມ. ລັດຖະບານຂອງບັນດາປະເທດດັ່ງກ່າວ ໄດ້ດຳເນີນມາດຕະການຢ່າງເຂັ້ມງວດ ຕໍ່ກັບໄພຂົ່ມຂູ່ຂອງການແຜ່ລະບາດພະຍາດ, ແລະ ການສົ່ງຂ່າວກ່ຽວກັບຄວາມສ່ຽງນີ້ ຈະມີປະໂຫຍດໃນການຕໍ່ສູ້ກັບ COVID-19.

ບົດຂຽນຍັງເນັ້ນໜັກວ່າ, ເຖິງວ່າຈະມີການກຳນົດມາດຕະການຕ້ານການລະບາດ COVID-19 ຢ່າງເຂັ້ມງວດ, ແຕ່ຫວຽດນາມ ຍັງຄາດວ່າ ພື້ນຖານເສດຖະກິດຈະມີການເຕີບໂຕ ບັນລຸຫຼາຍກວ່າ 2% ໃນປີນີ້.

ໜ ງສ ພ ມເຢຍລະມ ນ ຍ ອງຍ ຊ ມເຊ ຍຮ ບແບບການປ ອງກ ນ ແລະ ສະກ ດກ ນການລະບາດຂອງພະຍາດ covid 19 ຂອງຫວຽດນາມ ປະເທດຫວຽດນາມ ໄດ້ຄັດເລືອກເປັນສະຖານທີ່ທີ່ໜ້າສົນໃຈໃນປີ 2020 ໂດຍວາລະສານທ່ອງທ່ຽວສາກົນຫຼາຍແຫ່ງ

ຍສໝ - ຜູ້ອ່ານວາລະສານທ່ອງທ່ຽວທີ່ມີຊື່ສຽງຂອງອາເມລິກາ Condé Nast Traveler ໄດ້ລົງຄະແນນສຽງໃຫ້ຫວຽດນາມ ຢືນອັນດັບທີ 9 ໃນ 20 ປະເທດເປັນສະຖານທີ່ແຫ່ງຄວາມນິຍົມໃນປີ 2020 ດ້ວຍ 92,12 ຄະແນນ.

ໜ ງສ ພ ມເຢຍລະມ ນ ຍ ອງຍ ຊ ມເຊ ຍຮ ບແບບການປ ອງກ ນ ແລະ ສະກ ດກ ນການລະບາດຂອງພະຍາດ covid 19 ຂອງຫວຽດນາມ ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4%

ທະນາຄານ UOB ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 3 ປີ 2020 ວ່າແມ່ນ 3% ແລະ ໄຕມາດ 4 ປີ 2020 ແມ່ນ 4%.

ໜ ງສ ພ ມເຢຍລະມ ນ ຍ ອງຍ ຊ ມເຊ ຍຮ ບແບບການປ ອງກ ນ ແລະ ສະກ ດກ ນການລະບາດຂອງພະຍາດ covid 19 ຂອງຫວຽດນາມ ຫວຽດ​ນາມ - ອົດ​ສະ​ຕາ​ລີ​ ຮ່ວມ​ມື​ປະ​ດິດ​ສ້າງ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ເປົ້າ​ໝາຍ​ຕົ້ນ​ຕໍ​່​ຂອງ​ໂຄງ​ການ​ແມ່ນ​ການ​ສະ​ແດງ​ຮູບ​ພາບ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ Rapido ຂອງ​ໂຮງ​ຮຽນ UTS ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ທົດ​ທົດ​ນຳ​ໃຊ້​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ໃໝ່​ໃຫ້​ແກ່​ບັນ​ດາ​ລະ​ບົບ​ສະ​ໜອງ​ຢູ່ 2 ພາກ​ທີ່​ແຕກ​ຕ່າງ​ກັນ​ຂອງ​ຫວຽດ​ນາມ. ຈາກ​ນັ້ນ, ບັນ​ດາ​ຄູ່​ຮ່ວມ​ມື​ຄົ້ນ​ຄ້​ວາ​ຂອງ​ສອງ​ປະ​ເທດ​ຈະ​ສົມ​ທົບ​ກັນ​ໃນ​ການ​ດັດ​ປັ​ບ​ຮູບ​ແບບນີ້​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ທີ່​ຫວຽດ​ນາມ ສາ​ມາດ​ນຳ​ໃຊ້​ໃນ​ທົ່ວ​ປະ​ເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.