ປະເທດລາວ ພິຈາລະນາເປີດທົວທ່ອງທ່ຽວສາກົນຄືນໃໝ່

10:52 | 07/10/2020

ຍສໝ - ນີ້ແມ່ນຈຸດໃໝ່ໃນການດຶງດູດນັກທ່ອງທ່ຽວສາກົນໃຫ້ເຂົ້າເມືອງປະເທດລາວ ເພາະວ່າຈຳນວນນັກທ່ອງທ່ຽວພາຍໃນປະເທດລາວຍັງບໍ່ໄດ້ເພີ່ມຂຶ້ນຫຼັງຈາກສອງສາມເດືອນທີ່ໄດ້ສົ່ງເສີມນະໂຍບາຍ "ປະຊາຊົນລາວທ່ອງທ່ຽວພາຍໃນລາວ" ຫຼັງຈາກພະຍາດ COVID-19.

ປະເທດລາວ ພ ຈາລະນາເປ ດທ ວທ ອງທ ຽວສາກ ນຄ ນໃໝ ລາວ ອາດຈະເປີດປະຕູໃຫ້ນັກທ່ອງທ່ຽວຕາມກຸ່ມ
ປະເທດລາວ ພ ຈາລະນາເປ ດທ ວທ ອງທ ຽວສາກ ນຄ ນໃໝ ປະເທດລາວ ປະຕິບັດນະໂຍບາຍເພື່ອຄວບຄຸມໄພເງິນເຟີ້

ໜຶ່ງໃນນະໂຍບາຍທີ່ໂດດເດັ່ນ ໃນການດຶງດູດນັກທ່ອງທ່ຽວ ແມ່ນເລ່ືອງລັດຖະບານສປປ.ລາວ ໄດ້ຕົກລົງໃນຫຼັກການເພື່ອເປີດການທ່ອງທ່ຽວສາກົນ ທີ່ສຳຫຼັບນັກທ່ອງທ່ຽວມາຈາກປະເທດ ບໍ່ມີການຕິດເຊື້ອພະຍາດ COVID-19 ໃນຊຸມຊົນ.

ນີ້ແມ່ນຈຸດໃໝ່ໃນການດຶງດູດນັກທ່ອງທ່ຽວສາກົນໃຫ້ເຂົ້າເມືອງປະເທດລາວ ເພາະວ່າຈຳນວນນັກທ່ອງທ່ຽວພາຍໃນປະເທດລາວຍັງບໍ່ໄດ້ເພີ່ມຂຶ້ນຫຼັງຈາກສອງສາມເດືອນທີ່ໄດ້ສົ່ງເສີມນະໂຍບາຍ "ປະຊາຊົນລາວທ່ອງທ່ຽວພາຍໃນລາວ" ຫຼັງຈາກພະຍາດ COVID-19.

ປະເທດລາວ ພ ຈາລະນາເປ ດທ ວທ ອງທ ຽວສາກ ນຄ ນໃໝ
ງານບຸນປະເພນີຂອງປະເທດລາວ ແມ່ນເວລາທີ່ຈະດຶງດູດນັກທ່ອງທ່ຽວຕ່າງປະເທດ ເປັນຈຳນວນຫລວງຫລາຍ. (ພາບ: nhandan.com.vn)

ນອກຈາກນີ້, ງານບຸນປະເພນີຂອງປະເທດລາວ ໄດ້ຮັບອະນຸຍາດໃນການຈັດຕັ້ງຄືນໃໝ່, ນີ້ກໍ່ແມ່ນໜຶ່ງ ໃນຈຸດເດັ່ນໃນນະໂຍບາຍໃໝ່, ເພາະວ່າອີງຕາມສະຖິຕິ, ຈຳນວນນັກທ່ອງທ່ຽວຕ່າງປະເທດ ທີ່ເຂົ້າຮ່ວມໃນງານບຸນຕ່າງໆເປັນຈຳນວນສູງຫຼາຍ ເມື່ອທຽບກັບໄລຍະເວລາທີ່ບໍ່ມີງານບຸນ.

ໃນ 6 ເດືອນຕົ້ນປີນີ້, ສປປ.ລາວ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ຈຳນວນ 886,447 ເທື່ອຄົນ, ເຊິ່ງທຽບໃສ່ປີຜ່ານມາແມ່ນຫຼຸດລົງ 60%. ເຖິງຢ່າງໃດກໍ່ຕາມ, ມາດຕະການປ້ອງກັນ ແລະ ຕ້ານພະຍາດ COVID-19 ໄດ້ນຳໃຊ້ຈົນຮອດທ້າຍເດືອນຕຸລາ, ໂດຍສະເພາະ ແມ່ນການລະບາດຂອງພະຍາດ COVID-19 ໃນທ້ອງຕະຫຼາດທ່ອງທ່ຽວທີ່ ສຳຄັນຍັງມີຄວາມສັບສົນ. ສະນັ້ນໃນປີນີ້ປະເທດລາວຄາດວ່າສາມາດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດປະມານ 1 ລ້ານຄົນ ຖ້າບໍ່ມີນະໂຍບາຍຕ່າງໆເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ.

ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ອງທ່ຽວໃນປະເທດລາວ ໃນປີ 2019 ແມ່ນເກືອບ 4,6 ລ້ານຄົນ, ສາມາດເຫັນໄດ້ວ່າ ຂະແໜງການທ່ອງທ່ຽວຂອງປະເທດລາວໃນປີນີ້ ແມ່ນປະສົບກັບສະພາບບົດຄຶ້ມ ຄືບັນດາຂະແໜງການອື່ນໆ.

ຖ້າລັດຖະບານ ລາວ ໄດ້ເປີດຮັບນັກທ່ອງທ່ຽວສາກົນ ຄືນໃໝ່ໄປພ້ອມກັບການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19 ຢ່າງເໝາະສົມ, ຄຽງຄູ່ກັບການຍົກລະດັບ ແລະ ເປີດສະຖານທີ່ທ່ອງທ່ຽວໃໝ່ຈຳນວນໜຶ່ງ ແລະ ນຳໃຊ້ມາດຕະການສະໜັບສະໜູນ ເພື່ອສົ່ງເສີມບັນດາບໍລິສັດບໍລິການ ແລະ ຮາກຖານດ້ານທ່ອງທ່ຽວ ດຳເນີນທຸລະກິດຈະປະກອບສ່ວນສ້າງກຳລັງໜູນພັດທະນາ ໃຫ້ແກ່ຂະແໜງການທ່ອງທ່ຽວໃນໄລຍະຈະມາເຖິງ.

ປະເທດລາວ ພ ຈາລະນາເປ ດທ ວທ ອງທ ຽວສາກ ນຄ ນໃໝ ລາວ ອາດຈະເປີດປະຕູໃຫ້ນັກທ່ອງທ່ຽວຕາມກຸ່ມ

ຍສໝ - ຫ້ອງວ່າການລັດຖະບານ ສປປ.ລາວ ຫາກໍ່ປະກາດໃຊ້ແຈ້ງການເລກທີ 1049 ກ່ຽວກັບບັນດາມາດຕະການສະກັດກ້ັນພະຍາດໂຄວິດ-19 ທີ່ນໍາໃຊ້ໃນເດືອນຕຸລາ.

ປະເທດລາວ ພ ຈາລະນາເປ ດທ ວທ ອງທ ຽວສາກ ນຄ ນໃໝ ສະມາຄົມມິດຕະພາບ ຫວຽດນາມ - ໄທ ຢູ່ ດານັງປະກອບສ່ວນຊຸກຍູ້ຂະແໜງການທ່ອງທ່ຽວ

ຍສໝ - ວັນທີ 22 ກໍລະກົດ 2020, ກອງປະຊຸມໃຫຍ່ຄັ້ງທີ 4 ໄລຍະ 2020 - 2025 ຂອງສະມາຄົມມິດຕະພາບຫວຽດນາມ - ໄທ ນະຄອນດານັງໄດ້ຈັດຂຶ້ນ ຢູ່ ສຳນັກງານໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບນະຄອນດານັງ.

ປະເທດລາວ ພ ຈາລະນາເປ ດທ ວທ ອງທ ຽວສາກ ນຄ ນໃໝ ຫວຽດນາມ ນອນໃນ Top 20 ປະເທດພັດທະນາການທ່ອງທ່ຽວໄວທີ່ສຸດໃນໂລກ

ອົງການທ່ອງທ່ຽວໂລກ (UNWTO) ຫາກໍ່ປະກາດບັນຊີລາຍຊື່ 20 ປະເທດພັດທະນາການທ່ອງທ່ຽວໄວທີ່ສຸດໃນໂລກໃນປີ 2019, ໃນນັ້ນມີຫວຽດນາມ. ຕາມສະຖິຕິຂອງ UNWTO, ປີ 2019 ໄດ້ມີການທ່ອງທ່ຽວໄປຕ່າງປະເທດ 1,5 ຕື້ຖ້ຽວ (ເພີ່ມຂຶ້ນ 4% ເມື່ອທຽບໃສ່ປີ 2018 ແລະເພີ່ມຂຶ້ນປະມານ 900 ລ້ານຖ້ຽວເມື່ອທຽບໃສ່ທົດສະວັດກ່ອນ).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.