ປະສານສົມທົບບໍລິຫານໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ ໃຫ້ມີປະສິດທິຜົນ

08:59 | 02/10/2026

ຍສໝ - ວັນທີ 29/9, ຄະນະປະຕິບັດງານຂອງສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ນຳໂດຍທ່ານນາງ ຕະເຟືອງຢຸງ, ກົງສຸນໃຫຍ່, ໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ, ແລກປ່ຽນບັນດາວິທີແກ້ໄຂເພື່ອປັບປຸງເງື່ອນໄຂການຮ່ຳຮຽນ, ການດຳລົງຊີວິດ ແລະ ຍົກສູງປະສິດທິຜົນການບໍລິຫານໂຮງຮຽນໃນສົກຮຽນທຳອິດ.

ນັກຮຽນໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຢ້ຽມຢາມ ແລະ ທົດລອງຕົວຈິງດ້ານວັດທະນະທຳ, ປະຫວັດສາດ ຫວຽດນາມ ສະມາຄົມມິດຕະພາບ ລາວ - ຫວຽດນາມ ຊົມເຊີຍກອງປະຊຸມໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ

ຕາມສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ, ໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ ໄດ້ຮັບທຶນສະໜັບສະໜູນການກໍ່ສ້າງຈາກນະຄອນ ດ່ານັງ, ໄດ້ເປີດນຳໃຊ້ໃນເດືອນ 4/2026 ແລະ ເລີ່ມເຄື່ອນໄຫວຢ່າງເປັນທາງການນັບແຕ່ສົກຮຽນ 2026-2027.

ທີ່ການເຮັດວຽກ, ທ່ານນາງ ຕະເຟືອງຢຸງ, ກົງສຸນໃຫຍ່ ໄດ້ຂອບໃຈອຳນາດການປົກຄອງ, ບັນດາພະແນກ, ຂະແໜງການຂອງແຂວງສາລະວັນ ແລະ ເມືອງຄົງເຊໂດນ ທີ່ໄດ້ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວຂອງສະມາຄົມຊາວຫວຽດນາມ ແລະ ໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ.

ປະສານສົມທົບບໍລິຫານໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ ໃຫ້ມີປະສິດທິຜົນ
ຄະນະປະຕິບັດງານຂອງສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ມອບຂອງຂວັນໃຫ້ນັກຮຽນໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ.

ທ່ານນາງໄດ້ຕີລາຄາບັນດາຄວາມພະຍາຍາມຂອງຄະນະບໍລິຫານງານສະມາຄົມຊາວຫວຽດນາມ ແຂວງສາລະວັນ, ຄະນະອຳນວຍການ ແລະ ຖັນແຖວຄູອາຈານ ໃນການຈັດຕັ້ງການສອນ ແລະ ການຮຽນ; ພ້ອມທັງສະເໜີໃຫ້ອຳນາດການປົກຄອງທ້ອງຖິ່ນສືບຕໍ່ເອົາໃຈໃສ່, ໜູນຊ່ວຍໃຫ້ໂຮງຮຽນເຄື່ອນໄຫວຢ່າງມີປະສິດທິຜົນ.

ຄະນະປະຕິບັດງານຍັງໄດ້ແລກປ່ຽນກັບບັນດາພະແນກ, ຂະແໜງການ ແລະ ສະມາຄົມຊາວຫວຽດນາມ ກ່ຽວກັບບາງຂໍ້ສະເໜີເພື່ອປັບປຸງເງື່ອນໄຂການຮ່ຳຮຽນ ແລະ ການດຳລົງຊີວິດຂອງຄູອາຈານ ແລະ ນັກຮຽນ.

ທ່ານ ວິໄລ ສີລາດວງໃຈ, ເລຂາຄະນະພັກເມືອງ, ປະທານສະພາປະຊາຊົນເມືອງຄົງເຊໂດນ ໄດ້ຂອບໃຈສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ແລະ ບັນດາທ້ອງຖິ່ນຂອງຫວຽດນາມ ທີ່ໄດ້ໃຫ້ການໜູນຊ່ວຍແກ່ແຂວງສາລະວັນ ແລະ ເມືອງຄົງເຊໂດນ. ທ່ານຢືນຢັນວ່າ ອຳນາດການປົກຄອງເມືອງຈະສືບຕໍ່ປະສານສົມທົບກັບສະມາຄົມຊາວຫວຽດນາມ ແລະ ຄະນະອຳນວຍການ ໃນການຄຸ້ມຄອງ, ບໍລິຫານສິ່ງກໍ່ສ້າງໃຫ້ມີປະສິດທິຜົນ.

ໃນຂອບການເຮັດວຽກ, ຄະນະປະຕິບັດງານພ້ອມກັບການນຳແຂວງສາລະວັນ ໄດ້ໄປຢ້ຽມຊົມບັນດາຫ້ອງຮຽນ, ພົບປະຄູອາຈານ, ນັກຮຽນ ແລະ ຊອກຮູ້ເງື່ອນໄຂການກິນຢູ່, ການສິດສອນຂອງບັນດາຄູອາຈານທີ່ແຂວງ ກວາງຈິ ສົ່ງມາສອນພາສາຫວຽດນາມຢູ່ໂຮງຮຽນ ນັບແຕ່ສົກຮຽນ 2026-2027.

ໃນໂອກາດນີ້, ທ່ານນາງ ຕະເຟືອງຢຸງ, ກົງສຸນໃຫຍ່ ໄດ້ມອບເຄື່ອງໃຊ້ການຮຽນ, ປຶ້ມ, ປຶ້ມນິທານພາສາຫວຽດນາມ ເພື່ອຮັບໃຊ້ວຽກງານການສິດສອນ ແລະ ຂອງຂວັນບຸນໄຫວ້ພະຈັນໃຫ້ແກ່ນັກຮຽນ.

ໃນວັນດຽວກັນ, ຄະນະປະຕິບັດງານໄດ້ເຮັດວຽກກັບຄະນະບໍລິຫານງານສະມາຄົມຊາວຫວຽດນາມ ແຂວງສາລະວັນ, ແລກປ່ຽນກ່ຽວກັບທິດທາງການເຄື່ອນໄຫວຂອງສະມາຄົມໃນໄລຍະຕໍ່ໜ້າ.

ເພີ່ມກຳລັງໃຈໃຫ້ແກ່ຄູອາຈານຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ເພີ່ມກຳລັງໃຈໃຫ້ແກ່ຄູອາຈານຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ
ຍສໝ - ຕອນເຊົ້າວັນທີ 1 ຕຸລາ, ຢູ່ນະຄອນຫຼວງວຽງຈັນ ຂອງປະເທດລາວ, ໄດ້ຈັດພິທີມອບເງິນຊ່ວຍເຫຼືອໃຫ້ແກ່ຄູອາຈານໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ. ນີ້ແມ່ນປີທີ 4 ຕິດຕໍ່ກັນ ທີ່ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ມອບເງິນຊ່ວຍເຫຼືອນີ້.
ຊາວຫວຽດນາມ ອາໄສຢູ່ລາວ ໄປຖະຫວາຍທູບທຽນເພື່ອຮູ້ບຸນຄຸນບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ - ຫວຽດນາມ ຊາວຫວຽດນາມ ອາໄສຢູ່ລາວ ໄປຖະຫວາຍທູບທຽນເພື່ອຮູ້ບຸນຄຸນບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ - ຫວຽດນາມ
ຍສໝ - ໃນຕອນເຊົ້າວັນທີ 12 ເມສາ, ທ່ານຫງວຽນມິງເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ພ້ອມດ້ວຍຄະນະປະຕິບັດງານ, ຊາວຫວຽດນາມ ອາໄສຢູ່ລາວ ພ້ອມກັບຄະນະຜູ້ແທນສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ແລະ ຜູ້ນຳແຂວງ ຊຽງຂວາງ ໄດ້ເຂົ້າວາງພວງມາລາ ແລະ ໄປຖະຫວາຍທູບທຽນ ເພື່ອອາໄລຫາບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ແລະ ລາວ ຢູ່ອະນຸສາວະລີພັນທະພາບສູ້ຮົບຮ່ວມສຳພັນ ລາວ - ຫວຽດນາມ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ