ສະມາຄົມມິດຕະພາບ ລາວ - ຫວຽດນາມ ຊົມເຊີຍກອງປະຊຸມໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ

20:57 | 09/09/2026

ຍສໝ - ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031, ສະມາຄົມມິດຕະພາບ ລາວ - ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍ. ໂທລະເລກໄດ້ຕີລາຄາສູງບັນດາການປະກອບສ່ວນຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນພາລະກິດປົກປ້ອງ, ສ້າງສາ ແລະ ພັດທະນາປະເທດ, ເພື່ອສັນຕິພາບ, ມິດຕະພາບ, ເອກະລາດຂອງຊາດ ແລະ ຄວາມສາມັກຄີສາກົນ.

[Infographic] ສ້າງກົງຈັກການຈັດຕັ້ງຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ຄົບຊຸດ, ກະທັດລັດ, ເຂັ້ມແຂງ [Infographic] ຈາກ “ການຮັບການຊ່ວຍເຫຼືອ” ສູ່ “ການສ້າງສັນການຮ່ວມມືເພື່ອການພັດທະນາ”

ຕາມແຜນການ, ກອງປະຊຸມໃຫຍ່ຈະຈັດຂຶ້ນໃນວັນທີ 14/9/2026 ຢູ່ຮ່າໂນ້ຍ, ເພື່ອສະຫຼຸບ, ຕີລາຄາຢ່າງຮອບດ້ານຜົນການປະຕິບັດມະຕິກອງປະຊຸມໃຫຍ່ ອາຍຸການ 2019-2026; ກຳນົດທິດທາງ, ໜ້າທີ່ວຽກງານສຳລັບອາຍຸການ 2026-2031 ແລະ ບູລະນະດ້ານບຸກຄະລາກອນ, ໂຄງຮ່າງການຈັດຕັ້ງໃຫ້ສົມບູນ.

ສະມາຄົມມິດຕະພາບ ລາວ - ຫວຽດນາມ ຊົມເຊີຍກອງປະຊຸມໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ
ທ່ານ ສຈ. ບໍ່ວຽງຄຳ ວົງດາລາ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ. (ພາບ: ດິງຮວ່າ)

ໃນໂທລະເລກ, ທ່ານ ສຈ. ບໍ່ວຽງຄຳ ວົງດາລາ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ຕີລາຄາວ່າ ກອງປະຊຸມໃຫຍ່ແມ່ນເຫດການສຳຄັນຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ; ພ້ອມກັນນັ້ນ ໄດ້ສົ່ງຄຳຊົມເຊີຍເຖິງທ່ານ ຟານແອັງເຊີນ, ປະທານສະຫະພັນ, ຄະນະບໍລິຫານງານ ແລະ ບັນດາສະມາຊິກຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ.

ໂທລະເລກລະບຸຢ່າງຈະແຈ້ງວ່າ, ນັບແຕ່ສ້າງຕັ້ງມາຈົນເຖິງປັດຈຸບັນ, ກິດຈະກຳຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຕິດພັນກັບພາລະກິດປົກປ້ອງ, ສ້າງສາ ແລະ ພັດທະນາສາທາລະນະລັດສັງຄົມນິຍົມຫວຽດນາມ, ເພື່ອສັນຕິພາບ, ມິດຕະພາບ, ເອກະລາດຂອງຊາດ ແລະ ຄວາມສາມັກຄີສາກົນ. ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບການຕີລາຄາວ່າ ເປັນຂີດໝາຍສຳຄັນໃນການເພີ່ມທະວີການຮ່ວມມືມິດຕະພາບກັບບັນດາອົງການໃນພາກພື້ນ ແລະ ສາກົນ.

ສະມາຄົມມິດຕະພາບ ລາວ - ຫວຽດນາມ ຊົມເຊີຍກອງປະຊຸມໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ
ທ່ານ ຫງວຽນດັກວິງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ທ່ານ ສຈ. ບໍ່ວຽງຄຳ ວົງດາລາ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ມອບທຶນການສຶກສາໃຫ້ແກ່ນັກສຶກສາ, ຊາວໜຸ່ມລາວທີ່ມີຜົນງານດີເດັ່ນຢູ່ຫວຽດນາມ ໃນໂຄງການແລກປ່ຽນ “ອະດີດທະຫານອາສາສະໝັກ, ອະດີດຊ່ຽວຊານຫວຽດນາມຢູ່ລາວ ແລະ ຄົນຮຸ່ນໜຸ່ມ ຫວຽດນາມ - ລາວ”, ທີ່ຮ່າໂນ້ຍ, ເດືອນ 9/2025. (ພາບ: ແທງຖາວ)

ທ່ານ ສຈ. ບໍ່ວຽງຄຳ ວົງດາລາ ຢືນຢັນວ່າ ຈະປະສານສົມທົບກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ, ຮ່ວມກັນທຸ່ມເທທຸກກຳລັງ ເພື່ອສືບຕໍ່ເພີ່ມທະວີ, ທະນຸຖະໜອມ ແລະ ເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ກໍຄືປະຊາຊົນສອງປະເທດ ໃຫ້ນັບມື້ນັບພັດທະນາດີງາມ, ອອກດອກອອກຜົນ.

ໃນໂອກາດນີ້, ທ່ານ ສຈ. ບໍ່ວຽງຄຳ ວົງດາລາ ອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031 ປະສົບຜົນສຳເລັດຢ່າງຈົບງາມ.

[Infographic] ຍົກສູງປະສິດທິຜົນຂອງການເຄື່ອນໄຫວການຕ່າງປະເທດປະຊາຊົນສອງຝ່າຍ [Infographic] ຍົກສູງປະສິດທິຜົນຂອງການເຄື່ອນໄຫວການຕ່າງປະເທດປະຊາຊົນສອງຝ່າຍ
ຍສໝ - ຢູ່ຂັ້ນສູນກາງ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສ້າງສັນ, ສ້າງບັນດາກົນໄກແລກປ່ຽນສອງຝ່າຍຂະໜາດໃຫຍ່, ສົມທົບຢ່າງຄ່ອງຕົວລະຫວ່າງການປັບປຸງຄວາມໄວ້ວາງໃຈທາງການເມືອງ, ການສຶກສາປະເພນີມິດຕະພາບປະຊາຊົນ ກັບການເຊື່ອມໂຍງການຮ່ວມມືຢ່າງແທດຈິງ ໃນດ້ານເສດຖະກິດ, ການຫັນປ່ຽນດິຈິຕອນ, ການເຕີບໂຕສີຂຽວ ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດ. ຢູ່ຂັ້ນທ້ອງຖິ່ນ, ສະຫະພັນບັນດາອົງການມິດຕະພາບຂອງບັນດາແຂວງ, ນະຄອນ ໄດ້ເປັນເຈົ້າການຈັດບັນດາກິດຈະກຳມິດຕະພາບປະຈຳປີຢ່າງຕໍ່ເນື່ອງ ໂດຍມີເອກະລັກສະເພາະຂອງແຕ່ລະທ້ອງຖິ່ນ, ຫັນບັນດາກິດຈະກຳແລກປ່ຽນປະຊາຊົນຢູ່ຂັ້ນຮາກຖານ ໃຫ້ກາຍເປັນແຮງຊຸກຍູ້ທີ່ເປັນຮູບປະທຳ, ຮັບໃຊ້ໂດຍກົງຕໍ່ຄວາມຕ້ອງການດ້ານການເຊື່ອມໂຍງ, ດຶງດູດການລົງທຶນ ແລະ ດຶງດູດການຊ່ວຍເຫຼືອຂອງທ້ອງຖິ່ນເອງ.
[Infographic] ປະກອບສ່ວນສ້າງທິດທາງ, ຍຸດທະສາດ ແລະ ນະໂຍບາຍການຕ່າງປະເທດ [Infographic] ປະກອບສ່ວນສ້າງທິດທາງ, ຍຸດທະສາດ ແລະ ນະໂຍບາຍການຕ່າງປະເທດ
ຍສໝ - ໃນໄລຍະຜ່ານມາ, ວຽກງານຄົ້ນຄວ້າ ແລະ ສະເໜີແນະຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມີບາດກ້າວປ່ຽນແປງຢ່າງຈະແຈ້ງໃນດ້ານຄຸນນະພາບ, ນັບມື້ນັບຢືນຢັນບົດບາດເປັນພື້ນຖານສຳຄັນ ທີ່ຮັບໃຊ້ໂດຍກົງໃຫ້ແກ່ການສ້າງທິດທາງ, ຍຸດທະສາດ ແລະ ນະໂຍບາຍການຕ່າງປະເທດປະຊາຊົນ, ພ້ອມທັງເກາະຕິດຍິ່ງຂຶ້ນກັບຄວາມຮຽກຮ້ອງຂອງໜ້າທີ່ການເມືອງ - ການຕ່າງປະເທດຂອງປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ