ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄຫວ້ອາໄລ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ ລາວ
ຍສໝ - ຕອນບ່າຍ ວັນທີ 13 ພຶດສະພາ, ຢູ່ ນະຄອນຫຼວງວຽງຈັນ ສປປ.ລາວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກ ແລະ ລັດຖະບານ ຫວຽດນາມ ໄດ້ໄປໄຫວ້ອາໄລທ່ານ ພົວເອກ ສີສະຫວາດ ແກ້ວບຸນພັນ, ອະດີດກຳມະການກົມການເມືອງ, ອະດີດນາຍົກລັດຖະມົນຕີ, ອະດີດປະທານຄະນະກຳມະການສູນກາງແນວລາວສ້າງຊາດ ທີ່ຫາກໍ່ເຖິງແກ່ມໍລະນະກຳໃນວັນທີ 12 ພຶດສະພາ.
 |
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ຫວຽດນາມ ເຂົ້າໄຫວ້ອາໄລທ່ານພົນເອກ ສີສະຫວາດ ແກ້ວບຸນພັນ.(ພາບ: TTXVN) |
 |
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຂຽນໃສ່ປຶ້ມໄຫວ້ອາໄລ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ. (ພາບ: TTXVN) |
 |
ຕອນບ່າຍວັນທີ 13 ພຶດສະພາ, ຢູ່ ນະຄອນຫຼວງວຽງຈັນ, ປະເທດລາວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ບຸນຍັງ ວໍລະຈິດ ເນື່ອງໃນໂອກາດໄປໄຫວ້ອາໄລ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ.(ພາບ: TTXVN) |
 |
ແລະກໍ່ໃນຕອນບ່າຍວັນທີ 13 ພຶດສະພາ, ຢູ່ ນະຄອນຫຼວງວຽງຈັນ, ປະເທດລາວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ເນື່ອງໃນໂອກາດມາໄຫວ້ອາໄລ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ. (ພາບ: TTXVN) |
| ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສົ່ງຈົດໝາຍເຖິງນາຍົກລັດຖະມົນຕີຍີ່ປຸ່ນ ແລະ ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີເຊັກ ຍສໝ - ຕອນບ່າຍວັນທີ 23 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ເຊັກ Andrej Babis ເພື່ອປຶກສາຫາລືບາງມາດຕະການຮ່ວມມືໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid-19. |
| ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຍສໝ - ຕອນບ່າຍວັນທີ 19 ທັນວາ,ທີ່ ສຳນັກງານລັດຖະບານ, ທ່ານ ຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມໄດ້ຕ້ອນຮັບ ທ່ານເຕ່ຍແບັງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ແລະ ທ່ານຈັນສະໝອນຈັນຍາລາດລັດຖະມົນຕີກະຊວງປ້ອງກັນປະເທດລາວ, ເນື່ອງໃນໂອກາດ ທ່ານທັງສອງເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຄົບຮອບ75 ປີ (22/12/1944 – 22/12/2019) ແລະວັນບຸນທົ່ວປວງຊົນປ້ອງກັນຊາດ ຄົບຮອບ 30 ປີ. |
| ຫວຽດນາມ - ລາວ ດຳເນີນກອງປະຊຸມຂັ້ນຮອງປະທານຄະນະກຳມະການຮ່ວມມືລະຫວ່າງ ສອງປະເທດ ຢູ່ແຂວງເງະອານ ສສ ຫວຽດນາມ ຍສໝ - ໃນຕອນເຊົ້າວັນທີ 27 ພະຈິກ 2019, ຢູ່ແຂວງເງະອານ ສສ ຫວຽດນາມ, ຄະນະກຳມະການຮ່ວມມືຫວຽດນາມ - ລາວ ແລະ ລາວ - ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ ຂັ້ນຮອງປະທານເພື່ອຕີລາຄາການປະຕິບັດຂໍ້ຕົກລົງຮ່ວມມື ປີ 2019 ແລະ ແລກປ່ຽນທິດທາງໃນການຮ່ວມມືປີ 2020. |
ບຸນຄົງ