ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​​ຟຸກ ສົ່ງຈົດໝາຍ​ເຖິງ​ນາຍົກລັດຖະມົນຕີຍີ່ປຸ່ນ ​ແລະ ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ນາຍົກລັດຖະມົນຕີ​ເຊັກ​

18:15 | 24/03/2020

ຍສໝ - ຕອນບ່າຍວັນທີ 23 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ເຊັກ Andrej Babis ເພື່ອປຶກສາຫາລືບາງມາດຕະການຮ່ວມມືໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid-19.

ຜ່ານການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ສະພາບການລະບາດຂອງ Covid-19 ແມ່ນສິ່ງທ້າທາຍລວມຂອງທົ່ວໂລກ ແລະ ທຸກປະເທດໃນປະຈຸບັນ; ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບສາທາລະນະລັດເຊັກ ແລະ ທຸກໆຄູ່ຮ່ວມມືໃນການປ້ອງກັນ ແລະ ຕ້ານພະຍາດດັ່ງກ່າວ ຍ້ອນວ່າ ບໍ່ມີປະເທດໃດສາມາດເອົາຊະນະວິກິດການແພດໂລກນີ້ ຄັນປະຕິບັດແຕ່ຝ່າຍດຽວ.

ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​​ຟຸກ ສົ່ງຈົດໝາຍ​ເຖິງ​ນາຍົກລັດຖະມົນຕີຍີ່ປຸ່ນ ​ແລະ ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ນາຍົກລັດຖະມົນຕີ​ເຊັກ​

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົນທະນາກັບ ຜູ້ນຳຍີ່ປຸ່ນ ແລະ ເຊັກ ກ່ຽວກັບການລະບາດຂອງ Covid-19. (ພາບ: baoquocte)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມກຽມພ້ອມຮ່ວມມືກັບສາທາລະນະລັດເຊັກໃນທຸກໆດ້ານ ເພື່ອໃຫ້ສອງປະເທດສາມາດຜ່ານຜ່າໄລຍະຫຍຸ້ງຍາກໃນປະຈຸບັນ; ຈະຊີ້ນຳບັນດາກະຊວງ ເພື່ອສ້າງເງື່ອນໄຂສະດວກໃຫ້ພົນລະເມືອງ ເຊັກ ຕ້ອງການກັບຄືນປະເທດສາທາລະນະລັດເຊັກໃນອະນາຄົດອັນໃກ້ນີ້.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງສານ ເຖິງ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Abe Shinzo, ເພື່ອແບ່ງປັນຄວາມຫຍຸ້ງຍາກ, ຄວາມເສຍຫາຍຢ່າງຮຸນແຮງ ທີ່ເກີດຈາກ ພະຍາດCovid-19 ຜົນສະທ້ອນໃຫ້ປະຊາຊົນຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງຄວາມພະຍາຍາມສູງ ຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃນການຄວບຄຸມການລະບາດ, ສະເໜີສອງຝ່າຍໃຫ້ເພີ່ມທະວີການຮ່ວມມືໃນການປ້ອງກັນ ແລະ ຄວບຄຸມພະຍາດນີ້.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.