ນາຍົກ​​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຕ້ອນ​ຮັບ ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ

13:04 | 21/12/2019

ຍສໝ - ຕອນບ່າຍວັນທີ 19 ທັນວາ,ທີ່ ສຳນັກງານລັດຖະບານ, ທ່ານ ຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມໄດ້ຕ້ອນຮັບ ທ່ານເຕ່ຍແບັງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ແລະ ທ່ານຈັນສະໝອນຈັນຍາລາດລັດຖະມົນຕີກະຊວງປ້ອງກັນປະເທດລາວ, ເນື່ອງໃນໂອກາດ ທ່ານທັງສອງເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຄົບຮອບ75 ປີ (22/12/1944 – 22/12/2019) ແລະວັນບຸນທົ່ວປວງຊົນປ້ອງກັນຊາດ ຄົບຮອບ 30 ປີ.

ນາຍົກ​​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຕ້ອນ​ຮັບ ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ

ທ່ານ ຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ທ່ານຈັນສະໝອນຈັນຍາລາດລັດຖະມົນຕີກະຊວງປ້ອງກັນປະເທດລາວ (ພາບ: TTXVN)

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ນະໂຍບາຍດ້ານປ້ອງກັນຊາດຫວຽດນາມ ປະຕິບັດຕາມທິດນຳຮັກສາສັນຕິພາບ, ປ້ອງກັນຕົວ ແລະສືບຕໍ່ໄດ້ຢັ້ງຢືນໃນປຶ້ມປົກຂາວດ້ານປ້ອງກັນຊາດຫວຽດນາມປີ 2019 ທີ່ຫາກໍ່ໄດ້ປະກາດ. ຫວຽດນາມ ສະເໝີຕົ້ນສະເໝີປາຍປະຕິບັດແຜນນະໂຍບາຍແກ້ໄຂບັນດາບັນຫາຄົງຄ້າງ, ຄວາມບໍ່ລົງລອຍກັນ ແລະການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.

ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ໃນຕະຫຼອດ 75 ປີຜ່ານມາ, ກອງທັບປະຊາຊົນຫວຽດນາມໄດ້ພັດທະນາຢ່າງຕໍ່ເນື່ອງ, ເຕີບໃຫຍ່ຂະຫຍາຍຕົວດ້ວຍບັນດາເຫຼົ່າທັບ, ເຫຼົ່າຮົບ, ພາກສ່ວນປະກອບກໍາລັງ ແລະອາວຸດ, ປະກອບອຸປະກອນດ້ານເຕັກນິກນັບມື້ນັບທັນສະໄໝ. ປະຕິບັດນະໂຍບາຍດ້ານປ້ອງກັນຊາດເອກະລາດ, ເປັນເຈົ້າຕົນເອງ, ພ້ອມກັນນັ້ນ ຫວຽດນາມ ກໍ່ເອົາໃຈໃສ່ເປັນພິເສດເຖິງການພັດທະນາ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດກັບບັນດາປະເທດບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ເພື່ອເປົ້າໝາຍສູງສຸດແມ່ນສັນຕິພາບ, ເອກະລາດ ແລະພັດທະນາ.

ທ່ານຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມສະແດງຄວາມຊົມເຊີຍຕໍ່ອາລົມຈິດ, ຄວາມຮັບຜິດຊອບ, ຄວາມສຸດໃຈຂອງທ່ານລັດຖະມົນຕີທັງສອງ. ທ່ານນາຍົກລັດຖະມົນຕີຫວຽດນາມຕີລາຄາສູງຕໍ່ ເລື່ອງກະຊວງປ້ອງກັນປະເທດທັງສາມປະເທດທີ່ເປັນເຈົ້າການໃນການຄົ້ນຄວ້າ, ເປັນເອກະພາບກັນຜັນຂະຫຍາຍຮູບການຮ່ວມ, ພົ້ນເດັ່ນແມ່ນຮັກສາການພົບປະແລກປ່ຽນໃນແຕ່ລະປີແລະບໍ່ກະທັນຫັນລະຫວ່າງການນຳກະຊວງປ້ອງກັນປະທດທັງສາມປະເທດເພື່ອແລກປ່ຽນບັນດາບັນຫາທີ່ມີຜົນກະທົບເຖິງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສາມປະເທດ; ຈັດຕັ້ງການພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນຢູ່ ເຂດສາມຫຼ່ຽມພັດທະນາ, ເປັນຕົ້ນແມ່ນບັນດາໄພພິບັດທາງທຳມະຊາດທີ່ເກີດຂຶ້ນນັ້ນກຳລັງປ້ອງກັນຊາດທັງ 3 ປະເທດຕ່າງກໍ່ໜູນຊ່ວຍ, ແບ່ງປັນ; ແລກປ່ຽນຂໍ້ມູນຂ່າວສານແນໃສ່ກຳໄດ້ສະພາບການ, ກົນອຸບາຍເຈດຕະນາຕ້ານມ້າງເພທຳລາຍຂອງບັນດາອິດທິກຳລັງກົງກັນຂ້າມ, ປໍລະປັກເພື່ອແກ້ໄຂຢ່າງທັນການ; ສົມທົບກັນປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນຮ່ວມກັນ, ເປັນຕົ້ນແມ່ນເຂດສາມຫຼຽມພັດທະນາ; ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນທີ່ອາໄສຢູ່ເຂດຊາຍແດນ 3 ປະເທດທີ່ມີການພົວພັນການຄ້າ, ພັດທະນາເສດຖະກິດ. ພ້ອມກັນນັ້ນ, ວຽກງານການໜູນຊ່ວຍບຳລຸງສ້າງນາຍທະຫານລະຫວ່າງ 3 ປະເທດກໍ່ໄດ້ຮັບການຍູ້ແຮງແລະຫວຽດນາມກໍ່ພ້ອມແລ້ວທີ່ຈະແບ່ງປັນບົດຮຽນຂອງຕົນໃນຂົງເຂດດັ່ງກ່າວ.

(ໄຊພອນ)

ເຫດການ
302 Found

Found

The document has moved here.