ທ່ານ ຫງວຽນ​ຊວັນ​ຟຸກ ສືບ​ຕໍ່ໄດ້​ຮັບ​ກາ​ນ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​

10:37 | 27/07/2021

ຕອນເຊົ້າວັນທີ 26 ກໍລະກົດ, ບັນດາສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV, ໄດ້ເລືອກຕັ້ງທ່ານ ຫງວຽນຊວັນຟຸກ, ປະທານປະເທດ ອາຍຸການ 2016 – 2021 (ນັບແຕ່ເດືອນເມສາ 2021) ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2021 – 2026. ມະຕິກ່ຽວກັບເນື້ອໃນດັ່ງກ່າວກໍໄດ້ຮັບການຮັບຮອງຫຼັງຈາກນັ້ນໃນທັນທີ.

ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ກອງ​ປະ​ຊຸມ​ສະ​ມັດ​ຊ​າ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ຕ້ານ​ໄພ​ຈົມນ້ຳ ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ກອງ​ປະ​ຊຸມ​ສະ​ມັດ​ຊ​າ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ຕ້ານ​ໄພ​ຈົມນ້ຳ
ນັກ​ຮຽກ​ຮູ້​ອິນ​ເດຍ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ຍົກ​ສູງ​ບົດ​ບາດ​ຂອງ​ລັດ ໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ທາງ​ສັງ​ຄົມ ນັກ​ຮຽກ​ຮູ້​ອິນ​ເດຍ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ຍົກ​ສູງ​ບົດ​ບາດ​ຂອງ​ລັດ ໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ທາງ​ສັງ​ຄົມ
ທ່ານປະທານປະເທດ ຫງວຽນຊວັນຟຸກ ສາບານຕົວ (ພາບ: TTXVN)
ທ່ານປະທານປະເທດ ຫງວຽນຊວັນຟຸກ ສາບານຕົວ (ພາບ: TTXVN)

ໃນບົດກ່າວປາໄສພາຍຫຼັງພິທີສາບານຕົວ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ:

“ໂດຍແມ່ນສະມາຊິກສະພາແຫ່ງຊາດ, ໃນຖານະເປັນປະທານປະເທດ, ຂ້າພະເຈົ້າຈະມານະພະຍາຍາມພ້ອມກັບສະພາແຫ່ງຊາດ, ລັດຖະບານ ແລະ ທັງລະບົບການເມືອງ, ຕິດຕາມການປະຕິບັດວິໄສທັດ, ທິດທາງ, ຍຸດທະສາດພັດທະນາປະເທດຊາດຢ່າງຮອບດ້ານ ດ້ວຍເນື້ອໃນຈິດໃຈ ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອງຫຼັງ, ພິເສດແມ່ນປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ທະເລໝູ່ເກາະ. ບໍ່ວ່າຈະຢູ່ໃນພາລະໜ້າທີ່ໃດ ເຊິ່ງ ພັກ, ສະພາແຫ່ງຊາດ ແລະ ປະຊາຊົນໄດ້ມອບໝາຍໃຫ້, ຂ້າພະເຈົ້າຍາມໃດກໍຮັກສາຄວາມສາມັກຄີ, ຄວາມເປັນເອກະພາບ, ສະເໝີຕົ້ນສະເໝີປາຍເປັນຈິດໜຶ່ງໃຈດຽວ, ຕັ້ງໃຈຮັບຟັງ ແລະ ເສີມຂະຫຍາຍລັກສະນະປະຊາທິປະໄຕ, ຕິດຕາມສະພາບການຕົວຈິງຢ່າງໃກ້ຊິດເພື່ອນຳປະເທດກ້າວຂຶ້ນ”.

ສະຫຼຸບໝາກຜົນທີ່ບັນລຸໄດ້ໃນໄລຍະ 5 ປີຜ່ານມາ (2016 – 2021), ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ນີ້ແມ່ນໄລຍະທາງທີ່ທັງລະບົບການເມືອງໄດ້ຮັບການຝຶກຝົນຫຼໍ່ຫຼອມເພື່ອເຕີບໃຫຍ່ກວ່າ ກ່ຽວກັບຄຸນນະທາດ, ຄວາມຕັດສິນໃຈ, ຍາມໃດກໍຫຼໍ່ລ້ຽງວິໄສທັດ, ຄວາມຄາດຫວັງກ່ຽວກັບປະເທດ ຫວຽດນາມ ພັດທະນາ, ຮຸ່ງເຮືອງເຂັ້ມແຂງ ຕາມກຳນົດທິດສັງຄົມນິຍົມ ໃນປີ 2045. ໃນສະພາບການໂລກລະບາດໂຄວິດ - 19 ພວມມີການແຜ່ລະບາດຮອບທີ່ 4 ນີ້, ທ່ານປະທານປະເທດ ຢັ້ງຢືນວ່າ:

“ຂ້າພະເຈົ້າເຊື່ອໝັ້ນຕໍ່ກຳລັງແຮງສັງລວມຂອງຊາດ, ຄວາມສາມັກຄີຂອງປະຊາຊົນ ແລະ ມີຄວາມໄວ້ເນື້ອເຊື່ອໃຈຕໍ່ຄວາມຕັດສິນໃຈຂອງ ລັດຖະບານ, ຂອງທຸກພາກສ່ວນ ກ່ຽວກັບປະເທດ ຫວຽດນາມ ໄຊຊະນະ ແລະ ໃນການຄວບຄຸມ, ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ເພື່ອໃຫ້ ຫວຽດນາມ ສືບຕໍ່ສ້າງຂີດໝາຍພັດທະນາໃໝ່. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈຢ່າງເລິກເຊິ່ງຕໍ່ຄວາມເມດຕາປານີ, ຄວາມອົດທົນ ແລະ ຄວາມອົງອາດກ້າແກ່ນເມື່ອປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຂອງພໍ່ແມ່ປະຊາຊົນ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກແຕ່ກໍຍັງມີຄວາມເຊື່ອໝັ້ນຕໍ່ອະນາຄົດ ເພື່ອສາມັກຄີກັນ, ຜ່ານຜ່າຄວາມຫຍຸ້ງຍາກ, ເອົາຊະນະຕໍ່ໂລກລະບາດ. ເຈດຈຳນົງບື່ນຕົວຂຶ້ນໃນທຸກສະພາບການ ຍາມໃດກໍແມ່ນຄຸນສົມບັດທີ່ຍິ່ງໃຫຍ່ ແລະ ເປັນປັດໄຈເອົາໄຊຊະຊະ ແລະ ນຳມາເຊິ່ງກຽດອັນສະຫງ່າໃຫ້ແກ່ຊາດ ຫວຽດນາມ”.

ທ່ານຫງວຽນຊວັນຟຸກ ເກີດວັນທີ 20 ກໍລະກົດ ປີ 1954 ຢູ່ແຂວງ ກວ໋າງນາມ ຂອງ ຫວຽດນາມ. ທ່ານແມ່ນກຳມະການຄະນະບໍລິຫານງານສູນກາງພັກ ຊຸດທີ X, XI, XII, XIII; ກຳມະການກົມການເມືອງ ຊຸດທີ XI, XII, XIII; ສະມາຊິກສະພາແຫ່ງຊາດຊຸດທີ XI, XIII, XIV, XV ແລະ ເຄີຍດຳລົງມາຫຼາຍຕ່ຳແໜ່ງສຳຄັນ.

vovworld.vn

ເຫດການ
302 Found

Found

The document has moved here.