ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ຢ່າງມີປະສິດທິຜົນ

07:55 | 30/03/2021

ຍສໝ - ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ໃຫ້ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ ເພື່ອເພີ່ມທະວີການພົວພັນຮ່ວມມືຫວຽດນາມ - ໄທ; ເພີ່ມການຢ້ຽມຢາມເພີ່ມເຕີມ, ການຕິດຕໍ່ໃນລະດັບສູງ ແລະ ລະດັບຕ່າງໆ...

ຊ ກຍ ການພ ວພ ນຄ ຮ ວມມ ຍ ດທະສາດ ຫວຽດນາມ ໄທ ຢ າງມ ປະສ ດທ ຜ ນ ຫວຽດນາມ - ໄທ ສູ້ຊົນວົງເງິນການຄ້າບັນລຸ 20 ຕື້ໂດລາສະຫະລັດ
ຊ ກຍ ການພ ວພ ນຄ ຮ ວມມ ຍ ດທະສາດ ຫວຽດນາມ ໄທ ຢ າງມ ປະສ ດທ ຜ ນ ປະຊາຄົມຊາວຫວຽດນາມ ອາໄສ ໄທ ບໍລິຈາກເງິນ ໄດ້ປະມານ 3,7 ຕື້ດົ່ງ ສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ ສສ.ຫວຽດນາມ

ຫວ່າງແລ້ວນີ້,, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ໄດ້ມີການໂອ້ລົມທາງຫ່າງໄກກັບ ທ່ານເລຂາທິການປະຈຳການກະຊວງການຕ່າງປະເທດຂອງໄທ, ທ່ານ Thani Thongphakdi ເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ, ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ, ຍົກອອກບັນດາຄວາມສົນໃຈໃນພາກພື້ນ ແລະ ສາກົນ.

ທ່ານເລຂາທິການປະຈຳການກະຊວງການຕ່າງປະເທດຂອງໄທ, ທ່ານ Thani Thongphakdi ໄດ້ສະແດງຄວາມຊົມເຊີຍຫວຽດນາມທີ່ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງສຳເລັດຜົນ ແລະ ສຳເລັດພາລະບົດບາດເປັນປະທານຂອງອາຊຽນ; ຢັ້ງຢືນວ່າ ປະເທດໄທຖືເປັນສຳຄັນ ແລະ ຈະເພີ່ມທະວີ ແລະ ພັດທະນາການພົວພັນຮ່ວມມືທີ່ດີກັບຫວຽດນາມຢ່າງບໍ່ຢຸດຢັ້ງ.

ຊ ກຍ ການພ ວພ ນຄ ຮ ວມມ ຍ ດທະສາດ ຫວຽດນາມ ໄທ ຢ າງມ ປະສ ດທ ຜ ນ
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ. (ພາບ: bapquocte)

ສ່ວນທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ໄດ້ສະແດງຄວາມຂອບໃຈລັດຖະບານໄທ ທີ່ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການບິນ ເພື່ອນຳພົນລະເມືອງຫວຽດນາມກັບບ້ານຢ່າງປອດໄພ, ພ້ອມທັງໜູນຊ່ວຍພົນລະເມືອງຫວຽດນາມທີ່ດຳລົງຊີວິດ ແລະ ຮໍ່າຮຽນຢູ່ປະເທດໄທ.

ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ໄດ້ສະເໜີໃຫ້ປະເທດໄທ ຈຳກັດບັນດາຮົ້ວກີດຂວາງດ້ານການຄ້າ, ປະສານງານແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບລະບຽບການ ແລະ ຂັ້ນຕອນການນຳເຂົ້າ ແລະ ສົ່ງອອກ; ສືບຕໍ່ສະໜັບສະໜູນ, ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມຢູ່ບັນດາອົງການຈັດຕັ້ງ ແລະ ເວທີປາໄສພາກພື້ນ ແລະ ສາກົນ.

ໃນການໂອ້ລົມທາງຫ່າງໄກ, ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ ເພື່ອເພີ່ມທະວີການພົວພັນຮ່ວມມືຫວຽດນາມ - ໄທ; ເພີ່ມທະວີການຢ້ຽມຢາມ, ຕິດຕໍ່ພົວພັນໃນລະດັບສູງ ແລະ ລະດັບຕ່າງໆ; ຮັກສາກົນໄກການຮ່ວມມືສອງຝ່າຍ; ລວມທັງກຳນົດເວລາ ແລະ ຮູບແບບທີ່ເໝາະສົມເພື່ອຈັດຕັ້ງ: ກອງປະຊຸມຄັ້ງທີ 4 ຂອງຄະນະລັດຖະບານຮ່ວມຫວຽດນາມ - ໄທ, ຄະນະກຳມະການຮ່ວມ ກ່ຽວກັບການຮ່ວມມືສອງຝ່າຍລະດັບລັດຖະມົນຕີກະຊວງການຕ່າງປະເທດ ແລະ ການທາບທາມການເມືອງລະດັບລັດຖະມົນຕີວ່າການກະຊວງການຕ່າງປະເທດ.

ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ເຫັນດີວ່າ ອາຊຽນຄວນຮັກສາຄວາມສາມັກຄີ, ເປັນສຽງເວົ້າລວມ ແລະ ບົດບາດໃຈກາງ, ຍຶດໝັ້ນຫຼັກການທີ່ໄດ້ຕົກລົງກັນ, ຍຶດໝັ້ນການປະຕິບັດຕາມກົດໝາຍສາກົນ ແລະ ສົນທິສັນຍາກົດໝາຍວ່າດ້ວຍທະເລ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ 1982 ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982).

ຊ ກຍ ການພ ວພ ນຄ ຮ ວມມ ຍ ດທະສາດ ຫວຽດນາມ ໄທ ຢ າງມ ປະສ ດທ ຜ ນ ຫວຽດນາມ - ໄທ: ຄູ່ຮ່ວມມືທີ່ຍືນຍົງເພື່ອອະນາຄົດທີ່ຈະເລີນຮຸ່ງເຮືອງ

ຍສໝ - ມາຮອດປະຈຸບັນ, ໄທແມ່ນໜຶ່ງໃນ 10 ນັກລົງທືນຕ່າງປະເທດຢູ່ຫວຽດນາມດ້ວຍຍອດຈຳນວນເງິນລົງທຶນກ່ວາ 12.3 ຕື້ ໂດລາສະຫະລັດ, ປະກອບສ່ວນສ້າງວຽກເຮັດງານທຳໃຫ້ຄົນງານ ແລະ ພັດທະນາເສດຖະກິດ.

ຊ ກຍ ການພ ວພ ນຄ ຮ ວມມ ຍ ດທະສາດ ຫວຽດນາມ ໄທ ຢ າງມ ປະສ ດທ ຜ ນ ຜູ້ຊ່ຽວຊານລັດເຊຍ ໄຈ້ແຍກ 3 ປັດໃຈທີ່ຊ່ວຍໃຫ້ຫວຽດນາມ ສະກັດກັ້ນພະຍາດ Covid-19 ຢ່າງມີປະສິດທິຜົນ

ຍສໝ​ - ຕາມຜູ້ຊ່ຽວຊານລັດເຊຍ, ຫວຽດນາມ ສະກັດກັ້ນການລະບາດຂອງພະຍາດ Covid-19 ໄດ້ມີປະສິດທິຜົນ ຍ້ອນ 3 ປັດໃຈຕົ້ນຕໍ: ການກະທຳຢ່າງວ່ອງໄວ ແລະ ທັນການຂອງລັດຖະບານ; ທ່າທີມີຄວາມຮັບຜິດຊອບຂອງປະຊາຊົນ, ກໍ່ຄືການເປີດເຜີຍ ແລະ ຈະແຈ້ງຂອງຂໍ້ມູນ.

ຊ ກຍ ການພ ວພ ນຄ ຮ ວມມ ຍ ດທະສາດ ຫວຽດນາມ ໄທ ຢ າງມ ປະສ ດທ ຜ ນ ຊຸກຍູ້ການຮ່ວມມືດ້ານການສຶກສາລະຫວ່າງ ຫວຽດນາມ - ໄທ ໃຫ້ນັບມື້ນັບຂະຫຍາຍຕົວ

ຍສໝ - ຕອນບ່າຍວັນທີ 26 ກຸມພາ, ທີ່ສຳນັກງານໃຫຍ່ກະຊວງສຶກສາ ແລະ ບຳລຸງສ້າງ, ທ່ານລັດຖະມົນຕີ ທ່ານ ຝູ່ງຊວັນຍະ ໄດ້ໃຫ້ການຕ້ອນຮັບທ່ານ Tanee Sangrat ເອກອັກຄະລັດຖະທູດໄທປະຈຳ ຫວຽດນາມ, ໂດຍປຶກສາຫາລືກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງລະຫວ່າງສອງປະເທດ.

ຊ ກຍ ການພ ວພ ນຄ ຮ ວມມ ຍ ດທະສາດ ຫວຽດນາມ ໄທ ຢ າງມ ປະສ ດທ ຜ ນ

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.