ຜູ້ຊ່ຽວຊານລັດເຊຍ ໄຈ້ແຍກ 3 ປັດໃຈທີ່ຊ່ວຍໃຫ້ຫວຽດນາມ ສະກັດກັ້ນພະຍາດ Covid-19 ຢ່າງມີປະສິດທິຜົນ

16:30 | 25/04/2020

ຍສໝ​ - ຕາມຜູ້ຊ່ຽວຊານລັດເຊຍ, ຫວຽດນາມ ສະກັດກັ້ນການລະບາດຂອງພະຍາດ Covid-19 ໄດ້ມີປະສິດທິຜົນ ຍ້ອນ 3 ປັດໃຈຕົ້ນຕໍ: ການກະທຳຢ່າງວ່ອງໄວ ແລະ ທັນການຂອງລັດຖະບານ; ທ່າທີມີຄວາມຮັບຜິດຊອບຂອງປະຊາຊົນ, ກໍ່ຄືການເປີດເຜີຍ ແລະ ຈະແຈ້ງຂອງຂໍ້ມູນ.

ຜ ຊ ຽວຊານລ ດເຊຍ ໄຈ ແຍກ 3 ປ ດໃຈທ ຊ ວຍໃຫ ຫວຽດນາມ ສະກ ດກ ນພະຍາດ covid 19 ຢ າງມ ປະສ ດທ ຜ ນ ຫວຽດນາມ ແລະ ລາວ ຮ່ວມຈິດຮ່ວມໃຈກັນເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID – 19
ຜ ຊ ຽວຊານລ ດເຊຍ ໄຈ ແຍກ 3 ປ ດໃຈທ ຊ ວຍໃຫ ຫວຽດນາມ ສະກ ດກ ນພະຍາດ covid 19 ຢ າງມ ປະສ ດທ ຜ ນ ໜັງ​ສື​ພິມ​ເຢຍ​ລະ​ມັນ​ຍ້ອງຍ​ໍ​ຊົມ​ເຊີຍຫວຽດ​ນາມ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid -19

ອີງຕາມທ່ານ Maxim Syunnerberg - ຮອງສາດສະດາຈານສະຖາບັນອາຊີ-ອາຟຣິກາ, ເຊິ່ງເປັນຂຶ້ນກັບມະຫາວິທະຍາໄລແຫ່ງຊາດ Moscow Lomonosov ໃຫ້ຮູ້ວ່າ , ຫວຽດນາມໄດ້ຮັບໝາກຜົນດີໃນການປ້ອງກັນການລະບາດພະຍາດ Covid-19 ດ້ວຍອັດຕາກໍລະນີຕິດເຊື້ອໄວຣັດຕໍ່າ. ມາຮອດວັນທີ 23 ເມສາ, ຫວຽດນາມມີກໍລະນີຕິດເຊື້ອແມ່ນ 268 ຄົນ ແລະ ບໍ່ມີຄົນເສຍຊີວິດ.

ຜ ຊ ຽວຊານລ ດເຊຍ ໄຈ ແຍກ 3 ປ ດໃຈທ ຊ ວຍໃຫ ຫວຽດນາມ ສະກ ດກ ນພະຍາດ covid 19 ຢ າງມ ປະສ ດທ ຜ ນ
ທ່ານ Maxim Syunnerberg - ຮອງສາດສະດາຈານສະຖາບັນອາຊີ-ອາຟຣິກາ ຕີລາຄາສູງການປ້ອງກັນພະຍາດຢູ່ຫວຽດນາມ. (ພາບ: TTXVN)

ທ່ານ Maxim Syunnerberg ກ່າວຕື່ມວ່າ ສູນຮັບມືຢ່າງສຸກເສີນ ໄດ້ສ້າງຕັ້ງຂື້ນໂດຍລັດຖະບານຫວຽດນາມ ພຽງແຕ່ມື້ໜຶ່ງຫຼັງຈາກການພົບກັບຄົນປ່ວຍຕິດເຊື້ອໄວຣັດ Covid-19 ຄັ້ງທຳອິດ. ໃນເດືອນກຸມພາ, ກະຊວງສຶກສາທິການ ແລະ ບຳລຸງສ້າງໄດ້ ໂຈະການເຄື່ອນໄຫວຂອງໂຮງຮຽນທັງໝົດ ຈົນກ່ວາທ້າຍເດືອນມີນາ, ຫຼັງຈາກນັ້ນກໍ່ໄດ້ສືບຕໍ່ຕໍ່ກຳນົດເວລາ. ວັນທີ 4 ມີນາ, ການເຝິກຊ້ອມເປັນຂະໜາດ ທີ່ບໍ່ເຄີຍມີມາກ່ອນໄດ້ຈັດຂື້ນ ເພື່ອຕອບສະໜອງກັບສະຖານະການພັດທະນາພະຍາດຕ່າງໆ.

ນັບແຕ່ກາງເດືອນມີນາ, ຫວຽດນາມໄດ້ຢຸດການບິນກັບບັນດາປະເທດ ທີ່ໄດ້ຮັບຜົນກະທົບຈາກ ພະຍາດ Covid-19, ແລະ ໄດ້ຈຳກັດໃນການອະນຸຍາດໃຫ້ອອກວີຊາແກ່ຄົນຕ່າງປະເທດ. ນັບແຕ່ວັນທີ 16 ມີນາ, ການໃສ່ຜ້າບັງປາກໃນສະຖານທີ່ສາທາລະນະໄດ້ກາຍເປັນກົດລະບຽບບັງຄັບ ຢູ່ຫວຽດນາມ.

ວັນທີ 1 ເມສາ, ນາຍົກລັດຖະມົນຕີໄດ້ອອກຄຳສັ່ງປະກາດແຈ້ງເຖິງ ການລະບາດພະຍາດ ແລະ ການແຍກຫ່າງ ໄດ້ຈັດຕັ້ງປະຕິບັດໃນທົ່ວປະເທດຫວຽດນາມ, ແລະປະຊາຊົນໄດ້ຮັບອະນຸຍາດໃຫ້ອອກຈາກເຮືອນຂອງພວກເຂົາ ເພື່ອຊື້ອາຫານ ຫຼື ໄປຮ້ານຂາຍຢາ. ສ່ວນດ້ານເສດຖະກິດ, ໃນຕົ້ນເດືອນມີນາ, ລັດຖະບານຫວຽດນາມ ໄດ້ປະກາດມາດຕະການຕ່າງໆ ເພື່ອຊຸກຍູ້ດ້ານເສດຖະກິດ.

ຜ ຊ ຽວຊານລ ດເຊຍ ໄຈ ແຍກ 3 ປ ດໃຈທ ຊ ວຍໃຫ ຫວຽດນາມ ສະກ ດກ ນພະຍາດ covid 19 ຢ າງມ ປະສ ດທ ຜ ນ
ຄວາມຮັບຜິດຊອບຂອງປະຊາຊົນຫວຽດນາມ ແລະ ຂະແໜງການສື່ມວນຊົນ ແມ່ນມີຄວາມສຳຄັນໃຫຍ່ຫຼວງ ໃນການປ້ອງກັນພະຍາດ Covid-19 ຢູ່ຫວຽດນາມ. (ພາບ: TTXVN)

ທ່ານ Maxim Syunnerberg ໃຫ້ຮູ້ວ່າ ຂະແໜງການສື່ມວນຊົນຫວຽດນາມ ກໍ່ມີບົດບາດສຳຄັນເມື່ອລາຍງານຂ່າວຢ່າງເປັນທາງການ ແລະ ທັນການ ກ່ຽວກັບສະພາບພະຍາດໃນໂລກ ແລະ ໂດຍສະເພາະໃນປະເທດຫວຽດນາມ, ເຊັ່ນຂໍ້ມູນຂອງຜູ້ຕິດເຊື້ອ ແລະ ປະຫວັດການເດີນທາງທັງໝົດ ຂອງຜູ້ຕິດເຊື້ອ. ການເປີດເຜີຍທັງໝົດຂໍ້ມູນຢ່າງຫຼາຍສຸດ ໄດ້ອຳນວຍຄວາມສະດວກ ໃຫ້ປະຊາຊົນ ແລະ ບັນດາແພດໝໍໃນການປ້ອງກັນພະຍາດ Covid-19.

ໂດຍສະເພາະ, ທ່ານ Syunnerberg ໄດ້ກ່າວວ່າ ຄວາມສະຕິທີ່ມີຄວາມຮັບຜິດຊອບຂອງປະຊາຊົນຫວຽດນາມ ຕໍ່ໜ້າການລະບາດຂອງພະຍາດດັ່ງກ່າວ ແມ່ນມີຄວາມສຳຄັນໃຫຍ່ຫຼວງ, ປະກອບສ່ວນຊ່ວຍຫວຽດນາມ ຄວບຄຸມພະຍາດເປັນຢ່າງດີ. ຢູ່ປະເທດຫວຽດນາມ, ບັນດາຄວາມສ່ຽງໄດ້ແກ້ໄຂ ແລະ ສະກັດກັ້ນແຕ່ຫົວທີ.

ທ່ານ Syunnerberg ຍັງໄດ້ເນັ້ນໜັກວ່າ ຫວຽດນາມ ໄດ້ກາຍເປັນໜຶ່ງໃນ 4 ປະເທດທຳອິດໃນໂລກ ທີ່ປູກເຊື້ອ ແລະ ແຍກອອກໄດ້ໄວຣັດ SARS-CoV-2. ຊຸດເຄື່ອງມືທົດສອບໄດ້ຮັບການພັດທະນາຢ່າງໄວວາ, ເຮັດໃຫ້ຜະລິດຕະພັນ ສາມາດເຂົ້າເຖິງປະຊາຊົນທົ່ວປະເທດ. ເຄື່ອງທົດລອງເຫລົ່ານີ້ ແລະ ບັນດາອຸປະກອນການແພດອື່ນໆ ໄດ້ລັດຖະບານຫວຽດນາມສົ່ງອອກ ກໍ່ຄືມອບໃຫ້ບັນດາປະເທດອື່ນໆໃນທົ່ວໂລກ.

ຜ ຊ ຽວຊານລ ດເຊຍ ໄຈ ແຍກ 3 ປ ດໃຈທ ຊ ວຍໃຫ ຫວຽດນາມ ສະກ ດກ ນພະຍາດ covid 19 ຢ າງມ ປະສ ດທ ຜ ນ ເວັບໄຊຂອງເວທີປາໄສເສດຖະກິດໂລກ: ຫວຽດນາມຮັບມືກັບໂລກລະບາດ Covid - 19 ຢ່າງມີປະສິດທິຜົນ

ຍສໝ - ເວັບໄຊເອເລັກໂຕນິກ ຂອງເວທີປາໄສເສດຖະກິດໂລກ (WEF) ໄດ້ ລົງບົດຂຽນຂອງນັກຂ່າວອັງກິດ Sean Fleming ເຊິ່ງໄດ້ຕີລາຄາວ່າ ຫວຽດນາມຮັບມືກັບໂລກລະບາດ Covid - 19 ຢ່າງມີປະສິດທິຜົນ.

ຜ ຊ ຽວຊານລ ດເຊຍ ໄຈ ແຍກ 3 ປ ດໃຈທ ຊ ວຍໃຫ ຫວຽດນາມ ສະກ ດກ ນພະຍາດ covid 19 ຢ າງມ ປະສ ດທ ຜ ນ ທະນາຄານພັດທະນາອາຊີ ໝັ້ນໝາຍວ່າ ຈະໜູນຊ່ວຍຫວຽດນາມ ຮັບມືກັບໂລກລະບາດ Covid – 19

ຍສໝ - ໃນການແຈ້ງການ ວັນທີ 24 ມີນານີ້, ທະນາຄານພັດທະນາອາຊີ (ADB) ກ່າວວ່າ ຈະກຽມພ້ອມ ແລ້ວ ທີ່ໃຫ້ການສະໜັບສະໜູນ ຢ່າງທັນເວລາ ຕໍ່ລັດຖະບານ ຫວຽດນາມ ເພື່ອຕອບສະໜອງຕໍ່ການລະບາດພະຍາດ Covid-19.

ຜ ຊ ຽວຊານລ ດເຊຍ ໄຈ ແຍກ 3 ປ ດໃຈທ ຊ ວຍໃຫ ຫວຽດນາມ ສະກ ດກ ນພະຍາດ covid 19 ຢ າງມ ປະສ ດທ ຜ ນ ຊາວອາເມລິກາຄົນໜຶ່ງສະແດງຄວາມຄິດເຫັນກ່ຽວກັບ ການປ້ອງກັນ, ຄວບຄຸມໂລກລະບາດ Covid – 19 ຂອງ ຫວຽດນາມ: ລະບົບການດູແລທາງການແພດພິເສດ

ຍສໝ - ການລະບາດຂອງ Covid-19 ກຳລັງແຜ່ລາມໄປທົ່ວໂລກ, ເຮັດໃຫ້ປະເທດຫວຽດນາມ ແລະ ປະເທດອື່ນໆມີຄວາມກົດດັນຕໍ່ການລະບາດຂອງພະຍາດດັ່ງກ່າວ. ຊາວອາເມລິກາຄົນໜຶ່ງ (ຕາມຂໍ້ມູນໃນສື່ສັງຄົມອອນລາຍ) ໄດ້ແບ່ງປັນຄວາມຄິດເຫັນສ່ວນຕົວຂອງລາວກ່ຽວກັບການການປ້ອງກັນ, ຄວບຄຸມໂລກລະບາດ Covid – 19 ຂອງຫວຽດນາມໃນ Twitter.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.