![]() | ຫວຽດນາມ ແມ່ນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກມີຄວາມຮັບຜິດຊອບໃນປະຊາຄົມສາກົນ |
![]() | ສິງກະໂປ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງຫວຽດນາມ |
ເນື່ອງໃນໂອກາດເຂົ້າຮ່ວມວາລະສົນທະນາລວມລະດັບສູງຂອງສະພາໃຫຍ່ສະຫະປະຊາຊາດສະຫະປະຊາຊາດຊຸດທີ 80 ຢູ່ນິວຢອກ ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ອາເມລິກາ, ຕອນເຊົ້າວັນທີ 21 ກັນຍາ ຕາມເວລາທ້ອງຖິ່ນ (ຄືນວັນທີ 21 ກັນຍາ, ຕາມເວລາ ຮ່າໂນ້ຍ), ທ່ານປະທານປະເທດ ເລືອງເກືອງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດນະຄອນ Seattle, ລັດ Washington ເພື່ອດຳເນີນການເຄື່ອນໄຫວສອງຝ່າຍ.
![]() |
ທ່ານປະທານປະເທດ ເລືອງເກືອງ ໄດ້ໃຫ້ການຕ້ອນຮັບຮອງຜູ້ວ່າການລັດ Washington ທ່ານ Denny Heck. (ພາບ: ເລິມແຄັງ/ TTXVN) |
ຕ້ອນຮັບທ່ານປະທານປະເທດ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ສະໜາມບິນ Boeing Field ມີທ່ານຮອງຜູ້ວ່າການລັດ Washington Denny Heck ແລະ ພັນລະຍາ; ລັດຖະມົນຕີລອຍ ລັດ ວໍຊິງຕັນ Steve Hobbs ແລະ ຜູ້ນໍາກຸ່ມບໍລິສັດ Boeing. ຝ່າຍຫວຽດນາມ ມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ຫງວຽນກວກຢຸງ; ກົງສຸນໃຫຍ່ຫວຽດນາມ ຢູ່ San Francisco ທ່ານ ຮວ່າງແອັງຕວນ ແລະ ພະນັກງານກົງສຸນໃຫຍ່.
ທີ່ນະຄອນ Seattle, ທ່ານປະທານປະເທດ ເລືອງເກືອງ ໄດ້ໃຫ້ການຕ້ອນຮັບທ່ານຮອງຜູ້ວ່າການລັດ ວໍຊິງຕັນ Denny Heck, ເນື່ອງໃນໂອກາດເດີນທາງມາເຮັດວຽກເພື່ອເຂົ້າຮ່ວມກອງປະຊຸມຂັ້ນສູງຂອງສະພາສະຫະປະຊາຊາດ ຊຸດທີ 80, ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ.
ທີ່ການຕ້ອນຮັບ, ທ່ານປະທານປະເທດ ໄດ້ສະແດງຄວາມດີໃຈທີ່ມາເຖິງ ອາເມລິກາ ແລະ ສະຫະປະຊາຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງສະພາສະຫະປະຊາຊາດ 80 ປີແຫ່ງວັນສ້າງຕັ້ງ ແລະ ວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ ຫວຽດນາມ - ອາເມລິກາ ຄົບຮອບ 30 ປີ (1995-2025) ແລະ 2 ປີແຫ່ງການຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (2023 -2025).
ທ່ານປະທານປະເທດຢືນຢັນວ່າ ຫວຽດນາມ ຖືອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນອັນດັບໜຶ່ງຂອງຕົນ ແລະ ຖືລັດ ວໍຊິງຕັນ ແມ່ນຄູ່ຮ່ວມມືຈຸດສຸມຢູ່ລະດັບທ້ອງຖິ່ນ ແລະ ແມ່ນໜຶ່ງໃນບັນດາສູນເສດຖະກິດ ແລະ ການຄ້າແຖວໜ້າຂອງ ອາເມລິກາ; ເນັ້ນໜັກວ່າ ປະຈຸບັນ ຫວຽດນາມ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບ 5 ຂອງລັດ ວໍຊິງຕັນ.
ທ່ານປະທານປະເທດ ໄດ້ຕີລາຄາສູງການພົວພັນຮ່ວມມືໃນໄລຍະມໍ່ໆມານີ້, ໄດ້ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ທັງສອງຝ່າຍ ແລະ ຍິນດີນຳໝາກຜົນການຮ່ວມມືຕົວຈິງໃນຂົງເຂດການຄ້າ, ການສຶກສາ, ການບິນ, ພະລັງງານ.
ຢືນຢັນວ່າສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງເພື່ອເປີດກວ້າງການພົວພັນຮ່ວມມືໃນຫຼາຍຂົງເຂດ, ທ່ານປະທານປະເທດ ສະເໜີສອງຝ່າຍຕ້ອງຮັກສາການຮ່ວມມື ໂດຍຜ່ານການເພີ່ມທະວີການພົບປະແລກປ່ຽນ, ຕິດຕໍ່ຄະນະຜູ້ແທນທຸກຂັ້ນ; ສ້າງອໍານວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນ; ຊຸກຍູ້ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ປັນຍາປະດິດ, ການຂົນສົ່ງ, ພະລັງງານສະອາດ, ທ່າກຳປັ່ນນ້ຳເລິກ, ຊຸກຍູ້ການຮ່ວມມືລະຫວ່າງລັດ ວໍຊິງຕັນ ກັບນະຄອນໂຮ່ຈິມິນ.
ຕາງໜ້າລັດຫວຽດນາມ, ທ່ານປະທານປະເທດ ເນັ້ນໜັກວ່າ ລັດ ວໍຊິງຕັນ ແມ່ນເຂດທີ່ມີຊາວ ຫວຽດນາມ ອາໄສຢູ່ ແລະ ເຮັດວຽກເປັນຈຳນວນຫຼວງຫຼາຍ, ມີທີ່ຕັ້ງ ແລະ ບົດບາດສຳຄັນຂອງປະຊາຄົມຊາວ ຫວຽດນາມ ຢູ່ ອາເມລິກາ, ນຳສະເໜີລັດເອົາໃຈໃສ່ ແລະ ໜູນຊ່ວຍປະຊາຄົມຊາວຫວຽດນາມຢູ່ທີ່ນີ້ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະ ປະກອບສ່ວນເຂົ້າໃນການພົວພັນລະຫວ່າງ 2 ປະເທດ.
![]() |
ຕອນເຊົ້າວັນທີ 21 ກັນຍາ 2025, ຕາມເວລາທ້ອງຖິ່ນ (ຕອນຄ່ຳຂອງວັນດຽວກັນ, ຕາມເວລາຮ່າໂນ້ຍ), ເມື່ອຮອດນະຄອນ Seattle (ລັດ Washington, ອາເມລິກາ), ທ່ານປະທານປະເທດ ເລືອງເກື່ອງ ໄດ້ໃຫ້ການຕ້ອນຮັບທ່ານ Denny Heck, ຮອງຜູ້ວ່າການລັດ Washington. (ພາບ: ເລິມແຄັງ/ TTXVN) |
ທ່ານຮອງຜູ້ວ່າການລັດ Denny Heck ສະແດງຄວາມປິຕິຊົມຊື່ນທີ່ໄດ້ພົບປະກັບທ່ານປະທານປະເທດ ເລືອງເກື່ອງ, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຍັງ ອາເມລິກາ ແລະ ມີຈຸດຢຸດພັກຢູ່ລັດ ວໍຊິງຕັນ ມີຄວາມໝາຍທີ່ສຸດ.
ທ່ານຮອງຜູ້ວ່າການລັດ Denny Heck ຊົມເຊີຍ ຫວຽດນາມ ບັນລຸໄດ້ຜົນສຳເລັດໃນການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ແລະ ຢືນຢັນວ່າ ລັດ ວໍຊິງຕັນ ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຂອງລັດ ວໍຊິງຕັນ ຢູ່ພາກພື້ນ; ໃນນັ້ນ ລັດ ວໍຊິງຕັນ ໄດ້ສົ່ງອອກຜະລິດຕະພັນກະເສດເປັນມູນຄ່າຫຼາຍລ້ານໂດລາສະຫະລັດ ມາຫວຽດນາມ, ປະກອບສ່ວນເຂົ້າໃນການດຸ່ນດ່ຽງການຄ້າລະຫວ່າງ 2 ປະເທດ.
ທ່ານຮອງຜູ້ວ່າການລັດ ຢືນຢັນຄວາມພ້ອມກັບຄູ່ຮ່ວມມືຫວຽດນາມ ເພື່ອເພີ່ມທະວີການເຊື່ອມຕໍ່ ລະຫວ່າງລັດຖະບານ - ດຳເນີນທຸລະກິດ; ຊຸກຍູ້ການຄ້າ - ການລົງທຶນ 2 ຝ່າຍ; ຍົກສູງການຮ່ວມມືກ່ຽວກັບລະບົບຕ່ອງໂສ້ການສະໜອງ ແລະ ການຂົນສົ່ງສີຂຽວ; ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ນະວັດຕະກໍາ.
ທ່ານຮອງຜູ້ວ່າການລັດ Heck ກໍ່ຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງບັນດາວິສາຫະກິດ ຫວຽດນາມ ແລະ ອາເມລິກາ, ພິເສດແມ່ນໃນຂົງເຂດການບິນ; ສະແດງຄວາມປິຕິຊົມຊື່ນ ແລະ ເນັ້ນໜັກວ່າ: ກຸ່ມບໍລິສັດ Boeing ໄດ້ຖ່າຍທອດເຮືອບິນ 737 Max ໃຫ້ແກ່ການບີນ Vietjet Air ແມ່ນຂີດໝາຍສຳຄັນ, ປະກອບສ່ວນຊຸກຍູ້ການພົວພັນດ້ານການຄ້າລະຫວ່າງ 2 ປະເທດມີຄວາມສາມັກຄີ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນນັບພັນຄົນໃນລັດ; ການຮ່ວມມືນີ້ຍັງຢືນຢັນຄວາມສາມາດບົ່ມຊ້ອນ ແລະ ບົດບາດສຳຄັນຂອງວິສາຫະກິດ ຫວຽດນາມ ໃນເວທີສາກົນ.
ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ເຂົ້າໃນການພັດທະນາເສດຖະກິດຂອງລັດ, ທ່ານຮອງຜູ້ວ່າການລັ Denny Heck ໃຫ້ຄຳໝັ້ນສັນຍາຈະສ້າງສະພາບແວດລ້ອມແຫ່ງການດຳລົງຊີວິດ, ການຮໍ່າຮຽນ ແລະ ດຳເນີນທຸລະກິດທີ່ສະດວກ, ສົ່ງເສີມບັນດາການເຄື່ອນໄຫວການແລກປ່ຽນວັດທະນະທຳ ແລະ ການສຶກສາ, ເລີ່ມງານ ແລະ ການເຊື່ອມຕໍ່ລະຫວ່າງລັດ ວໍຊິງຕັນ ແລະ ຫວຽດນາມ.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ໄດ້ເເຊີນບັນດາການນຳແຫ່ງລັດ ມາຢ້ຽມຢາມ ຫວຽດນາມ ໂດຍໄວ ເພື່ອແນໃສ່ຊຸກຍູ້ ແລະ ເພີ່ມທະວີການພົວພັນລະຫວ່າງ 2 ປະເທດ ແລະ ລະຫວ່າງລັດ ກັບ ຫວຽດນາມ ເວົ້າສະເພາະ.
![]() | ໜັງສືພິມ La Nacion (ອາກຊັງຕິນ): ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າກະສິກຳຫຼັກແຫຼ່ງ ຍສໝ - ວັນທີ 22 ກຸມພາ, ໜັງສືພິມ La Nacion - ໜັງສືພິມລາຍວັນແຖວໜ້າຂອງ ອາກຊັງຕິນ ອອກຂ່າວວ່າ ຫວຽດນາມ ເປັນປະເທດນຳເຂົ້າສາລີ ແລະ ແປ້ງຖົ່ວເຫຼືອງອັນດັບ 1 ຂອງ ອາກຊັງຕິນ ໃນປີ 2024, ດ້ວຍສາລີປະມານ ກວ່າ 6 ລ້ານໂຕນ ... |
![]() | ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ: ສະຫະປະຊາຊາດ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນກ່ຽວກັບການຫັນເປັນດີຈີຕອນ ແລະ AI ຍສໝ - ການນຳ ສປຊ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ສວມບົດບາດຢ່າງຕັ້ງໜ້າເຂົ້າໃນບັນດາກົນໄກຂອງກຸ່ມນັກຊ່ຽວຊານວິທະຍາສາດ ແລະການສົນທະນາກ່ຽວກັບການຄຸ້ມຄອງ AI ຂອງອົງການຈັດຕັ້ງຫຼາຍຝ່າຍໃຫຍ່ທີ່ສຸດໃນໜ່ວຍໂລກ. |
ແທັງຮັ່ງ