ທ່ານ ດົ່ງ ວັນ ແທັງ, ກຳມະການຄະນະບໍລິຫານງານສູນກາງພັກ, ຮອງເລຂາປະຈຳການຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນເກີນເທີ ພ້ອມດ້ວຍບັນດາຮອງປະທານສະພາປະຊາຊົນນະຄອນ ໄດ້ຕ້ອນຮັບຄະນະຜູ້ແທນລາວ ນຳໂດຍທ່ານ ອາລຸນໄຊ ສູນນະລາດ, ກຳມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ.
ກ່າວໃນການຕ້ອນຮັບ, ທ່ານ ດົ່ງ ວັນ ແທັງ ໄດ້ສະແດງຄວາມຍິນດີທີ່ໄດ້ຕ້ອນຮັບຄະນະຜູ້ແທນຈຳປາສັກ, ພ້ອມທັງຊົມເຊີຍແຂວງທີ່ໄດ້ຈັດການເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະສົບຜົນສຳເລັດ ແລະ ປັບປຸງໂຄງສ້າງການຈັດຕັ້ງສະພາປະຊາຊົນແຂວງໃຫ້ສົມບູນ. ທ່ານຍັງໄດ້ສະແດງຄວາມຍິນດີຕໍ່ທ່ານ ອາລຸນໄຊ ສູນນະລາດ ທີ່ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານສະພາປະຊາຊົນແຂວງ.
ທ່ານ ດົ່ງ ວັນ ແທັງ ຢືນຢັນວ່າ ມິດຕະພາບມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ແມ່ນຮາກຖານສຳຄັນໃນການຊຸກຍູ້ສາຍພົວພັນລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ. ບົນພື້ນຖານນັ້ນ, ການຮ່ວມມືລະຫວ່າງເກີນເທີ ແລະ ຈຳປາສັກ ໄດ້ຮັບການຮັດແໜ້ນຢ່າງຕໍ່ເນື່ອງ ຜ່ານການແລກປ່ຽນຄະນະຜູ້ແທນ, ການແບ່ງປັນປະສົບການ ແລະ ການຮ່ວມກັນຈັດທຳຮ່າງບົດບັນທຶກຄວາມເຂົ້າໃຈຮ່ວມມືໄລຍະ 2026-2030.
ປະທານສະພາປະຊາຊົນນະຄອນເກີນເທີ ຍັງໄດ້ຕີລາຄາສູງຜົນການຢ້ຽມຢາມ ແລະ ເຮັດວຽກຂອງຄະນະການນຳນະຄອນຢູ່ຈຳປາສັກ ແລະ ບາງທ້ອງຖິ່ນຂອງລາວ ໃນເດືອນພຶດສະພາ 2026. ທ່ານໄດ້ຂອບໃຈການນຳແຂວງຈຳປາສັກສຳລັບການຕ້ອນຮັບຢ່າງອົບອຸ່ນ, ສົມກຽດ ແລະ ຮອບຄອບ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ບັນດາເນື້ອໃນທີ່ສອງຝ່າຍໄດ້ເຫັນດີຮ່ວມກັນຈະໄດ້ຮັບການຜັນຂະຫຍາຍໂດຍໄວ ແລະ ມີປະສິດທິຜົນ.
ກ່ຽວກັບສະພາບການພັດທະນາຂອງນະຄອນ, ທ່ານ ດົ່ງ ວັນ ແທັງ ໃຫ້ຮູ້ວ່າ ພາຍຫຼັງການຈັດສັນຫົວໜ່ວຍບໍລິຫານ ແລະ ຈັດຕັ້ງຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ເກີນເທີໄດ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່. ນະຄອນມີເນື້ອທີ່ປະມານ 6.360 ກິໂລຕາແມັດ ແລະ ປະຊາກອນປະມານ 4,2 ລ້ານຄົນ, ບົນພື້ນຖານການລວມນະຄອນເກີນເທີກັບແຂວງຊອກຈັງ ແລະ ເຮົ່າຢາງ.
![]() |
| ທ່ານ ດົ່ງວັນແທັງ, ກຳມະການຄະນະບໍລິຫານງານສູນກາງພັກ, ຮອງເລຂາປະຈຳການຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ເຈິ່ນເທີ (ເບື້ອງຊ້າຍ), ມອບຂອງຝາກລະນຶກໃຫ້ແກ່ທ່ານ ອາລຸນໄຊ ສູນນະລາດ, ກຳມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ຈຳປາສັກ. |
ເກີນເທີຍັງຄົງຮັກສາບົດບາດເປັນສູນກາງຂັບເຄື່ອນການພັດທະນາຂອງເຂດທົ່ງພຽງແມ່ນ້ຳຂອງ, ພ້ອມທັງມີໂອກາດຂະຫຍາຍການຮ່ວມມືກັບບັນດາທ້ອງຖິ່ນທັງພາຍໃນ ແລະ ຕ່າງປະເທດ. ໃນ 6 ເດືອນຕົ້ນປີ 2026, ເສດຖະກິດ - ສັງຄົມຂອງນະຄອນຮັກສາທ່າເຕີບໂຕທີ່ດີ, ໂດຍຄາດວ່າ GRDP ຈະເພີ່ມຂຶ້ນ 7,4-7,6%. ໂຄງສ້າງເສດຖະກິດສືບຕໍ່ປັບປ່ຽນໃນທິດທາງເພີ່ມອັດຕາສ່ວນຂອງການຄ້າ - ການບໍລິການ, ອຸດສາຫະກຳ ແລະ ກະສິກຳທີ່ນຳໃຊ້ເຕັກໂນໂລຊີສູງ.
ຄຽງຄູ່ກັນນັ້ນ, ນະຄອນຍັງໃຫ້ຄວາມສຳຄັນຕໍ່ການພັດທະນາວັດທະນະທຳ, ການສຶກສາ, ສາທາລະນະສຸກ ແລະ ສະຫວັດດິການສັງຄົມ; ຮັກສາຄວາມໝັ້ນຄົງດ້ານປ້ອງກັນຊາດ ແລະ ຄວາມສະຫງົບ, ພ້ອມທັງຊຸກຍູ້ການປະຕິຮູບລະບົບບໍລິຫານ, ການຫັນປ່ຽນດິຈິຕອນ ແລະ ຍົກສູງປະສິດທິຜົນການດຳເນີນງານຂອງອົງການຕົວແທນປະຊາຊົນ.
ທ່ານ ດົ່ງ ວັນ ແທັງ ເຫັນວ່າ ການຢ້ຽມຢາມຂອງຄະນະຜູ້ແທນຈຳປາສັກເປັນໂອກາດອັນດີໃຫ້ສອງຝ່າຍແລກປ່ຽນປະສົບການດ້ານການດຳເນີນງານຂອງອົງການຕົວແທນປະຊາຊົນ, ແບ່ງປັນຂໍ້ມູນການພັດທະນາເສດຖະກິດ - ສັງຄົມ ແລະ ເປີດກວ້າງການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ກະສິກຳ, ການທ່ອງທ່ຽວ, ການສຶກສາ - ຝຶກອົບຮົມ ແລະ ການແລກປ່ຽນວັດທະນະທຳ.
ສືບຕໍ່ສາຍພົວພັນຮ່ວມມືທີ່ສ້າງຕັ້ງແຕ່ປີ 2011
ຕາງໜ້າຄະນະຜູ້ແທນລາວ, ທ່ານ ອາລຸນໄຊ ສູນນະລາດ ໄດ້ຂອບໃຈການນຳນະຄອນເກີນເທີສຳລັບການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ. ທ່ານຢືນຢັນວ່າ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ - ຫວຽດນາມ ແມ່ນຊັບສິນອັນລ້ຳຄ່າທີ່ສອງຝ່າຍຕ້ອງຮ່ວມກັນປົກປັກຮັກສາ ແລະ ສືບຕໍ່ເສີມຂະຫຍາຍ.
ທ່ານໃຫ້ຮູ້ວ່າ ນັບແຕ່ສ້າງຕັ້ງສາຍພົວພັນຮ່ວມມືໃນປີ 2011, ຈຳປາສັກ ແລະ ເກີນເທີ ໄດ້ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງຢ່າງສະໝ່ຳສະເໝີ, ພ້ອມທັງດຳເນີນບັນດາໂຄງການຮ່ວມມືໃນຂົງເຂດການເມືອງ, ເສດຖະກິດ - ການຄ້າ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ, ການພັດທະນາຊັບພະຍາກອນມະນຸດ ແລະ ການແລກປ່ຽນລະຫວ່າງປະຊາຊົນ. ບັນດາກິດຈະກຳນີ້ໄດ້ຊ່ວຍໃຫ້ການຮ່ວມມືຂອງສອງທ້ອງຖິ່ນນັບມື້ນັບເລິກເຊິ່ງ.
ທ່ານ ອາລຸນໄຊ ສູນນະລາດ ຍັງໄດ້ຊົມເຊີຍຜົນສຳເລັດຂອງເກີນເທີໃນການພັດທະນາເສດຖະກິດ - ສັງຄົມ ແລະ ການສ້າງຕັ້ງຕົວເມືອງ. ພ້ອມກັນນັ້ນ, ທ່ານໄດ້ແນະນຳສະພາບການພັດທະນາຂອງຈຳປາສັກ, ເຊິ່ງມີຫຼາຍຜົນການດຳເນີນງານທີ່ດີທັງດ້ານການເຕີບໂຕທາງເສດຖະກິດ, ຄວາມໝັ້ນຄົງທາງການເມືອງ, ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.
ມຸ່ງສູ່ການລົງນາມຂໍ້ຕົກລົງຮ່ວມມືໄລຍະ 2026-2030
ໂດຍຕີລາຄາສູງການສະໜັບສະໜູນທີ່ນະຄອນເກີນເທີມີຕໍ່ແຂວງຈຳປາສັກໃນໄລຍະຜ່ານມາ, ທ່ານ ອາລຸນໄຊ ສູນນະລາດ ສະເໜີໃຫ້ສອງຝ່າຍເລັ່ງປັບປຸງບັນດາເນື້ອໃນຮ່ວມມືໃຫ້ສົມບູນ ເພື່ອກ້າວໄປສູ່ການລົງນາມບົດບັນທຶກຄວາມເຂົ້າໃຈໄລຍະ 2026-2030.
ທ່ານຍັງສະເໜີໃຫ້ສອງທ້ອງຖິ່ນເພີ່ມທະວີການສຶກສາອົບຮົມມູນເຊື້ອມິດຕະພາບຫວຽດນາມ - ລາວ ໃຫ້ແກ່ຄົນຮຸ່ນໜຸ່ມ, ແລກປ່ຽນບົດຮຽນໃນການສ້າງບັນດາຮູບແບບຄຸ້ມຄອງຕົວເມືອງ ແລະ ຕາແສງຕົວແບບ, ພ້ອມທັງປະສານງານຈັດກິດຈະກຳລະນຶກບັນດາວັນສຳຄັນໃນສາຍພົວພັນສອງປະເທດ ໂດຍມຸ່ງໄປສູ່ປີ 2027.
ນອກຈາກນັ້ນ, ສອງທ້ອງຖິ່ນຍັງມຸ່ງຂະຫຍາຍການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງຮ່ວມກັນ ເຊັ່ນ ກະສິກຳສີຂຽວ, ການນຳໃຊ້ວິທະຍາສາດ - ເຕັກໂນໂລຊີ, ການທ່ອງທ່ຽວເຊີງນິເວດ, ໂລຈິສຕິກ, ການຂົນສົ່ງ, ການຄ້າ, ອຸດສາຫະກຳ, ພະລັງງານສີຂຽວ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ.
ຄຽງຄູ່ກັນນັ້ນ, ການເພີ່ມທະວີກິດຈະກຳແລກປ່ຽນລະຫວ່າງປະຊາຊົນຈະຊ່ວຍໃຫ້ສອງທ້ອງຖິ່ນເສີມຂະຫຍາຍຈຸດແຂງຂອງຕົນ, ສ້າງເນື້ອໃນຮ່ວມມືທີ່ເປັນຮູບປະທຳ ແລະ ປະກອບສ່ວນທະນຸບຳລຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດລະຫວ່າງຫວຽດນາມ ແລະ ລາວ ໃຫ້ໝັ້ນຄົງຍືນຍົງ.
| 50 ປີ ແຫ່ງນະຄອນທີ່ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານໂຮ່ຈີມິນ: ຈຸດເຕົ້າໂຮມຫຼວງຫຼາຍຄຸນຄ່າວັດທະນະທຳອັນເປັນເອກະລັກ ຍສໝ - ປັດຈຸບັນ, ນະຄອນ ໂຮ່ຈີມິນ ແມ່ນສູນກາງເສດຖະກິດ, ວັດທະນະທຳຂະໜາດໃຫຍ່ຂອງທົ່ວປະເທດ, ທັງເປັນຕົວເມືອງທີ່ມີຄວາມຂະຫຍາຍຕົວຢ່າງຂະຫຍັນຂັນເຄື່ອນ, ເປັນຫົວໜ້າແຖວພາຍໃນການຫັນປ່ຽນໃໝ່, ການປະດິດສ້າງ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ເສັ້ນທາງແຫ່ງການຂະຫຍາຍຕົວຕະຫຼອດ 50 ປີ ນັບແຕ່ນະຄອນ ໄຊງ່ອນ - ຢາດິ້ງ (Sài Gòn - Gia Định) ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານ ... |
| ຝຶກອົບຮົມ STEM Robotics ໃຫ້ແກ່ຄູອາຈານ ແລະ ນັກຮຽນ 30 ຄົນ ຂອງໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ ຍສໝ - ແຕ່ວັນທີ 27-28 ມິຖຸນາ 2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ປາກເຊ ໄດ້ສົມທົບກັບ ສະມາຄົມຊາວຫວຽດນາມ ແຂວງ ເຊກອງ, ໂຮງຮຽນ ມັດທະຍົມຕອນປາຍພອນສະຫວັນ ຈຳປາສັກ-ລຳດົ່ງ (ແຂວງ ຈຳປາສັກ) ແລະ ໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ ຈັດຕັ້ງໂຄງການຝຶກອົບຮົມ ... |
ຄຳສີ
