| ອູການດາ ເປີດປະຕູເຊື່ອມໂຍງສູ່ ອາຟຣິກາ ຈາກ ຮ່າໂນ້ຍ ເພີ່ມທະວີການຮັບຮູ້ແບຣນກາເຟ ຫວຽດນາມ ຢູ່ຕະຫຼາດ ໂມຊຳບິກ ແລະ ອາຟຣິກາ |
ໃນຂອບເຂດການເດີນທາງໄປປະຕິບັດວຽກງານສົ່ງເສີມເສດຖະກິດ - ການທູດ ຢູ່ແຂວງ KwaZulu-Natal (KZN), ຄະນະຜູ້ແທນຄະນະກຳມະການອາຊຽນປະຈຳ Pretoria (APC) ໄດ້ເຮັດວຽກກັບສະພາການຄ້າ ແລະ ອຸດສາຫະກຳ Durban (DCCI) ແລະ ອົງການການຄ້າ ແລະ ການລົງທຶນ KwaZulu-Natal (TIKZN).
ຄະນະຜູ້ແທນຫວຽດນາມ ນຳໂດຍທ່ານເອກອັກຄະລັດຖະທູດ ຫງວຽນ ຈ້ອງ ກຽນ ໄດ້ເຂົ້າຮ່ວມບັນດາວາລະປຶກສາຫາລື ແລະ ສະເໜີແນວທາງຕ່າງໆ ເພື່ອເສີມສ້າງການມີໜ້າຂອງສິນຄ້າ ແລະ ວິສາຫະກິດຫວຽດນາມໃນຕະຫຼາດອາຟຣິກາໃຕ້.
ບັນດາການພົບປະເຮັດວຽກໄດ້ສຸມໃສ່ແນວທາງແກ້ໄຂຂໍ້ຫຍຸ້ງຍາກດ້ານໂຄງລ່າງພື້ນຖານ, ຍົກສູງປະສິດທິຜົນຂອງລະບົບຕ່ອງໂສ້ການສະໜອງທາງທະເລ ແລະ ຊອກຫາໂອກາດການລົງທຶນເຊີງຍຸດທະສາດ, ຄຽງຄູ່ກັບກິດຈະກຳສົ່ງເສີມການຄ້າ.
![]() |
| ບັນຍາກາດການປຶກສາຫາລືລະຫວ່າງຄະນະຜູ້ແທນຄະນະກຳມະການອາຊຽນ ແລະ ອົງການການຄ້າ ແລະ ການລົງທຶນ KwaZulu-Natal (TIKZN). |
ອາຊຽນຂະຫຍາຍການຮ່ວມມືຢູ່ອາຟຣິກາໃຕ້
ໃນບັນດາວາລະປຶກສາຫາລື, ຜູ້ຕາງໜ້າ APC ໃຫ້ຮູ້ວ່າ ອາຊຽນແມ່ນໜຶ່ງໃນບັນດາພາກພື້ນເສດຖະກິດທີ່ມີຄວາມເຄື່ອນໄຫວຢ່າງຫ້າວຫັນຂອງໂລກ, ໂດຍມີຂະໜາດຕະຫຼາດປະມານ 700 ລ້ານຄົນ.
ການພົວພັນທາງເສດຖະກິດອາຊຽນ - ອາຟຣິກາໃຕ້ ໃນໄລຍະຜ່ານມາໄດ້ບັນລຸບາດກ້າວພັດທະນາທີ່ສຳຄັນ, ໂດຍມີມູນຄ່າການຄ້າສອງສົ້ນບັນລຸ 11,4 ຕື້ໂດລາສະຫະລັດ. ແນວໃດກໍຕາມ, ຜູ້ຕາງໜ້າ APC ເຫັນວ່າ ທ່າແຮງການຮ່ວມມືຍັງມີຫຼາຍ, ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດສອງຝ່າຍເພີ່ມທະວີການເຊື່ອມໂຍງ, ໂດຍບໍ່ອາໄສພຽງແຕ່ຮູບແບບການຄ້າດັ້ງເດີມ.
ໃນສະພາບການທີ່ບັນດາສິດພິເສດທາງການຄ້າຝ່າຍດຽວ, ເຊັ່ນ ກົດໝາຍໂອກາດ ແລະ ການເຕີບໂຕຂອງອາຟຣິກາ (AGOA) ໃນການພົວພັນລະຫວ່າງອາຟຣິກາໃຕ້ ແລະ ສະຫະລັດອາເມລິກາ, ອາດປະເຊີນກັບການປ່ຽນແປງຫຼາຍປະການ, ການເຮັດໃຫ້ຄູ່ຮ່ວມມືມີຄວາມຫຼາກຫຼາຍ ແລະ ການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຖືກມອງວ່າເປັນທິດທາງທີ່ສຳຄັນ.
ປັດຈຸບັນ, ມີວິສາຫະກິດອາຊຽນຫຼາຍແຫ່ງໄດ້ລົງທຶນຢູ່ແຂວງ KwaZulu-Natal. ໃນນັ້ນ, ກຸ່ມບໍລິສັດ International Container Terminal Services (ICTSI) ເຂົ້າຮ່ວມບໍລິຫານທ່າເຮືອ Durban; ກຸ່ມບໍລິສັດ Wilmar ລົງທຶນໃສ່ໂຮງງານນ້ຳມັນພືດຢູ່ Richards Bay; ກຸ່ມບໍລິສັດ Pacific International Lines (PIL) ພັດທະນາເຄືອຂ່າຍບໍລິການໂລຈິສຕິກ.
ໂດຍຕີລາຄາສູງຕໍ່ຄວາມເປັນເຈົ້າການຂອງອາຊຽນ, ຜູ້ຕາງໜ້າ TIKZN ໃຫ້ຮູ້ວ່າ ແຂວງ KwaZulu-Natal ຫາກໍໄດ້ປະກາດຄູ່ມືໂອກາດການລົງທຶນ, ແນະນຳ 49 ໂຄງການ ທີ່ມີມູນຄ່າລວມປະມານ 90 ຕື້ແຣນອາຟຣິກາໃຕ້ (ZAR), ໂດຍສຸມໃສ່ຂົງເຂດການຄ້າຂາຍຍ່ອຍ, ການຜະລິດ ແລະ ພະລັງງານສີຂຽວ.
TIKZN ໃຫ້ຄຳໝັ້ນສັນຍາວ່າຈະຊ່ວຍເຫຼືອນັກລົງທຶນອາຊຽນຜ່ານກົນໄກບໍລິການຈຸດດຽວ, ນັບແຕ່ການແກ້ໄຂຂັ້ນຕອນທາງກົດໝາຍ, ການປະເມີນຕະຫຼາດ ຈົນເຖິງການອອກໃບອະນຸຍາດດ້ານສິ່ງແວດລ້ອມ.
ຫວຽດນາມສະເໜີ 8 ຂົງເຂດຮ່ວມມື
ກ່າວຄຳເຫັນໃນວາລະເຮັດວຽກ, ທ່ານ ຫງວຽນ ຈ້ອງ ກຽນ, ເອກອັກຄະລັດຖະທູດຫວຽດນາມປະຈຳອາຟຣິກາໃຕ້ ຢືນຢັນວ່າ ການຮ່ວມມືທາງເສດຖະກິດກັບ Durban ບໍ່ໄດ້ແນໃສ່ພຽງແຕ່ຂະຫຍາຍກິດຈະກຳການຄ້າເທົ່ານັ້ນ. ຫວຽດນາມຍັງຖືວ່ານີ້ແມ່ນໂອກາດໃນການສ້າງການມີໜ້າຢ່າງຍາວນານ, ພັດທະນາການພົວພັນຄູ່ຮ່ວມມືໃນລະບົບຕ່ອງໂສ້ການສະໜອງ ແລະ ຄ່ອຍໆ ເຂົ້າເຖິງຕະຫຼາດປະຊາຄົມພັດທະນາອາຟຣິກາຕອນໃຕ້ (SADC) ໃຫ້ເລິກເຊິ່ງຍິ່ງຂຶ້ນ.
ຕາມທ່ານເອກອັກຄະລັດຖະທູດ ຫງວຽນ ຈ້ອງ ກຽນ, ການຮ່ວມມືລະຫວ່າງຫວຽດນາມ ແລະ Durban ມີສອງຈຸດໄດ້ປຽບທີ່ໂດດເດັ່ນ.
ປະການທຳອິດແມ່ນທີ່ຕັ້ງທາງພູມສາດ ແລະ ລະບົບໂລຈິສຕິກ. ດ້ວຍບົດບາດເປັນປະຕູທາງທະເລທີ່ເຊື່ອມຕໍ່ພາກພື້ນກັບຕະຫຼາດສາກົນ, Durban ສາມາດຊ່ວຍໃຫ້ວິສາຫະກິດຫວຽດນາມສ້າງເຄືອຂ່າຍຈຳໜ່າຍສິນຄ້າບໍ່ພຽງແຕ່ຢູ່ອາຟຣິກາໃຕ້ເທົ່ານັ້ນ ແຕ່ຍັງຢູ່ບັນດາປະເທດໃກ້ຄຽງອີກດ້ວຍ.
ຈຸດໄດ້ປຽບປະການທີສອງແມ່ນລັກສະນະທີ່ສາມາດຊ່ວຍເສີມເຊິ່ງກັນ ແລະ ກັນຂອງສອງເສດຖະກິດ. ຫວຽດນາມມີຈຸດແຂງໃນການຜະລິດສິນຄ້າສົ່ງອອກ, ເອເລັກໂຕຣນິກ, ແຜ່ນແພ ແລະ ການປຸງແຕ່ງຜະລິດຕະພັນກະສິກຳ. ໃນຂະນະດຽວກັນ, ອາຟຣິກາໃຕ້ໂດຍລວມ ແລະ ແຂວງ KwaZulu-Natal ໂດຍສະເພາະ ມີທ່າແຮງດ້ານແຮ່ທາດ, ໂລຈິສຕິກ ແລະ ອຸດສາຫະກຳລົດຍົນ.
ບົນພື້ນຖານບັນດາຈຸດໄດ້ປຽບເຫຼົ່ານີ້, ທ່ານເອກອັກຄະລັດຖະທູດ ຫງວຽນ ຈ້ອງ ກຽນ ໄດ້ສະເໜີ 8 ຂົງເຂດຮ່ວມມືບຸລິມະສິດ, ປະກອບມີ ການສົ່ງເສີມການຄ້າ; ການຂົນສົ່ງທາງທະເລ ແລະ ລະບົບຕ່ອງໂສ້ການສະໜອງ; ການຮ່ວມມືດ້ານອຸດສາຫະກຳ; ກະສິກຳ ແລະ ການປຸງແຕ່ງອາຫານ; ພະລັງງານທົດແທນ; ການທ່ອງທ່ຽວ; ເສດຖະກິດດິຈິຕອນ; ແລະ ການຝຶກອົບຮົມຊັບພະຍາກອນມະນຸດ.
ທ່ານເອກອັກຄະລັດຖະທູດເຫັນວ່າ ບັນດາສິນຄ້າສົ່ງອອກຂອງຫວຽດນາມ ເຊັ່ນ ເອເລັກໂຕຣນິກ, ແຜ່ນແພ, ເກີບ ແລະ ເຄື່ອງໜັງ, ວັດສະດຸກໍ່ສ້າງ ສາມາດຊ່ວຍເສີມບັນດາຜະລິດຕະພັນທີ່ເປັນຈຸດແຂງຂອງອາຟຣິກາໃຕ້, ໃນນັ້ນມີຖ່ານຫີນ, ແຮ່ທາດ ແລະ ຜະລິດຕະພັນກະສິກຳ.
ໂດຍສະເພາະ, ຕໍ່ໜ້າທ່າອ່ຽງການຫັນປ່ຽນສີຂຽວໃນທົ່ວໂລກ, ການຮ່ວມມືດ້ານຄວາມໝັ້ນຄົງທາງພະລັງງານ ແລະ ເຕັກໂນໂລຊີສີຂຽວ ໄດ້ຮັບການຕີລາຄາວ່າມີທ່າແຮງສູງ.
ຫວຽດນາມພ້ອມທີ່ຈະແບ່ງປັນປະສົບການໃນການພັດທະນາໄຟຟ້າພະລັງງານແສງຕາເວັນ, ໄຟຟ້າພະລັງງານລົມ ແລະ ໂຄງລ່າງພື້ນຖານພະລັງງານທົດແທນ, ຜ່ານນັ້ນຊ່ວຍເຫຼືອອາຟຣິກາໃຕ້ໃນຂະບວນການປັບປຸງຕາຂ່າຍໄຟຟ້າໃຫ້ທັນສະໄໝ ແລະ ຫຼຸດຜ່ອນການປ່ອຍອາຍພິດຈາກກິດຈະກຳອຸດສາຫະກຳ.
ບັນດາຂໍ້ສະເໜີຂອງຄະນະຜູ້ແທນອາຊຽນ ແລະ ຫວຽດນາມ ໄດ້ຮັບຄວາມເຫັນດີຈາກຜູ້ຕາງໜ້າບັນດາອົງການທ້ອງຖິ່ນອາຟຣິກາໃຕ້.
ຜົນຂອງບັນດາວາລະເຮັດວຽກໄດ້ເປີດທ່າແຮງໃນການດຳເນີນກິດຈະກຳສົ່ງເສີມທີ່ເປັນຮູບປະທຳໃນຂົງເຂດການຂົນສົ່ງທາງທະເລ, ການຈຳໜ່າຍສິນຄ້າ ແລະ ພະລັງງານ, ຜ່ານນັ້ນນຳໃຊ້ຈຸດໄດ້ປຽບຂອງ Durban ໃນຖານະເປັນສູນກາງທາງທະເລທີ່ສຳຄັນໃນການເຊື່ອມໂຍງການຄ້າລະດັບພາກພື້ນ ແລະ ສາກົນ.
ຍສໝ - ໃນວັນທີ 21 ພຶດສະພາ, ຢູ່ທີ່ຮ່ານ້ອຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ (Lê Hoài Trung) ໄດ້ມີການພົບປະເຮັດວຽກຮ່ວມກັບ ຄະນະເອກອັກຄະລັດຖະທູດ ແລະ ຜູ້ຮັກສາການແທນເອກອັກຄະລັດຖະທູດ ຂອງບັນດາປະເທດ ອາຟຣິກາ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນ ອາຟຣິກາ ຄົບຮອບ 63 ປີ (25/5/1963 - 25/5/2026). ການພົບປະດັ່ງກ່າວ ໄດ້ດຳເນີນໄປໃນທ່າມກາງສະພາບການທີ່ສາຍພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຟຣິກາ ສືບຕໍ່ໄດ້ຮັບການຊຸກຍູ້ໃນຫຼາຍຂົງເຂດ, ນັບຕັ້ງແຕ່ດ້ານການເມືອງ, ການຕ່າງປະເທດ ໄປຈົນເຖິງດ້ານເສດຖະກິດ, ການຄ້າ ແລະ ການຮ່ວມມືເພື່ອການພັດທະນາ. |
ຍສໝ - ພາຍໃຕ້ຄຳເຊີນຂອງກະຊວງການຕ່າງປະເທດ Nigeria, ນັບຕັ້ງແຕ່ວັນທີ 29-30 ມິຖຸນາ, ທ່ານ ເລແອງຕວນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີການເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ທີ່ນະຄອນຫຼວງ Abuja ຂອງ ປະເທດ Nigeria. |
ມິງດຶກ
