| 6 ໜ້າທີ່ຈຸດສຸມຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄລຍະ 2026 - 2031 ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ເຮັດວຽກກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ |
ໃນສານອວຍພອນ, ທ່ານ ຟານ ແອງ ເຊີນ ໄດ້ຮັບຮູ້ ແລະ ຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງພະນັກງານຫຼາຍຮຸ່ນທີ່ປະຕິບັດວຽກງານການຕ່າງປະເທດປະຊາຊົນ ໃນການລະດົມນ້ຳໃຈສາມັກຄີ ແລະ ແຫຼ່ງກຳລັງຈາກສາກົນເພື່ອຮັບໃຊ້ປະເທດຊາດ.
ທ່ານຍັງໄດ້ເນັ້ນໜັກເຖິງບັນດາຂີດໝາຍສຳຄັນຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມໃນປີ 2026 ຄື: ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VII ຢ່າງສຳເລັດຜົນ; ໄດ້ຮັບການພົບປະຈາກທ່ານເລຂາທິການໃຫຍ່, ປະທານປະເທດ ພ້ອມທັງໄດ້ຮັບຄຳຊີ້ນຳ ແລະ ທິດທາງສຳຄັນສຳລັບກິດຈະກຳຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມໃນ 5 ປີຕໍ່ໜ້າ; ຄະນະເລຂາທິການໄດ້ປະກາດໃຊ້ຄຳສັ່ງເລກທີ 16-CT/TW ລົງວັນທີ 2/11/2026 ວ່າດ້ວຍການຍູ້ແຮງ ແລະ ຍົກລະດັບວຽກງານການຕ່າງປະເທດປະຊາຊົນ.
ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ທ່ານ ຟານ ແອງ ເຊີນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ທົ່ວລະບົບສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈະຫັນປ່ຽນຄວາມພາກພູມໃຈໃຫ້ກາຍເປັນຄວາມປາຖະໜາທີ່ຈະລົງມືປະຕິບັດ, ພະຍາຍາມສູ້ຊົນປະຕິບັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ສຳເລັດດ້ວຍດີ.
![]() |
| ສານອວຍພອນຂອງທ່ານ ຟານ ແອງ ເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ເນື່ອງໃນໂອກາດລະນຶກ 76 ປີແຫ່ງວັນມູນເຊື້ອສະຫະພັນບັນດາອົງການມິດຕະພາບຫວຽດນາມ. |
ຍສໝ - ໃນວາລະທີໜຶ່ງ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານດັດແກ້, ເພີ່ມເຕີມກົດລະບຽບຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ. |
ຍສໝ - ວັນທີ 14/9 ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສຳເລັດລົງຢ່າງຈົບງາມ. ທ່ານ ຟານແອັງເຊີນ, ເລຂາຄະນະພັກ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VI, ໄດ້ຮັບຄວາມໄວ້ວາງໃຈເລືອກເປັນປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VII. |
ມິງດຶກ
