| ເປີດຄ້າຍພັກແລ້ງຊາວໜຸ່ມ ແລະ ໄວໜຸ່ມຫວຽດນາມທີ່ອາໄສຢູ່ຕ່າງປະເທດ ນະຄອນໂຮ່ຈີມິນ ນະຄອນໂຮ່ຈີມິນ ຈັດພິທີໄວ້ອາໄລ ແລະ ຝັງອັດຖິວິລະຊົນທະຫານເສຍສະຫຼະ 731 ຊຸດ |
ວັນທີ 19/11, ສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນໂຮ່ຈີມິນ (ITPC) ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນນະຄອນໂຮ່ຈີມິນ - ສິງກະໂປ ປີ 2026 ພາຍໃຕ້ຫົວຂໍ້ “ຈາກໂຄງລ່າງຍຸດທະສາດ ແລະ ການຫັນປ່ຽນດິຈິຕອນ ສູ່ການສ້າງລະບົບນິເວດການລົງທຶນທີ່ຍືນຍົງ”.
ກ່າວຄຳປາໄສເປີດກອງປະຊຸມ, ທ່ານ ຫງວຽນ ລົກ ຮ່າ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ຢືນຢັນວ່າ ການທີ່ຫວຽດນາມ ແລະ ສິງກະໂປ ໄດ້ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ 3/2025 ໄດ້ສ້າງຂອບການຮ່ວມມືທີ່ເອື້ອອຳນວຍໃຫ້ນະຄອນ ແລະ ບັນດາຄູ່ຮ່ວມມືສິງກະໂປ ດຳເນີນກິດຈະກຳຮ່ວມມືທີ່ເປັນຮູບປະທຳ, ຮັບປະກັນຄວາມກົມກຽວດ້ານຜົນປະໂຫຍດຂອງສອງຝ່າຍ.
ຕາມທ່ານ ຫງວຽນ ລົກ ຮ່າ ແລ້ວ, ພາຍຫຼັງການລວມເຂົ້າກັນ, ນະຄອນໂຮ່ຈີມິນມີພື້ນທີ່ພັດທະນາໃໝ່, ເຊື່ອມໂຍງບັນດາຈຸດແຂງດ້ານການເງິນ, ການບໍລິການ, ອຸດສາຫະກຳ, ທ່າເຮືອ ແລະ ໂລຈິສຕິກ, ມຸ່ງສູ່ເປົ້າໝາຍການເຕີບໂຕເສດຖະກິດສອງຕົວເລກໃນປີ 2027.
ນະຄອນໃຫ້ບຸລິມະສິດດຶງດູດບັນດາໂຄງການທີ່ມີຄວາມເປັນໄປໄດ້ສູງ, ຮັບປະກັນຄວາມຄືບໜ້າໃນການດຳເນີນງານ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ສ້າງເງື່ອນໄຂໃຫ້ວິສາຫະກິດພາຍໃນປະເທດເຂົ້າຮ່ວມໃນຕ່ອງໂສ້ການສະໜອງຢ່າງເລິກເຊິ່ງຍິ່ງຂຶ້ນ.
ມາຮອດເດືອນ 9/2026, ສິງກະໂປຍັງຄົງເປັນນັກລົງທຶນອັນດັບໜຶ່ງດ້ານຍອດທຶນຈົດທະບຽນຢູ່ນະຄອນໂຮ່ຈີມິນ, ດ້ວຍ 2.815 ໂຄງການທີ່ຍັງມີຜົນບັງຄັບໃຊ້, ມີຍອດທຶນຫຼາຍກວ່າ 25,28 ຕື້ໂດລາສະຫະລັດ.
ເນື່ອງໃນໂອກາດຄົບຮອບ 30 ປີແຫ່ງການພັດທະນາບັນດາເຂດອຸດສາຫະກຳຫວຽດນາມ - ສິງກະໂປ (VSIP) ໃນປີ 2026, ການນຳນະຄອນໄດ້ສະເໜີໃຫ້ VSIP ຄົ້ນຄວ້າດຳເນີນບັນດາໂຄງການໃໝ່ເພີ່ມເຕີມໃນພື້ນທີ່ນະຄອນ ຕາມທິດທາງພັດທະນາອຸດສາຫະກຳສີຂຽວ ແລະ ອັດສະລິຍະ.
![]() |
| ທ່ານ ຫງວຽນ ລົກ ຮ່າ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ກ່າວຄຳປາໄສໃນກອງປະຊຸມ. |
3 ຈຸດສຸມຮ່ວມມືກັບນັກລົງທຶນສິງກະໂປ
ເພື່ອໃຫ້ການຮ່ວມມືການລົງທຶນບັນລຸຜົນເປັນຮູບປະທຳ, ທ່ານ ຫງວຽນ ລົກ ຮ່າ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ໄດ້ສະເໜີ 3 ທິດທາງບຸລິມະສິດຕໍ່ບັນດານັກລົງທຶນສິງກະໂປ.
ຈຸດສຸມທຳອິດແມ່ນການພັດທະນາໂຄງລ່າງຍຸດທະສາດ ຄຽງຄູ່ກັບການຍົກລະດັບປະສິດທິຜົນການເຊື່ອມໂຍງການຜະລິດ ແລະ ໂລຈິສຕິກ.
ນະຄອນປາດຖະໜາໃຫ້ວິສາຫະກິດສິງກະໂປເອົາໃຈໃສ່ລົງທຶນໃນໂຄງລ່າງເຂດອຸດສາຫະກຳ, ທ່າເຮືອ, ການຂົນສົ່ງ ແລະ ບັນດາບໍລິການໂລຈິສຕິກທັນສະໄໝ. ການເຊື່ອມໂຍງຢ່າງຄົບຊຸດນັບແຕ່ຂັ້ນຕອນການຜະລິດ ໄປສູ່ທ່າເຮືອ, ການຈັດຈຳໜ່າຍ ແລະ ການບໍລິໂພກ ຖືກຄາດຫວັງວ່າຈະປະກອບສ່ວນຫຼຸດຜ່ອນຕົ້ນທຶນການໝູນວຽນສິນຄ້າ ແລະ ຍົກລະດັບປະສິດທິຜົນການດຳເນີນງານຂອງວິສາຫະກິດ.
ຈຸດສຸມທີສອງແມ່ນການລົງທຶນໃນເຕັກໂນໂລຊີຊັ້ນສູງ ແລະ ໂຄງລ່າງດິຈິຕອນ.
ບົນພື້ນຖານຖະແຫຼງການຮ່ວມຫວຽດນາມ - ສິງກະໂປ ວ່າດ້ວຍການເຊື່ອມໂຍງເຕັກໂນໂລຊີ, ນະຄອນໃຫ້ບຸລິມະສິດບັນດາໂຄງການໃນຂົງເຂດການຜະລິດທີ່ທັນສະໄໝ, ອຸດສາຫະກຳສານເຄິ່ງຕົວນຳ, ເສດຖະກິດຂໍ້ມູນ ແລະ ປັນຍາປະດິດ (AI).
ໂດຍສະເພາະ, ນະຄອນຊຸກຍູ້ບັນດາໂຄງການທີ່ປະສົມປະສານກິດຈະກຳການຜະລິດກັບການຄົ້ນຄວ້າ, ການຝຶກອົບຮົມຊັບພະຍາກອນມະນຸດ ແລະ ການເຊື່ອມໂຍງລະຫວ່າງບັນດາສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລ ເພື່ອສ້າງເງື່ອນໄຂໃຫ້ນຳຜົນການຄົ້ນຄວ້າໄປປະຍຸກໃຊ້ ແລະ ນຳເຕັກໂນໂລຊີໄປສູ່ການຄ້າ.
ຈຸດສຸມທີສາມແມ່ນການເຊື່ອມໂຍງແຫຼ່ງທຶນກັບບັນດາໂຄງການທີ່ມີຄວາມເປັນໄປໄດ້ສູງ.
ນະຄອນປາດຖະໜາໃຫ້ບັນດາທະນາຄານ ແລະ ສະຖາບັນການເງິນສິງກະໂປ ແລກປ່ຽນຂໍ້ມູນກ່ຽວກັບມາດຖານການປະເມີນ, ເງື່ອນໄຂການສະໜອງທຶນ ແລະ ວິທີການຄຸ້ມຄອງຄວາມສ່ຽງ, ໂດຍສະເພາະສຳລັບບັນດາໂຄງການໂຄງລ່າງ, ເຕັກໂນໂລຊີ ແລະ ການຫັນປ່ຽນສີຂຽວ.
ຜ່ານນັ້ນ, ສອງຝ່າຍສາມາດກຳນົດຮູບແບບການຮ່ວມມືທີ່ເໝາະສົມໄດ້ໂດຍໄວ, ສ້າງເງື່ອນໄຂໃຫ້ບັນດາໂຄງການເຂົ້າເຖິງແຫຼ່ງທຶນລົງທຶນ.
ທ່ານຮອງປະທານຜູ້ປະຈຳການ ຫງວຽນ ລົກ ຮ່າ ຢືນຢັນວ່າ ນະຄອນໂຮ່ຈີມິນຈະສືບຕໍ່ປະຕິຮູບລະບຽບການບໍລິຫານ, ຍົກລະດັບຄຸນນະພາບການບໍລິການວິສາຫະກິດ ແລະ ນັກລົງທຶນ.
ໃນຂະບວນການດຳເນີນໂຄງການ, ນະຄອນໃຫ້ຄຳໝັ້ນສັນຍາວ່າຈະຮ່ວມເດີນທາງໄປກັບນັກລົງທຶນ ຜ່ານການໃຫ້ຄຳແນະນຳຢ່າງຄົບຖ້ວນ, ແກ້ໄຂວຽກງານຕາມຂອບເຂດອຳນາດ, ປະສານງານຢ່າງທັນການລະຫວ່າງບັນດາອົງການທີ່ກ່ຽວຂ້ອງ ແລະ ເປີດເຜີຍຄວາມຄືບໜ້າໃນການແກ້ໄຂເອກະສານຢ່າງໂປ່ງໃສ.
ກ່າວຄຳປາໄສໃນກອງປະຊຸມ, ທ່ານ Pang Te Cheng, ກົງສຸນໃຫຍ່ສິງກະໂປ ປະຈຳນະຄອນໂຮ່ຈີມິນ, ໄດ້ຕີລາຄາສູງຕໍ່ຜົນສຳເລັດການເຕີບໂຕເສດຖະກິດຂອງຫວຽດນາມໃນ 9 ເດືອນຕົ້ນປີ 2026, ໂດຍ GDP ເພີ່ມຂຶ້ນ 9,01%.
ໃນນັ້ນ, ນະຄອນໂຮ່ຈີມິນຍັງຄົງຮັກສາບົດບາດເປັນຫົວຈັກຂັບເຄື່ອນເສດຖະກິດ, ບັນລຸອັດຕາການເຕີບໂຕ GRDP 9,06%, ສູງທີ່ສຸດໃນຮອບກວ່າໜຶ່ງທົດສະວັດຜ່ານມາ.
ຕາມທ່ານ Pang Te Cheng ແລ້ວ, ການຂະຫຍາຍເຂດແດນການປົກຄອງຊ່ວຍໃຫ້ນະຄອນມີພື້ນຖານເສດຖະກິດທີ່ຮອບດ້ານຍິ່ງຂຶ້ນ, ໂດຍປະສົມປະສານບັນດາຈຸດແຂງດ້ານການເງິນ, ການຄ້າ, ການຜະລິດອຸດສາຫະກຳ, ໂລຈິສຕິກ ແລະ ໂຄງລ່າງທ່າເຮືອ.
ທ່ານກົງສຸນໃຫຍ່ສິງກະໂປຄາດຫວັງວ່າ ສອງຝ່າຍຈະສືບຕໍ່ພັດທະນາການຮ່ວມມືໃນ 4 ຂົງເຂດທີ່ມີທ່າແຮງສູງ ປະກອບມີ ໂຄງລ່າງດິຈິຕອນ ແລະ AI; ພະລັງງານສີຂຽວ; ນະວັດຕະກຳສ້າງສັນຄຽງຄູ່ກັບການພັດທະນາຜູ້ມີພອນສະຫວັນ; ການເງິນ ແລະ ໂລຈິສຕິກ.
ທ່ານເຫັນວ່າ ນີ້ແມ່ນບັນດາຂົງເຂດທີ່ມີທ່າແຮງຮ່ວມມືໃນປີ 2027, ເມື່ອຫວຽດນາມເປັນເຈົ້າພາບເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ແລະ ສິງກະໂປດຳລົງຕຳແໜ່ງປະທານອາຊຽນ.
ແນະນຳບັນດາໂຄງການໂຄງລ່າງ ແລະ ໂອກາດການລົງທຶນ
ໃນກອງປະຊຸມ, ທ່ານ ຟ້າມ ກວາງ ເຍິດ, ຜູ້ອຳນວຍການ ITPC, ໄດ້ແນະນຳທິດທາງການດຶງດູດການລົງທຶນ ແລະ ບັນດາໂອກາດຮ່ວມມືສຳລັບວິສາຫະກິດສິງກະໂປໃນໄລຍະຕໍ່ໄປ.
ຕາມນັ້ນ, ນະຄອນໄດ້ກຳນົດ 5 ກຸ່ມໂອກາດສຳຄັນ.
ກຸ່ມທຳອິດແມ່ນການດຶງດູດບັນດາສະຖາບັນການເງິນເຂົ້າຮ່ວມສູນການເງິນສາກົນຫວຽດນາມ ທີ່ນະຄອນໂຮ່ຈີມິນ (VIFC-HCMC).
ກຸ່ມທີສອງສຸມໃສ່ການພັດທະນາເຕັກໂນໂລຊີຊັ້ນສູງ, ອຸດສາຫະກຳສານເຄິ່ງຕົວນຳ, ປັນຍາປະດິດ ແລະ ສູນຂໍ້ມູນ.
ກຸ່ມທີສາມແມ່ນການລົງທຶນໃນໂຄງລ່າງໂລຈິສຕິກ ແລະ ທ່າເຮືອ. ກຸ່ມທີສີ່ມຸ່ງສູ່ການພັດທະນາອຸດສາຫະກຳສີຂຽວ, ພະລັງງານ ແລະ ບັນດາເຂດອຸດສາຫະກຳຮຸ່ນໃໝ່.
ກຸ່ມສຸດທ້າຍແມ່ນການຮ່ວມມືຢູ່ເຂດການຄ້າເສລີ ກ໊າຍແມບຮ້າ, ພ້ອມກັບບັນດາໂຄງການໂຄງລ່າງຕົວເມືອງ, ການຄ້າ ແລະ ການບໍລິການ.
ບາງໂຄງການທີ່ເປັນຮູບປະທຳໄດ້ຖືກແນະນຳໃຫ້ແກ່ບັນດານັກລົງທຶນສິງກະໂປ ປະກອບມີ ທ່າເຮືອຂົນຖ່າຍສິນຄ້າສາກົນເກິ່ນເຢີ່, ເຂດການຄ້າເສລີກ໊າຍແມບຮ້າ, ທ່າເຮືອອະເນກປະສົງລອງເຊີນ ແລະ ບັນດາໂຄງການເຊື່ອມໂຍງການຄົມມະນາຄົມ ແລະ ພັດທະນາຕົວເມືອງ.
ທ່ານ ຟ້າມ ກວາງ ເຍິດ ຢືນຢັນວ່າ ITPC ຈະສືບຕໍ່ສະໜັບສະໜູນນັກລົງທຶນຜ່ານປະຕູຂໍ້ມູນການລົງທຶນຂອງນະຄອນ ທີ່ຢູ່ investhub.hochiminhcity.gov.vn, ພ້ອມທັງຈັດບັນດາໂຄງການລົງສຳຫຼວດພາກສະໜາມ, ເຊື່ອມໂຍງຄູ່ຮ່ວມມື ແລະ ສະໜັບສະໜູນການສຶກສາຂໍ້ມູນໂຄງການ.
ໃນມຸມມອງຂອງວິສາຫະກິດ, ທ່ານ Vincent Li, ຫົວໜ້າພະແນກທຸລະກິດສາກົນ ບໍລິສັດຈຳກັດ Ascentium ຫວຽດນາມ, ເຫັນວ່າ ນະຄອນໂຮ່ຈີມິນກຳລັງກ້າວເຂົ້າສູ່ໄລຍະເຕີບໂຕໃໝ່, ດ້ວຍຂະໜາດເຂດຕົວເມືອງທີ່ຂະຫຍາຍອອກຕາມທິດທາງແຜນຜັງລວມໄລຍະ 2025-2050 ແລະ ຄວາມດຶງດູດເງິນທຶນລົງທຶນຕ່າງປະເທດຍັງຄົງຮັກສາຢູ່ໃນລະດັບສູງ.
ຕາມຕົວແທນ Ascentium ແລ້ວ, ຂະບວນການຫັນປ່ຽນໄປສູ່ບັນດາຂະແໜງທີ່ມີມູນຄ່າເພີ່ມສູງ ກຳລັງໄດ້ຮັບການສະໜັບສະໜູນຈາກບັນດາໂຄງການໂຄງລ່າງສຳຄັນ ເຊັ່ນ ແຜນຂະຫຍາຍເຄືອຂ່າຍລົດໄຟໃນຕົວເມືອງ, ບັນດາແລວທາງເຊື່ອມໂຍງພາກພື້ນ, ສະໜາມບິນສາກົນລອງແທ່ງ ແລະ ທ່າເຮືອຂົນຖ່າຍສິນຄ້າສາກົນເກິ່ນເຢີ່.
ຈາກບັນດາຂໍ້ໄດ້ປຽບເຫຼົ່ານີ້, ທ່ານ Vincent Li ເຫັນວ່າ ນະຄອນມີໂອກາດດຶງດູດແຫຼ່ງທຶນລົງທຶນສາກົນເຂົ້າໃນ 5 ຂົງເຂດ ປະກອບມີ ໂຄງລ່າງດິຈິຕອນ ແລະ AI; ບໍລິການການເງິນຢູ່ຖູທຽມ; ລະບົບນິເວດທ່າເຮືອ ແລະ ໂລຈິສຕິກ 3 ແຫ່ງ ຄື ກ໊າດລ້າຍ, ກ໊າຍແມບ - ທິຫວາຍ ແລະ ເກິ່ນເຢີ່; ຕະຫຼາດຂາຍຍ່ອຍ ແລະ ການບໍລິໂພກ; ພ້ອມທັງໂຄງລ່າງສີຂຽວ.
ທ່ານ Vincent Li ເຫັນວ່າ ປັດຈຸບັນ ບັນດານັກລົງທຶນສາກົນໃຫ້ຄວາມສົນໃຈຕໍ່ຄຸນນະພາບຂອງໂຄງການຫຼາຍກວ່າການເນັ້ນແຕ່ຈຳນວນ. ບັນດາປັດໄຈທີ່ໄດ້ຮັບບຸລິມະສິດ ປະກອບມີ ຄວາມໝັ້ນຄົງໃນການປະຕິບັດນະໂຍບາຍ, ລະບົບໂຄງລ່າງພະລັງງານທີ່ຕອບສະໜອງມາດຕະຖານສີຂຽວ ແລະ ລະບຽບການບໍລິຫານທີ່ສະດວກ.
ຕົວແທນ Ascentium ໄດ້ຕີລາຄາສູງຕໍ່ທິດທາງຂອງນະຄອນໂຮ່ຈີມິນໃນການເລັ່ງລັດການດຳເນີນແຜນຜັງ, ສ້າງສູນການເງິນສາກົນໃຫ້ສຳເລັດ, ໃຫ້ບຸລິມະສິດດຶງດູດເງິນທຶນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າໃນຂົງເຂດເຕັກໂນໂລຊີຊັ້ນສູງ ແລະ ສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນ.
ຕາມທ່ານແລ້ວ, ການດຳເນີນບັນດາທິດທາງເຫຼົ່ານີ້ຢ່າງມີປະສິດທິຜົນ ຈະປະກອບສ່ວນຍົກລະດັບຄວາມສາມາດແຂ່ງຂັນຂອງນະຄອນ, ສ້າງເງື່ອນໄຂດຶງດູດກະແສເງິນທຶນລົງທຶນສາກົນໃນໄລຍະພັດທະນາໃໝ່.
ຍສໝ - ກະແສທຶນ ພວມຄ່ອຍໆຂະຫຍາຍຕົວໄປສູ່ ຂະແໜງເຕັກໂນໂລຊີສູງ, ການປະດິດສ້າງໃໝ່ ແລະ ເສດຖະກິດສີຂຽວ. |
ຍສໝ - ສະຫະພັນບັນດາອົງການມິດຕະພາບ ແລະ ສະມາຄົມມິດຕະພາບຫວຽດນາມ - ຮົງກາຣີ ນະຄອນໂຮ່ຈີມິນ ໄດ້ຈັດງານພົບປະເນື່ອງໃນໂອກາດລະນຶກວັນຊາດຮົງກາຣີ. |
ຄຳສີ
