ຫວຽດນາມ, ອິນໂດເນເຊຍ ແລະ ຟີລິບປິນ ເພີ່ມທະວີການຮ່ວມມືດ້ານຄາບອນສີຟ້າ

21:42 | 17/11/2026

ຍສໝ - ວັນທີ 16 ພະຈິກ, ຢູ່ Antalya (ຕວກກີ), ຫວຽດນາມ, ອິນໂດເນເຊຍ ແລະ ຟີລິບປິນ ໄດ້ແລກປ່ຽນປະສົບການ, ເຫັນດີກັນກ່ຽວກັບບັນດາທິດທາງການຮ່ວມມືເພື່ອອະນຸລັກ ແລະ ຟື້ນຟູລະບົບນິເວດທາງທະເລ ແລະ ແຄມຝັ່ງທະເລ, ລະດົມແຫຼ່ງກຳລັງເພື່ອພັດທະນາຄາບອນສີຟ້າ, ປະກອບສ່ວນຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາຢ່າງຍືນຍົງ.

IMF ປາຖະໜາເຂົ້າຮ່ວມບັນດາກິດຈະກຳ APEC 2027 ຊຸດເຊື້ອຍາວຫວຽດນາມອວດໂສມຄວາມງາມຢູ່ Kuala Lumpur

ໃນຂອບເຂດກອງປະຊຸມຄັ້ງທີ 31 ຂອງບັນດາພາຄີທີ່ເຂົ້າຮ່ວມອະນຸສັນຍາຂອບວ່າດ້ວຍການປ່ຽນແປງດິນຟ້າອາກາດຂອງສະຫະປະຊາຊາດ (COP31), ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ປະສານສົມທົບກັບໂຄງການພັດທະນາແຫ່ງສະຫະປະຊາຊາດ (UNDP) ປະຈຳຫວຽດນາມ ຈັດການສົນທະນາພາຍໃຕ້ຫົວຂໍ້ “ຈາກຄຳໝັ້ນສັນຍາດ້ານດິນຟ້າອາກາດສູ່ການປະຕິບັດດ້ານຄາບອນສີຟ້າ: ເພີ່ມທະວີສາຍພົວພັນຄູ່ຮ່ວມລະດັບຊາດໃນການຜັນຂະຫຍາຍປະຕິບັດ”.

ເຫດການນີ້ໄດ້ເຕົ້າໂຮມຜູ້ຕາງໜ້າຈາກຫວຽດນາມ, ອິນໂດເນເຊຍ ແລະ ຟີລິບປິນ, ຊຶ່ງເປັນ 3 ປະເທດທີ່ພວມຜັນຂະຫຍາຍໂຄງການຄູ່ຮ່ວມການປະຕິບັດດ້ານຄາບອນສີຟ້າ (NBCAP). ນີ້ແມ່ນໂອກາດໃຫ້ບັນດາຝ່າຍແບ່ງປັນປະສົບການຕົວຈິງ, ເພີ່ມທະວີການເຊື່ອມໂຍງພາກພື້ນ ແລະ ຊອກຫາແຫຼ່ງກຳລັງເພື່ອຮັບໃຊ້ການອະນຸລັກ ແລະ ຟື້ນຟູບັນດາລະບົບນິເວດທາງທະເລ ແລະ ແຄມຝັ່ງທະເລ, ມຸ່ງສູ່ການປະຕິບັດບັນດາເປົ້າໝາຍດ້ານດິນຟ້າອາກາດ ແລະ ການພັດທະນາຢ່າງຍືນຍົງ.

ໃນການສົນທະນາ, ຫວຽດນາມໄດ້ໃຫ້ຂໍ້ມູນກ່ຽວກັບຄວາມຄືບໜ້າໃນການຜັນຂະຫຍາຍ NBCAP, ແນະນຳບັນດາເນື້ອໃນຈຸດສຸມໃນຮ່າງແຜນດຳເນີນງານແຫ່ງຊາດດ້ານຄາບອນສີຟ້າ, ພ້ອມທັງແລກປ່ຽນກ່ຽວກັບບັນດາໂອກາດການຮ່ວມມື ແລະ ດຶງດູດການລົງທຶນໃນພາກພື້ນ.

ຫວຽດນາມ, ອິນໂດເນເຊຍ ແລະ ຟີລິບປິນ ເພີ່ມທະວີການຮ່ວມມືດ້ານຄາບອນສີຟ້າ
ບັນດາຜູ້ແທນເຂົ້າຮ່ວມໂຄງການສົນທະນາ.

ຫວຽດນາມສ້າງແຜນດຳເນີນງານພັດທະນາຄາບອນສີຟ້າ

ຕາມກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຫວຽດນາມມີຫຼາຍເງື່ອນໄຂທີ່ເອື້ອອຳນວຍຕໍ່ການພັດທະນາຄາບອນສີຟ້າ ຍ້ອນມີແນວຊາຍຝັ່ງທະເລຍາວ ແລະ ລະບົບນິເວດແຄມຝັ່ງທະເລທີ່ຫຼາກຫຼາຍ. ແນວໃດກໍຕາມ, ປ່າຊາຍເລນ, ທົ່ງຫຍ້າທະເລ ແລະ ບັນດາເຂດດິນຕົມນ້ຳຂຶ້ນນ້ຳລົງ ພວມປະເຊີນກັບແຮງກົດດັນທີ່ນັບມື້ນັບເພີ່ມຂຶ້ນຈາກກິດຈະກຳພັດທະນາເສດຖະກິດ ກໍຄືຜົນກະທົບຂອງການປ່ຽນແປງດິນຟ້າອາກາດ.

ຄາບອນສີຟ້າໝາຍເຖິງປະລິມານຄາບອນທີ່ລະບົບນິເວດທາງທະເລ ແລະ ແຄມຝັ່ງທະເລດູດຊຶມ ແລະ ເກັບກັກໄວ້. ການປົກປ້ອງ ແລະ ຟື້ນຟູບັນດາລະບົບນິເວດເຫຼົ່ານີ້ ທັງປະກອບສ່ວນຫຼຸດຜ່ອນການປ່ອຍອາຍແກັສເຮືອນແກ້ວ, ທັງຮັກສາຄວາມຫຼາກຫຼາຍທາງຊີວະພາບ, ຍົກສູງຄວາມສາມາດໃນການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ຮັບປະກັນການດຳລົງຊີບໃຫ້ປະຊາຊົນຢູ່ເຂດແຄມຝັ່ງທະເລ.

ເພື່ອນຳໃຊ້ທ່າແຮງດັ່ງກ່າວໃຫ້ມີປະສິດທິຜົນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສ້າງຕັ້ງ NBCAP ຫວຽດນາມ, ສ້າງເປັນເວທີຮ່ວມມືຫຼາຍຝ່າຍເພື່ອເພີ່ມທະວີການປະສານສົມທົບລະຫວ່າງບັນດາຂະແໜງການ, ເຊື່ອມໂຍງແຫຼ່ງກຳລັງດ້ານຄວາມຮູ້, ການເງິນ ແລະ ສະໜັບສະໜູນການປະຕິບັດບັນດາວິທີແກ້ໄຂດ້ານຄາບອນສີຟ້າ.

ມາຮອດປັດຈຸບັນ, ໂຄງການໄດ້ເຊື່ອມໂຍງຫຼາຍກວ່າ 500 ອົງການ ແລະ ຊ່ຽວຊານ, ລວມມີຜູ້ຕາງໜ້າບັນດາອົງການຄຸ້ມຄອງ, ສະຖາບັນຄົ້ນຄວ້າ, ອົງການການເງິນ, ວິສາຫະກິດ ແລະ ບັນດາຄູ່ຮ່ວມພັດທະນາ.

ໜຶ່ງໃນບັນດາໜ້າທີ່ຈຸດສຸມທີ່ຫວຽດນາມພວມຜັນຂະຫຍາຍແມ່ນການສ້າງແຜນດຳເນີນງານແຫ່ງຊາດດ້ານຄາບອນສີຟ້າ.

ຕາມຮ່າງແຜນດັ່ງກ່າວ, ຮອດປີ 2030, ຫວຽດນາມວາງເປົ້າໝາຍສ້າງກອບກົດໝາຍໃຫ້ສົມບູນ, ສ້າງລະບົບຂໍ້ມູນທີ່ເປັນເອກະພາບເພື່ອຮັບໃຊ້ການຄຸ້ມຄອງບັນດາລະບົບນິເວດຄາບອນສີຟ້າ, ພ້ອມທັງນຳບັນດາລະບົບນິເວດເຫຼົ່ານີ້ເຂົ້າໃນວຽກງານສຳຫຼວດ ແລະ ຈັດເຮັດບັນຊີອາຍແກັສເຮືອນແກ້ວແຫ່ງຊາດ ແລະ ການປະກອບສ່ວນທີ່ປະເທດກຳນົດເອງ (NDC).

ພ້ອມກັນນັ້ນ, ຫວຽດນາມມຸ່ງໄປສູ່ການລະດົມບັນດາແຫຼ່ງທຶນທີ່ຍືນຍົງ, ສ້າງກົນໄກແບ່ງປັນຜົນປະໂຫຍດຢ່າງເປັນທຳ ເພື່ອໃຫ້ປະຊາຊົນແຄມຝັ່ງທະເລໄດ້ເຂົ້າຮ່ວມ ແລະ ໄດ້ຮັບຜົນປະໂຫຍດຈາກກິດຈະກຳອະນຸລັກ ແລະ ຟື້ນຟູລະບົບນິເວດ.

ຂະຫຍາຍການຮ່ວມມືພາກພື້ນ ແລະ ລະດົມແຫຼ່ງທຶນ

ໃນວາລະສົນທະນາ, ຜູ້ຕາງໜ້າອິນໂດເນເຊຍ ແລະ ຟີລິບປິນ ໄດ້ແນະນຳບັນດາປະສົບການໃນການສ້າງນະໂຍບາຍ ແລະ ຜັນຂະຫຍາຍບັນດາວິທີແກ້ໄຂດ້ານຄາບອນສີຟ້າ, ໂດຍສົມທົບເປົ້າໝາຍຫຼຸດຜ່ອນການປ່ອຍອາຍແກັສເຮືອນແກ້ວ, ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການປົກປ້ອງຄວາມຫຼາກຫຼາຍທາງຊີວະພາບ.

ອິນໂດເນເຊຍໄດ້ປະກາດໃຊ້ແຜນປະຕິບັດງານແຫ່ງຊາດກ່ຽວກັບລະບົບນິເວດຄາບອນສີຟ້າໄລຍະ 2025-2030, ໃນນັ້ນສົມທົບການອະນຸລັກລະບົບນິເວດກັບການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ການພັດທະນາການປະມົງ, ການລ້ຽງສັດນ້ຳ ແລະ ການຮັກສາການດຳລົງຊີບໃຫ້ຊຸມຊົນແຄມຝັ່ງທະເລ.

ໃນຂະນະດຽວກັນ, ຟີລິບປິນໄດ້ນຳເອົາຄາບອນສີຟ້າເຂົ້າໃນນະໂຍບາຍດ້ານດິນຟ້າອາກາດຜ່ານ NDC 3.0, ໂດຍກຳນົດວ່ານີ້ແມ່ນໜຶ່ງໃນບັນດາວິທີແກ້ໄຂທີ່ປະກອບສ່ວນຫຼຸດຜ່ອນການປ່ອຍອາຍແກັສ.

ບົນພື້ນຖານປະສົບການຂອງແຕ່ລະປະເທດ, ບັນດາຜູ້ແທນໄດ້ສຸມໃສ່ແລກປ່ຽນກ່ຽວກັບ 3 ທິດທາງການຮ່ວມມືຕົ້ນຕໍ.

ທິດທາງທຳອິດແມ່ນເພີ່ມທະວີການປະສານສົມທົບລະຫວ່າງບັນດາຂະແໜງການຜ່ານບັນດາກົນໄກຄູ່ຮ່ວມລະດັບຊາດ. ຕໍ່ມາ, ບັນດາຝ່າຍສຸມໃສ່ປັບປຸງນະໂຍບາຍໃຫ້ສົມບູນ, ສ້າງກົນໄກແບ່ງປັນຜົນປະໂຫຍດ ແລະ ປັບປຸງຄວາມສາມາດໃນການດຶງດູດການລົງທຶນ. ທິດທາງສຸດທ້າຍແມ່ນຂະຫຍາຍການແລກປ່ຽນຄວາມຮູ້, ຊຸກຍູ້ການຮ່ວມມືພາກພື້ນ ແລະ ລະດົມແຫຼ່ງທຶນສຳລັບບັນດາວິທີແກ້ໄຂດ້ານຄາບອນສີຟ້າ.

ກ່າວປາໄສໃນໂຄງການ, ທ່ານ ຫງວຽນ ໂດ໊ ແອງ ຕວັນ, ຫົວໜ້າກົມຮ່ວມມືສາກົນ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ), ໃຫ້ຮູ້ວ່າ ຫວຽດນາມຖືການພັດທະນາຄາບອນສີຟ້າເປັນວິທີແກ້ໄຂທີ່ສົມທົບລະຫວ່າງການຫຼຸດຜ່ອນການປ່ອຍອາຍແກັສ, ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາເສດຖະກິດທາງທະເລຢ່າງຍືນຍົງ.

ຕາມທ່ານ, ເຖິງແມ່ນວ່ານະໂຍບາຍມີບົດບາດເປັນພື້ນຖານ, ແຕ່ການຟື້ນຟູບັນດາລະບົບນິເວດໃນຕົວຈິງຈະບັນລຸປະສິດທິຜົນໄດ້ກໍຕໍ່ເມື່ອມີການປະສານສົມທົບລະຫວ່າງອົງການລັດ, ວົງການວິທະຍາສາດ, ວິສາຫະກິດ ແລະ ຊຸມຊົນ.

ຜູ້ຕາງໜ້າ UNDP, ທ່ານນາງ Radhika Dave, ຜູ້ຮັບຜິດຊອບໂຄງການປັບຕົວ ແລະ ຊຸມຊົນທີ່ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ສັງກັດຫ້ອງການສະໜັບສະໜູນນະໂຍບາຍ ແລະ ໂຄງການ, ໄດ້ປະເມີນວ່າ ຫວຽດນາມ, ອິນໂດເນເຊຍ ແລະ ຟີລິບປິນ ມີທ່າແຮງຫຼາຍທີ່ຈະກາຍເປັນບັນດາປະເທດນຳໜ້າໃນການພັດທະນາຄາບອນສີຟ້າຢູ່ພາກພື້ນອາຊີ - ປາຊີຟິກ.

ທ່ານນາງເຫັນວ່າ ຫຼັງຈາກສ້າງບັນດາເວທີຮ່ວມມືລະດັບຊາດໄດ້ແລ້ວ, ໜ້າທີ່ຕໍ່ໄປແມ່ນການສ້າງບັນດາຮູບແບບການເງິນທີ່ມີປະສິດທິຜົນ ເພື່ອຊຸກຍູ້ການລົງທຶນໃສ່ບັນດາວິທີແກ້ໄຂດ້ານຄາບອນສີຟ້າ. ບັນດາປະສົບການທີ່ປະສົບຜົນສຳເລັດກໍສາມາດນຳມາແບ່ງປັນເພື່ອໃຫ້ປະເທດອື່ນໆຄົ້ນຄວ້າ ແລະ ນຳໄປປະຕິບັດ.

ສຳລັບຫວຽດນາມ, ໜ້າທີ່ບຸລິມະສິດສະເພາະໜ້າແມ່ນການປົກປ້ອງ ແລະ ຟື້ນຟູບັນດາລະບົບນິເວດທີ່ມີຢູ່, ສົມທົບກັບການພັດທະນາປ່າໄມ້ ແລະ ການລ້ຽງສັດນ້ຳຕາມທິດທາງຍືນຍົງ.

ຜ່ານນັ້ນ, ບັນດາກິດຈະກຳອະນຸລັກບໍ່ພຽງແຕ່ປະກອບສ່ວນປົກປ້ອງສິ່ງແວດລ້ອມທາງທະເລເທົ່ານັ້ນ, ແຕ່ຍັງສ້າງອາຊີບ ແລະ ແຫຼ່ງລາຍຮັບເພີ່ມເຕີມ, ນຳມາຊຶ່ງຜົນປະໂຫຍດທາງເສດຖະກິດ ແລະ ຊຸກຍູ້ໃຫ້ຊຸມຊົນທ້ອງຖິ່ນເປັນເຈົ້າການເຂົ້າຮ່ວມ.

ພາຍຫຼັງ COP31, ຫວຽດນາມຈະສືບຕໍ່ປັບປຸງແຜນດຳເນີນງານແຫ່ງຊາດດ້ານຄາບອນສີຟ້າໃຫ້ສົມບູນ, ກ້າວໄປສູ່ການສ້າງແຜນດຳເນີນງານດ້ານການເງິນສຳລັບຄາບອນສີຟ້າ, ພ້ອມທັງຂະຫຍາຍການຮ່ວມມືດ້ານເຕັກນິກ ແລະ ການເງິນກັບອິນໂດເນເຊຍ, ຟີລິບປິນ ແລະ ບັນດາຄູ່ຮ່ວມໃນພາກພື້ນ.

ດ່ານັງ ສະແດງຄວາມຮູ້ບຸນຄຸນຕໍ່ທະຫານອາສາສະໝັກທີ່ຊ່ວຍເຫຼືອການປະຕິວັດລາວ ດ່ານັງ ສະແດງຄວາມຮູ້ບຸນຄຸນຕໍ່ທະຫານອາສາສະໝັກທີ່ຊ່ວຍເຫຼືອການປະຕິວັດລາວ
ຍສໝ - ຕອນຄ່ຳວັນທີ 16 ພະຈິກ, ຢູ່ນະຄອນດ່ານັງ, ໄດ້ຈັດໂຄງການລະນຶກຄົບຮອບ 77 ປີ ວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ຊ່ວຍເຫຼືອການປະຕິວັດລາວ (30/10/1949 - 30/10/2026) ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນ ແລະ ການເສຍສະຫຼະຂອງຄົນຮຸ່ນກ່ອນ, ພ້ອມທັງສືບຕໍ່ປູກຝັງສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ຫວຽດນາມ - ໄທ ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ ຫວຽດນາມ - ໄທ ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ
ຍສໝ - ວັນທີ 16 ພະຈິກ, ຢູ່ Manila (Philippines), ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ Anutin Charnvirakul, ນາຍົກລັດຖະມົນຕີໄທ, ເພື່ອແລກປ່ຽນບັນດາມາດຕະການດຳເນີນການຮ່ວມມືສອງຝ່າຍ, ໂດຍສະເພາະໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ວິທະຍາສາດ - ເຕັກໂນໂລຊີ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ