| ການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ເຕີບໂຕຢ່າງແຮງໃນໂອກາດວັນຊາດ, ຫຼາຍທ້ອງຖິ່ນມີລາຍຮັບເພີ່ມສູງ ຫວຽດນາມ ສະເໜີບັນດາບູລິມະສິດໃໝ່ສຳລັບການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ |
ກອງປະຊຸມລັດຖະມົນຕີວ່າດ້ວຍການຮ່ວມມືຊັບພະຍາກອນນ້ຳແມ່ນ້ຳຂອງ - ລ້ານຊ້າງ ຄັ້ງທີ 2 ໂດຍມີທ່ານ ຈິ້ງ ຫວຽດ ຮຸ່ງ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມຫວຽດນາມ ແລະ ທ່ານ ຫຼິວ ຕົງ ຊຸ່ນ, ຮອງລັດຖະມົນຕີກະຊວງຊົນລະປະທານຈີນ ເປັນປະທານຮ່ວມ, ພ້ອມດ້ວຍຕົວແທນຈາກ 6 ປະເທດ ປະກອບມີ ຫວຽດນາມ, ຈີນ, ກຳປູເຈຍ, ລາວ, ມຽນມາ ແລະ ໄທ ເຂົ້າຮ່ວມ.
ກອງປະຊຸມຈັດຂຶ້ນເນື່ອງໃນໂອກາດຄົບຮອບ 10 ປີແຫ່ງການສ້າງຕັ້ງກົນໄກຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ, ພາຍໃຕ້ຫົວຂໍ້ “ສົ່ງເສີມການຮ່ວມມືທົ່ວລຸ່ມນ້ຳ ເພື່ອມຸ່ງສູ່ການພັດທະນາຊັບພະຍາກອນນ້ຳໃນລຸ່ມນ້ຳແມ່ນ້ຳຂອງ - ລ້ານຊ້າງຢ່າງຍືນຍົງ”.
![]() |
| ຫົວໜ້າຄະນະຜູ້ແທນຂອງ 6 ປະເທດ ເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການແລກປ່ຽນຂໍ້ມູນອຸທົກກະສາດໃນລຸ່ມນ້ຳແມ່ນ້ຳຂອງ - ລ້ານຊ້າງ. |
ແລກປ່ຽນຂໍ້ມູນແບບທັນເວລາຢູ່ 24 ສະຖານີອຸທົກກະສາດ
ກ່າວຄຳປາໄສໃນກອງປະຊຸມ, ທ່ານລັດຖະມົນຕີ ຈິ້ງ ຫວຽດ ຮຸ່ງ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການຮ່ວມມືໃນຕະຫຼອດໜຶ່ງທົດສະວັດຜ່ານມາ. ກົນໄກປະສານງານລະຫວ່າງບັນດາປະເທດນັບມື້ນັບມີຄວາມໝັ້ນຄົງ, ກິດຈະກຳແລກປ່ຽນຂໍ້ມູນອຸທົກກະສາດໄດ້ຂະຫຍາຍຕົວ, ໃນຂະນະທີ່ຄວາມສາມາດໃນການຄຸ້ມຄອງຊັບພະຍາກອນນ້ຳຂອງບັນດາປະເທດສະມາຊິກກໍໄດ້ຮັບການປັບປຸງເປັນລຳດັບ.
ມາຮອດປັດຈຸບັນ, ມີຫຼາຍກວ່າ 70 ໂຄງການພາຍໃຕ້ກອງທຶນພິເສດຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ ໄດ້ຮັບການດຳເນີນໃນບັນດາຂົງເຂດການສະໜອງນ້ຳຢູ່ຊົນນະບົດ, ການຄຸ້ມຄອງລຸ່ມນ້ຳ, ການຕິດຕາມກວດກາຄວາມປອດໄພຂອງເຂື່ອນ ແລະ ການຕິດຕາມກວດວັດອຸທົກກະສາດ.
ການແຈ້ງຂ່າວ, ແລກປ່ຽນຂໍ້ມູນ ແລະ ປະສານງານການດຳເນີນງານໃນຊ່ວງເກີດໄພທຳມະຊາດຄັ້ງໃຫຍ່ ຍັງໄດ້ປະກອບສ່ວນຊ່ວຍໃຫ້ບັນດາປະເທດທ້າຍນ້ຳມີຄວາມກຽມພ້ອມຫຼາຍຂຶ້ນໃນວຽກງານປ້ອງກັນ ແລະ ຮັບມືກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ.
ແນວໃດກໍຕາມ, ບັນດາປະເທດໃນລຸ່ມນ້ຳຍັງຄົງປະເຊີນກັບຄວາມທ້າທາຍຫຼາຍປະການ ເນື່ອງຈາກຄວາມຕ້ອງການນຳໃຊ້ນ້ຳ ແລະ ພະລັງງານເພີ່ມຂຶ້ນ, ພ້ອມກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ໄພທຳມະຊາດຮຸນແຮງ ແລະ ມົນລະພິດທາງນ້ຳ. ສະພາບຕົວຈິງນີ້ຮຽກຮ້ອງໃຫ້ບັນດາປະເທດປະສານງານກັນຢ່າງໃກ້ຊິດຍິ່ງຂຶ້ນ, ຮ່ວມກັນຄຸ້ມຄອງ ແລະ ນຳໃຊ້ແຫຼ່ງນ້ຳບົນພື້ນຖານຜົນປະໂຫຍດລວມຂອງທົ່ວລຸ່ມນ້ຳ.
ຜົນສຳເລັດທີ່ໂດດເດັ່ນຂອງກອງປະຊຸມແມ່ນການທີ່ 6 ປະເທດໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການແລກປ່ຽນຂໍ້ມູນອຸທົກກະສາດໃນລຸ່ມນ້ຳແມ່ນ້ຳຂອງ - ລ້ານຊ້າງ.
ຕາມຂໍ້ຕົກລົງ, ບັນດາປະເທດໄດ້ເຫັນດີແລກປ່ຽນຂໍ້ມູນແບບທັນເວລາຢູ່ 24 ສະຖານີອຸທົກກະສາດສຳຄັນ, ປະກອບມີ ຈີນ 2 ສະຖານີ, ກຳປູເຈຍ 7 ສະຖານີ, ລາວ 6 ສະຖານີ, ມຽນມາ 1 ສະຖານີ, ໄທ 6 ສະຖານີ ແລະ ຫວຽດນາມ 2 ສະຖານີ ຢູ່ເຕິນເຈົາ ແລະ ເຈົາດົກ.
ການຂະຫຍາຍການແລກປ່ຽນຂໍ້ມູນໂດຍມີທັງ 6 ປະເທດເຂົ້າຮ່ວມ ໄດ້ສ້າງພື້ນຖານໃນການກໍ່ສ້າງລະບົບຂໍ້ມູນອຸທົກກະສາດຮ່ວມກັນ, ເພື່ອຮັບໃຊ້ການຕິດຕາມສະພາບການປ່ຽນແປງຂອງແຫຼ່ງນ້ຳ, ຍົກລະດັບຄຸນນະພາບການຄາດຄະເນ ແລະ ປະສານງານຮັບມືກັບໄພທຳມະຊາດທົ່ວລຸ່ມນ້ຳ.
ສຳລັບຫວຽດນາມ, ຂໍ້ມູນຈາກເຂດຕົ້ນນ້ຳມີຄວາມສຳຄັນເປັນພິເສດໃນການຄາດຄະເນປະລິມານນ້ຳທີ່ໄຫຼລົງສູ່ເຂດທົ່ງພຽງແມ່ນ້ຳຂອງ.
ນີ້ແມ່ນເຂດທີ່ມີປະຊາຊົນປະມານ 17 ລ້ານຄົນດຳລົງຊີວິດ, ມີບົດບາດສຳຄັນໃນການຜະລິດເຂົ້າ, ສັດນ້ຳ ແລະ ໝາກໄມ້, ພ້ອມທັງກຳລັງປະເຊີນກັບແຮງກົດດັນຫຼາຍດ້ານຈາກລະດັບນ້ຳທະເລທີ່ສູງຂຶ້ນ, ການລຸກລ້ຳຂອງນ້ຳເຄັມ, ໄພແຫ້ງແລ້ງ, ການຂາດແຄນນ້ຳ, ການເຈື່ອນຕະຝັ່ງ ແລະ ການຫຼຸດລົງຂອງຕະກອນດິນປຸ໋ຍ.
ຂໍ້ມູນອຸທົກກະສາດທີ່ທັນເວລາ, ຄົບຖ້ວນ ແລະ ເຊື່ອຖືໄດ້ ຈະຊ່ວຍໃຫ້ບັນດາອົງການທີ່ກ່ຽວຂ້ອງຍົກລະດັບປະສິດທິຜົນການຄາດຄະເນ, ການເຕືອນໄພລ່ວງໜ້າ, ບໍລິຫານການຜະລິດຢ່າງມີຄວາມກຽມພ້ອມ ແລະ ສ້າງແຜນການຮັບມືກັບການປ່ຽນແປງຂອງແຫຼ່ງນ້ຳທີ່ບໍ່ເອື້ອອຳນວຍ, ປະກອບສ່ວນປົກປ້ອງການດຳລົງຊີບຂອງປະຊາຊົນ.
ໃນກອງປະຊຸມ, ຕົວແທນບັນດາປະເທດສະມາຊິກຍັງໄດ້ສະເໜີບັນດາທິດທາງເພື່ອຍົກລະດັບປະສິດທິຜົນການຮ່ວມມືຄຸ້ມຄອງຊັບພະຍາກອນນ້ຳ.
ຈີນສະເໜີໃຫ້ເລັ່ງລັດການແລກປ່ຽນນະໂຍບາຍ, ແບ່ງປັນຂໍ້ມູນ, ນຳໃຊ້ເຕັກໂນໂລຊີດິຈິຕອນໃນການຄາດຄະເນອຸທົກກະສາດ ແລະ ດຳເນີນບັນດາໂຄງການຮັບໃຊ້ຊີວິດປະຊາຊົນ ກ່ຽວກັບນ້ຳສະອາດ, ການປ້ອງກັນ ແລະ ຮັບມືກັບໄພທຳມະຊາດ ແລະ ການຮັບປະກັນຄວາມປອດໄພຂອງເຂື່ອນ.
ໄທເນັ້ນໜັກເຖິງຄວາມຈຳເປັນໃນການຄວບຄຸມມົນລະພິດນັບແຕ່ແຫຼ່ງກຳເນີດ, ຂະຫຍາຍກິດຈະກຳຕິດຕາມກວດວັດ ແລະ ແລກປ່ຽນຂໍ້ມູນກ່ຽວກັບຄຸນນະພາບນ້ຳ.
ກຳປູເຈຍໃຫ້ຄວາມສຳຄັນຕໍ່ການຮັກສາການໄຫຼຂອງນ້ຳຕາມທຳມະຊາດໃນແຕ່ລະລະດູການ, ປົກປ້ອງລະບົບນິເວດຂອງທະເລສາບ Tonle Sap, ຊັບພະຍາກອນສັດນ້ຳ ແລະ ການດຳລົງຊີບຂອງປະຊາຊົນ.
ໃນຂະນະດຽວກັນ, ລາວສະເໜີໃຫ້ປັບປຸງລະບົບຂໍ້ມູນອຸທົກກະສາດ ແລະ ອຸຕຸນິຍົມ, ພ້ອມທັງພັດທະນາວິທີການຄຸ້ມຄອງຊັບພະຍາກອນນ້ຳທີ່ສາມາດປັບຕົວກັບການປ່ຽນແປງດິນຟ້າອາກາດ ໂດຍຖືເອົາປະຊາຊົນເປັນສູນກາງ.
ມຽນມາເນັ້ນໜັກບົດບາດຂອງການຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ ໃນການຮັບປະກັນຄວາມໝັ້ນຄົງດ້ານແຫຼ່ງນ້ຳ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສະໜັບສະໜູນການພັດທະນາເສດຖະກິດ - ສັງຄົມຂອງພາກພື້ນ.
ຫວຽດນາມສະເໜີ 3 ບຸລິມະສິດໃນການຮ່ວມມື
ຕໍ່ໜ້າບັນດາຄວາມທ້າທາຍຮ່ວມກັນ, ຫວຽດນາມໄດ້ສະເໜີ 3 ທິດທາງບຸລິມະສິດ ເພື່ອຍົກລະດັບປະສິດທິຜົນການຄຸ້ມຄອງຊັບພະຍາກອນນ້ຳທົ່ວລຸ່ມນ້ຳ.
ປະການທຳອິດ, ບັນດາປະເທດຈຳເປັນຕ້ອງເລັ່ງລັດການແລກປ່ຽນຂໍ້ມູນອຸຕຸນິຍົມ ແລະ ອຸທົກກະສາດ, ໂດຍສະເພາະຂໍ້ມູນທີ່ກ່ຽວຂ້ອງກັບການດຳເນີນງານຂອງອ່າງເກັບນ້ຳ.
ການແຈ້ງເຕືອນລ່ວງໜ້າກ່ອນການປ່ອຍນ້ຳຫຼາກ ຫຼື ກັກເກັບນ້ຳ ຈະຊ່ວຍໃຫ້ບັນດາປະເທດທ້າຍນ້ຳມີເວລາເພີ່ມເຕີມໃນການກະກຽມແຜນການຮັບມືກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ, ພ້ອມທັງຈັດວາງແຜນການຜະລິດໃຫ້ເໝາະສົມຢ່າງມີຄວາມກຽມພ້ອມ.
ທິດທາງທີສອງແມ່ນສົ່ງເສີມການເຊື່ອມໂຍງລະຫວ່າງບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ເພື່ອນຳໃຊ້ແຫຼ່ງຊັບພະຍາກອນຢ່າງມີປະສິດທິຜົນ, ດຳເນີນການຄົ້ນຄວ້າຮ່ວມກັນ ແລະ ນຳໃຊ້ເຕັກໂນໂລຊີໃໝ່ໃນການປັບຕົວກັບການປ່ຽນແປງດິນຟ້າອາກາດ, ຄຸ້ມຄອງຄວາມສ່ຽງຈາກໄພທຳມະຊາດ ແລະ ສ້າງລະບົບບໍລິຫານຈັດການນ້ຳອັດສະລິຍະ.
ປະການທີສາມ, ຫວຽດນາມສະເໜີໃຫ້ສືບຕໍ່ສົ່ງເສີມບົດບາດຂອງກອງທຶນພິເສດຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ ໃນການສະໜັບສະໜູນບັນດາໂຄງການປັບປຸງການດຳລົງຊີບ ແລະ ຍົກລະດັບຄວາມສາມາດຕ້ານທານຂອງຊຸມຊົນຕໍ່ໄພນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ການລຸກລ້ຳຂອງນ້ຳເຄັມ.
ຄຽງຄູ່ກັບນັ້ນ, ບັນດາປະເທດຈຳເປັນຕ້ອງໃຫ້ຄວາມສຳຄັນຕໍ່ການພັດທະນາລະບົບຂໍ້ມູນ ແລະ ຖານຂໍ້ມູນທັນສະໄໝ ເພື່ອຮັບໃຊ້ວຽກງານຄາດຄະເນ ແລະ ເຕືອນໄພທຳມະຊາດລ່ວງໜ້າ.
ກ່າວຄຳປາໄສປິດກອງປະຊຸມ, ທ່ານລັດຖະມົນຕີ ຈິ້ງ ຫວຽດ ຮຸ່ງ ໄດ້ເນັ້ນໜັກ 3 ຂໍ້ຄວາມສຳຄັນທີ່ເປັນແນວທາງຕະຫຼອດໃນການຮ່ວມມືຊັບພະຍາກອນນ້ຳແມ່ນ້ຳຂອງ - ລ້ານຊ້າງ ຄື: ຄວາມໄວ້ວາງໃຈ ແລະ ຄວາມໂປ່ງໃສແມ່ນພື້ນຖານຂອງການຮ່ວມມື; ຕ້ອງຖືເອົາປະຊາຊົນເປັນສູນກາງ; ແລະ ບັນດາຄຳໝັ້ນສັນຍາຕ້ອງຖືກຫັນເປັນການກະທຳທີ່ເປັນຮູບປະທຳ.
ໃນກອງປະຊຸມ, ຫົວໜ້າຄະນະຜູ້ແທນຂອງ 6 ປະເທດໄດ້ຮັບຮອງຖະແຫຼງການຮ່ວມ, ຢືນຢັນຄືນຄຳໝັ້ນສັນຍາໃນການປະສານງານຄຸ້ມຄອງ, ຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນນ້ຳຢ່າງຍືນຍົງ, ເຊື່ອມໂຍງການພັດທະນາເສດຖະກິດ - ສັງຄົມກັບການປົກປ້ອງສິ່ງແວດລ້ອມ.
ຖະແຫຼງການຮ່ວມໄດ້ເນັ້ນໜັກການສືບຕໍ່ດຳເນີນແຜນປະຕິບັດງານໄລຍະ 2023-2027, ປະຕິບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍການແລກປ່ຽນຂໍ້ມູນອຸທົກກະສາດຢ່າງມີປະສິດທິຜົນ ແລະ ກະກຽມໂຄງການຮ່ວມມືສຳລັບໄລຍະຕໍ່ໄປ.
ບັນດາປະເທດຍັງໄດ້ເຫັນດີສົ່ງເສີມການປະສານງານລະຫວ່າງກົນໄກຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ ກັບຄະນະກຳມະການແມ່ນ້ຳຂອງສາກົນ (MRC), ອາຊຽນ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນອື່ນໆ.
ຫົວໜ້າຄະນະຜູ້ແທນບັນດາປະເທດໄດ້ສະເໜີໃຫ້ຄະນະເຮັດວຽກວ່າດ້ວຍການຮ່ວມມືຊັບພະຍາກອນນ້ຳແມ່ນ້ຳຂອງ - ລ້ານຊ້າງ ຮີບຮ້ອນສ້າງແຜນການປະຕິບັດບັນດາຜົນສຳເລັດທີ່ໄດ້ເຫັນດີກັນໃນກອງປະຊຸມ, ສືບຕໍ່ດຳເນີນແຜນປະຕິບັດງານ 2023-2027 ແລະ ກະກຽມແຜນການຮ່ວມມືສຳລັບ 5 ປີຕໍ່ໄປ.
ຍສໝ - ໃນວັນທີ 10 ເມສາ ນີ້, ໃນຂອບເຂດງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ ປີ 2026 (VITM 2026), ສະມາຄົມການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ສົມທົບກັບ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງຫວີງລອງ ຈັດກອງປະຊຸມຊຸກຍູ້ ແລະ ໂຄສະນາການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ. |
ຍສໝ - ຢູ່ທີ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 17 ໃນວັນທີ 22/7 ຢູ່ທີ່ ມາໂນລາ (ຟີລິບປິນ), ທ່ານ ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ສະເໜີເອົາຈິດໃຈ “ຮ່ວມກັນສ້າງສັນ” ເປັນທິດທາງ, ສຸມໃສ່ 5 ຂົງເຂດ ແຕ່ການເຊື່ອມໂຍງພື້ນຖານໂຄງລ່າງ, ຫ່ວງໂສ້ການສະໜອງ ຈົນເຖິງການຫັນເປັນດິຈິທັອນ, ການຄຸ້ມຄອງແຫຼ່ງນ້ຳ ແລະ ຄວາມໝັ້ນຄົງທາງໄຊເບີ. |
ມິງດຶກ
