ຫວຽດນາມ - ຕວັກກີ ຮ່ວມມືດ້ານການກວດສອບບັນຊີດິຈິຕອນ

11:37 | 20/11/2026

ຍສໝ - ວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ, ອົງການກວດສອບບັນຊີແຫ່ງລັດຫວຽດນາມ ແລະ ສານກວດສອບບັນຊີຕວັກກີ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື, ໂດຍສຸມໃສ່ການແລກປ່ຽນປະສົບການ, ການຝຶກອົບຮົມບຸກຄະລາກອນ ແລະ ການນຳໃຊ້ປັນຍາປະດິດ, ຂໍ້ມູນຂະໜາດໃຫຍ່ ເພື່ອຍົກສູງຄຸນນະພາບການດຳເນີນງານກວດສອບບັນຊີ.

ປະຊາຊົນ ຕວັກກີ ກໍຄືບັນດາທິມງານກູ້ໄພກູ້ຊີບສາກົນ ຕີລາຄາສູງຕໍ່ການເຄື່ອນໄຫວເບື້ອງຕົ້ນຂອງສອງໜ່ວຍງານກູ້ໄພກູ້ຊີບ ຫວຽດນາມ ກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມງານວາງສະແດງອຸດສາຫະກຳປ້ອງກັນຊາດຢູ່ ຕວັກກີ 2025

ບົດບັນທຶກຄວາມເຂົ້າໃຈດັ່ງກ່າວໄດ້ລົງນາມໂດຍທ່ານ ຫງວຽນ ຫືວ ເຫງ້ຍ, ຫົວໜ້າອົງການກວດສອບບັນຊີແຫ່ງລັດຫວຽດນາມ ແລະ ທ່ານ Metin Yener, ປະທານສານກວດສອບບັນຊີຕວັກກີ ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມຂອງຄະນະປະຕິບັດງານສານກວດສອບບັນຊີຕວັກກີ. ນີ້ແມ່ນການຢ້ຽມຢາມລະດັບການນຳຄັ້ງທຳອິດຂອງອົງການນີ້ມາຍັງຫວຽດນາມ.

ຕາມເນື້ອໃນຂອງຂໍ້ຕົກລົງ, ສອງອົງການຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແບ່ງປັນຂໍ້ມູນ ແລະ ປະສົບການກ່ຽວກັບວິທີການ ແລະ ເຕັກນິກການກວດສອບບັນຊີ; ປະສານສົມທົບໃນການຝຶກອົບຮົມ, ບຳລຸງຄວາມຮູ້ໃຫ້ແກ່ນັກກວດສອບບັນຊີ ແລະ ແລກປ່ຽນຊ່ຽວຊານ. ບັນດາກິດຈະກຳເຫຼົ່ານີ້ແນໃສ່ສ້າງພື້ນຖານການຮ່ວມມືໄລຍະຍາວ, ຍົກສູງຄວາມສາມາດດ້ານວິຊາຊີບ ແລະ ປະສິດທິຜົນການດຳເນີນງານຂອງແຕ່ລະຝ່າຍ.

ຫວຽດນາມ - ຕວັກກີ ຮ່ວມມືດ້ານການກວດສອບບັນຊີດິຈິຕອນ
ທ່ານ ຫງວຽນ ຫືວ ເຫງ້ຍ, ຫົວໜ້າອົງການກວດສອບບັນຊີແຫ່ງລັດຫວຽດນາມ ແລະ ທ່ານ Metin Yener, ປະທານສານກວດສອບບັນຊີຕວັກກີ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ເນື່ອງໃນໂອກາດທີ່ຄະນະປະຕິບັດງານສານກວດສອບບັນຊີຕວັກກີ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ນີ້ແມ່ນການຢ້ຽມຢາມຫວຽດນາມຄັ້ງທຳອິດໃນລະດັບການນຳຂອງອົງການນີ້.

ໃນຂອບເຂດການຢ້ຽມຢາມ, ສອງຝ່າຍໄດ້ຈັດກອງປະຊຸມວິຊາການ, ໂດຍສຸມໃສ່ການແລກປ່ຽນປະສົບການນຳໃຊ້ເຕັກໂນໂລຊີສາລະສົນເທດ, ປັນຍາປະດິດ (AI), ຂໍ້ມູນຂະໜາດໃຫຍ່ ແລະ ເຕັກໂນໂລຊີວິເຄາະຂໍ້ມູນໃນການດຳເນີນງານກວດສອບບັນຊີ.

ໃນກອງປະຊຸມ, ຝ່າຍຕວັກກີໄດ້ແນະນຳເຄື່ອງມືດິຈິຕອນຈຳນວນໜຶ່ງທີ່ກຳລັງນຳໃຊ້, ເຊິ່ງສາມາດຊ່ວຍໃນການເຊື່ອມລວມຂໍ້ມູນ, ກວດພົບຄວາມຜິດປົກກະຕິໂດຍອັດຕະໂນມັດ, ປະເມີນຄວາມສ່ຽງ ແລະ ກຳນົດຈຸດສຸມຂອງການກວດສອບບັນຊີໄດ້ຢ່າງມີປະສິດທິຜົນຍິ່ງຂຶ້ນ.

ນີ້ກໍແມ່ນບັນດາຂົງເຂດທີ່ອົງການກວດສອບບັນຊີແຫ່ງລັດຫວຽດນາມກຳລັງໃຫ້ຄວາມສົນໃຈ ໃນຂະບວນການເລັ່ງລັດການຫັນປ່ຽນດິຈິຕອນ, ສຶກສາປັບປຸງກົດໝາຍການກວດສອບບັນຊີແຫ່ງລັດໃຫ້ສົມບູນ ແລະ ສ້າງຍຸດທະສາດພັດທະນາຂະແໜງການເຖິງປີ 2035, ວິໄສທັດເຖິງປີ 2045.

ຜ່ານການຮ່ວມມືກັບສານກວດສອບບັນຊີຕວັກກີ, ອົງການກວດສອບບັນຊີແຫ່ງລັດຫວຽດນາມຄາດຫວັງວ່າຈະສາມາດຮັບເອົາປະສົບການສາກົນຢ່າງມີການຄັດເລືອກ, ປ່ຽນໃໝ່ຮູບແບບການດຳເນີນງານ ແລະ ຍົກສູງຄຸນນະພາບການກວດສອບບັນຊີ. ຜ່ານນັ້ນ, ປະກອບສ່ວນເພີ່ມທະວີຄວາມເປີດເຜີຍ, ຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບໃນການຊີ້ແຈງ ໃນການຄຸ້ມຄອງ ແລະ ນຳໃຊ້ການເງິນສາທາລະນະ ແລະ ຊັບສິນສາທາລະນະ.

ລັດຖະມົນຕີ ກະຊວງ ຮສສ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທູດຕວັກກີ ປະຈຳລາວ ຄົນໃໝ່ ລັດຖະມົນຕີ ກະຊວງ ຮສສ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທູດຕວັກກີ ປະຈຳລາວ ຄົນໃໝ່
ໃນວັນທີ 26 ພະຈິກ 2020 ທີ່ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ຮສສ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອໍຮັນ ອີຊິກ (Orhan Isik) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ, ເນື່ອງໃນໂອກາດ ມາດຳລົງຕຳແໜ່ງເປັນ ທ່ານທູດຄົນໃໝ່ ປະຈຳຢູ່ ສປປ ລາວ.
ເພີ່ມທະວີການຮ່ວມມືເສດຖະກິດລະຫວ່າງຫວຽດນາມກັບແຂວງອາດານາ ແລະ ເມີຊິນ (ຕວັກກີ) ເພີ່ມທະວີການຮ່ວມມືເສດຖະກິດລະຫວ່າງຫວຽດນາມກັບແຂວງອາດານາ ແລະ ເມີຊິນ (ຕວັກກີ)
ຍ​ສ​ໝ - ຄະ​ນະ​ຜູ້​ແທນ​ເຮັດ​ວຽກ​ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ຕວັກ​ກີ ນຳ​ໂດຍ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ໋​ເຊີນ​ຮ່າຍ ໄດ້​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ແຂວງ​ອາ​ດາ​ນາ ແລະ ເມີ​ຊີນ ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ທ້ອງ​ຖິ່ນ​ສອງ​ປະ​ເທດ.
ຫວຽດນາມ - ຕວັກກີ ຮ່ວມມືດ້ານການກວດສອບບັນຊີດິຈິຕອນ

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ