| ລົດໄຟທ່ອງທ່ຽວລະດັບສູງເຊື່ອມຕໍ່ ຮ່າໂນ້ຍ ກັບເຂດມໍລະດົກ ນິງບິ່ງ ຜະລິດຕະພັນຫວຽດນາມ - ລາວ ຫຼາຍກວ່າ 100 ລາຍການ ມາລວມຕົວກັນທີ່ ຮ່າໂນ້ຍ |
ປີນີ້, ງານບຸນມີ 50 ປະເທດ, ອົງການສາກົນ ແລະ ວິສາຫະກິດເຂົ້າຮ່ວມ, ດ້ວຍຫຼາຍກິດຈະກຳໃນຂົງເຂດວັດທະນະທຳ, ສິລະປະ, ດົນຕີ, ອາຫານ, ຮູບເງົາ, ແຟຊັນ ແລະ ອຸດສາຫະກຳສ້າງສັນ.
ງານບຸນຈັດວາງ 45 ພື້ນທີ່ວັດທະນະທຳ, 35 ຮ້ານອາຫານ; ໂຄງການສາຍຮູບເງົາມີ 18 ປະເທດລົງທະບຽນເຂົ້າຮ່ວມ; ພື້ນທີ່ແຟຊັນໄດ້ຮັບຊຸດປະຈຳຊາດຈາກ 19 ປະເທດ ແລະ ມີ 20 ຄະນະສິລະປະສາກົນເຂົ້າຮ່ວມ.
ໃນຊຸດກິດຈະກຳ, ບ້ານວັດທະນະທຳໂລກ ຖືກກຳນົດເປັນໜຶ່ງໃນບັນດາພື້ນທີ່ໃຈກາງ. ຢູ່ທີ່ນີ້, ບັນດາປະເທດແນະນຳຈຸດເດັ່ນດ້ານວັດທະນະທຳດັ້ງເດີມທີ່ເປັນເອກະລັກ, ໃນຂະນະທີ່ຫວຽດນາມໂຄສະນາບັນດາຜະລິດຕະພັນຫັດຖະກຳໃຫ້ແກ່ເພື່ອນມິດສາກົນ.
![]() |
ອີກໜຶ່ງຈຸດເດັ່ນແມ່ນງານບຸນຖະໜົນ “ສີສັນຫ້າທະວີບ” ຢູ່ຖະໜົນຄົນຍ່າງ ໂຮ່ເກືອມ. ບັນດາຄະນະສິລະປະສາກົນຈະເດີນຂະບວນໃນຊຸດປະຈຳຊາດ, ປະສົມປະສານດົນຕີ ແລະ ບັນດາຈັງຫວະຟ້ອນທີ່ເປັນເອກະລັກ.
ພ້ອມກັນນັ້ນ, ງານບຸນຍັງຈັດພື້ນທີ່ສຳລັບການເຊື່ອມໂຍງລະຫວ່າງມໍລະດົກ ແລະ ເຕັກໂນໂລຊີ ຜ່ານເຂດ “ເຜີຍແຜ່ຄວາມສ້າງສັນຈາກມໍລະດົກ - Festival Games ສາກົນ”. ຢູ່ທີ່ນີ້, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ປະສານສົມທົບກັບບັນດາວິສາຫະກິດຫວຽດນາມ ແນະນຳ, ເປີດຕົວ ແລະ ດຳເນີນບັນດາເກມເອເລັກໂຕຣນິກທີ່ໄດ້ແຮງບັນດານໃຈຈາກປະຫວັດສາດ, ວັດທະນະທຳຫວຽດນາມ.
ທ່ານນາງ ຫງວຽນເຟືອງຮວ່າ, ຫົວໜ້າກົມຮ່ວມມືສາກົນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຮອງຫົວໜ້າປະຈຳຄະນະຈັດງານບຸນ ໃຫ້ຮູ້ວ່າ ໜຶ່ງໃນບັນດາເປົ້າໝາຍຂອງເຫດການແມ່ນເຊີດຊູຄວາມຫຼາກຫຼາຍຂອງບັນດາວັດທະນະທຳໃນໂລກ ແລະ ແນະນຳບັນດາຄຸນຄ່າເຫຼົ່ານັ້ນໃຫ້ແກ່ສາທາລະນະຊົນຫວຽດນາມ.
ຕາມທ່ານນາງ ຫງວຽນເຟືອງຮວ່າ, ງານບຸນຍັງສ້າງໂອກາດໃຫ້ປະຊາຊົນເຂົ້າເຖິງສິ່ງດີເດັ່ນທາງວັດທະນະທຳຂອງຫຼາຍທະວີບ, ຍົກສູງຊີວິດດ້ານຈິດໃຈ; ພ້ອມກັນນັ້ນ, ຜ່ານບັນດາກິດຈະກຳແລກປ່ຽນ, ສິລະປິນ ແລະ ບັນດານັກສ້າງສັນຫວຽດນາມ ສາມາດໄດ້ຮັບແຮງບັນດານໃຈ, ສ້າງສັນຜົນງານໃໝ່ ແລະ ຂະຫຍາຍໂອກາດການຮ່ວມມື.
ໃນສະພາບທີ່ ຮ່າໂນ້ຍ ຄ່ອຍໆຢືນຢັນບົດບາດເປັນຈຸດໝາຍປາຍທາງດ້ານວັດທະນະທຳສາກົນ, ງານບຸນວັດທະນະທຳໂລກຄັ້ງທີສອງ ບໍ່ພຽງແຕ່ສ້າງພື້ນທີ່ແລກປ່ຽນເພີ່ມຕື່ມ ແຕ່ຍັງເປີດໂອກາດການຮ່ວມມືໃນບັນດາຂົງເຂດວັດທະນະທຳ, ສິລະປະ, ການທ່ອງທ່ຽວ ແລະ ອຸດສາຫະກຳສ້າງສັນ.
ເຫດການນີ້ຄາດວ່າຈະກາຍເປັນຈຸດເດັ່ນດ້ານການທູດວັດທະນະທຳໃນປີ 2026, ພ້ອມທັງປະກອບສ່ວນນຳ ຮ່າໂນ້ຍ - ນະຄອນສ້າງສັນຂອງ UNESCO - ກາຍເປັນບ່ອນພົບປະ, ປະສານກົມກຽວຂອງບັນດາສີສັນວັດທະນະທຳໂລກ.
ຍສໝ - ແຕ່ວັນທີ 1-4/10/2026 ຢູ່ພະລາຊະວັງຫຼວງທັງລອງ, ງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ ຄັ້ງທີ 2 ຈະຈັດຂຶ້ນພາຍໃຕ້ຫົວຂໍ້ “ໂຮມມໍລະດົກ - ສ້າງສັນອະນາຄົດ”, ໂດຍມີເກືອບ 50 ປະເທດ, ອົງການສາກົນ ແລະ ວິສາຫະກິດເຂົ້າຮ່ວມ, ເນື່ອງໃນໂອກາດລະນຶກ 50 ປີ ຫວຽດນາມເຂົ້າຮ່ວມ UNESCO. |
ຍສໝ - ວັນທີ 24/9 ຢູ່ New Delhi, ກອງສົນທະນາ “ຮ່າໂນ້ຍ - ອິນເດຍ ກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີສູງ ແລະ ນະວັດຕະກຳ” ໄດ້ເປີດໂອກາດໃຫ້ເພີ່ມທະວີການເຊື່ອມຕໍ່ການລົງທຶນ, ການຄົ້ນຄວ້າ, ການຖ່າຍທອດເຕັກໂນໂລຊີ ແລະ ດຶງດູດວິສາຫະກິດອິນເດຍເຂົ້າສູ່ເຂດເຕັກໂນໂລຊີສູງ ຮວ່າລາກ. |
ຄຳສີ
