| ຫວຽດນາມ - ລາວ ຂະຫຍາຍການຮ່ວມມືວຽກງານໂຄສະນາສຶກສາໃນໄລຍະໃໝ່ ຫວຽດນາມ - ລາວ ເພີ່ມທະວີການປະສານສົມທົບວຽກງານແນວຄິດໃນພື້ນທີ່ດິຈິຕອນ |
ຕາມກົມຄຸ້ມຄອງ ແລະ ພັດທະນາຕະຫຼາດພາຍໃນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ໂຄງການນີ້ຈັດໂດຍກົມຄຸ້ມຄອງ ແລະ ພັດທະນາຕະຫຼາດພາຍໃນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ປະສານສົມທົບກັບກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າລາວ.
ຜະລິດຕະພັນຂອງສອງປະເທດຫຼາຍກວ່າ 100 ລາຍການ ໄດ້ຮັບການຄັດເລືອກມາແນະນຳໃນສັບປະດາ, ກວມເອົາຫຼາຍກຸ່ມສິນຄ້າ ເຊັ່ນ: ສະບຽງອາຫານ, ອາຫານ, ເຄື່ອງດື່ມ, ແຟຊັນ, ເຄື່ອງສຳອາງ ແລະ ສິນຄ້າອຸປະໂພກ.
![]() |
| ຜະລິດຕະພັນຫວຽດນາມ - ລາວ ຫຼາຍກວ່າ 100 ລາຍການ ມາລວມຕົວກັນທີ່ ຮ່າໂນ້ຍ |
ໃນນັ້ນ, ຝ່າຍລາວແນະນຳບັນດາຜະລິດຕະພັນ ເຊັ່ນ: ເຂົ້າໜຽວ, ເຂົ້າຈ້າວ, ຊີ້ນຄວາຍ, ຊີ້ນງົວ, ເບຍ ແລະ ຊາປະເພດຕ່າງໆ. ຝ່າຍຫວຽດນາມມີຜະລິດຕະພັນ ເຂົ້າໜຽວອ່ອນ, ເຂົ້າໜົມແປ້ງຕົ້ມໃສ່ໄສ້, ເຂົ້າໜົມຈ໋າ, ນ້ຳປາ, ຕຸກກະຕາແປ້ງ ຕໍ່ແຮ ພ້ອມດ້ວຍຜະລິດຕະພັນເຄື່ອງສຳອາງວີແກນ ແລະ ມີຕົ້ນກຳເນີດຈາກທຳມະຊາດ.
ບັນດາຜະລິດຕະພັນໄດ້ຮັບການວາງສະແດງ, ແນະນຳ ແລະ ຈຳໜ່າຍໂດຍກົງ, ສ້າງເງື່ອນໄຂໃຫ້ຜູ້ບໍລິໂພກໃນນະຄອນຫຼວງ ແລະ ແຂກທ່ຽວຊົມ ໄດ້ຊອກຮູ້, ເລືອກຊື້ສິນຄ້າຂອງສອງປະເທດໃນພື້ນທີ່ດຽວກັນ.
ສຳລັບບັນດາຫົວໜ່ວຍຜະລິດ, ທຸລະກິດ, ສັບປະດານີ້ແມ່ນໂອກາດແນະນຳຜະລິດຕະພັນໂດຍກົງຢູ່ຕະຫຼາດ ຮ່າໂນ້ຍ, ເຂົ້າເຖິງຜູ້ບໍລິໂພກ ແລະ ຊອກຮູ້ຄວາມຕ້ອງການຂອງຕະຫຼາດ, ຜ່ານນັ້ນ ຂະຫຍາຍໂອກາດພັດທະນາຕະຫຼາດ ແລະ ຊ່ອງທາງຈຳໜ່າຍ.
ໂຄງການຍັງສ້າງພື້ນທີ່ໃຫ້ບັນດາຫົວໜ່ວຍຂອງຫວຽດນາມ ແລະ ລາວ ໄດ້ພົບປະ, ແລກປ່ຽນຂໍ້ມູນກ່ຽວກັບຜະລິດຕະພັນ, ຄວາມຕ້ອງການຂອງຕະຫຼາດ ແລະ ຄວາມສາມາດໃນການຮ່ວມມື.
ຕາມກົມຄຸ້ມຄອງ ແລະ ພັດທະນາຕະຫຼາດພາຍໃນປະເທດ, ສັບປະດານີ້ຖືກຈັດຂຶ້ນເພື່ອຫັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ລະຫວ່າງກົມຄຸ້ມຄອງ ແລະ ພັດທະນາຕະຫຼາດພາຍໃນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ແລະ ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າລາວ ກ່ຽວກັບການຮ່ວມມືໃນຂົງເຂດຄຸ້ມຄອງ ແລະ ພັດທະນາຕະຫຼາດພາຍໃນປະເທດ ທີ່ໄດ້ລົງນາມໃນທ້າຍປີ 2025 ໃຫ້ເປັນຮູບປະທຳ.
ນີ້ແມ່ນໜຶ່ງໃນກິດຈະກຳທີ່ເປັນຮູບປະທຳໃນການຮ່ວມມືລະຫວ່າງສອງອົງການ, ແນໃສ່ເພີ່ມທະວີການແລກປ່ຽນ, ແນະນຳຜະລິດຕະພັນ ແລະ ຂະຫຍາຍໂອກາດເຂົ້າເຖິງຕະຫຼາດໃຫ້ແກ່ບັນດາຫົວໜ່ວຍຂອງສອງປະເທດ.
ພິທີເປີດດຳເນີນຂຶ້ນເວລາ 14:00 ໂມງ ຂອງວັນທີ 1/10/2026 ຢູ່ເລກທີ 93 ຖະໜົນ ດິງຕຽນຮວ່າງ, ຮ່າໂນ້ຍ, ໂດຍມີທ່ານນາງ ຟານທິຖັງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເອກອັກຄະລັດຖະທູດລາວປະຈຳຫວຽດນາມ ເປັນປະທານຮ່ວມ.
ໂຄງການມີຜູ້ແທນຈາກກະຊວງອຸດສາຫະກຳ ແລະ ການຄ້າລາວ, ບັນດາຫົວໜ່ວຍຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ແລະ ວິສາຫະກິດຂອງສອງປະເທດ ເຂົ້າຮ່ວມ ແລະ ກ່າວຄຳປາໄສ.
ສັບປະດາເປີດແຕ່ວັນທີ 1-4/10/2026, ໃຫ້ບໍລິການປະຊາຊົນ ແລະ ນັກທ່ອງທ່ຽວຢູ່ ຮ່າໂນ້ຍ ເຂົ້າຊົມ, ຊອກຮູ້ ແລະ ເລືອກຊື້ບັນດາຜະລິດຕະພັນຫວຽດນາມ, ລາວ.
ຍສໝ - ໃນວັນທີ 27/9/2026, ສະໂມສອນມິດຕະພາບ ຫວຽດນາມ - ລາວ ຂອງມະຫາວິທະຍາໄລຖູເຢົ່າເມີຍ ໄດ້ຈັດງານວັນນະຄະດີລາວ ພາຍໃຕ້ຫົວຂໍ້ “ກິ່ນຫອມຈຳປາ ດອກບົວ” ປີ 2026, ສ້າງພື້ນທີ່ແລກປ່ຽນ ແລະສຳຜັດວັດທະນະທຳໃຫ້ແກ່ຄະນະສະມາຊິກຊາວໜຸ່ມ, ນັກສຶກສາຫວຽດນາມ ແລະນັກສຶກສາລາວທີ່ກຳລັງຮຽນຢູ່ມະຫາວິທະຍາໄລ. |
ຍສໝ - ຜະລິດຕະພັນອັນເປັນເອກະລັກຈາກຫຼາຍເຂດພາກຂອງຫວຽດນາມ ຈະຖືກນຳມາແນະນຳ, ວາງສະແດງ ແລະຈຳໜ່າຍໂດຍກົງໃນງານອາທິດຜະລິດຕະພັນ ຫວຽດນາມ - ລາວ ທີ່ຈັດຂຶ້ນຢູ່ຮ່າໂນ້ຍ ແຕ່ວັນທີ 1-4/10. |
ດວງດີ
