| BRICS 2026: ປັບປຸງຄວາມເຫັນພ້ອມ, ເປີດກວ້າງໂອກາດຮ່ວມມື Vietnam Innovation Day 2026 ເປີດກວ້າງການເຊື່ອມໂຍງເຕັກໂນໂລຊີ ຫວຽດນາມ - ເຢຍລະມັນ |
ຕອນບ່າຍວັນທີ 21/9/2026, ທ່ານ ຕ້າກວາງດົງ, ລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ເປັນປະທານການພົບປະຄະນະທູຕານຸທູດ ເພື່ອແຈ້ງຂໍ້ມູນກ່ຽວກັບງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ ຄັ້ງທີ 2.
ເຂົ້າຮ່ວມການພົບປະ ມີຜູ້ຕາງໜ້າບັນດາກົມ, ພະແນກ, ໜ່ວຍງານທີ່ກ່ຽວຂ້ອງ ສັງກັດກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ກະຊວງການຕ່າງປະເທດ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ພ້ອມດ້ວຍຜູ້ຕາງໜ້າບັນດາອົງການການທູດ ແລະ ອົງການສາກົນປະຈຳຫວຽດນາມ.
ການພົບປະໄດ້ໃຫ້ຂໍ້ມູນກ່ຽວກັບໂຄງການ, ເນື້ອໃນ, ວຽກງານຈັດຕັ້ງ ແລະ ບັນດາກິດຈະກຳຫຼັກຂອງງານບຸນ, ພ້ອມທັງເພີ່ມທະວີການປະສານງານກັບບັນດາອົງການຕາງໜ້າການທູດ ໃນຂະບວນການກະກຽມ ແລະ ຜັນຂະຫຍາຍເຫດການ.
ສືບຕໍ່ຈາກງານບຸນຄັ້ງທີ 1 ທີ່ຈັດຂຶ້ນໃນປີ 2025, ງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ ຄັ້ງທີ 2 ຈະຈັດຂຶ້ນຢູ່ພະລາຊະວັງຫຼວງທັງລອງ ແຕ່ວັນທີ 1-4/10/2026 ພາຍໃຕ້ຫົວຂໍ້ “ໂຮມມໍລະດົກ - ສ້າງສັນອະນາຄົດ”.
ເຫດການປີນີ້ ມີການເຂົ້າຮ່ວມຂອງເກືອບ 50 ປະເທດ, ອົງການສາກົນ ແລະ ວິສາຫະກິດ, ຜ່ານນັ້ນ ສືບຕໍ່ເປີດກວ້າງຂອບຂະໜາດຂອງກິດຈະກຳການຕ່າງປະເທດດ້ານວັດທະນະທຳລະດັບສາກົນ.
![]() |
| ການພົບປະຄະນະທູຕານຸທູດ ໄດ້ໃຫ້ຂໍ້ມູນກ່ຽວກັບງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ ຄັ້ງທີ 2. |
ງານບຸນສ້າງພື້ນທີ່ໃຫ້ບັນດາວັດທະນະທຳໄດ້ພົບປະ, ແລກປ່ຽນ, ແນະນຳບັນດາຄຸນຄ່າອັນໂດດເດັ່ນ, ພ້ອມທັງໂຄສະນາພາບລັກຫວຽດນາມ, ນະຄອນຫຼວງຮ່າໂນ້ຍ ແລະ ບັນດາຄຸນຄ່າວັດທະນະທຳ, ມໍລະດົກຂອງປະເທດ ໄປສູ່ເພື່ອນມິດສາກົນ.
ທຽບກັບການຈັດຄັ້ງທຳອິດ, ງານບຸນປີນີ້ໄດ້ເປີດກວ້າງທັງຂອບຂະໜາດ, ເນື້ອໃນ ແລະ ຮູບແບບປະສົບການ. ບັນດາກິດຈະກຳມຸ່ງໄປສູ່ການສ້າງພື້ນທີ່ວັດທະນະທຳທີ່ຫຼາກຫຼາຍ, ບ່ອນທີ່ບັນດາປະເທດແນະນຳເອກະລັກ, ມໍລະດົກ ແລະ ບັນດາຄຸນຄ່າວັດທະນະທຳສະເພາະຂອງຕົນ, ພ້ອມທັງຊຸກຍູ້ໂອກາດຮ່ວມມືໃນບັນດາຂົງເຂດວັດທະນະທຳ, ສິລະປະ, ການທ່ອງທ່ຽວ ແລະ ອຸດສາຫະກຳສ້າງສັນ.
ງານບຸນມີ 45 ພື້ນທີ່ວັດທະນະທຳ, 32 ຮ້ານອາຫານ; ໂຄງການສາຍຮູບເງົາມີ 18 ປະເທດລົງທະບຽນເຂົ້າຮ່ວມ; ພື້ນທີ່ແຟຊັນມີເຄື່ອງນຸ່ງປະເພນີຂອງ 19 ປະເທດ ແລະ ມີຄະນະສິລະປະສາກົນເກືອບ 20 ຄະນະເຂົ້າຮ່ວມ.
ບັນດາກິດຈະກຳຈະດຳເນີນຕະຫຼອດແຕ່ວັນທີ 1-4/10, ປະກອບມີ ນິທັດສະການ, ການສະແດງ, ອາຫານ, ຮູບເງົາ, ແຟຊັນ, ດົນຕີ ແລະ ຫຼາຍໂຄງການປະສົບການວັດທະນະທຳ.
ຈຸດໃໝ່ໜຶ່ງຂອງງານບຸນປີນີ້ ແມ່ນເຂດ “ແຜ່ຂະຫຍາຍຄວາມສ້າງສັນຈາກມໍລະດົກ - Festival Games ສາກົນ”, ເຊື່ອມໂຍງບັນດາຄຸນຄ່າປະຫວັດສາດ, ວັດທະນະທຳ ກັບເຕັກໂນໂລຊີ ແລະ ອຸດສາຫະກຳສ້າງສັນ.
ຢູ່ທີ່ນີ້, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ປະສານງານກັບບັນດາວິສາຫະກິດຫວຽດນາມ ແນະນຳ, ເປີດຕົວ ແລະ ດຳເນີນບັນດາເກມເອເລັກໂຕຣນິກທີ່ໄດ້ຮັບແຮງບັນດານໃຈຈາກປະຫວັດສາດ, ວັດທະນະທຳຫວຽດນາມ. ປະຊາຊົນສາມາດທົດລອງໂດຍກົງ, ຄົ້ນຫາມໍລະດົກຜ່ານບັນດາຮູບແບບປະຕິສຳພັນທີ່ທັນສະໄໝ.
ພື້ນທີ່ນີ້ຍັງມີບັນດາກິດຈະກຳສະແດງ cosplay, ປະສົມປະສານທ່າເຕັ້ນຈາກເກມ Audition ກັບເອັບເຟັກໜ້າຈໍ LED, ສ້າງຮູບແບບປະສົບການເພີ່ມຕື່ມໃຫ້ແກ່ປະຊາຊົນທີ່ເຂົ້າຮ່ວມງານບຸນ.
ຜ່ານການປະສົມປະສານລະຫວ່າງມໍລະດົກກັບຄວາມສ້າງສັນ, ປະເພນີກັບຮ່ວມສະໄໝ, ຫວຽດນາມກັບໂລກ, ງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ ຄັ້ງທີ 2 ມຸ່ງໄປສູ່ການສ້າງພື້ນທີ່ວັດທະນະທຳເປີດ, ບ່ອນທີ່ບັນດາວັດທະນະທຳຮ່ວມກັນພົບປະ, ແບ່ງປັນ ແລະ ເຊື່ອມໂຍງ.
ເຫດການຍັງປະກອບສ່ວນແນະນຳຮ່າໂນ້ຍ ໃນຖານະຈຸດໝາຍປາຍທາງວັດທະນະທຳສາກົນ, ບ່ອນທີ່ໂຮມ ແລະ ແຜ່ຂະຫຍາຍບັນດາຄຸນຄ່າມໍລະດົກ, ສິລະປະ ແລະ ຄວາມສ້າງສັນຂອງຫວຽດນາມ ກໍຄືປະຊາຄົມສາກົນ.
ງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ ຄັ້ງທີ 2 ຖືກຄາດຫວັງວ່າ ຈະກາຍເປັນໜຶ່ງໃນຈຸດເດັ່ນດ້ານການຕ່າງປະເທດວັດທະນະທຳຂອງປີ 2026, ດຶງດູດຄວາມສົນໃຈຈາກປະຊາຊົນ ແລະ ສື່ມວນຊົນພາຍໃນ, ຕ່າງປະເທດ.
ຜ່ານນັ້ນ, ຮ່າໂນ້ຍ - ນະຄອນສ້າງສັນຂອງ UNESCO - ສືບຕໍ່ໄດ້ຮັບການແນະນຳໃນຖານະຈຸດພົບປະຂອງຫຼາຍວັດທະນະທຳ, ບ່ອນທີ່ບັນດາຄຸນຄ່າປະເພນີໄດ້ຮັບການເຊີດຊູ, ບັນດາຮູບແບບສ້າງສັນໃໝ່ໄດ້ຮັບການແຜ່ຂະຫຍາຍ ແລະ ບັນດາກິດຈະກຳແລກປ່ຽນມິດຕະພາບລະຫວ່າງຫວຽດນາມກັບເພື່ອນມິດສາກົນໄດ້ຮັບການເພີ່ມທະວີ.
ຍສໝ - ວັນທີ 14/9 ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສຳເລັດລົງຢ່າງຈົບງາມ. ທ່ານ ຟານແອັງເຊີນ, ເລຂາຄະນະພັກ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VI, ໄດ້ຮັບຄວາມໄວ້ວາງໃຈເລືອກເປັນປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VII. |
ຍສໝ - ໃນອາຍຸການ 2026-2031, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ກຳນົດໃຫ້ຫັນຈຸດສຸມໄປສູ່ປະສິດທິຜົນຕົວຈິງ, ມີຜະລິດຕະຜົນ ແລະ ຜົນສຳເລັດສະເພາະທີ່ສາມາດວັດແທກໄດ້. ບົດລາຍງານການເມືອງ ໄດ້ກຳນົດ 6 ໜ້າທີ່, ວິທີແກ້ໄຂຈຸດສຸມ ແລະ 3 ຂອດບຸກທະລຸຍຸດທະສາດ. |
ດວງດີ
