| ດານັງ ມຸ່ງສູ່ຕະຫຼາດທ່ອງທ່ຽວຮາລານລະດັບໂລກ ແນະນຳວັດທະນະທຳ ແລະ ການທ່ອງທ່ຽວຫວຽດນາມຢູ່ປາກິດສະຖານ |
ການທ່ອງທ່ຽວເຕີບໂຕ, ອຸດສາຫະກຳວັດທະນະທຳມີການປ່ຽນແປງໃນທາງບວກຫຼາຍດ້ານ
ກິດຈະກຳການທ່ອງທ່ຽວສືບຕໍ່ບັນລຸຜົນສຳເລັດທີ່ໜ້າພໍໃຈ. ສະເພາະເດືອນຕຸລາ 2026, ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນປະມານ 1,85 ລ້ານເທື່ອຄົນ, ເພີ່ມຂຶ້ນ 4,9% ເມື່ອທຽບກັບເດືອນກ່ອນ. ລວມ 10 ເດືອນ, ຈຳນວນນັກທ່ອງທ່ຽວສາກົນບັນລຸປະມານ 19,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 13,8% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ; ນັກທ່ອງທ່ຽວພາຍໃນປະເທດຄາດວ່າບັນລຸ 133 ລ້ານເທື່ອຄົນ, ເພີ່ມຂຶ້ນ 6,4%. ລາຍຮັບລວມຈາກນັກທ່ອງທ່ຽວບັນລຸປະມານ 944 ພັນຕື້ດົ່ງ, ເພີ່ມຂຶ້ນ 10% ແລະ ເທົ່າກັບ 84% ຂອງແຜນການປະຈຳປີ.
ຄຽງຄູ່ກັບບັນດາກິດຈະກຳພັດທະນາຂະແໜງການ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ສືບຕໍ່ຍູ້ແຮງການປັບປຸງລະບົບສະຖາບັນ ແລະ ການປະຕິຮູບລະບຽບຂັ້ນຕອນການບໍລິຫານ. ນັບເຖິງວັນທີ 30 ຕຸລາ, ກະຊວງໄດ້ເປັນເຈົ້າພາບຮ່າງເອກະສານນິຕິກຳ 72 ສະບັບ ແລະ ປະກາດໃຊ້ຄຳສັ່ງແນະນຳ 25 ສະບັບ ຕາມຂອບເຂດອຳນາດຂອງຕົນ.
ສິ່ງທີ່ໜ້າສົນໃຈແມ່ນ ລະບຽບຂັ້ນຕອນການບໍລິຫານຂັ້ນສູນກາງ 40 ລາຍການໄດ້ຖືກຍົກເລີກ ແລະ 36 ລາຍການໄດ້ຖືກມອບອຳນາດໃຫ້ທ້ອງຖິ່ນ. ການປະຕິບັດບັນດາມາດຕະການປະຕິຮູບໄດ້ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການປະຕິບັດຕາມລະບຽບລົງ 50,03% ແລະ ໄລຍະເວລາແກ້ໄຂລະບຽບຂັ້ນຕອນການບໍລິຫານລົງ 50,11%, ສ້າງເງື່ອນໄຂທີ່ສະດວກຫຼາຍຂຶ້ນໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.
ໃນຂົງເຂດອຸດສາຫະກຳວັດທະນະທຳ, ວັນທີ 12 ຕຸລາ, ເຄືອຂ່າຍພັດທະນາອຸດສາຫະກຳວັດທະນະທຳຫວຽດນາມ ໄດ້ເປີດຕົວຢ່າງເປັນທາງການ, ພ້ອມທັງແນະນຳຂໍ້ລິເລີ່ມສຳຄັນ 17 ຂໍ້ ເພື່ອເຊື່ອມໂຍງບັນດາພາກສ່ວນສ້າງສັນ ແລະ ລະດົມແຫຼ່ງຊັບພະຍາກອນຮັບໃຊ້ການພັດທະນາ.
![]() |
| ໃນປີ 2026, ຂະແໜງການທ່ອງທ່ຽວຫວຽດນາມ ມຸ່ງສູ່ເປົ້າໝາຍຕ້ອນຮັບນັກທ່ອງທ່ຽວສາກົນ 25 ລ້ານເທື່ອຄົນ. |
ຕາມແຜນຄາດຄະເນທີ່ໄດ້ປັບປຸງໃນທ້າຍເດືອນຕຸລາ, ມູນຄ່າເພີ່ມຂອງບັນດາຂະແໜງອຸດສາຫະກຳວັດທະນະທຳໃນ 9 ເດືອນຕົ້ນປີ ຄາດວ່າເພີ່ມຂຶ້ນ 9,35%, ສະເພາະໄຕມາດ III ບັນລຸອັດຕາເພີ່ມຂຶ້ນ 10,2%.
ບັນດາກິດຈະກຳໂຄສະນາແນະນຳ ແລະ ແລກປ່ຽນວັດທະນະທຳ ສືບຕໍ່ຖືກຈັດຕັ້ງດ້ວຍຂະໜາດທີ່ກວ້າງຂວາງຂຶ້ນ. ງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ ຄັ້ງທີ 2 ມີການເຂົ້າຮ່ວມຂອງ 50 ປະເທດ ແລະ ອົງການສາກົນ. ຂະນະດຽວກັນ, ງານບຸນວັດທະນະທຳຊົນເຜົ່າມົ້ງ ຄັ້ງທີ IV ໄດ້ດຶງດູດຄະນະຜູ້ແທນຈາກ 11 ແຂວງເຂົ້າຮ່ວມ.
ສຳລັບຂົງເຂດກິລາ, ທັງຂະບວນການກິລາມະຫາຊົນ ແລະ ກິລາທີ່ມີຜົນງານສູງ ລ້ວນແຕ່ບັນລຸຜົນສຳເລັດທີ່ໜ້າສົນໃຈ. ວັນທີ 10 ຕຸລາ, ພິທີເປີດຂະບວນການປະຊາຊົນທົ່ວປວງຊົນຝຶກແອບກິລາ ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ, ເຊື່ອມຕໍ່ກັບ 33 ແຂວງ, ນະຄອນ ແລະ ດຶງດູດຜູ້ເຂົ້າຮ່ວມຫຼາຍກວ່າ 210.000 ຄົນ.
ໃນສະໜາມແຂ່ງຂັນສາກົນ, ຄະນະນັກກິລາຫວຽດນາມ ຍາດໄດ້ຫຼຽນລາງວັນລວມທັງໝົດ 25 ຫຼຽນ ໃນງານມະຫະກຳກິລາອາຊີ ຄັ້ງທີ 20 (ASIAD 20), ໃນນັ້ນມີ 3 ຫຼຽນຄຳ.
ພ້ອມກັນນັ້ນ, ວຽກງານສື່ມວນຊົນ ແລະ ການສື່ສານນະໂຍບາຍ ສືບຕໍ່ໄດ້ຮັບຄວາມສຳຄັນ. ກິດຈະກຳການຈັດພິມຈຳໜ່າຍຍັງໄດ້ເປີດກວ້າງການຮ່ວມມືສາກົນດ້ານລິຂະສິດ ຜ່ານງານວາງສະແດງປຶ້ມສາກົນ Frankfurt ປີ 2026.
ຈາກບັນດາຜົນສຳເລັດທີ່ບັນລຸໄດ້, ຂະແໜງການໄດ້ກຳນົດບົດຮຽນປະສົບການ 3 ປະການທີ່ຕ້ອງສືບຕໍ່ສົ່ງເສີມ ຄື ການເປັນເຈົ້າການປັບປຸງລະບົບສະຖາບັນຄຽງຄູ່ກັບການແກ້ໄຂຄວາມຫຍຸ້ງຍາກ ແລະ ຂໍ້ຕິດຂັດ; ເພີ່ມທະວີການປະສານງານລະຫວ່າງກະຊວງ, ທ້ອງຖິ່ນ ແລະ ວິສາຫະກິດ; ປະສົມປະສານການອະນຸລັກ ແລະ ສົ່ງເສີມຄຸນຄ່າວັດທະນະທຳ ກັບການພັດທະນາຜະລິດຕະພັນ ແລະ ການບໍລິການ.
ສະພາບຕົວຈິງສະແດງໃຫ້ເຫັນວ່າ ການປະຕິຮູບລະບຽບຂັ້ນຕອນການບໍລິຫານ ໄດ້ປະກອບສ່ວນຫຼຸດຜ່ອນພາລະໃນການປະຕິບັດຕາມລະບຽບ; ເຄືອຂ່າຍອຸດສາຫະກຳວັດທະນະທຳ ໄດ້ເປີດກວ້າງໂອກາດໃນການເຊື່ອມໂຍງລະຫວ່າງບັນດາພາກສ່ວນສ້າງສັນກັບຕະຫຼາດ. ພ້ອມກັນນັ້ນ, ການເຊື່ອມໂຍງກິດຈະກຳວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຍັງສ້າງໂອກາດເພີ່ມເຕີມໃນການແນະນຳ ແລະ ໂຄສະນາບັນດາສະຖານທີ່ທ່ອງທ່ຽວ.
ການກຳນົດເປົ້າໝາຍຢ່າງລະອຽດຕາມແຕ່ລະທ້ອງຖິ່ນ, ຜະລິດຕະພັນ ແລະ ຄວາມຄືບໜ້າໃນການປະຕິບັດ ຍັງຊ່ວຍໃຫ້ວຽກງານຊີ້ນຳ ແລະ ບໍລິຫານມີຈຸດສຸມ ແລະ ຈຸດໜັກຫຼາຍຂຶ້ນ.
ສຸມໃສ່ສຳເລັດບັນດາຄາດໝາຍປີ 2026
ໃນສອງເດືອນທ້າຍປີ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ສຸມໃສ່ນຳເອົາບັນດາຜົນສຳເລັດ ແລະ ບົດຮຽນປະສົບການທີ່ສະສົມໄດ້ ມາຫັນເປັນໜ້າທີ່ ແລະ ເປົ້າໝາຍທີ່ລະອຽດ.
ໜຶ່ງໃນບັນດາຈຸດສຸມສຳຄັນແມ່ນ ສືບຕໍ່ຮັບເອົາຄຳເຫັນ ແລະ ປັບປຸງຮ່າງກົດໝາຍວ່າດ້ວຍການພັດທະນາອຸດສາຫະກຳວັດທະນະທຳ; ຮ່າງກົດໝາຍວ່າດ້ວຍການດັດແກ້, ເພີ່ມເຕີມບາງມາດຕາຂອງກົດໝາຍ 7 ສະບັບ ແລະ ຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບກົນໄກ ແລະ ນະໂຍບາຍສະເພາະເພື່ອພັດທະນາການທ່ອງທ່ຽວຫວຽດນາມ. ວຽກງານກະກຽມບັນດາເອກະສານແນະນຳ ແລະ ລະບຽບກຳນົດລາຍລະອຽດ ກໍໄດ້ຖືກດຳເນີນຄຽງຄູ່ກັນ.
ກ່ຽວກັບບັນດາຄາດໝາຍການເຕີບໂຕ, ຂະແໜງການໄດ້ວາງເປົ້າໝາຍໃນປີ 2026 ຕ້ອນຮັບນັກທ່ອງທ່ຽວສາກົນ 25 ລ້ານເທື່ອຄົນ, ບັນລຸລາຍຮັບລວມຈາກການທ່ອງທ່ຽວ 1.125 ພັນຕື້ດົ່ງ ແລະ ຍົກອັດຕາການເຕີບໂຕຂອງອຸດສາຫະກຳວັດທະນະທຳໃຫ້ບັນລຸ 10% ຂຶ້ນໄປ.
ເພື່ອສຳເລັດຄາດໝາຍຈຳນວນນັກທ່ອງທ່ຽວສາກົນ, ຫວຽດນາມຈຳເປັນຕ້ອງດຶງດູດນັກທ່ອງທ່ຽວເພີ່ມອີກປະມານ 5,5 ລ້ານເທື່ອຄົນ ໃນສອງເດືອນທ້າຍປີ.
ຕາມນັ້ນ, ຂະແໜງການທ່ອງທ່ຽວຈະສຸມໃສ່ຂຸດຄົ້ນລະດູການທ່ອງທ່ຽວທີ່ມີຄວາມຄຶກຄື້ນສູງຢ່າງມີປະສິດທິຜົນ, ປະສານງານດຳເນີນການສົ່ງເສີມການທ່ອງທ່ຽວຕາມແຕ່ລະຕະຫຼາດ, ປັບປຸງຜະລິດຕະພັນ, ຊຸກຍູ້ໃຫ້ນັກທ່ອງທ່ຽວເພີ່ມການໃຊ້ຈ່າຍ ແລະ ຂະຫຍາຍໄລຍະເວລາພັກເຊົາ. ພ້ອມກັນນັ້ນ, ບັນດາກິດຈະກຳຕ້ອງຮັບປະກັນຄຸນນະພາບການບໍລິການ ແລະ ຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ.
ນອກຈາກໜ້າທີ່ດ້ານການເຕີບໂຕແລ້ວ, ຂະແໜງການຍັງສືບຕໍ່ກະກຽມຈັດວັນວັດທະນະທຳຫວຽດນາມ 24 ພະຈິກ ຕາມທິດທາງທີ່ເນັ້ນຄວາມເປັນຮູບປະທຳ; ປະສານງານກະກຽມກອງປະຊຸມວັດທະນະທຳແຫ່ງຊາດ ຄັ້ງທີ 4, ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ X ແລະ ຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດວ່າດ້ວຍການພັດທະນາວັດທະນະທຳ.
ບັນດາໜ້າທີ່ອື່ນໆ ກໍໄດ້ຖືກກຳນົດຢ່າງຈະແຈ້ງ, ລວມມີ ການເລັ່ງລັດຄວາມຄືບໜ້າໃນການເບີກຈ່າຍທຶນລົງທຶນພາກລັດ, ສຳເລັດການເຊື່ອມຕໍ່ຖານຂໍ້ມູນສະເພາະຂະແໜງ 7 ຖານ ກັບສູນຂໍ້ມູນແຫ່ງຊາດ ແລະ ສຸມໃສ່ແກ້ໄຂບັນດາວຽກງານທີ່ຍັງຊັກຊ້າກວ່າແຜນການ.
ສຳລັບແຕ່ລະໜ້າທີ່, ກະຊວງໄດ້ຮຽກຮ້ອງໃຫ້ກຳນົດຜົນຜະລິດທີ່ຕ້ອງບັນລຸ, ກຳນົດເວລາສຳເລັດ ແລະ ຄວາມຮັບຜິດຊອບຂອງຜູ້ນຳຢ່າງລະອຽດ. ນີ້ແມ່ນພື້ນຖານເພື່ອປະເມີນຜົນການປະຕິບັດໜ້າທີ່ປີ 2026 ແລະ ສ້າງແຜນການດຳເນີນງານປີ 2027.
ສອງເດືອນທ້າຍປີໄດ້ຖືກກຳນົດເປັນໄລຍະສຳຄັນ ເພື່ອໃຫ້ຂະແໜງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ສຳເລັດບັນດາເປົ້າໝາຍ ແລະ ຄາດໝາຍທີ່ວາງໄວ້, ພ້ອມທັງກະກຽມພື້ນຖານສຳລັບໄລຍະພັດທະນາຕໍ່ໄປ.
ໃນນັ້ນ, ຂໍ້ຮຽກຮ້ອງທີ່ຕ້ອງປະຕິບັດຢ່າງຕໍ່ເນື່ອງແມ່ນ ຍົກສູງປະສິດທິຜົນການຄຸ້ມຄອງ ແລະ ບໍລິຫານ, ຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບໃນການປະຕິບັດໜ້າທີ່, ເຊື່ອມໂຍງບັນດາເປົ້າໝາຍການເຕີບໂຕກັບຜົນສຳເລັດທີ່ເປັນຮູບປະທຳໃນແຕ່ລະຂົງເຂດ.
ຍສໝ - ເຫດການ ເວທີປຶກສາຫາລືການທ່ອງທ່ຽວ ຫວຽດນາມ - ອາໂອຕຣິດ ທີ່ຈັດຂຶ້ນໃນວັນທີ 13/10 ຢູ່ ອາໂອຕຣິດ (Austria) ແມ່ນຂົວຕໍ່ທີ່ສຳຄັນ ຊ່ວຍໃຫ້ບັນດາອົງການຄຸ້ມຄອງ ແລະ ວິສາຫະກິດທ່ອງທ່ຽວຂອງສອງປະເທດ ໄດ້ພົບປະ, ເພີ່ມທະວີການເຊື່ອມໂຍງຈຸດໝາຍປາຍທາງ ແລະ ຂຸດຄົ້ນທ່າແຮງການທ່ອງທ່ຽວສອງຝ່າຍ ຢ່າງມີປະສິດທິຜົນ. |
ຍສໝ - ວັນທີ 19/10, ຢູ່ດຽນບຽນ, ຄະນະກຳມະການປະຊາຊົນແຂວງດຽນບຽນ ໄດ້ປະສານສົມທົບກັບແຂວງຢຸນນານ (ຈີນ) ແລະ ແຂວງຫຼວງພະບາງ (ລາວ) ຈັດກອງປະຊຸມສົ່ງເສີມການລົງທຶນສາກົນ ປີ 2026 ພາຍໃຕ້ຫົວຂໍ້ “ເຊື່ອມໂຍງທ້ອງຖິ່ນ - ສ້າງສັນຄວາມຈະເລີນຮຸ່ງເຮືອງ”, ໂດຍສຸມໃສ່ຊຸກຍູ້ການເຊື່ອມໂຍງໂຄງລ່າງພື້ນຖານການຄົມມະນາຄົມ, ພັດທະນາເສດຖະກິດດ່ານຊາຍແດນ ແລະ ສ້າງຕັ້ງຕ່ອງໂສ້ມູນຄ່າທີ່ເຊື່ອມໂຍງກັນລະຫວ່າງສາມທ້ອງຖິ່ນ. |
ຄຳສີ
