ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ອວຍ​ພອນ​ວັນ​ຊາດ ສ​ປ​ປ. ​ລາວ

11:30 | 02/12/2020

ຍ​ສ​ໝ - ທ່ານ ແສງ​ເພັດ ຮຸ່ງ​ບຸນຍວງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ​ສ​ປ​ປ​.ລາວ ໄດ້​ສົ່ງ​ຄຳ​ຂອບ​ອົກ​ຂອບ​ໃຈ​ໄປ​ຍັງ​ຄະ​ນ​ະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ​ໂດຍ​ໄດ້​ມາ​ຮ່ວມ​ສະ​ໜູນ​ສະ​ໜາມ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ.

ກະ ຊວງ ປ ອງ ກ ນ ປະ ເທດ ຫວຽດ ນາມ ອວຍ ພອນ ວ ນ ຊາດ ສ ປ ປ ລາວ ຮູບຖ່າຍກວ່າ 100 ແຜ່ນ ແນະນຳເຖິງຜູ້ຊົມສາຍພົວພັນແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ
ກະ ຊວງ ປ ອງ ກ ນ ປະ ເທດ ຫວຽດ ນາມ ອວຍ ພອນ ວ ນ ຊາດ ສ ປ ປ ລາວ ການນໍາພັກ, ລັດ ສສ.ຫວຽດນາມ ໄດ້ສົ່ງສານອວຍພອນວັນຊາດ ສປປ.ລາວ ຄົບຮອບ 45 ປີ
ກະ ຊວງ ປ ອງ ກ ນ ປະ ເທດ ຫວຽດ ນາມ ອວຍ ພອນ ວ ນ ຊາດ ສ ປ ປ ລາວ
ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ອວຍ​ພອນ​ວັນ​ຊາດ ສ​ປ​ປ.​ລາວ

ໂດຍ​ຕ​າ​ງ​ໜ້າ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ກົມ​ໃຫຍ່​ເສ​ນາ​ທິ​ການ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ທ່ານ ພົນ​ຕີ ຫງວຽນ​ບິ່ງ​ຈ້ອງ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສະ​ຖານ​ທູດ, ທູດ​ການ​ທະ​ຫານ ແລະ ບັນ​ດາ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖາ​ນ​ທູດ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ຂອງ​ປະ​ຊາ​ຊົນ​ລາວ​ອ້າຍ​ນ້ອງ. ທ່ານພົນ​ຕີ ຫງວຽ​ນ​ຈ້ອງ​ບິ່ງ ໄດ້​ເນັ້ນ​ໜັກ​ເຖິງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ສອງ​ປະ​ເທດ ຫວຽດ​ນາມ - ລາວ​ ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ, ແມ່ນ​ປັດ​ໄຈ​ສຳ​ຄັນ ໃນ​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ.

ພັກ, ລັດ, ລັດ​ຖະ​ບານ, ກອງ​ທັບ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຍາ​ມ​ໃດ​ກໍ່​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ການ​ສະ​ໜັບ​ສະ​ໜູນ, ຊ່ວຍ​ເຫຼືອ​ຂອງ​ພັກ, ລັດ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວ​ໃນ​ພາ​ລະ​ກິດ​ຕໍ່​ສູ້​ກູ້​ຊາດ, ທ້ອນ​ໂຮມ​ປະ​ເທ​ດ​ຊາດ​ເປັນ​ເອ​ກະ​ລາດ ໃນ​ເມືອ​ກ່ອນ​ກໍ່​ຄື​ໃນ​ພາ​ລະ​ກິດ​ສ້າງ​ສາ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ປັດ​ຈຸ​ບັນ. ນະ​ໂຍ​ບາຍ​ສະ​ເໜີຕົ້ນ​ສະເໜີ​ປາຍ​ຂອງ​ພັກ, ຍາມ​ໃດ ກໍ່​ໄດ້​ລັດ​ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ລາວ ຢ່​າງ​ບໍ່​ຢຸ​ດ​ຢັ້ງ.

​ຕາມ​ທ່ານ​ພົນ​ຕີ ຫງວຽນ​ຈ້ອງ​ບິ່ງ​ແລ້ວ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ຍາ​ມ​ໃດ​ກໍ່​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ສອງ​ປະ​ເທດ, ໂດຍ​ໄດ້​ການ​ນຳ​ຂັ້ນ​ສູງ ແລະ ການ​ນຳ​ກອງ​ທັ​ບ​ສອງ​ປະ​ເທດ​ໃຫ້​ຄວາມ​ສົນ​ໃຈ​ຊຸກ​ຍູ້. ບົນ​ພື້ນ​ຖານ​ຈົດ​ໝາຍ​ທາງ​ການ ແລະ ແຜນ​ການ​ຮ່ວມ​ມື​ປະ​ຈຳ​ປີ, ກາ​ນ​ຮ່ວມ​ມື​ປ້ອງ​ກັນ​ຊາດ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ໃນ​ບັນ​ດາ​ຂົງ​ເຂດ​ທັງ​ໝົດ. ບັນ​ດາ​ຜົນ​ການ​ດັ່ງ​ກ່າ​ວ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ການ​ປັບ​ປຸງ ແລະ ຮັດ​ແໜ້ນ​ການ​ກ່​ວາ​ອີກ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ, ກອງ​ທັບ ແລະ ປະ​ຊາ​ຊົນ ສອງ​ປະ​ເທດ, ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ, ທັບມ້າງກົນ​ອຸ​ບາຍຂອງ​ກຳ​ລັງ​ປໍ​ລະ​ປັກ​ທຳ​ລາຍ​ລະ​ບົບ​ຂອງ​ສອງ​ປະ​ເທດ​ກໍ່​ຄື​ແບ່ງ​ປັນ​ການ​ພົວ​ພັນ​ພິ​ເສດ​ລະ​ຫວ່າງ ຫວຽດ​ນາມ - ລາວ.

ສ່ວນ​ທ່ານ ແສງ​ເພັດ ຮຸ່ງ​ບຸນຍວງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​ປ​ປ​.ລາວ ໄດ້​ສົ່ງ​ຄຳ​ຂອບ​ອົກ​ຂອບ​ໃຈ​ໄປ​ຍັງ​ຄະ​ນ​ະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ​ໂດຍ​ໄດ້​ມາ​ຮ່ວມ​ສະ​ໜູນ​ສະ​ໜາມ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ. ທ່ານ​ເສັງ​ເພດ ຮຸ່ງ​ບຸນຍວງ ໄດ້​ເນັ້ນ​ໜັກ ເຖິງ​ບັນ​ດາ​ໝາກ​ຜົນ ອັນ​ຍິ່ງ​ໃຫຍ່​ເຊິ່ງ​ປະ​ຊາ​ຊົນ ລາວ​ຍາດ​ໄດ້​ໃນ​ພາ​ລະ​ກິດ​ສ້າງ​ສາ, ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ຕະຫຼອດ​ໄລ​ຍະ 45 ປີ​ທີ່​ຜ່ານ​ມາ​ລ້ວນ​ແຕ່​ມີ​ການ​ສະ​ໜັບ​ສະ​ໜູນ​, ການ​ຊ່​ວຍເຫຼືອ​ອັນ​ລ້ຳ​ຄ່າ​, ທັນ​ການ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງ​ພັກ, ລັດ, ລັດ​ຖະ​ບານ, ກອງ​ທັບ ແລະ ປະ​ຊາ​ຊົນ ຫວຽດ​ນາມ ອ້າຍ​ນ້ອງ.

ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19, ເຖິ​ງວ່າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ກໍ່​ຕາມ ແຕ່ ຫວຽດ​ນາມ ໄດ້​ຊ່ວຍ​ເຫຼືອ​ຈົດ​ສຸດ​ຄວາມ​ສາ​ມາດ​ດ້ານ​ການ​ແພດ​ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ຊ່ວຍ​ໃຫ້​ລາວ​ຄຸ້ມ​ຄອງ​ໂລກ​ລະ​ບາດ​ໃຫ້​ເປັນ​ຢ່າງ​ດີ. ທ່ານ ກໍ່​ເນັ້ນ​ນັກ​ວ່າ ເລື່ອງ​ຄະ​ນະ​ຜູ້​ແທນ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ ຫວຽດ​ນາມ ມາ​ອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ລາວ​ຄົບ​ຮອບ 45 ປີ ແມ່ນ​ກຳ​ລັງ​ໃຈອັນ​ຍິ່ງ​ໃຫຍ່​ເພື່ອ​ໃຫ້​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ ລ​າວ ປະ​ຈຳ ຫວຽດ​ນາມ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ໃຫ້​ເປັນ​ຢ່າງ​ດີ.

ກະ ຊວງ ປ ອງ ກ ນ ປະ ເທດ ຫວຽດ ນາມ ອວຍ ພອນ ວ ນ ຊາດ ສ ປ ປ ລາວ ນະ​ຄອ​ນ​ໂຮ່​ຈີ​ມິນ​ຍ້ອງຍໍ​ສັນ​ລະ​ເສີນ ນັກ​ສຶກ​ສາ​ລາວ - ກຳ​ປູ​ເຈຍ ດີ​ເດັ່ນ122 ຄົນ​ໃນ​ປີ 2020

ຍ​ສ​ໝ - ນາມ​ມະ​ຍົດ “ນັກ​ສຶກ​ສາ ລາວ - ກຳ​ປູ​ເຈຍທີ່​ດີ​ເດັ່ນ” ເພື່ອ​ແນ​ໃສ່​ເຊີດ​ຊູ, ຍ້ອງ​ຍໍ​ໃຫ້​ແກ່​ບັນ​ດາ​ຜູ້​ທີ່​ເປັນ​ແບບ​ຢ່າງ​ຂອງ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ​ໃນ​ການ​ຮ່ຳ​ຮຽນ, ຕັ້ງ​ໜ້າເຂົ້າ​ຮ່ວມ ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ບວນ​ການ. ຜ່ານ​ນັ້ນ, ປະ​ກອບ​ສ່ວນເຂົ້າ​ການ​ທະ​ວີ​ຄູນ​ບັນ​ດາ​ແບບ​ຢ່າງ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ​ເພື່ອ​ແນ​ໃສ່​ສ້າງ​ການ​ແຜ່​ຂະ​ຫາຍ​ອອກ​ສູ່​ນັກ​ສຶກ​ສາ​ສອງ​ປະ​ເທດ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ.

ກະ ຊວງ ປ ອງ ກ ນ ປະ ເທດ ຫວຽດ ນາມ ອວຍ ພອນ ວ ນ ຊາດ ສ ປ ປ ລາວ ກອງ​ປະ​ຊຸມວິ​ສາ​ຫະ​ກິດ ຫວຽດ​ນາມ ຮ່ວມ​ມື ແລະ ລົງ​ທຶນ​ຢູ່​ລາວ

ຍ​ສ​ໝ - ທ່ານ ຫງວຽນ​ບ໊າ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລາວ ໃຫ້​ຮູ້​ວ່າ ກອງ​ປະ​ຊຸມ​ໄດ້​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຮັບ​ເອົາ​ຄຳ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂອງ ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ພວມ​ລົງ​ທຶນ, ຮ່ວມ​ມື, ດຳ​ເນີນ​ທຸ​ລະ​ກິດ ຢູ່​ລາວ ເພື່ອ​ຍືນ​ສະ​ເໜີ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ປະ​ເທດ ພິ​ຈາ​ລະ​ນາແກ້​ໄຂ​ເພື່ອ​ແນ​ໃສ່​ມີ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ ແລະ ໜູນ​ຊ່ວ​ຍ​ບັນ​ດາ​ວິ​ສາ​ຫະ​ກິດ.

ກະ ຊວງ ປ ອງ ກ ນ ປະ ເທດ ຫວຽດ ນາມ ອວຍ ພອນ ວ ນ ຊາດ ສ ປ ປ ລາວ ສະ​ໜັບ​ສະ​ໜູນ​ເຂົ້າ​ສານ 12 ໂຕນ​ໃຫ້​ແກ່​ບັນ​ດາ​ກົງ​ກອງ​ທະ​ຫານ, ຄວາມ​ໝັ້ນ​ຄົງ​ລາວ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ​ນ້ຳ​ຖ້ວມ

ຍ​ສ​ໝ - ໃນ​ຊຸມ​ວັນ​ທີ່​ຜ່ານ​ມາ, ບັນ​ດາ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ ແລະ ປະ​ຊາ​ຊົນ​ບັນ​ດາ​ແຂວງ​ຢູ່​ຕາ​ແສງ​ເຂດ​ຊາຍ​ແດນຂອງ ແຂວງ​ກ໋​ວາງ​ຈິ​ໄດ້​ໜູນ​ຊ່ວຍໃຫ້​ບັນ​ດາກອງ​ຮ້ອຍ​ປ້ອງ​ກັນ​ເຂດ​ຊາຍ​ແດນ ແລະ ບັນ​ດາ​ກຸ່ມ​ບ້າຍ​ຢູ່​ເຂດ​ຊາຍ​ແດນ​ຂອງ​ແຂວງ​ສະ​ຫວັນ​ນາ​ເຂດ​ເຂົ້າ​ສານ​ກ່​ວາ 30 ໂຕນ ແລະ ໝີ່​ສຳ​ເລັດ​ຮູບ​ນັບ​ຮ້ອຍ​ແກັດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.