ສະ​ໜັບ​ສະ​ໜູນ​ເຂົ້າ​ສານ 12 ໂຕນ​ໃຫ້​ແກ່​ບັນ​ດາ​ກົງ​ກອງ​ທະ​ຫານ, ຄວາມ​ໝັ້ນ​ຄົງ​ລາວ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ​ນ້ຳ​ຖ້ວມ

12:33 | 21/11/2020

ຍ​ສ​ໝ - ໃນ​ຊຸມ​ວັນ​ທີ່​ຜ່ານ​ມາ, ບັນ​ດາ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ ແລະ ປະ​ຊາ​ຊົນ​ບັນ​ດາ​ແຂວງ​ຢູ່​ຕາ​ແສງ​ເຂດ​ຊາຍ​ແດນຂອງ ແຂວງ​ກ໋​ວາງ​ຈິ​ໄດ້​ໜູນ​ຊ່ວຍໃຫ້​ບັນ​ດາກອງ​ຮ້ອຍ​ປ້ອງ​ກັນ​ເຂດ​ຊາຍ​ແດນ ແລະ ບັນ​ດາ​ກຸ່ມ​ບ້າຍ​ຢູ່​ເຂດ​ຊາຍ​ແດນ​ຂອງ​ແຂວງ​ສະ​ຫວັນ​ນາ​ເຂດ​ເຂົ້າ​ສານ​ກ່​ວາ 30 ໂຕນ ແລະ ໝີ່​ສຳ​ເລັດ​ຮູບ​ນັບ​ຮ້ອຍ​ແກັດ.

ພິທີມອບ-ຮັບງົບປະມານໜູນຊ່ວຍການກໍ່ສ້າງໂຄງການມິດຕະພາບການທະຫານປີ 2020 ໃຫ້ແກ່ກອງບັນຊາການທະຫານແຂວງຈໍາປາສັກ ສປປ.ລາວ
ກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນ ລາວ ເຫັນດີເປັນເອກະພາບກັນພັດທະນາການພົວພັນຮ່ວມມືໃຫ້ຂຶ້ນສູ່ລະດັບສູງໃໝ່
ສະ​ໜັບ​ສະ​ໜູນ​ເຂົ້າ​ສານ 12 ໂຕນ​ໃຫ້​ແກ່​ບັນ​ດາ​ກົງ​ກອງ​ທະ​ຫານ, ຄວາມ​ໝັ້ນ​ຄົງ​ລາວ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ​ນ້ຳ​ຖ້ວມ
​ພິ​ທີ​ມອບ​ຮັບ ເຂົ້າ​ສານ 12 ໂຕນ​ໃຫ້​ແກ່ກອງ​ບັນ​ຊາ​ການ​ທະ​ຫານ, ການ​ປ້ອງ​ກັນຄວາມ​ໝັ້ນ​ຄົງ​ແຂວງ​ສາ​ລາ​ວັນ ແລະ ກອງ​ບັນ​ຊາ​ການ​ທະ​ຫານ,ປ້ອງ​ກັ​ນ​ຄວາມ​ໝັ້ນ​ຄົງ ແຂວງ​ສະ​ຫວັນ​ນາ​ເຂດ

ຫວ່າງ​ແລ້ວນີ້, ກອງ​ບັນ​ຊາ​ການ​ທ​ະ​ຫານ​ຊາຍ​ແດນ ກ໋​ວາງ​ຈິ​ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ຮັບ ເຂົ້າ​ສານ 12 ໂຕນ​ໃຫ້​ແກ່ກອງ​ບັນ​ຊາ​ການ​ທະ​ຫານ, ການ​ປ້ອງ​ກັນຄວາມ​ໝັ້ນ​ຄົງ​ແຂວງ​ສາ​ລາ​ວັນ ແລະ ກອງ​ບັນ​ຊາ​ການ​ທະ​ຫານ,ປ້ອງ​ກັ​ນ​ຄວາມ​ໝັ້ນ​ຄົງ ແຂວງ​ສະ​ຫວັນ​ນາ​ເຂດ, ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ລາວ ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ​ນ້ຳ​ຖ້ວມ.

ທ່ານ​ພັນ​ເອກ ເລ​ວັນ​ເຟືອງ,ຜູ້​ບັນ​ຊາດ​ການ​ທະ​ຫານ​ຊາຍ​ແດນ​ແຂວງ​ກ໋​ວາງ​ຈິ ໃຫ້​ຮູ້​ວ່າ: ພາຍຫຼັງ​ໄດ້​ຮັບ​ຂ່າວ​ວ່າ ບັນ​ດາ​ທ້ອງ​ຖິ່ນ​ຂອງ​ແຂວງ​ສະ​ຫວັນ​ນາ​ເຂດ ແລະ ສາ​ລາ​ວັນ ໂດຍ​ແມ່ນ​ສອງ​ແຂວງ​ທີ​ຕິດ​ກັບ​ແຂວງ​ກ໋​ວາງ​ຈິ ຖືກ​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຈາກ​ຝົນ​ຕົກ​ນ້ຳ​ຖ້ວມ​ໃນ​ວົງ​ກວ້າງໃນ​ໄລ​ຍະ​ທີ່​ຜ່ານ​ມາ, ບົນ​ເນື້ອ​ໃນຈິດ​ໃຈ “ປັນເຂົ້າແບ່ງເສື້ອ”, ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ​ແຂວງ​ກ໋​ວາງ​ຈິ​ໄດ້​ຕັດ​ສິນ​ໃຈ​ມອບ ເຂົ້າ​ສານ 12 ໂຕມ​ເພື່ອ​ຊ່ວຍ​ໃຫ້​ປະ​ຊາ​ຊົນ ແລະ ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ເຂດ​ຊາຍ​ແດນ​ແຂວງ​ສາ​ລາ​ວັນ ແລະ ສະ​ຫວັນ​ນາ​ເຂດ ຜ່ານ​ຜ່າ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ.

ໃນ​ຊຸມ​ວັນ​ທີ່​ຜ່ານ​ມາ, ບັນ​ດາ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ ແລະ ປະ​ຊາ​ຊົນ​ບັນ​ດາ​ແຂວງ​ຢູ່​ຕາ​ແສງ​ເຂດ​ຊາຍ​ແດນຂອງ ແຂວງ​ກ໋​ວາງ​ຈິ​ໄດ້​ໜູນ​ຊ່ວຍໃຫ້​ບັນ​ດາກອງ​ຮ້ອຍ​ປ້ອງ​ກັນ​ເຂດ​ຊາຍ​ແດນ ແລະ ບັນ​ດາ​ກຸ່ມ​ບ້າຍ​ຢູ່​ເຂດ​ຊາຍ​ແດນ​ຂອງ​ແຂວງ​ສະ​ຫວັນ​ນາ​ເຂດ​ເຂົ້າ​ສານ​ກ່​ວາ 30 ໂຕນ ແລະ ໝີ່​ສຳ​ເລັດ​ຮູບ​ນັບ​ຮ້ອຍ​ແກັດ.

ທ່ານ​ພັນ​ເອກ ຈັນ​ທາ ແສນ​ສຸ​ລິ​ຍາ​ວົງ, ຮອງ​ຫົວ​ໜ້າ​ກົງ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ສະ​ຫວັນ​ນາ​ເຂດ​ລາວ​ໃຫ້​ຮູ້​ວ່າ: ເຖິງວ່າ ໃນ​ສະ​ພາບ​ການ​ທີ່ ແຂວງ​ກ໋​ວາງ​ຈິ ກໍ່​ຄື​ແຂວງ​, ນະ​ຄອນ​ຕ່າງໆ​ຂອງ ຫວຽດ​ນາມ ກໍ່​ພວມ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຈາກ​ໄພ​ພາ​ຍຸ​ນ້ຳ​ຖ້ວມ ກໍ່​ຕາມ, ແຕ່​ບົນ​ເນື້ອ​ໃນ​ຈິດ​ໃຈ​ສະ​ຫາຍ, ອ້າຍ​ນ້ອງ, ກົມກອງ​ຍັງ​ໄດ້​​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ພະ​ນັກ​ງານ ແລະ ປະ​ຊາ​ຊົນ​ລາວ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໄພ​ທຳ​ມະ​ຊາດ, ນຳ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກັບ​ຄືນ​ສູ່​ສະ​ພາບ​ທີ່​ເປັນ​ປົກ​ກະ​ຕິ​ໂດຍ​ໄວ. ນ້ຳ​ໃຈ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ບັນ​ດາ​ອ້າຍ​ນ້ອງ​ທະ​ຫານ​ຊາຍ​ແດນ​ແຂວງ​ກ໋​ວາງ​ຈີ້ ຄື​ເພີ່ມ​ກຳ​ລັງ​ໃຫ້​ແກ່​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ຜ່າ​ນ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ນຳ​ຊີ​ວິດ​ກັບ​ຄື​ນ​ສູ່​ສະ​ພາບ​ການ​ທີ່​ເປັນ​ປົກ​ກະ​ຕິ​ໂດຍ​ໄວ ແລະ ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ຕັ້ງ​ເຂດ​ຊາຍ​ແດນ​ ຫວຽດ​ນາມ - ລາວ ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ.

ພິທີມອບ-ຮັບງົບປະມານໜູນຊ່ວຍການກໍ່ສ້າງໂຄງການມິດຕະພາບການທະຫານປີ 2020 ໃຫ້ແກ່ກອງບັນຊາການທະຫານແຂວງຈໍາປາສັກ ສປປ.ລາວ

ຍສໝ - ການນໍາກອງບັນຊາການທະຫານແຂວງກວ໋າງຫງາຍ ໄດ້ມອບເງິນຈໍານວນ 1 ຕື້ດົ່ງໃຫ້ກອງບັນຊາການທະຫານແຂວງຈໍາປາສັກ ເພື່ອໜູນຊ່ວຍການກໍ່ສ້າງໂຄງການມິດຕະພາບການທະຫານປີ 2020.

ກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນ ລາວ ເຫັນດີເປັນເອກະພາບກັນພັດທະນາການພົວພັນຮ່ວມມືໃຫ້ຂຶ້ນສູ່ລະດັບສູງໃໝ່

ຍສໝ - ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນບົນຈິດໃຈສາມັກຄີ, ມິດຕະພາບ, ພ້ອມກັນແລກປ່ຽນເພື່ອເປັນ ເສນາທິການ, ສະເໜີກັບສອງກະຊວງປ້ອງກັນປະເທດ ເພີ່ມຄວາມສາມາດຮັບປະກັນວຽກງານດ້ານການເງິນໃຫ້ແກ່ການປະຕິບັດບັນດາໜ້າທີ່...

ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ໃນປັດຈຸບັນ, ທົ່ວປະເທດມີສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິ ເວນຢູ່ສູນ 2.612 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 18 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 74.068 ຕົວຢ່າງ, ກວດພົບເຊື້ອສະສົມ 25 ຄົນ, ສ່ວນຄົນເຈັບຕິດເຊື້ອພະຍາດ COVID-19 ເບີ 24 ແລະ ເບີ 25 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.