ກອງ​ປະ​ຊຸມວິ​ສາ​ຫະ​ກິດ ຫວຽດ​ນາມ ຮ່ວມ​ມື ແລະ ລົງ​ທຶນ​ຢູ່​ລາວ

18:25 | 23/11/2020

ຍ​ສ​ໝ -  ທ່ານ ຫງວຽນ​ບ໊າ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລາວ ໃຫ້​ຮູ້​ວ່າ ກອງ​ປະ​ຊຸມ​ໄດ້​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຮັບ​ເອົາ​ຄຳ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂອງ ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ພວມ​ລົງ​ທຶນ,  ຮ່ວມ​ມື, ດຳ​ເນີນ​ທຸ​ລະ​ກິດ ຢູ່​ລາວ ເພື່ອ​ຍືນ​ສະ​ເໜີ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ປະ​ເທດ ພິ​ຈາ​ລະ​ນາແກ້​ໄຂ​ເພື່ອ​ແນ​ໃສ່​ມີ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ ແລະ ໜູນ​ຊ່ວ​ຍ​ບັນ​ດາ​ວິ​ສາ​ຫະ​ກິດ.

ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງ: ວິ​ສາ​ຫະ​ກິດພັດທະນາ, ປະເທດຈະພັດທະນາ
ຍູ້​ແຮງ​ຍຸດ​ທະ​ສາດ​ຕະຫຼ​າດ​ຜະ​ລິດ​ຕະ​ພັນ​ໃຫ້​ແກ່​ວິ​ສາ​ຫະ​ກິດ
ກອງ​ປະ​ຊຸມວິ​ສາ​ຫະ​ກິດ ຫວຽດ​ນາມ ຮ່ວມ​ມື ແລະ ລົງ​ທຶນ​ຢູ່​ລາວ
ທ່ານ ຫງວຽນ​ບ໊າ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລາວກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

ບັນ​ດາ​ວິ​ສາ​ຫະ​ກິດ ໄດ້​ສະ​ເໜີ​ທະ​ນາ​ຄານ​ສອງ​ລັດ ແລະ ສອງ ລັດ​ຖະ​ບານ ພິ​ຈາ​ລະ​ນາ ສ້າງ​ເງື່ອ​ນ​ໄຂ ແລະ ກົນ​ໄກ​ສົ່ງ​ເສີມ​ການ​ນຳ​ໃຊ້​ເງິນ​ກີບ ແລະ ດົ່ງ​ໃນ​ການ​ຊຳ​ລະ​ບັນ​ດາ​ການ​ພ​ົວ​ພັນ​ການ​ຄ້າ ລະ​ຫວ່າງ ສອງ ປະ​ເທດ.

ຕາມ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ​ປະ​ຈຳ​ລາວ, ວັນ​ທີ 22 ພະ​ຈິກ, ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ໄດ້​ດຳ​ເນີນກອງ​ປະ​ຊຸມ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຮ່ວມ​ມື, ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ ຢູ່ ລາວ 2020.

ເຫດ​ການ​ໂດຍ​ສະ​ຖານ​ທູດ ຫວຽດ​ນາມ​ປະ​ຈຳ​ລາວ​ສົມ​ທົບ​ກັບ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຮ່ວມ​ມື ແລະ ລົງ​ທຶນ​ຢູ່​ລາວ​ຈັດ​ຕັ້ງ, ໂດຍ​ມີ​ການ​ເຂົາ​ຮ່ວມ​ຂອງວິ​ສາ​ຫະ​ກິດ ຫວຽດ​ນາມ 100 ແຫ່ງ​ທີ່​ພວມ​ມີ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລ​ະ​ກິດ ຢູ່​ລາວ.

ເມື່ອ​ແລ​ກ​ປ່ຽນ​ກັບ​ບັນ​ດາ​ຜູ້​ແທນ, ທ່ານ ຫງວຽນ​ບ໊າ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລາວ ໃຫ້​ຮູ້​ວ່າ ກອງ​ປະ​ຊຸມ​ໄດ້​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຮັບ​ເອົາ​ຄຳ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂອງ ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ພວມ​ລົງ​ທຶນ, ຮ່ວມ​ມື, ດຳ​ເນີນ​ທຸ​ລະ​ກິດ ຢູ່​ລາວ ເພື່ອ​ຍືນ​ສະ​ເໜີ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ປະ​ເທດ ພິ​ຈາ​ລະ​ນາແກ້​ໄຂ​ເພື່ອ​ແນ​ໃສ່​ມີ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ ແລະ ໜູນ​ຊ່ວ​ຍ​ບັນ​ດາ​ວິ​ສາ​ຫະ​ກິດ.

ໂດຍ​ແບ່ງ​ປັນ​ກັບ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ເຊິ່ງ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ​ພວມ​ປະ​ເຊີນ​ໜ້າ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ປີ 2020 ກັບ​ໂລກ​ລະ​ບາດ ໂຄວິດ - 19. ທ່ານ ຫງວຽນ​ບ໊າ​ໂຮ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ເນັ້ນ​ໜັກວ່າ ດ້ວຍ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ເມືອງ, ສັງ​ຄົມ​ທີ່​ມີ​ສະ​ຖຽນ​ລະ​ພາບ ແລະ ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່​ລະ​ຫວ່າງ ສອງ​ປະ​ເທດ, ປັດ​ຈຸ​ບັນ ລາວ​ແມ່ນ​ປະ​ເທດ​ທີ່​ມີ​ເງິນ​ລົງ​ຈາກ​ໂດຍ​ກົງ​ຈາກ ຫວຽດ​ນາມຫຼາຍ​ທີ່​ສຸດ.

ພ້ອມ​ກັບ​ວິ​ວັດ​ການ​ເຊື່ອມ​ໂຍ​ງ ແລະ ບັນ​ດາ​ສັນ​ຍາ​ການ​ຄ້າ ເຊິ່ງ​ລາວ​ແມ່ນ​ສະ​ມາ​ຊິກ​ຄື ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ (RCEP), ລາວ​ຈະ​ປະ​ຕິ​ບັດຫຼາຍ​ວິ​ທີ​ການ​ກ່ຽວ​ກັບ​ການ​ປັບ​ປຸງ​ນະ​ໂຍບ​າຍ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ກ່​ວາ​ອີກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນ​ຈາກ​ຕ​່າງ​ປະ​ເທດ​ໃນ​ນັ້ນ​ມີ ຫວຽດ​ນາມ.

ບັນ​ດາ​ວິ​ສາ​ຫະ​ກິດ ຖື​ວ່າ ເພື່ອ​ການ​ຮ່ວມ​ມື​ດ້ານ​ເສດ​ຖິດ​ສົມ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ, ລັດ​ຖະ​ບານ ຫວຽດ​ນາມ​ຄວນ​ສ້າງ​ກົນ​ໄກ​ປອດ​ໂປງ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ, ມີ​ບັນ​ດາ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ພິ​ເສດ​ກ່ຽວ​ກັບ​ທຶນ, ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ລົງ​ທຶນ​ຢູ່​ລາວ, ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ຊາວ​ຫວຽດ​ນາມອ​າ​ໄສ​ ແລະ​ເຮັດ​ວຽກ​ຢູ່​ລາວ.

ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ລົງຢ້ຽມ​ຢາມໂຄງ​ການກໍ່​ສ້າງ​ຫໍ​ສະ​ພາ​ແຫ່ງ​ຊາດ ລາວ ຫຼັງໃໝ່

​ຍ​ສ​ໝ - ທ່ານ ສອນໄຊ ສີພັນດອນ ໄດ້ຮັບຮູ້ບັນດາຂໍ້ສະເໜີແນະຂອງ ແມ່ທັບນ້ອຍ 11 ແລະ ຈະຊີ້ນຳບັນດາອົງການທີ່ມີໜ້າທີ່ຂອງ ລາວ ຄົ້ນຄ້ວາຕໍ່ຂໍ້ສະເໜີດັ່ງກ່າວ, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ກົມກອງໄດ້ມີແຫຼ່ງແຮງງານ, ວັດສະດຸ, ວັດຖຸດິບ ຢ່າງຄົບຖ້ວນເພື່ອຮັບໃຊ້ການກໍ່ສ້າງໂຄງການມີຄວາມຄືບໜ້າຖືກຕາມກຳນົດເວລາ, ບັນລຸຄຸນນະພາບດ້ານເຕັກນິກ, ຄວາມປານີດ, ສູ້ຊົນກໍ່ສ້າງໃຫ້ສຳເລັດ ແລະ ມອບຮັບກິດຈະການໃນໄຕມາດ 1 ປີ 2021.

ຫວຽດ​ນາມ ໄດ້​ອວຍ​ພອນ​ວັນ​ສ້າງ​ຕັ້ງ​ກຳ​ລັງປ້ອງ​ກັນ​ການ​ນຳ​ລາວ

ຍ​ສ​ໝ - ການ​ຢ້ຽມ​ຢາມ ຄັ້ງ​ນີ້​ຂອງ​ອົງ​ການ​ຕາງ​ໜ້າ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ​ມີ​ຄວາມ​ໝາຍ​ສຳ​ຄັນ, ສືບ​ຕໍ່​ສ່ອງ​ແສງ​ໄດ້​ນຳ​ໃຈ​ໄມ​ຕິ​ິ​ຈິດ​ມິດ​ຕະ​ພາບ​ແບບ​ພິ​ເສດ​, ການ​ພົວ​ພັນ​ທີ່​ມີ​ແຕ່​ດົ​ນ​ນາ​ນ​ລະ​ຫວ່າງ​ສອງ​ປະ​ເທ​ດ ຫວຽດ​ນາມ - ລາວ.

“ໂຄງ​ການ Homestay” ປີ 2019 – 2020 ໃຫ້​ແກ່​ນັກ​ສຶກ​ສາ​ລາວ ຢູ່​ແຂວງ​ໄທ​ຫງວຽນ ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ

ຍ​ສ​ໝ - ໃນເດືອນ ຕຸ​ລາ​, ສະ​ມາ​ຄົມ​ມິ​ດ​ຕະ​ພາບ ຫວຽດ​ນາມ - ລາວ​ແຂວງ​ໄທ​ງວຽນ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບ ໂຄງ​ການ​ຕ້ອນ​ຮັບ​ນັກ​ສຶກ​ສາ ລາວ​ໄປ​ຢູ່​ກັບຄອບ​ຄົວ​ຂອງ​ປະ​ຊາ​ຊົນ (ໂຄງ​ການ Homestay) ປີ 2019 – 2020.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.