ນະ​ຄອ​ນ​ໂຮ່​ຈີ​ມິນ​ຍ້ອງຍໍ​ສັນ​ລະ​ເສີນ ນັກ​ສຶກ​ສາ​ລາວ - ກຳ​ປູ​ເຈຍ ດີ​ເດັ່ນ122 ຄົນ​ໃນ​ປີ 2020

06:38 | 24/11/2020

ຍ​ສ​ໝ - ນາມ​ມະ​ຍົດ “ນັກ​ສຶກ​ສາ ລາວ - ກຳ​ປູ​ເຈຍທີ່​ດີ​ເດັ່ນ” ເພື່ອ​ແນ​ໃສ່​ເຊີດ​ຊູ, ຍ້ອງ​ຍໍ​ໃຫ້​ແກ່​ບັນ​ດາ​ຜູ້​ທີ່​ເປັນ​ແບບ​ຢ່າງ​ຂອງ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ​ໃນ​ການ​ຮ່ຳ​ຮຽນ, ຕັ້ງ​ໜ້າເຂົ້າ​ຮ່ວມ ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ບວນ​ການ. ຜ່ານ​ນັ້ນ, ປະ​ກອບ​ສ່ວນເຂົ້າ​ການ​ທະ​ວີ​ຄູນ​ບັນ​ດາ​ແບບ​ຢ່າງ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ​ເພື່ອ​ແນ​ໃສ່​ສ້າງ​ການ​ແຜ່​ຂະ​ຫາຍ​ອອກ​ສູ່​ນັກ​ສຶກ​ສາ​ສອງ​ປະ​ເທດ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ.

ກອງ​ປະ​ຊຸມວິ​ສາ​ຫະ​ກິດ ຫວຽດ​ນາມ ຮ່ວມ​ມື ແລະ ລົງ​ທຶນ​ຢູ່​ລາວ
ລາວ - ຫວຽດນາມ ມີ ດ່ານຊາຍແດນສາກົນ ມີ 08 ແຫ່ງ
ນະ​ຄອ​ນ​ໂຮ່​ຈີ​ມິນ​ຍ້ອງຍໍ​ສັນ​ລະ​ເສີນ ນັກ​ສຶກ​ສາ​ລາວ - ກຳ​ປູ​ເຈຍ ດີ​ເດັ່ນ122 ຄົນ​ໃນ​ປີ 2020
​ພິ​ທີ ຍ້ອງຍໍ​ສັນ​ລະ​ເສີນ ນັກ​ສຶກ​ສາ​ລາວ - ກຳ​ປູ​ເຈຍ ດີ​ເດັ່ນ122 ຄົນ​ໃນ​ປີ 2020

ໃນ​ເວ​ລາ​ມໍ່​ໆ​ມານີ້, ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ​ໂຮ່​ຈີ​ມິນ​ໄດ້​ຈັດ​ຕັ້ງ​ໂຄງ​ການ​ຍ້ອງ​ຍໍ​ສັນ​ລະ​ເສີນ​​ນັກ​ສຶກ​ສາ​ລາວ - ກຳ​ປູ​ເຈຍ ດີ​ເດັ່ນ ​ໃນ​ປີ 2020, ໃນ​ນັ້ນ​ມີ​ນັກ​ສຶກ​ສາ​ລາວ 61 ຄົນ ແລະ ນັກ​ສຶກ​ສາ ກຳ​ປູ​ເຈຍ 61 ຄົນ ເຊິ່ງ​ພວມ​ຮ່ຳ​ຮຽນ​ຢູ່​ບໍ​ລິ​ເວນ​ນະ​ຄອນ​ໂຮ່​ຈີ​ມິນ.

ນາມ​ມະ​ຍົດ “ນັກ​ສຶກ​ສາ ລາວ - ກຳ​ປູ​ເຈຍທີ່​ດີ​ເດັ່ນ” ເພື່ອ​ແນ​ໃສ່​ເຊີດ​ຊູ, ຍ້ອງ​ຍໍ​ໃຫ້​ແກ່​ບັນ​ດາ​ຜູ້​ທີ່​ເປັນ​ແບບ​ຢ່າງ​ຂອງ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ​ໃນ​ການ​ຮ່ຳ​ຮຽນ, ຕັ້ງ​ໜ້າເຂົ້າ​ຮ່ວມ ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ບວນ​ການ. ຜ່ານ​ນັ້ນ, ປະ​ກອບ​ສ່ວນເຂົ້າ​ການ​ທະ​ວີ​ຄູນ​ບັນ​ດາ​ແບບ​ຢ່າງ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ​ເພື່ອ​ແນ​ໃສ່​ສ້າງ​ການ​ແຜ່​ຂະ​ຫາຍ​ອອກ​ສູ່​ນັກ​ສຶກ​ສາ​ສອງ​ປະ​ເທດ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ.

ປີ 2020, ສະ​ພາ​ ພິ​ຈາ​ລະ​ນາ​ນາມ​ມະ​ຍົດ ຮັບ​ໄດ້ ເອ​ກະ​ສານ 129 ຊຸດເຂົ້າ​ຮ່ວມ​ການ​ຄັດ​ເລືອກ​ມາ​ຈາກ ມະ​ຫາ​ວິ​ທະ​ຍາ​ໄລ, ສະ​ຖາ​ບັນ 17 ແຫ່ງ​ໃນ​ບໍ​ລິ​ເວນ​ນະ​ຄອນ. ສະ​ພາ​ໄດ້​ຈັດ​ກອງ​ປະ​ຊຸມ​ພິ​ຈາ​ລະ​ນາ ແລະ ເຫັນ​ດີ​ເປັນ​ເອ​ກະ​ພາບ ຍ້ອງ​ຍໍ​ສັນ​ລະ​ເສີນ ນັກ​ສຶກ​ສາ​ລາວ 94 ຄົນ ແລະ ນັກ​ສຶກ​ສາ ກຳ​ປູ​ເຈຍ 28 ຄົນ​ໃນ​ປີ 2020. ໃນ​ນັ້ນ​ມີ ນັກ​ສຶກ​ສາ 1 ຄົນ​ບັນ​ລຸ​ໄດ້​ນາມ​ມະ​ຍົດ ນັກ​ສຶກ​ສາ​ດີ​ເດັ່ນ 6 ປີ​ຢ່າງ​ລຽນ​ຕິດ, 9 ຄ​ົນ​ບັນ​ລຸ​ໄດ້ 5 ປີ​ຢ່າງ​ລຽນ​ຕິດ, 8 ຄົນ​ບັນ​ລຸ​ໄດ້ 4 ປີ​ຢ່າງ​ລຽນ​ຕິດ, 11 ຄົນ​ບັນ​ລຸ​ໄດ້ 3 ປີ​ຢ່າງ​ລຽນ​ຕິດ ແລະ 2 ຄົນ​ບັນ​ລຸ​ໄດ້ 2 ປີ​ຢ່າງ​ລຽນ​ຕິດ.

ທ່ານ​ນາງ ອົງ​ທິ​ງອກ​ລິງ, ຫົວ​ໜ້າ​ຄະ​ນະ​ຊາວ​ໜຸ່ມ​ໂຮງ​ຮຽນ​ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ, ຫົວ​ໜ້າ​ຫໍ​ພັກ​ນັກ​ສຶກ​ສາ​ລາວ ໃຫ້​ຮູ້​ວ່າ: “ປັດ​ຈຸ​ບັນ, ຫໍ​ພັກ​ນັກ​ສຶກ​ສາ​ລາວ​ຄຸ້ມ​ຄອງ ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ​ກ່ວາ 450 ຄົນ ທີ່​ພວມ​ຮ່ຳ​ຮຽນ​ໃນ​ບໍ​ລິ​ເວນ​ນະ​ຄອນ. ບັນ​ດາ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ ກ່ຽວ​ກັບ​ເງື່ອນ​ໄຂ​ຮ່ຳ​ຮຽນ, ການ​ກິນ​ຢູ່, ສຸ​ຂະ​ພາບ ແລະ ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ ແລະ​ຈິດ​ໃຈ. ບັນ​ດາ​ນັກ​ສຶກ​ສາ​ລາວ ແລະ ກ​ຳ​ປູ​ເຈຍ​ດີ​ເດັ່ນ​ໄດ້​ຮັບ​ການ​ຍ້ອງ​ຍ​ໍ​ສັນ​ລະ​ເສີນ ຈະ​ສືບ​ຕໍ່​ແມ່ນ​ບັນ​ດາ​ແບບ​ຢ່າງ​ທີ່​ດີ​ໃນ​ການ​ຮ່ຳ​ຮຽນ, ເປັນ​ເຈົ້າ​ການ​ໃນ​ການ​ຝຶກ​ແອບຫຼໍ່ຫຼອມ, ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ຫໍ​ພັກ, ຂອງ​ໂຮງ​ຮຽນ”.

ພາຍຫຼັງ​ການ​ຈັດ​ຕັ້ງ​ມາ​ເປັນ​ເວ​ລາ 15 ປີ, ມາ​ຮອດ​ປັດ​ຈຸ​ບັນ, ໂຄງ​ການ​ໄດ້​ຍ້ອງຍໍ​ສັນ​ລະ​ເສີນ ນັກ​ສຶກ​ສາ ລາວ, ກຳ​ປູ​ເຈຍ ດີ​ເດັ່ນ 801 ຄົນ ຢູ່​ບັນ​ດາ​ມະ​ຫາ​ວະ​ທະ​ຍາ​ໄລ, ສະ​ຖາ​ບັນ​ໃນ​ບໍ​ລິ​ເວນ​ນະ​ຄອນ​ໂຮ່​ຈີ​ມິນ. ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ​ໄດ້​ຮັບ​ການ​ຍ້ອງ​ຍໍ​ສັນ​ລະ​ເສີນ​ບໍ່​ພຽງ​ແຕ່​ແມ່ນ​ແບບ​ຢ່າງ​ທີ່​ດີ​ໃນ​ການ​ຮ່ຳ​ຮຽນ, ຝຶກ​ຝົນຫຼໍ່ຫຼອມ ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຜູ້​ທີ່​ສືບ​ຕໍ່​ເພີ່​ມ​ພຸນ​ຄຸນ​ສ້າງໃຫ້​ແກ່​ນ້ຳ​ໃຈ​ມິດ​ຕະ​ພາບ ລະ​ຫວ່າງ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ໃຫ້​ພັດ​ທະ​ນາ​ແບບ​ຍືນ​ຍົງ​ອີກ​ດ້ວຍ.

ກອງ​ປະ​ຊຸມວິ​ສາ​ຫະ​ກິດ ຫວຽດ​ນາມ ຮ່ວມ​ມື ແລະ ລົງ​ທຶນ​ຢູ່​ລາວ

ຍ​ສ​ໝ - ທ່ານ ຫງວຽນ​ບ໊າ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລາວ ໃຫ້​ຮູ້​ວ່າ ກອງ​ປະ​ຊຸມ​ໄດ້​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຮັບ​ເອົາ​ຄຳ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂອງ ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ພວມ​ລົງ​ທຶນ, ຮ່ວມ​ມື, ດຳ​ເນີນ​ທຸ​ລະ​ກິດ ຢູ່​ລາວ ເພື່ອ​ຍືນ​ສະ​ເໜີ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ປະ​ເທດ ພິ​ຈາ​ລະ​ນາແກ້​ໄຂ​ເພື່ອ​ແນ​ໃສ່​ມີ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ ແລະ ໜູນ​ຊ່ວ​ຍ​ບັນ​ດາ​ວິ​ສາ​ຫະ​ກິດ.

ລາວ - ຫວຽດນາມ ມີ ດ່ານຊາຍແດນສາກົນ ມີ 08 ແຫ່ງ

ປະຈຸບັນຢູ່ຕາມ ເສັ້ນຊາຍແດນ ລາວ - ຫວຽດນາມ ມີ ດ່ານຊາຍແດນສາກົນ ມີ 08 ແຫ່ງ.

ບັນດານັກລົງທຶນ ສສ ຫວຽດນາມມີ 414 ໂຄງການດ້ວຍຍອດ ຈຳນວນເງິນລົງທຶນ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ

ມາຮອດປະຈຸບັນ, ບັນດານັກລົງທຶນ ສສ ຫວຽດນາມມີ 414 ໂຄງການດ້ວຍຍອດ ຈຳນວນເງິນລົງທຶນ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ, ຕົກອັນດັບທີ 3 ໃນບັນດານັກລົງທຶນຢູ່ລາວ. ພິເສດ, ຢູ່ 10 ແຂວງຊາຍແດນຂອງ ສປປ ລາວ, ໄດ້ມີ 110 ໂຄງການລົງທຶນໂດຍກົງຂອງບັນດານັກລົງທຶນຫວຽດນາມ ...

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.