ຍສໝ - ນັບແຕ່ວັນທີ 5 – 14 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ. ແອັດໂຕເນຍ ຢ່າງເປັນທາງການ ເຂົ້າຮ່ວມກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 ຢູ່ສ.ຝລັ່ງ ແລະ ຢ້ຽມຢາມ ລາຊະອານາຈັກ ສະວິດຢ່າງເປັນທາງການ. ການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ເພື່ອແນໃສ່ຊຸກຍູ້ການພົວພັນກັບສາມປະເທດ ເອີລົບໃຫ້ຫຼາຍກ່ວາອີກ, ພ້ອມທັງປະກອບສ່ວນເຂົ້າຂໍ້ລິເລີ່ມ ແລະ ມາດຕະການອະນຸລັກຮັກສາ ແລະ ນຳໃຊ້ທະເລ ແລະ ມະຫາສະໝຸດ ແບບຍືນຍົງ.
ຍສໝ - ພາຍຫຼັງໂຮມ 2 ແຂວງ ເຂົ້າກັນ, ໜ້າທີ່ສຳຄັນແຖວໜ້າແມ່ນ ປັບປຸງຄວາມເປັນເອກະພາບດ້ານແນວຄິດ, ສ້າງຄວາມເຫັນດີເຫັນພ້ອມ, ເສີມຂະຫຍາຍມູນເຊື້ອປະຕິວັດ ແລະ ຄວາມຄາດຫວັງບືນຕົວຂຶ້ນຂອງທັງສອງແຂວງ.
ຍສໝ - ນັ້ນແມ່ນຄຳປາໄສຂອງທ່ານ Hari Babu Kambhampati - ຜູ້ວ່າການລັດ Odisha, ອິນເດຍ ເນື່ອງໃນໂອກາດການຢ້ຽມຢາມນະຄອນ ດານັງ ໃນວັນທີ 2 ມິຖຸນາ 2025.
ຍສໝ - ຕາມຂ່າວສານຫວຽດນາມ, ໜັງສືພິມເອເລັກໂຕຼນິກ ປະຊາຊົນ, ອົງການປາກເວົ້າຂອງສູນກາງພັກປະຊາຊົນປະຕິວັດລາວ ມີບົດຄວາມເນັ້ນໜັກວ່າ ຫວຽດນາມ ຢືນຢູ່ຈຸດເວລາ“ຄໍາ” ໃນປະຫວັດສາດເພື່ອຫັນປ່ຽນຢ່າງເຂັ້ມແຂງ, ກ້າວເຂົ້າສູ່ຍຸກແຫ່ງການເຕີບໂຕຂອງປະເທດຊາດ ດ້ວຍກຳລັງແຮງຫຼັກຄື ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ເຕັກໂນໂລຊີທັນສະໄໝ.
ຍສໝ - ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນກິມເຊີນ ໃຫ້ຮູ້ວ່າ ກະຊວງພວມກະກຽມບັນດາເງື່ອນໄຂເພື່ອສາມາດນຳພາສາລາວເປັນໜຶ່ງໃນ 8 ພາສາຕ່າງປະເທດທີ່ສອນຢູ່ບັນດາໂຮງຮຽນມັດທະຍົມ ຫວຽດນາມ. ໃນເບື້ອງຕົ້ນຈະຜັນຂະຫຍາຍທົດລອງສໍາລັບນັກສຶກສາຢູ່ເຂດຊາຍແດນ, ຫຼັງຈາກນັ້ນ ເປີດກວ້າງເມື່ອກະກຽມຄູອາຈານທີ່ພຽງພໍ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ (1975 - 2025), ນະຄອນ ຮ່າໂນ້ຍ ໄດ້ສົມທົບກັບສະຖານທູດ ເຢຍລະມັນ ຈັດຕັ້ງງານບຸນວັດທະນະທຳ ແລະ ແນະນຳປະກອບອາຊີບ, ເປີດກ້ວາງກາລະໂອກາດໃນການຮຽນຮູ້, ບຳລຸງສ້າງອາຊີບ ແລະ ວຽກເຮັກງານທຳໃຫ້ຊາວໜຸ່ມ.
ຍສໝ - ນະຄອນ ໂຮ່ຈີມິນ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືກັບບັນດານະຄອນຂອງອີຕາລີຄື Torino, Genoa ແລະ Milan ໃນບັນດາຂົງເຂດທ່ອງທ່ຽວ, ອະນຸລັກຮັກສາມໍລະດົກ, ການພັດທະນາທ່າເຮືອ, ການຜະລິດພະລັງງານທົດແທນ, ພັດທະນາພື້ນຖານໂຄງລ່າງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ຍສໝ - ຕອນບ່າຍວັນທີ 1 ມິຖຸນາ, ຢູ່ເມືອງ ເທືອງຊ່ວນ (ແຂວງ ແທັງຮວ່າ), ອົງການ World Vision International ປະຈໍາ ຫວຽດນາມ ໄດ້ສົມທົບກັບສະຖາບັນໂພຊະນາຫານແຫ່ງຊາດ ແລະ ຄະນະກໍາມະການປະຊາຊົນເມືອງ ເທືອງຊ່ວນ ໄດ້ຈັດຕັ້ງວັນບຸນຊຸມຊົນ “ບໍາລຸງລ້ຽງດ້ວຍຄວາມຮັກ”. ກິດຈະກໍາດັ່ງກ່າວແມ່ນເພື່ອຕອບສະຫນອງເດືອນຂອງການປະຕິບັດສໍາລັບເດັກນ້ອຍ ແລະວັນທາດບຳລຸງໂພຊະນາການ.
ຍສໝ - “ວັນຄອບຄົວ” ແມ່ນຫົວຂໍ້ຂອງບັນດາການເຄື່ອນໄຫວນັບແຕ່ວັນທີ 1-30 ມິຖຸນາຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ, ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ.
ຍສໝ - ວັດສະດຸພລາສຕິກຫຼາຍກວ່າ 1,000 ກິໂລຈະຖືກນຳມາລີໄຊເຄີນເປັນໂຕະ, ຕັ່ງ 60 ຊຸດ ແລະ ພວງກະແຈທີ່ມີສີສັນຫຼາຍຮ້ອຍອັນເພື່ອມອບໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ. ນີ້ແມ່ນຂໍ້ມູນດັ່ງກ່າວໄດ້ຖືກແບ່ງປັນທີ່ພິທີສະຫຼຸບໂຄງການ “A New Life for Waste - ວົງຈອນຊີວິດໃໝ່ໃຫ້ສິ່ງເສດເຫຼືອ” ແລະ ພິທີມອບລາງວັນການເສັງປະດິດແຕ່ງ “ເດັກນ້ອຍປະຕິບັດເພື່ອສິ່ງແວດລ້ອມ” 2025 ໄດ້ຈັດຕັ້ງໂດຍອົງການ Good Neighbors International (GNI) ໃນຕອນເຊົ້າວັນທີ 2 ມິຖຸນາ ຢູ່ຮ່າໂນ້ຍ.
ຍສໝ - ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານຮັກສາການຫົວໜ້າຄະນະການຕ່າງປະເທດສູນກາງລາວ ບຸນເລີດ ພັນທະນູວົງ, ຕອນບ່າຍວັນທີ 2 ມິຖຸນານີ້ ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ມີການເຈລະຈາກັບທ່ານຮັກສາການຫົວໜ້າຄະນະການຕ່າງປະເທດສູນກາງລາວ ບຸນເລີດ ພັນທະນູວົງ.
ຍສໝ - ແຕ່ວັນທີ 19-31 ພຶດສະພາ, ທີ່ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໄດ້ດຳເນີນສັບປະດາແລກປ່ຽນວັດທະນະທຳສາກົນ 2025, ດຶງດູດນັກສຶກສາພາຍໃນ ແລະ ຕ່າງປະເທດນັບພັນຄົນເຂົ້າຮ່ວມ. ເຫດການດັ່ງກ່າວ ໄດ້ນຳມາພື້ນທີ່ແລກປ່ຽນຫຼາຍວັດທະນະທຳ, ຊຸກຍູ້ການເຊື່ອມຕໍ່ຊຸມຊົນ ແລະ ເຜີຍແຜ່ຈິດໃຈອາສາສະໝັກຂອງຊາວໜຸ່ມ.
ຍສໝ - ໃນລະຫວ່າງວັນທີ 2-7 ມິຖຸນາ, ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດ້ດຶກຢຸຍ ໄດ້ນຳພາຄະນະປະຕິບັດງານເກືອບ 50 ອົງການ, ວິສາຫະກິດ, ສະມາຄົມຂະແໜງການກະເສດ ຫວຽດນາມ ໄປຢ້ຽມຢາມ, ເຮັດວຽກ, ຊອກຫາກາລະໂອກາດສົ່ງເສີມການຄ້າ ແລະ ນຳເຂົ້າສິນຄ້າກະສິກຳ, ປ່າໄມ້, ການປະມົງຈາກ ອາເມລິກາ.
ຍສໝ - ວັນທີ 31 ພຶດສະພາ, ສະຫະພັນບັນດາອົງການມິດຕະພາບນະຄອນ ດ່າໜັງ ສົມທົບກັບມະຫາວິທະຍາໄລສຶກສາ - ມະຫາວິທະຍາໄລ ດ່າໜັງ ໄດ້ຈັດຕັ້ງຮອບຊີງຊະນະເລີດ “ງານປະກວດເວົ້າພາສາຫວຽດນາມ ຄັ້ງທີ 1 ສໍາລັບຊາວຕ່າງປະເທດຢູ່ເຂດພາກກາງ - ດ່າໜັງ 2025”.
ຍສໝ - ໃນວັນທີ 31 ພຶດສະພາ - 1 ມິຖຸນານີ້, ການສຳມະນາສາກົນດ້ວຍຫົວຂໍ້ “ຄວາມສຳຄັນຂອງການສິດສອນ, ການປົກປັກຮັກສາພາສາຫວຽດນາມ ແລະ ວັດທະນະທຳ ຫວຽດນາມ ສຳລັບປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ” ໄດ້ໄຂຂຶ້ນຢູ່ນະຄອນ Fukuoka ປະເທດ ຍີ່ປຸ່ນ.ເຫດການດັ່ງກ່າວໂດຍກົງສຸນໃຫຍ່ຫວຽດນາມ ປະຈໍາ Fukuoka ສົມທົບກັບສະມາຄົມຫວຽດນາມ ປະຈໍາ Fukuoka ຈັດຕັ້ງ, ນອນໃນບັນດາການເຄື່ອນໄຫວຕອບສະໜອງໂຄງການ “ວັນເຊີດຊູພາສາຫວຽດນາມ ໃນຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດໄລຍະ 2023-2030” ແລະ ແຜນການຜັນຂະຫຍາຍວັນເຊີດຊູພາສາຫວຽດນາມ ປີ 2025 ຂອງກະຊວງການຕ່າງປະເທດ.
ຍສໝ - ໃນຂອບເຂດການໄປຢ້ຽມຢາມສາທາລະນະລັດ ອາຟະລິກາໃຕ້ ແຕ່ວັນທີ 28 ພຶດສະພາຫາວັນທີ 3 ມິຖຸນາ, ຄະນະຜູ້ແທນນະຄອນ ຮ່າໂນ້ຍ ນຳໜ້າໂດຍທ່ານນາງປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຫງວຽນລານເຮືອງ ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງ ເພື່ອຊຸກຍູ້ການພົບປະແລກປ່ຽນປະຊາຊົນ ແລະ ສຳຫຼວດຕົວແບບພັດທະນາການທ່ອງທ່ຽວຊຸມຊົນຢູ່ບັນດານະຄອນໃຫຍ່ຂອງອາຟຣິກາໃຕ້. ບັນດາການເຄື່ອນໄຫວໄດ້ປະກອບສ່ວນເປີດກວ້າງການຮ່ວມມືລະຫວ່າງ ຮ່າໂນ້ຍ ແລະ ບັນດາທ້ອງຖິ່ນອາຟຼິກາໃຕ້, ພ້ອມທັງໂຄສະນາຮູບພພາບນະຄອນຫຼວງທີ່ຂະຫຍັນຂັນເຄື່ອນ ແລະ ເປັນເອກະລັກສະເພາະເຖິງເພື່ອນມິດສາກົນ.
ຍສໝ - ວັນທີ 31 ພຶດສະພານີ້, ສະຖານທູດຫວຽດນາມ ປະຈຳ ບຣາຊິນ ໄດ້ເຂົ້າຮ່ວມງານຕະຫຼາດນັດສາກົນ ອາຫານ - ວັດທະນະທຳ2025, ແມ່ນເຫດການປະຈຳປີຂອງຄະນະປະຕິບັດງານການທູດ ໄດ້ຈັດຕັ້ງຢູ່ຫໍພິພິທະພັນສິລະປະ Brasília.
ຍສໝ - ຫວຽດນາມ ພວມປະຕິບັດນະໂຍບາຍປ້ອງກັນຊາດ, ຄື: ບໍ່ເຂົ້າຮ່ວມສຳພັນທະມິດການທະຫານ; ບໍ່ຮ່ວມສຳພັນກັບປະເທດນີ້ເພື່ອຕ້ານປະເທດອື່ນ...
ຍສໝ - ວັນທີ 30 ພຶດສະພາ, ຢູ່ແຂວງ ຮ່າຕິ້ງ, ບັນດາປ້ອມປ້ອງກັນຊາຍແດນພູດອຍ ຂຶ້ນກັບທະຫານຊາຍແດນແຂວງ ຮ່າຕິ້ງ ໄດ້ຈັດຕັ້ງພິທີລົງນາມໃນການແຮກສ່ຽວກັບບັນດາຫົວໜ່ວຍປະຕິບັດໜ້າທີ່ປ້ອງກັນຊາຍແດນຂອງກອງບັນຊາການທະຫານແຂວງຄໍາມ່ວນ, ສປປ ລາວ.
ຍສໝ - ທີ່ການໂອ້ລົມສົນທະນາ, ບັນດາວິສາຫະກິດ, ສະຫະສະມາຄົມວິສາຫະກິດສະແດງຄຳໝັ້ນສັນຍາເຄື່ອນໄຫວຖືກຕາມກົດໝາຍ, ສັດຊື່, ມີຄວາມຮັບຜິດຊອບຕໍ່ສັງຄົມ.