![]() |
ທ່ານລັດຖະມົນຕີ ຟານວັນຢາງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ Shangri La. (ພາບ: vovworld.vn) |
ການໂອ້ລົມສົນທະນາ Shangri La ປີ 2025 ພວມຈັດຂຶ້ນຢູ່ ສິງກະໂປ, ໃນວາລະປຶກສາຫາລື “ຮັບປະກັນຄວາມສະຖຽນລະພາບໃນໂລກແກ່ງແຍ້ງ” ຈັດຂຶ້ນໃນຕອນເຊົ້າວັນທີ 31 ພຶດສະພາ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ມີບົດກ່າວປາໄສສຳຄັນກ່ຽວກັບນະໂຍບາຍການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງ ຫວຽດນາມ.
ທ່ານລັດຖະມົນຕີ ຟານວັນຢາງ ໄດ້ຍົກອອກຫຼາຍບັນຫາໄດ້ຜັນແປທີ່ບໍ່ເຄີຍມີມາກ່ອນ, ການແຍ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ພວມນັບມື້ນັບຮ້ອນເຮັ່ງ, ເປີດກວ້າງນັບທັງຂອບເຂດ, ຄວາມເພີ່ມລະດັບ ກໍຄືລັກສະນະສູ້ຢັນກັນ. ຄວາມສ່ຽງຊ່ວງເສັງດ້ານອາວຸດ, ການປະທະກັນດ້ານການທະຫານກໍ່ນັບມື້ນັບເຄັງຕຶງຂຶ້ນຕື່ມ.
ເມື່ອເຕື້ອງເຖິງນະໂຍບາຍປ້ອງກັນຊາດຂອງ ຫວຽດນາມ, ທ່ານລັດຖະມົນຕີ ຟານວັນຢາງ ຢືນຢັນວ່າ, ຫວຽດນາມ ພວມປະຕິບັດ 4 ນະໂຍບາຍປ້ອງກັນຊາດ, ຄື: ບໍ່ເຂົ້າຮ່ວມສຳພັນທະມິດການທະຫານ; ບໍ່ຮ່ວມສຳພັນກັບປະເທດນີ້ເພື່ອຕ້ານປະເທດອື່ນ; ບໍ່ໃຫ້ປະເທດໃດຕັ້ງຖານທີ່ໝັ້ນດ້ານການທະຫານ ຫຼື ນຳໃຊ້ຜືນແຜ່ນດິນເພື່ອຕ້ານຄືນປະເທດອື່ນ; ແລະ ບໍ່ນຳໃຊ້ກຳລັງແຮງ ຫຼື ນາບຂູ່ນຳໃຊ້ອາວຸດໃນການພົວພັນກັບສາກົນ. ໃນບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີ ຟານວັນຢາງ, ຖືວ່າ:
“ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ ແລະ ຢືດໝັ້ນການແກ້ໄຂທຸກຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ເຄົາລົບກົດບັດຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982); ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໃຫ້ມີປະສິດທິຜົນ ແລະ ຄົບຖ້ວນ. ຫວຽດນາມ ປາດຖະໜາຢາກສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ”.
ທ່ານລັດຖະມົນຕີ ຟານວັນຢາງ ໄດ້ຕີລາຄາສູງການໂອ້ລົມສົນທະນາ Shangri La ກໍຄືບັນດາເວທີປາໄສຄວາມໝັ້ນຄົງສຳຄັນອື່ນໃນໂລກ, ສ້າງໂອກາດໃຫ້ບັນດາປະເທດແບ່ງປັນທັດສະນະ, ແລກປ່ຽນ ແລະ ເຈລະຈາ; ມີຄວາມຕິດພັນ, ເຂົ້າໃຈເຊິ່ງກັນແລະກັນຫຼາຍກວ່າ; ຜ່ານນັ້ນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນກວ່າ.
ມີງດຶກ