World Vision ຊຸກຍູ້ການດູແລໂພຊະນາຫານຢ່າງຄົບຖ້ວນໃຫ້ແກ່ເດັກນ້ອຍຫວຽດນາມ

09:10 | 04/06/2025

ຍສໝ - ຕອນບ່າຍວັນທີ 1 ມິຖຸນາ, ຢູ່ເມືອງ ເທືອງຊ່ວນ (ແຂວງ ແທັງຮວ່າ), ອົງການ World Vision International ປະຈໍາ ຫວຽດນາມ ໄດ້ສົມທົບກັບສະຖາບັນໂພຊະນາຫານແຫ່ງຊາດ ແລະ ຄະນະກໍາມະການປະຊາຊົນເມືອງ ເທືອງຊ່ວນ ໄດ້ຈັດຕັ້ງວັນບຸນຊຸມຊົນ “ບໍາລຸງລ້ຽງດ້ວຍຄວາມຮັກ”. ກິດຈະກໍາດັ່ງກ່າວແມ່ນເພື່ອຕອບສະຫນອງເດືອນຂອງການປະຕິບັດສໍາລັບເດັກນ້ອຍ ແລະວັນທາດບຳລຸງ​ໂພ​ຊະ​ນາ​ການ.

World Vision ພ້ອມກັບ ຫວຽດນາມ ເພື່ອປົກປ້ອງເດັກນ້ອຍໃນທາງອິນເຕີເນັດ
ບັນດາຮູບພາບທຳອິດຂອງທີມແຂ່ງລົດຈັກນ້ຳ UIM-ABP Aquabike World Championship 2024
World Vision ຊຸກຍູ້ການດູແລໂພຊະນາຫານຢ່າງຄົບຖ້ວນໃຫ້ແກ່ເດັກນ້ອຍຫວຽດນາມ

Ngày hội cộng đồng “Nuôi dưỡng trong tình yêu thương”. (Ảnh: WVIV)

ວັນບຸນຊຸມຊົນ “ບໍາລຸງລ້ຽງດ້ວຍຄວາມຮັກ”. (ພາບ: WVIV)

​ເຫດການ​ດັ່ງກ່າວ​ໄດ້​ດຶງ​ດູດ​ກ່ວາ 300 ຄົນ, ​ເດັກນ້ອຍພ້ອມກັບຜູ້ຕາງໜ້າ​ບັນດາ​ອົງການ​ການແພດ ​ແລະ ​ອົງການ​ຈັດ​ຕັ້ງ​ສາກົນ​ເຂົ້າ​ຮ່ວມ​ໃນ​ຂອບ​ເຂດ​ຂໍ້​ລິ​ເລີ່ມ “​ໂພຊະນາຫານພຽງພໍ - ENOUGH”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​​ໃນ​ສະພາບ​ການ​ຂາດ​ທາດບຳລຸງ​ໂພ​ຊະ​ນາ​ການ​ເຊັ່ນ: ວິ​ຕາ​ມິນ A, ທາດ​ເຫຼັກ, ສັງກະສີ... ທີ່​ຍັງ​ຄົງ​ມີ​ຜົນ​ສະທ້ອນ​ຢ່າງ​ບໍ່​ຢຸດ​ຢັ້ງ​ຕໍ່​ການ​ພັດທະນາ​ຢ່າງ​ຮອບດ້ານ​ຂອງ​ເດັກນ້ອຍ, ພິ​ເສດ​ແມ່ນ​ຢູ່​ເຂດ​ພູດ​ອຍ ​ແລະ ຊົນນະບົດ.

ທີ່​ງານ​ບຸນ, ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື: ການ​ກວດ​ ແລະ ໃຫ້ຄຳປຶກສາ​ໂດຍ​ກົງກັບ​ທ່ານ​ໝໍ​ຈາກ​ສະ​ຖາ​ບັນໂພຊະນາຫານ​ແຫ່ງ​ຊາດ; ການເສີມວິຕາມິນ A ສໍາລັບເດັກນ້ອຍອາຍຸຕ່ໍາກວ່າ 5 ປີ; ​ໄດ້ລົງຕົວຈິງກ່ຽວກັບ​ບັນດາ​ຄາບອາຫານບູດ​​ທີ່​ມີ​ທາດ​ບຳລຸງ, ສຸຂະ​ອະນາ​ໄມ​ສ່ວນ​ຕົວ, ການ​ປຸງ​ແຕ່ງ​ອາຫານທີ່​ປອດໃສ, ​ມຸມ​ສ້າງສັນ​ໃຫ້​ແກ່​ເດັກນ້ອຍ... ບັນດາ​ກິດຈະກຳ​ບໍ່​ພຽງ​ແຕ່ສະໜອງ​ໃຫ້​ຄວາມ​ຮູ້​ຢ່າງ​ສົດ​ໃສ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ຝຶກ​ຝົນ​ຫຼໍ່​ຫຼອມ​ຢູ່ທີ່ນີ້ ບັນດາທັກສະດູແລໂພຊະນາ​ການ​ຢ່າງ​ມີ​ປະສິດທິ​ຜົນ​.

World Vision ຊຸກຍູ້ການດູແລໂພຊະນາຫານຢ່າງຄົບຖ້ວນໃຫ້ແກ່ເດັກນ້ອຍຫວຽດນາມ

ການເສີມວິຕາມິນ A ສໍາລັບເດັກນ້ອຍຕ່ໍາກວ່າ 5 ປີ. (ພາບ: WVIV)

​ໃນຂອບເຂດ​ລາຍການ​ກໍ່ດຳເນີນ​ຍັງ​ talkshow ທີ່​ມີ​ຊື່ວ່າ “ການ​ລ້ຽງ​ດູ​ດ້ວຍ​ຄວາມ​ຮັກ” ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ຊ່ຽວຊານ, ພໍ່​ແມ່ຜູ້ປົກຄອງ ​ແລະ ພະນັກງານ​ແພດ. ຢູ່​ທີ່​ນີ້, ທ່ານ​ຮອງ​ສາດສະດາຈານ, ປອ ຫງວຽນ​ຈ້ອງ​ຮຶງ (ສະ​ຖາ​ບັນ​ໂພ​ຊະ​ນາ​ການ​ແຫ່ງ​ຊາດ) ​ໄດ້​ກ່າວ​ເຕືອນ​ກ່ຽວ​ກັບ​ຜົນ​ກະທົບ​​ຂອງ​ຄວາມ​ຮຸນ​ແຮງ​ທາງ​ຈິດ​ໃຈ​ໃນ​ຄາບ​ອາຫານ. ໃນຫຼາຍໆຄອບຄົວໃນມື້ນີ້, ຄາບອາຫານຂອງເດັກນ້ອຍບໍ່ແມ່ນຄວາມສຸກອີກຕໍ່ໄປແຕ່ໄດ້ກາຍເປັນ "ສົງຄາມ". ພໍ່​ແມ່​ຫຼາຍ​ຄົນ “ສິ້ນ​ຫວັງ” ເພາະ​ລູກ​ຂອງ​ເຂົາ​ເຈົ້າ​ເປັນ​ຄົນ​ຂີ້​ຄ້ານ​ກິນ… ແລະ​ໄດ້​ໃຊ້​ມາດ​ຕະ​ການຢ່າງຫຍໍ້ທໍ້​ໂດຍ​ບໍ່​ຕັ້ງ​ໃຈ​ເຊັ່ນ ຮ້າຍດ່າ ​ແລະ ​ບັງ​ຄັບ​ໃຫ້​ເຂົາ​ເຈົ້າ​ກິນ. ບັນດາການກະທໍາເຫຼົ່ານີ້ມີຜົນກະທົບຢ່າງຫຍໍ້ທໍ້ທາງດ້ານຮ່າງກາຍ ແລະ ຈິດໃຈຂອງເດັກນ້ອຍ, ຜົນກະທົບຕໍ່ຂະບວນການຍ່ອຍອາຫານ ແລະ ຮັບເອົາໂພຊະນາຫານ.

ທ່ານ ປອ ​ດຣ ຫງວຽນ​ແອງຫ​ວູ, ຜູ້ຈັດການ​ໂຄງການ​ສຸຂະພາບ ​ແລະ ໂພຊະນາຫານ, ອົງການ World Vision International ປະຈຳ ຫວຽດນາມ ​ໄດ້​ໃຫ້​ຄຳ​ເຫັນ​ທີ່​ແທດ​ຈິງ ​ເພື່ອ​ຜ່ານ​ຜ່າ​ສະພາບ​ການ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ ​ເຊັ່ນ: ຊຸກຍູ້​ໃຫ້​ເດັກ​ກິນ​ອາຫານ ​ໂດຍ​ສ້າງ​ນິໄສ​ການ​ກິນ​ໃຫ້​ທັນ​ເວລາ ​ເພື່ອ​ໃຫ້​ຮ່າງກາຍ​ຂອງ​ເດັກ​ສາມາດ​ປັບ​ຕົວ; ຜູ້ເບິ່ງແຍງບໍ່ຄວນລົບກວນໃນເວລາໃຫ້ເດັກກິນ, ເວົ້າກັບເດັກນ້ອຍ; ນຳສະເໜີເຍື່ອງອາຫານທີ່ໜ້າສົນໃຈ ແລະ ຫຼາກຫຼາຍຊະນິດ; ສົ່ງເສີມໃຫ້ເດັກນ້ອຍພ້ອມກັບເຂົ້າຮ່ວມໃນຂະບວນການກະກຽມຄາບອາຫານ...

ລາຍການດັ່ງກ່າວໄດ້ຈົບລົງດ້ວຍສານ “ເດັກນ້ອຍຕ້ອງການການດູແລຢ່າງຮອບດ້ານໃນຄວາມຮັກແພງຂອງຄອບຄົວ ແລະ ສັງຄົມ”, ພ້ອມກັນນັ້ນ ໄດ້ເປີດການເດີນທາງໃໝ່ຄື: ການຮ່ວມສຳພັນເພື່ອນຳເອົາຊີວິດທີ່ມີສຸຂະພາບແຂງແຮງ, ສົມບູນ ແລະ ມີຄວາມສຸກໃນຄວາມຮັກມາສູ່ເດັກນ້ອຍທຸກຄົນ.

World Vision ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ກ່​ວາ​ອີກ​ຕໍ່​ເດັກ​ນ້ອຍ ຫວຽດ​ນາມ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ World Vision ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ກ່​ວາ​ອີກ​ຕໍ່​ເດັກ​ນ້ອຍ ຫວຽດ​ນາມ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

ຍ​ສ​ໝ - ທີ່​ການ​ພົບ​ປະ, ຜູ້ຕາງໜ້າ WVI ​ໃຫ້​ຮູ້​ວ່າ: ພວມ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ດຳ​ເນີນ​ງານ​ໄລຍະ 2023-2027 ​ເພື່ອ​ແນ​ໃສ່​ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ WVI ກັບ​ບັນດາ​ຄູ່​ຮ່ວມ​ມື, ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ບັນດາ​ໂຄງການ, ປະກອບສ່ວນ​ພັດທະນາ​ແບບ​ຍືນ​ຍົງ​ຢູ່ຫວຽດນາມ.

World Vision ຫວຽດນາມຝຶກຝົນທັກສະການໃຊ້ຊີວິດໃຫ້ເດັກນ້ອຍຢູ່ແຂວງແທັງຮົວ World Vision ຫວຽດນາມຝຶກຝົນທັກສະການໃຊ້ຊີວິດໃຫ້ເດັກນ້ອຍຢູ່ແຂວງແທັງຮົວ

ຍ​ສ​ໝ - ອົງການ World Vision ຫວຽດນາມ ຈັດຊຸດຝຶກອົບຮົມ “ຂໍ້ລິເລີ່ມການໝູນ​ໃຊ້ນະໂຍບາຍຂອງເດັກນ້ອຍ” ໃຫ້ແກ່ເດັກນ້ອຍຫຼັກແຫຼ່ງ​ 27 ຄົນ ຢູ່ຕາແສງອຽນຫຼ໊າກ, ເມືອງຍື່ແທັງ, ແຂວງແທັງ​ຮົວ.

ແທັງຮັ່ງ

ເຫດການ