ຍສໝ - ນັ້ນແມ່ນການເຂົ້າຮ່ວມຂອງທ່ານປະທານສະພາສູງກຳປູເຈຍ Samdech Techo Hun Sen ໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025) ທີ່ຈັດຂຶ້ນໃນຕອນຄ່ຳວັນທີ 21 ສິງຫາ ຢູ່ນະຄອນຫຼວງ ພະນົມເປັນ. ເຫດການໂດຍສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ໄດ້ຈັດຕັ້ງໂດຍມີການເຂົ້າຮ່ວມຂອງການນຳຂັ້ນສູງ ກຳປູເຈຍ, ແຂກສາກົນເປັນຈຳນວນຫຼວງຫຼາຍ, ນັກວິສາຫະກິດ ແລະ ປະຊາຄົມຊາວຫວຽດນາມ ພວມອາໄສ, ຮ່ຳຮຽນຢູ່ ກຳປູເຈຍ.
ຍສໝ - ຕອນຄ່ຳວັນທີ 21 ສິງຫາ, ຢູ່ສະໜາມຫຼວງ ບາດິ່ງ (ຮ່າໂນ້ຍ), ຕອນຝຶກແອບສວນສະໜາມຄັ້ງທຳອິດ ເພື່ອມຸ່ງໄປເຖີງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ໄຂຂຶ້ນ ດ້ວຍການເຂົ້າຮ່ວມຂອງພະນັກງານ, ນາຍ, ທະຫານ, ຕຳຫຼວດ, ພ້ອມກັບກຳລັງທະຫານທີ່ມາຈາກສ.ລັດເຊຍ, ລາວ, ກຳປູເຈຍ 16.300 ຄົນ.
ຍສໝ - ເກືອບ 80 ປີ ຫຼັງຈາກປະທານ ໂຮ່ຈີມິນ ໄປຝຣັ່ງ ເພື່ອເຂົ້າຮ່ວມກອງປະຊຸມ Fontainebleau, ລູກສາວລ້ຽງຂອງປະທານ ໂຮ່ຈີມິນ - ທ່ານນາງ Elisabeth Helfer Aubrac, ທີ່ຮັກແພງໃນນາມ Babette - ພວມກະກຽມກັບເມືອ ຫວຽດນາມ ເນື່ອງໃນໂອກາດວັນຊາດ 2 ກັນຍາ ປີນີ້, ເຊິ່ງຫວຽດນາມ ສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ. ສໍາລັບທ່ານນາງ, ມັນບໍ່ແມ່ນພຽງແຕ່ການເດີນທາງ, ແຕ່ເປັນການກັບຄືນໄປສະຖານທີ່ທີ່ທ່ານນາງມີສ່ວນຫນຶ່ງຂອງຄວາມຊົງຈໍາໃນໄວເດັກ, ຕິດກັບພໍ່ອຸປະຖຳທີ່ຮັກແພງ.
ຍສໝ - ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງລາວ ຢືນຢັນວ່າ: ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ ບໍ່ພຽງແຕ່ແມ່ນຄວາມພາກພູມໃຈຂອງປະຊາຊົນຫວຽດນາມເທົ່ານັ້ນ ຫາກຍັງແມ່ນຄວາມຜາສຸກທົ່ວປວງຊົນຂອງປະຊາຊົນລາວ.
ຍສໝ - ວັນທີ 30 ເມສາ 2025, ຢູ່ນະຄອນຫຼວງ Tashkent, ໝູ່ປະຊາຊົນອຸສເບກີສະຖານ ໄດ້ຊົມບັນດາຮູບພາບອັນລ້ຳຄ່າກ່ຽວກັບການຢ້ຽມຢາມປະເທດນີ້ຂອງປະທານໂຮ່ຈີມິນ ໃນປີ 1959 ເປັນຄັ້ງທຳອິດ. ພາຍຫຼັງກວ່າເຄິ່ງສັດຕະວັດແລ້ວ, ບັນດາຮູບພາບເຫຼົ່ານີ້ບໍ່ພຽງແຕ່ເປັນຂີດໝາຍປະຫວັດສາດເທົ່ານັ້ນ ຫາກຍັງເປັນຂົວເຊື່ອມຕໍ່ອະດີດກັບປະຈຸບັນ. ຜູ້ລິເລີ່ມ ແລະ ສືບຕໍ່ ເພີ່ມພູນຄູນສ້າງຂົວແຫ່ງນີ້ ແມ່ນທ່ານ Alisher Rustamovich Mukhamedov, ປະທານສະມາຄົມມິດຕະພາບ ອຸສເບກີສະຖານ - ຫວຽດນາມ, ເປັນເພື່ອນພິເສດຂອງ ຫວຽດນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ, ວັນຊາດ 2 ກັນຍາ ແລະ ວັນມູນເຊື້ອຂອງຂະແໜງການທາງການທູດ, ວັນທີ 20 ສິງຫາ, ການນຳຂອງພັກ, ລັດ, ແນວໂຮມ ແລະ ບັນດາກະຊວງ, ຄະນະ, ຂະແໜງການຂອງລາວ ໄດ້ມາອວຍພອນສະຖານທູດຫວຽດນາມ ປະຈຳ ລາວ. ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ສສ ຫວຽດນາມ ຫງວຽນແມິງເຕີມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຮູ້ບຸນຄຸນການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າ ແລະ ສຸດຈິດສຸດໃຈຂອງພັກ, ລັດ ແລະ ປະຊາຊົນລາວ.
ຍສໝ - ໃນຄວາມຊົງຈຳຂອງທ່ານ Viktor Alekseevich Petrov, ອະດີດສະມາຊິກຄະນະກຳມະການສາມັກຄີອາຊີ - ອາຟຣິກາ ແລະ ຄະນະກຳມະການ ໂຊວຽດ ໜູນຊ່ວຍຫວຽດນາມ ຂຶ້ນກັບພັກກອມມູນິດສະຫະພາບໂຊວຽດ ແຕ່ປີ 1973 – 1991, ຂະບວນການສາມັກຄີກັບຊາວຫວຽດນາມໃນສະຫະພາບໂຊວຽດ ແລະ ໃນທົ່ວໂລກແມ່ນ “ບໍ່ເຄີຍມີມາກ່ອນ”. ນັບແຕ່ມື້ທີ່ບືນຕົວຂຶ້ນຕ້ານສົງຄາມຈົນຮອດປະຈຸບັນ, ອາຍຸ 80 ກວ່າປີ, ລາວຍັງຄົງຮັກສາຄວາມຮັກພັກດີຕໍ່ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 19 ສິງຫາ, ຢູ່ສໍານັກງານໃຫຍ່ສະຖານທູດຫວຽດນາມ ປະຈໍາ ກຳປູເຈຍ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ຫງວຽນມິງຫວູ ໄດ້ມີການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ກຳປູເຈຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 - 19 ສິງຫາ) 2025) ແລະ ວັນຊາດຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2025).
ຍສໝ - ໃນຂອບເຂດຊຸດອົບຮົມການສອນພາສາຫວຽດນາມ ໃຫ້ແກ່ບັນດາຄູອາຈານຫວຽດນາມ ຢູ່ຕ່າງປະເທດ ປີ 2025, ຄະນະຜູ້ຮຽນໄດ້ມີການເຄື່ອນໄຫວນອກຫຼັກສູດຫຼາຍຢ່າງຢູ່ຮ່າໂນ້ຍ ແລະ ແຂວງ ໄທງວຽນ.
ຍສໝ - ວັນທີ 19 ສິງຫາ, ລັດຖະບານ ເວເນຊູເອລາ ໄດ້ສົ່ງຄຳອວຍພອນອັນອົບອຸ່ນມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາສຳເລັດຜົນ. ເນື່ອງໃນໂອກາດນີ້, ລັດຖະບານ ເວເນຊູເອລາ ຢືນຢັນວ່າຈະສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບຫວຽດນາມ.
ຍສໝ - ມະຕິເລກທີ 59-NQ/TW ຂອງກົມການເມືອງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່ ແມ່ນທິດທາງເພື່ອຊ່ວຍໃຫ້ ຫວຽດນາມ ຍາດແຍ່ງກາລະໂອກາດ ແລະ ຜ່ານຜ່າບັນດາສິ່ງທ້າທາຍ ເພື່ອກາຍເປັນປະເທດທີ່ມີລາຍຮັບສູງໃນປີ 2045.
ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ , ຕອນບ່າຍວັນທີ 19 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ຂອງຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໂດຍສະຫາຍ ຫງວຽນແທ່ງເຕີມ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະ ເປັນຫົວໜ້າຄະນະຜູ້ແທນ, ໄດ້ໂອ້ລົມສົນທະນາກັບຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກ ປະຊາຊົນປະຕິວັດລາວ ນຳໂດຍສະຫາຍ ບຸນສະດີ ທະນາມມວງ, ຄະນະກຳມະການສູນກາງພັກ, ຮອງຫົວໜ້າຄະນະ ເປັນຫົວໜ້າຄະນະຜູ້ແທນ. ພ້ອມກັບການເຂົ້າຮ່ວມມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ.
ຍສໝ - ນຳເອົາຄວາມປາດຖະໜາຂອງພໍ່ - ພັນໂທກອງທັບເຮືອອາເມລິກາ Walter Eugene Wilber, ອະດີດນັກໂທດ ຫວາລໍ - ທ່ານ Thomas Eugene Wilber ມາ ຫວຽດນາມ ເປັນຄັ້ງທຳອິດໃນປີ 2014 ແລະ ຮອດທ້າຍປີ 2023 ໄດ້ກັບຄືນ 43 ຄັ້ງ. ມາເຖິງ ຫວາລໍ ຈາກຄວາມຊົງຈຳຂອງຄອບຄົວ, ແຕ່ຢູ່ທີ່ນັ້ນ, ລາວໄດ້ຮັບຄວາມໝາຍທີ່ໃຫຍ່ກວ່າຄື ການເດີນທາງແຫ່ງການປິ່ນປົວ ແລະ ຄວາມສາມາດໃນການປິ່ນປົວຜ່ານເວລາ ແລະ ຄວາມກະລຸນາ.
ຍສໝ - ການປະຕິວັດເດືອນສິງຫາ ຫຼື ເອີ້ນວ່າ ການລຸກຮືຂຶ້ນເດືອນສິງຫາ ໄດ້ສະແດງໃຫ້ເຫັນເຖິງຄວາມກ້າຫານຂອງພັກກອມມູນິດອິນດູຈີນ ໃນສະໄໝນັ້ນ, ປະຈຸບັນນີ້ແມ່ນພັກກອມມູນິດຫວຽດນາມ, ຂອງປະທານ ໂຮ່ຈີມິນ ແລະ ບັນດາຜູ້ນຳອື່ນໆ.
ຍສໝ - ນັບແຕ່ມື້ລົງທາງເພື່ອໜູນຊ່ວຍຫວຽດນາມ ຢູ່ ຈີເລ ມາຮອດການຢ້ຽມຢາມຫວຽດນາມ ໃນຫຼາຍປີຜ່ານມາ, ອະດີດປະທານາທິບໍດີ ຈີເລ Michelle Bachele ໄດ້ສະແດງບົດເພງເຊື່ອມໂຍງເຂົ້າກັບສອງປະເທດ. ນ້ຳໃຈນັ້ນ, ລຽບງ່າຍແຕ່ເລິກເຊິ່ງ, ເປັນເພື່ອນມິດທີ່ຈິງໃຈຂອງຫວຽດນາມ.
ຍສໝ - ປີ 1968, ຢູ່ຫ້ອງບັນຍາຍມະຫາວິທະຍາໄລ Sao Paulo (ບຣາຊິນ), ການສາຍຮູບເງົາກ່ຽວກັບສົງຄາມຫວຽດນາມ ໄດ້ເປີດຈຸດຫັນປ່ຽນຊີວິດຂອງຜູ້ບ່າວນັກສຶກສາໃໝ່ Pedro de Oliveira. ຈາກເວລານັ້ນ, ທ່ານໄດ້ເລີ່ມຕົ້ນການເດີນທາງຂອງຕົນໄປຍັງປະເທດໜຶ່ງໃນອີກດ້ານໜຶ່ງຂອງໂລກ. ເປັນເວລາກວ່າເຄິ່ງສະຕະວັດ, ທ່ານ Pedro de Oliveira ແມ່ນທັງນັກຂ່າວ ແລະ ນັກປະຫວັດສາດທີ່ດຸໝັ່ນຄົ້ນຄວ້າຫວຽດນາມ, ແລະແມ່ນ “ຂົວ” ທີ່ຕິດພັນກັບປະຊາຊົນສອງປະເທດຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ບຣາຊິນ.
ຍສໝ - ປະເທດຊາດພວມຢູ່ໃນໄລຍະຄວາມເບີກບານມ່ວນຊື່ນ ແລະ ມີການເຄື່ອນໄຫວສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ (2 ກັນຍາ 1945 – 2 ກັນຍາ 2025). 80 ປີຫລັງຈາກປະທານ ໂຮ່ຈີມິນ ອ່ານຖະແຫຼງການປະກາດເອກະລາດຢູ່ສະໜາມຫຼວງ ບາດິ່ງ ປະຫວັດສາດ, ຫວຽດນາມ ໄດ້ ແລະ ພວມກ້າວເຂົ້າສູ່ຍຸກເຊື່ອມໂຍງເຂົ້າກັບສາກົນຢ່າງບໍ່ຢຸດຢັ້ງ.
ຍສໝ - ໃນປີ 1973, ເມື່ອອາຍຸ 29 ປີ, ນາຍທະຫານໜຸ່ມ Botz László ມາຮອດ ຫວຽດນາມ ໃນສາຍຄະນະຜູ້ແທນ ຮົງກາລີ ຂຶ້ນກັບຄະນະກຳມະການຄວບຄຸມ ແລະ ກວດກາສາກົນ (ICCS) ທີ່ມີໜ້າທີ່ກວດກາການປະຕິບັດສັນຍາປາຣີ. ໜ້າທີ່ຮັກສາສັນຕິພາບນັ້ນໄດ້ເປີດປະຕູສູ່ຄວາມຜູກພັນຕະຫຼອດຊີວິດຂອງລາວຕໍ່ກັບປະເທດທີ່ມີຮູບຊົງ S - ຄວາມຮັກທີ່ຊື່ສັດທີ່ລາວໄດ້ສືບຕໍ່ເພີ່ມພູນຄູນສ້າງເປັນເວລາຫຼາຍກວ່າເຄິ່ງຫນຶ່ງສະຕະວັດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ (2 ກັນຍາ 1945 – 2 ກັນຍາ 2025), ທ່ານນາງ Anjuska Marija Weil, ປະທານສະມາຄົມມິດຕະພາບສະວິດ - ຫວຽດນາມ ໄດ້ແບ່ງປັນຄວາມຕື້ນຕັນໃຈເມື່ອໄດ້ເຫັນປະເທດ ເຊິ່ງນາງເຄີຍຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດກັບເພື່ອນມິດສາກົນ, ປະຈຸບັນໄດ້ພັດທະນາຢ່າງເຂັ້ມແຂງ ແລະ ເຊື່ອມຕໍ່ນັບມື້ນັບເລີກເຊິ່ງກັບສະວິດ.
ຍສໝ - ປີ 1969, ເມື່ອທົ່ວໂລກເອົາໃຈໃສ່ເຖິງກອງປະຊຸມ ປາຣີ, ຊາຍໜຸ່ມຊາວສະວິດ 3 ຄົນໄດ້ແຂວນທຸງແນວໂຮມປົດປ່ອຍຊາດ ພາກໃຕ້ຫວຽດນາມຢ່າງງຽບໆຢູ່ເທິງວິຫານ Notre Dame Paris. 50 ກວ່າປີຕໍ່ມາ, ສອງຄົນຄື Olivier Parriaux ແລະ Bernard Bachelard - ໄດ້ເດີນທາງຢູ່ຫວຽດນາມເປັນຄັ້ງທຳອິດ. ເຂົາເຈົ້າມາບໍ່ໄດ້ຮັບກຽດເທົ່ານັ້ນ, ຫາກຍັງຢືນຢັນວ່າ: ການເດີນທາງພ້ອມກັບຫວຽດນາມບໍ່ເຄີຍຢຸດຢັ້ງ.