Michelle Bachelet ​ແລະ ບົດ​ເພງ​ມິດຕະພາບ​ຫວຽດນາມ - ຈີ​ເລ

15:21 | 19/08/2025

ຍສໝ - ນັບ​ແຕ່​ມື້ລົງທາງເພື່ອ​ໜູນ​ຊ່ວຍ​ຫວຽດ​ນາມ ຢູ່ ຈີ​ເລ ມາ​ຮອດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ໃນ​ຫຼາຍ​ປີ​ຜ່ານ​ມາ, ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ Michelle Bachele​ ໄດ້​ສະ​ແດງ​ບົດ​ເພງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສອງ​ປະ​ເທດ. ນ້ຳ​ໃຈ​ນັ້ນ, ລຽບ​ງ່າຍ​ແຕ່​ເລິກ​ເຊິ່ງ, ເປັນ​ເພື່ອນ​ມິດ​ທີ່​ຈິງ​ໃຈ​ຂອງ​ຫວຽດ​ນາມ.

ຫວຽດນາມ - Morocco ຊຸກຍູ້​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ສະມາຄົມ​ມິດຕະພາບ
ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ: ມະໂນພາບພັດທະນາ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ

ປີແຫ່ງການຕໍ່ສູ້ເພື່ອຫວຽດນາມ

ເກີດຢູ່ໃນຄອບຄົວທີ່ມີປະເພນີການຕໍ່ສູ້ເພື່ອປະຊາທິປະໄຕ, ທ່ານນາງ Bachelet ປະສົບກັບການສູນເສຍຫຼາຍ. ພາຍໃຕ້ລະບອບຜະເດັດການຢູ່ ຈີເລ, ພໍ່ຂອງທ່ານນາງ, ພົນຈັດຕະວາອາກາດນາຍພົນ Alberto Bachelet, ໄດ້ເສຍຊີວິດພາຍໃຕ້ການທໍລະມານ. ສ່ວນຕົວຂອງທ່ານນາງ ແລະ ເເມ່​ຂອງ​ທ່ານນາງ​ໄດ້​ຖືກ​ຈໍາ​ຄຸກ ​ແລະ​ ຫຼັງ​ຈາກ​ນັ້ນ​ໄດ້​ໃຊ້​ເວ​ລາ​ຫຼາຍ​ປີ​ໃນ​ການ​ເນລະ​ເທດ​ຢູ່​ຕ່າງ​ປະ​ເທດ. ໃນ​ສະ​ໄໝ​ນັ້ນ, ຫວຽດນາມ ​ໄດ້​ກາຍ​ເປັນ​ສັນຍາ​ລັກ​ແຫ່ງ​ເອກະລາດ ​ແລະ ຄວາມ​ປາດ​ຖະໜາ​ຢາກ​ມີ​ເສລີພາບ.

​ໃນ​ທ້າຍ​ຊຸມ​ປີ 1960, ຜູ້ສາວ Michelle Bachelet ​ແລະ ໝູ່​ເພື່ອນ​ໄດ້​ຍ່າງ​ຈາກ​ທ່າ​ກຳ​ປັ່ນ Valparaíso ​ໄປ​ຮອດ​ນະຄອນຫຼວງ Santiago, ການເດີນທາງ​ຫ່າງ​ປະມານ 200 ກິ​ໂລ​ແມັດ, ​ເພື່ອ​ປະ​ທ້ວງ​ສົງຄາມ​ຢູ່​ຫວຽດນາມ. 1969, ຊາວ​ເມືອງ Cerro Navia ຢູ່ Santiago ​ໄດ້​ຕັ້ງ​ຊື່ປະທານ ​ໂຮ່ຈີ​ມິນ ໃຫ້ສວນສາທາລະນະ​ແຫ່ງ​ໜຶ່ງ​, ເພື່ອ​ແນ​ໃສ່​ຮັກສາ​ພາບ​ພົດ​ຂອງ​ປະຊາຊົນ​ທີ່​ຢືດ​ຢຸ່ນ ​ແລະ ຜູ້ນຳ​ທີ່​ເຂົາ​ເຈົ້າ​ເຄົາລົບ.

​ໃນ​ຊຸມ​ປີ​ຕໍ່​ມາ, ບໍ່​ວ່າ​ຈະ​ຢູ່​ປະ​ເທດ​ຈີ​ເລ ຫຼື​ ຢູ່​ຕ່າງປະ​ເທດ, ທ່ານ​ນາງ Bachelet ​ແມ່ນ​ຢູ່​ໃນ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ເພື່ອຫວຽດນາມ. ແລກປ່ຽນກັບສື່ມວນຊົນຫວຽດນາມ ​ໃນ​ປີ 2023, ທ່ານ​ນາງ​ຫວນ​ຄືນ​ວ່າ ທີ່​ເວທີ​ປາ​ໄສ​ສາກົນ “ສະໜັບສະໜູນ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ” ​ໃນ​ຕົ້ນ​ຊຸມ​ປີ 1970, ທ່ານນາງ ​ແລະ ​ເພື່ອນ​ມິດ​ໄດ້​ອອກ​ຖະ​ແຫຼ​ງການ​ຕໍ່​ຕ້ານ​ສົງຄາມ ​ແລະ ​ເຂົ້າ​ຮ່ວມ​ຖະ​ແຫຼ​ງການ​ຮ່ວມ​ສະ​ແດງ​ຄວາມ​ສາມັກຄີ​ກັບ​ປະຊາຊົນ​ຫວຽດນາມ.

Michelle Bachelet ​ແລະ ບົດ​ເພງ​ມິດຕະພາບ​ຫວຽດນາມ - ຈີ​ເລ
ທ່ານ​ນາງ Michelle Bachelet, ໃນເວລານັ້ນ ເປັນປະທານາທິບໍດີຈີ​ເລ ​ໄດ້​ພົບ​ປະ​ກັບ​ທ່ານ ພົນເອກ ຫວໍ​ງວຽນ​ຢາ​ບ ​ໃນ​ການ​ຢ້ຽມຢາມ ຫວຽດນາມ ​ໃນ​ວັນ​ທີ 17 ກໍລະກົດ 2006. (ພາບ: ໜັງສືພິມ Tuoi Tre).

ປີ 1975, ໃນ​ຂະ​ນະ​ທີ່​ຢູ່ ອົດ​ສະ​ຕາ​ລີ, ທ່ານນາງ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ້ານ​ສົງ​ຄາມ, ສະ​ເຫຼີມ​ສະ​ຫຼອງ​ວັນ​ທີ 30 ເມ​ສາ​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ຊາດ​ຫວຽດ​ນາມ. “ເປັນຊ່ວງເວລາທີ່ໜ້າອັດສະຈັນໃຈ ເພາະພວກຂ້າພະເຈົ້າເຂົ້າຮ່ວມຫຼາຍກິດຈະກຳສາມັກຄີເພື່ອສະໜັບສະໜູນຊາວຫວຽດນາມ, ພວກຂ້າພະເຈົ້າຮ່ວມກັນຮ້ອງເພງສະເຫຼີມສະຫຼອງໄຊຊະນະຂອງຊາວ ຫວຽດນາມ. ພວກຂ້າພະເຈົ້າຮູ້ສຶກດີໃຈທີ່ສຸດ ເພາະປະຊາຊົນຫວຽດນາມ ໄດ້ຮັບໄຊຊະນະ ແລະ ສຸດທ້າຍແມ່ນວັນທ້ອນໂຮມປະເທດຊາດເປັນເອກະພາບ”, ທ່ານນາງເລົ່າຄືນ.

ຈາກ​ການ​ເຄື່ອນ​ໄຫວ​ສາມັກຄີ​ຢູ່ ຈີ​ເລ ​ເຖິງ​ບັນດາ​ເວທີ​ປາ​ໄສ​ສາກົນ​ພາຍຫຼັງ, ຊື່​ຂອງ Michelle Bachelet ​ໄດ້​ຕິດ​ພັນ​ກັບ​ບັນດາ​ຫາງ​ສຽງ​ໜູນ​ຊ່ວຍ​ຊາວ ຫວຽດນາມ. ທ່ານ​ນາງ​ໄດ້​ແບ່ງປັນ​ຫລາຍ​ຄັ້ງ​ວ່າ ປະທານ​ໂຮ່ຈິ​ມິນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ນຳ​ທີ່​ທ່ານ​ນາງ​ຊົມ​ເຊີຍ, ໂດຍ​ຜ່ານ​ການ​ຢ້ຽມຢາມ ​ແລະ ພົບ​ປະ​ກັບ​ບັນດາ​ການ​ນຳ ​ແລະ ປະຊາຊົນ ຫວຽດນາມ, ຄວາມ​ຮັກ​ແພງ​ນັບ​ມື້​ນັບ​ເລິກ​ເຊິ່ງກ່ວາ​ອີກ.

ສືບຕໍ່ຂຽນເພງມິດຕະພາບ

ທ່ານ​ນາງ Bachelet ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ນຳ​ຕ່າງປະ​ເທດ​ທີ່​ມາ​ຢ້ຽມຢາມ ຫວຽດນາມ ​ຫຼາຍ​ທີ່​ສຸດ, ​ແມ່ນ 5 ຄັ້ງ (ນັບ​ແຕ່​ປີ 2023). ​ໃນ​ປີ 1977, ​ໃນ​ເວລາ​ຖືກ​ເນລະ​ເທດ, ທ່ານນາງ ໄດ້​ເດີນທາງ​ໄປ​ຫວຽດນາມ​ຢ່າງ​ລັບໆ​ກັບ​ຄະນະ​ຜູ້​ແທນ​ຈາກ​ພັກ​ສັງຄົມ​ນິຍົມ​ຈີ​ເລ​ເພື່ອ​ຮຽນ​ຮູ້​ປະສົບ​ການ. ຕໍ່​ມາ, ໃນ​ຖາ​ນະ​ເປັນ​ປະ​ທານາທິບໍດີ, ທ່ານ​ນາງ​ໄດ້​ມີ​ການ​ຢ້ຽມ​ຢາມ​ທາງ​ລັດ 2 ຄັ້ງ; ອີກອັນໜຶ່ງໃນຂະນະດຳລົງຕຳແໜ່ງເປັນຮອງເລຂາໃຫຍ່ອົງການສະຫະປະຊາຊາດ; ​ແລະ​ ​ໃນ​ປີ 2023, ທ່ານ​ນາງ​ໄດ້​ກັບ​ຄືນ​ເມືອ ຫວຽດນາມ ​ເພື່ອ​ສະ​ເຫຼີ​ມສະຫຼອງ 52 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ຈີ​ເລ.

​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ສອງອາຍຸການ (2006-2010, 2014-2018), ທ່ານ​ນາງ Bachelet ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ພົວພັນສອງຝ່າຍ. ປີ 2007, ຫວຽດນາມ ​ແລະ ຈີ​ເລ ​ໄດ້​ຍົກ​ລະດັບ​ການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຮອບດ້ານ. ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ຈີ​ເລ ມີ​ຜົນ​ສັກສິດ​ແຕ່​ວັນ​ທີ 1 ມັງກອນ 2014, ​ເປີດ​ກາລະ​ໂອກາດ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ.

Michelle Bachelet ​ແລະ ບົດ​ເພງ​ມິດຕະພາບ​ຫວຽດນາມ - ຈີ​ເລ
ທ່ານນາງ ອະດີດປະທານາທິບໍດີ ຈີເລ Michelle Bachelet ພົບປະກັບທ່ານ ອະດີດປະທານປະເທດ ຫງວຽນມິງຈ໋ຽດ ຢູ່ ບິ່ງເຢືອງ, ວັນທີ 30 ມີນາ 2023. (ພາບ: ໜັງສືພິມ Tuoi Tre)

ກ່ຽວ​ກັບ​ຊ່ອງ​ທາງ​ປະຊາຊົນ, ການ​ເຊື່ອມ​ຕໍ່​ຫວຽດນາມ - ຈີ​ເລ ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ຜ່ານ​ບັນດາ​ບົດ​ເລື່ອງ​ສ່ວນ​ຕົວ​ທີ່​ອົບ​ອຸ່ນ. ​ເດືອນ ມີນາ 2023, ​ເມື່ອ​ກັບ​ຄືນ​ປະ​ເທດ ຫວຽດນາມ, ທ່ານ​ນາງ Bachelet ​ໄດ້​ໄປ​ຢ້ຽມຢາມ​ເຮືອນ​ສ່ວນ​ຕົວ​ຂອງ​ອະດີດ​ປະທານ​ປະ​ເທດ ຫງວຽນມິງຈ໋ຽດ ຢູ່​ແຂວງ ບິ່ງ​ເຢືອງ. ເຂົາເຈົ້າກອດກັນຄືກັບສະມາຊິກໃນຄອບຄົວ. ທ່ານ ຈ໋ຽດ ໄດ້ກ່າວເຖິງທ່ານນາງ Ángela Jeria - ແມ່ຂອງທ່ານນາງ Bachelet - ຜູ້ທີ່ທ່ານໄດ້ຮັບເປັນແມ່ລ້ຽງນັບເເຕ່ການພົບປະຄັ້ງທຳອິດໃນປີ 2006. "ແມ່ Ángela ເປັນແມ່ພຽງຄົນດຽວທີ່ມີລູກສອງຄົນເປັນປະມຸກລັດຂອງສອງປະເທດ", ທ່ານກ່າວໂດຍມີຄວາມຮູ້ສຶກຕື້ນຕັນໃຈ.

ນັ່ງຟັງ, ທ່ານນາງ Bachelet ຈະບໍ່ສາມາດກັ່ນນ້ຳຕາໄດ້. ທ່ານນາງ ແບ່ງປັນ​ວ່າ “ຂ້າພະ​ເຈົ້າດີ​ໃຈ ​ແລະ ຕື່ນ​ເຕັ້ນ​ທີ່​ໄດ້​ກັບ​ຄືນ​ເມືອ ຫວຽດນາມ, ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ຕ້ອນຮັບ​ອັນ​ພິ​ເສດ​ຈາກ​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ອ້າຍ ຫງວຽນ​ມິ​ງ​ຈ໋ຽດ".

Michelle Bachelet ​ແລະ ບົດ​ເພງ​ມິດຕະພາບ​ຫວຽດນາມ - ຈີ​ເລ
ວັນ​ທີ 31 ມີນາ 2023, ຄະນະປະຕິບັດງານຂອງ​ອະດີດ​ປະທານາທິບໍດີ ຈີ​ເລ Michelle Bachelet ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກັບ​ແຂວງ ບິ່ງ​ເຢືອງ ກ່ຽວກັບການຟື້ນ​ຟູ​ສວນສາທາລະນະ​ແຫ່ງ​ໜຶ່ງທີ່ມີຊື່ ປະທານ​ໂຮ່ຈິ​ມິນ ຢູ່​ເມືອງ Cerro Navia, ປະ​ເທດ ຈີ​ເລ. (ພາບ: TTXVN)

​ໃນ​ໄລຍະ​ຢ້ຽມຢາມ​ປີ 2023, ທ່ານ​ນາງ Michelle Bachelet ​ໄດ້​ຊຸກຍູ້​ຫຼາຍ​ໂຄງການ​ເຊື່ອມ​ຕໍ່ Cerro Navia ກັບ ເງ້ອານ ແລະ ບິ່ງ​ເຢືອງ ເຊັ່ນ ການ​ສ້ອມ​ແປງ​ຮູບ​ປັ້ນປະທານ ​ໂຮ່ຈີ​ມິນ ຢູ່​ສວນສາທາລະນະ Cerro Navia, ແນວ​ຄວາມ​ຄິດ​ຂອງ​ການ​ນຳ​ເອົາ​ຮູບ​ພາບ​ຂອງ​ຫວຽດ​ນາມ​ເປັນ​ດິ​ຈິ​ຕອນ​ເພື່ອ​ວາງ​ສະ​ແດງ​ຢູ່​ສະ​ຖາ​ນີ​ລົດ​ໄຟ​ແມ່ນ​ເພື່ອ​ຊ່ວຍ​ໃຫ້​ຊາວ​ ຈີເລ ເຂົ້າ​ໃຈ​ຫວຽດ​ນາມ​ຫຼາຍ​ຂຶ້ນ. ສະ​ເໜີ​ໃຫ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ແລກປ່ຽນ​ນັກ​ສຶກສາ, ຄົ້ນ​ຄ້ວາ​ວິທະຍາສາດ, ປາດ​ຖະໜາ​ຢາກ​ນຳ​ເຂົ້າ​ບັນດາ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ຕື່ມ​ອີກ.

Michelle Bachelet ​ແລະ ບົດ​ເພງ​ມິດຕະພາບ​ຫວຽດນາມ - ຈີ​ເລ
ທ່ານນາງ ອະດີດປະທານາທິບໍດີ ຈີເລ Michelle Bachelet ກ່າວຄຳປາໄສທີ່ພິທີສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ຈີເລ ໃນວັນທີ 25 ມີນາ 2023. (ພາບ: Thu Ha)

ກ່າວ​ຄຳປາໄສ​ທີ່​ພິທີສະ​ເຫຼີ​ມສະຫຼອງ 52 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ຈີ​ເລ ​ເມື່ອ​ວັນ​ທີ 25 ມີນາ 2023, ຢູ່​ຮ່າ​ໂນ້ຍ, ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຈັດ​ຕັ້ງ, ທ່ານ​ນາງ Michelle Bachelet ​ເນັ້ນ​ໜັກ​ວ່າ: “ຫວຽດນາມ ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ພາຍຫຼັງ​ສົງຄາມ ​ແລະ ປະສົບ​ຜົນສຳ​ເລັດ. ເຊັ່ນດຽວກັນສໍາລັບ ຈີເລ. ການ​ພ້ອມ​ກັບ​ຫວຽດ​ນາມ ​ໃນ​ການ​ເດີນ​ທາງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຮ່ວມ​ແມ່ນ​ມີ​ຄຸນ​ຄ່າ​ທີ່​ສຸດ. ພວກ​ຂ້າພະ​ເຈົ້າ​ຈະ​ພ້ອມ​ກັບ​ຫວຽດນາມ ​ເພື່ອ​ຮັກສາ ​ແລະ ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ດຳລົງ​ຊີວິດ​ຢູ່​ໃນ​ສັນຕິພາບ ​ແລະ ສະພາບ​ການ​ທີ່​ດີກ​ວ່າ​ເກົ່າ”.

ການຄ້າ ແລະ ການທ່ອງທ່ຽວຊາຍແດນຄຶກຄື້ນຜ່ານດ່ານຊາຍແດນສາກົນ ມິດຕະພາບ ການຄ້າ ແລະ ການທ່ອງທ່ຽວຊາຍແດນຄຶກຄື້ນຜ່ານດ່ານຊາຍແດນສາກົນ ມິດຕະພາບ

ຍສໝ - ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ຈຳນວນ​ນັກ​ທ່ອງ​ທ່ຽວ​ເຂົ້າ-​ອອກ​ຜ່ານ​ດ່ານ​ຊາຍ​ແດນ​ສາກົນ​ມິດຕະພາບ (​ແຂວງ ​ລ້າງເຊີນ) ​ເພີ່ມ​ຂຶ້ນ 16% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ຄວາມ​ຕ້ອງ​ການ​ດ້ານ​ການ​ຄ້າ​ຊາຍ​ແດນ​ ແລະ​ ການ​ທ່ອງ​ທ່ຽວ​ຜ່ານ​ດ່ານ​ຊາຍ​ແດນ​ສາ​ກົນ ມິດຕະພາບ ໄດ້ເພີ່ມຂຶ້ນ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ໃນ​ສະພາບ​ການ​ໃໝ່ ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ໃນ​ສະພາບ​ການ​ໃໝ່

ຍສໝ - ວັນທີ 8 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະສານວຽກງານໃນປີ 2025. ກອງປະຊຸມດັ່ງກ່າວ ໂດຍທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອງເຊີນ ແລະ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂງເລວັນ ເປັນປະທານຮ່ວມ.

ມີງດຶກ